ເມືອງໃໝ່ ຫວນຄືນມູນເຊື້ອ ວັນເກີດປະທານສຸພານຸວົງ ຄົບຮອບ 116 ປີ ແລະ ວັນເຊັນສັນຍາມິດຕະພາບ – ການຮ່ວມມື
ແລະ ວັນສ້າງຕັ້ງສາຍ ພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 48 ປີ ແລະ 63 ປີ
ໃນຕອນເຊົ້າ ຂອງວັນທີ 15 ກໍລະກົດ 2025 ໄດ້ຈັດພິທີ ປາຖະກະຖາ ຫວນຄືນມູນເຊື້ອ ວັນເກີດປະທານສຸພານຸວົງ ຄົບຮອບ 116 ປີ ( 13.7.1909-13.7.2025) ແລະ ວັນເຊັນສັນຍາມິດຕະພາບ – ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການ ທູດ ລາວ – ຫວຽດນາມ ຄົບຮອບ 48 ປີ (18.7. 1977-18.7. 2025). ແລະ 63 ປີ. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນ ສູນວິເລີດ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີນຳວຽກພັກ-ພະນັກງານ,ມີບັນດາກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ກອງບັນຊາການທະຫານ-ຕຳຫຼວດ ແລະ ລັດວິສາຫະກິດ ອ້ອມຂ້າງເມືອງເຂົ້າຮ່ວມຮັບຟ້ງ.
ໃນພິທີ ທ່ານ ນາງ ທອງສີ ຄຸນສົມເຮືອງ ກຳມະການພັກເມືອງ ຮອງຫົວໜ້າຄະນະໂຄສະນາອົບຮົມ ໄດ້ຫວນຄືນມູນເຊື້ອ ວັນເຊັນສົນທິສັນຍາມິດຕະພາບ – ການຮ່ວມມື 18.07.1977 – 18.07.2025 ຄົບຮອບ 48 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ- ຫວຽດນາມ 05.09.1962-05.09.2025 ຄົບຮອບ 63 ປີ ເຊິ່ງແຫຼ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ – ຫວຽດນາມ, ຫວຽດນາມ-ລາວ ເປັນປະເທດບ້ານໃກ້ເຮືອນຄຽງ, ມີຊາຍແດນຮ່ວມກັນຍາວກວ່າ 2,000 ກີໂລແມັດ ພ້ອມກັນອີງຫຼັງໃສ່ສາຍພູຫຼວງ, ພ້ອມກັນຮ່ວມຊົມໃຊ້ແມ່ນໍ້າລຳເຊ, ພູຜາປ່າດົງ, ດີນດອນຕອນຫຍ້າ ເພື່ອດໍາລົງຊີ ວິດ ແລະ ດໍາເນີນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ປະຊາຊົນ 2 ຊາດ ລາວ ຫວຽດນາມ ມີມູນເຊື້ອໄປມາຫາສູ່ແລກປ່ຽນສິນຄ້າ, ແລກປ່ຽນວັດທະນະທໍານໍາກັນ, ຢູ່ຫຼາຍທ້ອງຖິ່ນກໍ່ມີບ້ານ, ຫຼາຍຄອບຄົວເປັນແກ່ວເປັນດອງກັນ, ມີອຸດົມຄະຕິ ແລະຄວາມມຸ່ງມາດປາຖະໜາອັນດຽວກັນຄື: ຢາກມີຄວາມເປັນເອກະລາດ, ສັນຕິພາບ ແລະ ຮັ່ງມີຜາສຸກ, ປະຊາຊົນ 2 ຊາດ ມີມູນເຊື້ອສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນເປັນພັນໆປີ ໃນການກໍ່ຕັ້ງ ແລະ ປົກປັກຮັກສາປະເທດຊາດ ຂອງໃຜລາວ, ພິເສດແມ່ນໄລຍະດຳເນີນການຕໍ່ສູ້ປະຕິວັດເປັນເວລາເຄິ່ງສັດຕະວັດ ພາຍໃຕ້ການນໍາພາ ຂອງພັກກອມມູນິດອິນດູຈີນ, ຕໍ່ມາແມ່ນພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ, ຄວາມຜູກພັນ, ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ເປັນມູນເຊື້ອອັນດີງາມ ມາແຕ່ດົນນານນັ້ນ ໄດ້ເພີ່ມຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ກາຍເປັນຄວາມສາມັກຄີພິເສດ ການພົວພັນຮອບດ້ານ ຂອງ 2 ຊາດ ລາວ- ຫວຽດນາມໂດຍ ທ່ານ ປະທານ ໂຮ່ຈີ່ມິນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ລິເລີ່ມຈາກນັ້ນມາ ການນໍາພາແຕ່ລະຮຸ່ນ, ຂອງສອງພັກ, ສອງລັດ ແລະ ປະຊາຊົນ ຕ່າງກໍ່ໄດ້ເອົາໃຈໃສ່ປັບປຸງເສີມຂະຫຍາຍ ສອງປະເທດ ໃຫ້ກາຍເປັນການພົວພັນສາມັກຄີ ອັນບໍລິສຸດຜຸດຜ່ອງທີ່ຫາຍາກໃນການພົວພັນສາກົນ ແລະ ກາຍເປັນມໍລະດົກອັນລໍ້າຄ່າ ຂອງ 2 ຊາດ ລາວ – ຫວຽດ ນາມ, ໃນການພົວພັນດັ່ງກ່າວໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ.
ຈາກນັ້ນ ທ່ານ ບຸນ ສູນວິເລີດ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີນຳວຽກພັກ-ພະນັກງານ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 116 ປີ ປະທານ ສຸພານຸວົງ ເກີດເມື່ອວັນທີ 13.07.1909 ທີ່ຫຼວງພະບາງ ໃນຄອບຄົວເຊື້ອເຈົ້າ, ເປັນໂອຣົດ ຂອງເຈົ້າມະຫາອຸປະຣາດບຸນຄົງ ແລະ ຫມ່ອມຄໍາອ້ວນ ມີເອື້ອຍ 2 ຄົນ, ມີອ້າຍຕ່າງມານດາ 2 ຄົນ ພໍອາຍຸໄດ້ 7 ປີ ທ່ານ ໄດ້ເຂົ້າຮຽນຢູ່ໂຮງຮຽນປະຖົມສຶກສາ ທີຫຼວງພະບາງ, ເພິ່ນເປັນນັກຮຽນທີຂະຫຍັນໝັ່ນພຽນ ແລະ ມີພອນສະຫວັນໃນຫຼາຍດ້ານ, ຮຽນເກັ່ງ ແລະ ສອບເສັງໄດ້ຄະແນນດີເລີດມາຕະຫຼອດ ຈົນຈົບຊັ້ນປະຖົມສົມບູນກາງປີ 1920 ທ່ານໄດ້ເດີນທາງໄປຮຽນຢູ່ປະເທດຫວຽດນາມ ເພິ່ນໄດ້ຕັ້ງໃຈຮຳ່ຮຽນຫຼາຍວິຊາ, ຫຼາຍພາສາ ເພິ່ນມີພອນສະຫວັນ ໃນດ້ານການແຕ້ມຮູບ ແລະ ຂຽນບົດກະວີ. ເພິ່ນໄດ້ຮຽນຈົບຂະແໜງວິຊາວິທະຍາສາດ ແລະ ອັກສອນສາດ ດ້ວຍຄະແນນດີເລີດ ຖືກຄັດເລືອກເປັນນັກຮຽນດີເດັ່ນຂອງໂຮງຮຽນໂປຣເຕັກໂຕຣາ ແຫ່ງແຄ້ວນອິນດູຈີນ ແລະ ປີ 1931 ທ່ານ ໄດ້ໄປສຶກສາຕໍ່ຢູ່ທີ່ປະເທດຝຣັ່ງ, ຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດ, ສາຂາວິຊາ ວິສະວະກອນພົນລະເຮືອນ ຢູ່ນະຄອນປາຣີ ເວລາຮຽນຢູ່ປະເທດຝຣັ່ງ, ປະທານສຸພາ ນຸວົງ ບໍພຽງແຕ່ມີຄວາມມຸ່ງໝັ້ນໃນການຮຽນເທົ່ານັ້ນ,ເພິ່ນຍັງດຸໝັ່ນໃນການລົງຝຶກຫັດ-ປະຕິບັດຕົວຈິງ,ເພິ່ນໄປຫຼາຍປະເທດໃນທະວີບເອີລົບ ທັງເບື້ອງຕາເວັນອອກ ແລະຕາເວັນຕົກ ແລະ ໄດ້ໄປຫຼາຍປະເທດ ໃນທະວີບອາຟຣິກກາ ເພື່ອສໍາຜັດກັບຄວາມເປັນຈິງ ແລະ ຊອກຮູ້ປະສົບການໃນດ້ານຕ່າງໆ ໃນການຄົ້ນຄວ້າຮຳຮຽນ ທັງມີຄວາມເປັນເຈົ້າການປະດິດສ້າງຮຽນຮູ້ດ້ວຍຕົນເອງເພີ່ນດຳລົງຊິວີດແບບງ່າຍດາຍ, ບໍ່ຟຸ່ມເຟືອຍ, ທ່ານມີພອນສະຫັວນ ໃນນການຮຽນຮູ້ພາສາຂອງຊາດຕ່າງໆ ເພິ່ນສາມາດເວົ້າໄດ້ເຖິງ 10 ພາສາທີ່ໃຊ້ຫຼາຍໃນສາກົນ ແລະ ວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ເປີດຂື້ນ ຊຶ່ງໄດ້ຕົກລົງ ສ້າງຕັ້ງແນວໂຮມເອກະພາບແຫ່ງຊາດຂື້ນ ຢ່າງເປັນທາງການໂດຍໃສ່ຊື່ວ່າ ແນວລາວອິດສະຫຼະ ແລະ ໄດ້ສ້າງຕັ້ງລັດຖະບານລາວຕໍ່ຕ້ານປະກອບດ້ວຍ 5 ທ່ານ ໂດຍແມ່ນ ປະທານ ສຸພານຸວົງ ເປັນປະທານ ແນວລາວອິດສະຫຼະ ທັງເປັນລັດຖະມະຫາເສນາ (ນາຍົກລັດຖະມົນຕີ) ຂອງລັດຖະບານລາວຕໍ່ຕ້ານ. ກອງປະຊຸມໄດ້ກຳນົດ ແລະ ໄດ້ວາງໃນໂຄງການ-ການເມືອງ 12 ຂໍ້ ຊຶ່ງເປັນແນວທາງນະໂຍບາຍ ເພື່ອເຕົ້າໂຮມປະຊາຊົນທຸກເຜົ່າ, ທຸກຊັ້ນຄົນໃນລາວລຸກຂຶ້ນຕໍ່ສູ້ປົດປ່ອຍຊາດ.