ເມືອງໃໝ່ ແຂວງຜົ້ງສາລີ ດຳເນີນກອງປະຊຸມອົງການປົກຄອງເມືອງເປີດກວ້າງ ຄັ້ງທີ 9 ຊຸດທີ III

ເມືອງໃໝ່ ແຂວງຜົ້ງສາລີ ດຳເນີນກອງປະຊຸມອົງການປົກຄອງເມືອງເປີດກວ້າງ ຄັ້ງ​ທີ 9 ຊຸດ​ທີ III

​      ກອງ​ປະ​ຊຸມ​ໄດ້ໄຂຂຶ້ນໃນຕອນ​ເຊົ້າ​ຂອງ ວັນທີ 16 ສິງຫາ 2024 ນີ້, ທີ່ສະໂມສອນຂອງເມືອງໃໝ່ ແຂວງຜົ້ງສາລີ ​ໂດຍພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ທອງ​ສະ​ຫວັນ ທຳ​ມະ​ວົງ ກໍາມະການປະ​ຈຳພັກແຂວງ, ປະ​ທານ​ແນວ​ລາວ​ສ້າງ​ຊາດ​ແຂວງ, ຜູ້​ຊີ້​ນຳ​ວຽກ​ງານ​ຮອບ​ດ້ານ​ເມືອງ​ໃໝ໋ ແລະ ທ່ານ ສອນ​ສະ​ໜຸກ ​ສີ​ສຸ​ລາດ ເລຂາຄະນະບໍລິຫານງານພັກເມືອງເຈົ້້າເມືອງໆໃໝ່, ມີບັນດາທ່ານສະມາຊິກອົງການປົກຄອງເມືອງ, ແຂກເຊີນຈາກຂົງເຂດການເມືອງ, ແນວ​ລາວ​ສ້າງ​ຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຕຸລາການ, ນາຍ​ທະ​ຫານ-ນາຍ​ຕຳຫຼວດ, ລັດວິສາຫະກິດ, ດ່ານ​ສາ​ກົນ, ດ່ານ​ປະ​ເພ​ນີ, ເລຂາພັກກຸ່ມ ຕະຫຼອດ​ຮອດ ເລຂາພັກນາຍບ້ານພາຍໃນເທດສະບານເມືອງເຂົ້າຮ່ວມ.

     ໃນກອງປະຊຸມຜູ້ແທນກອງ​ປະ​ຊຸມໄດ້ຮັບຟັງ ການຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງ​ອົງ​ການ​ປົກ​ຄອງ​ເມືອງ 06 ເດືອນຕົ້ນປີ ແລະ ​ກຳ​ນົດທິດທາງແຜນການ 6 ເດືອນທ້າຍປີ 2024, ຮ່າງຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມອົງການປົກຄອງເມືອງຄັ້ງທີ 08 ປະຈໍາປີ 2023, ຮັບ​ຟັງຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ແລະ ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານປະຈໍາ 06 ເດືອນຕົ້ນປີ ແລະ ທີດທາງແຜນການ 06 ເດືອນທ້າຍປີ 2024; ​ຮັບ​ຟັງຮ່າງບົດສະຫຼຸບການຂຶ້ນສໍາມະໂນທີ່​ດິນ, ການອອກໃບຕາດິນ ແລະ ຈັດ​ສັນປະ​ເພດ​ທີ່​ດິນ ຂັ້ນ​ບ້ານ​ແບບ​ມີ​ສ່ວນ​ຮ່ວມ ແລະ ການ​ແກ້​ໄຂ​ບັນ​ຫາ​ທີ່​ດິນ​ທີ​ເກີດ​ຂື້ນພາຍໃນເມືອງປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2024;. ໃນໄລຍະ 6 ເດືອນຜ່ານມາ ການຈັດຕັ້ງປະຕິບັດແຜນການ, ໂຄງການ ໃນ​ການ​ສ້າງ​ເສດ​ຖະ​ກິດ ແລະ ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ເມືອງ ສາ​ມາດຂະ​ຫຍາຍ​ຕົວ​ຢູ່​ໃນ​ລະ​ດັບ 4,56% ຫຼຸດ​ແຜນ​ການ 5,39% ໃນ​ນີ້: ກະ​ສິ​ກຳ-ປ່າ​ໄມ້ ຂະ​ຫຍາຍ​ຕົວ​ເພີ່ມ 4,42%, ອຸດ​ສາ​ຫະ​ກຳ-ຫັດ​ຖະ​ກຳ ຂະ​ຫຍາຍ​ຕົວເພີ່ມ 4,18%, ການ​ບໍ​ລິ​ຫານ ຂະ​ຫຍາຍ​ຕົວ​ເພີ່ມ 4,96%, ລວມຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ເມືອງ ປະ​ຕິ​ບັດ​ໄດ້ 254,29 ຕື້​ກີບ ເທົ່າ​ກັບ 77,68% ຂອງ​ແຜນ​ງານ, ສະ​ເລ່ຍ​ຕໍ່​ຫົວ​ຄົນ​ບັນ​ລຸ​ໄດ້ 420 ໂດ​ລາ ເທົ່າ​ກັບ 8,980,020 ກີບ ການ​ຂຸດ​ຄົ້ນ​ລາຍ​ຮັບ ສາ​ມາດ​ປະ​ຕິ​ບັດ​ໄດ້ 1.524.961.501 ກີບ ກວມ​ເອົາ 88,65% ຂອງ​ແຜນ​ການ​ປີ ແລະ ສາ​ມາດ​ຄຸ້ມ​ຄອງ​ລາຍ​ຈ່າຍໄດ້​ທັງ​ໝົດ 1.532.430.042 ກີບ ກວມ​ເອົາ 51,51% ຂອງ​ແຜນ​ການ​ປີ​, ສາ​ມາດ​ອອກ​ໃບ​ຕາ​ດິນ​ເປັນ​ລະ​ບົບ ແລະ ສະ​ເພາະ​ຕອນ​ໄດ້​ທັງ​ໝົດ 195 ຕອນ, ຈົດ​ຖະ​ບຽນ​ນຳ​ໃຊ້ໄດ້ 15 ຕອນ ຄຸ້ມ​ຄອງ​ການ​ຈັດ​ສັນໄດ້ 8 ປະ​ເພດ​ທີ​ດິນ​ຂັ້ນ​ບ້ານ​ແບບ​ມີ​ສ່ວນ​ຮ່ວມ​ໄດ້ 48 ບ້ານ ພ້ອມນີ້: ບັນດາຜູ້ແທນກອງປະຊຸມຍັງໄດ້ພ້ອມ​ກັນປະກອບຄໍາຄິດຄໍາເຫັນຢ່າງ​ແບບ​ເປີດ​ກວ້າງ ແລະ ກົງໄປກົງມາ ໃສ່ແຕ່ລະຂົງເຂດວຽກງານເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກ​ງານມີຜົນສໍາເລັດດີຂື້ນກ່ວາເກົ່າ.

ໂອກາດນີ້, ທ່ານ ທອງ​ສະ​ຫວັນ ທຳ​ມະ​ວົງໄດ້ເນັ້ນໜັກບັນດາສະມາຊິກອົງການປົກຄອງເມືອງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງ​ພ້ອມ​ກັນ​ນຳ​ເອົາຕ້ອງນໍາເອົາເນື້ອໃນຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ດ້ວຍຄວາມຮັບຜິດຊອບສູງ,ໃຫ້ແທດເຖິງຕົວຈິງ ສາມາດກວດກາ, ກວດສອບໄດ້ ແລະ ປະກົດຜົນເປັນຈິງ

 

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet