ເມືອງໃໝ່ແຂວງຜົ້ງສາລີ ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຮອບທີ I

ເມືອງໃໝ່ແຂວງຜົ້ງສາລີ

ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຮອບທີ I

     ໃນຕອນເຊົ້າຂອງວັນທີ 25 ສິງຫາ 2025 ນີ້ ທີ່ສະໂມສອນຫຼັງໃໝ່ ຂອງເມືອງໃໝ່, ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຮອບທີ I ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ພົຈວ ຄຳຈັນ ແສງລາວົງ ກຳມະການປະຈຳພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ຜູ້ຊູ້ນຳວຽກງານຮອບດ້ານເມືອງໃໝ່, ມີ ສະ ຫາຍ ພອນທະວີ ໄຊມົນຕີ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍຮອງເລຂາພັກເມືອງ, ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ອະນຸກຳມະການບຸກຄະລາກອນຂັ້ນແຂວງ-ຂັ້ນເມືອງ, ສອງກອງບັນຊາການ ປກຊ-ປກສ, ຫົວໜ້າ-ຮອງຫົວໜ້າຫ້ອງ ການຂັ້ນເມືອງເຂົ້າຮ່ວມ.

    ໃນກອງປະຊຸມ ສະຫາຍ ພົຈວ ຄຳຈັນ ແສງລາວົງ ກຳມະການປະຈຳພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ຜູ້ຊູ້ນຳວຽກງານຮອບດ້ານເມືອງໃໝ່ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຊີ້ນຳກອງປະຊຸມ ຈາກນັ້ນ; ສະຫາຍ ພອນທະວີ ໄຊມົນຕີ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ໄດ້ຂຶ້ນຜ່ານຄໍາແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ ລົງວັນທີ 16 ສິງຫາ 2023, ວ່າດ້ວຍການປະຕິບັດຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ພ້ອມນັ້ນ ຕາງ ໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຂຶ້ນເຜີຍແຜ່ເຊື່ອມຊຶມເອກະສານ 2 ບົດຄື: ຄວາມເຂົ້າໃຈກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເດັດດຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ. ພ້ອມດຽວກັນນັ້ນ, ສະຫາຍ ພົຈວ ຄຳຈັນ ແສງລາວົງ ກຳມະການປະຈຳພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ຜູ້ຊູ້ນຳວຽກງານຮອບດ້ານເມືອງໃໝ່ ກໍໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຜົນງານ 5 ປີ ຂອງຄະນະບໍລິຫານງານພັກແຂວງ ຊຶ່ງສະຫາຍ ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ.

     ຈາກນັ້ນ, ຕາງໜ້າອະນຸກຳມະການບຸກຄະລາກອນຂັ້ນແຂວງ ໄດ້ຂຶ້ນຜ່ານມາດຖານ, ເງື່ອນໄຂ ຂອງຜູ້ອອກສະໝັກເຂົ້າ ໂຄງປະກອບຄະນະບໍລິຫານງານພັກແຂວງຜົ້ງສາລີ ຊຸດທີ XII ໂດຍເນັ້ນໜັກໃຫ້ຜູ້ມີສິດເລືອກຕັ້ງ ຕ້ອງແນໃສ່ມາດຖານ ແລະ ເງື່ອນໄຂ ເປັນບ່ອນອີງ, ຊຶ່ງຜູ້ລົງສະໝັກຄະນະບໍລິ ຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຕ້ອງເປັນບຸກຄົນທີ່ມີ ດ້ານຄຸນທາດການເມືອງ, ຄຸນສົມບັດສີນທໍາປະຕິວັດ ແລະ ແບບແຜນການດໍາລົງຊີ ວິດຈະແຈ້ງ, ຊື່ສັດ, ໂປ່ງໃສ, ມີຄວາມຮູ້-ຄວາມສາມາດ, ມີແບບແຜນການນໍາພາ ແລະ ວິທີເຮັດວຽກ, ມີສຸຂະພາບແຂງແຮງດີ, ເພດ, ເຜົ່າ, ໄວ ແລະ ຫຼີກລຽງບັນຫາ ຈຸ້ມເຈື້ອ, ເຊື້ອສາຍ, ຕ້ອງເລືອກເຟັ້ນຢ່າງພາວະວິໄສ, ບໍ່ສວຍໃຊ້ໂອກາດໂຄ່ນລົ້ມ ໂຈມຕີ ແລະ ປະກົດການຫຍໍ້້ທໍ້ອື່ນໆ, ຮັບປະກັນການປ່ອນບັດທາມທາມໃຫ້ມີຄວາມໂປ່ງໃສ, ຖືກຕ້ອງ ແລະ ຊັດເຈນທີ່ສຸດ. ຈາກນັ້ນ ກໍ່ໄດ້ດຳເນີນການປ່ອນບັດທາບທາມບຸກຄະລາກອນ ຜູ້ລົງສະໝັກຮັບຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XIIຮອບທີ I.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet