ເມືອງໃໝ່ ແຂວງຜົ້ງສາລີ
ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 2 ສະໄໝທີ XV
ກອງປະຊູມດັ່ງກ່າວໄດ້ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 14 ພຶດສະພາ 2025 ຢູ່ຫ້ອງປະຊຸມຄະນະປະຈໍາພັກເມືອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພອນທະວີ ໄຊມົນຕີ ກຳມະການພັກແຂວງ ເລຂາຄະນະບໍລິຫານພັກເມືອງ ເຈົ້າເມືອງ-ເມືອງໃໝ່, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົຈວ ຄຳຈັນ ແສງລາວົງ ກໍາມະການປະຈໍາພັກເເຂວງ ຫົວໜ້າກອງບັນຊາການ ປກສ ແຂວງ ຜູ້ຊີ້ນໍາວຽກງານຮອບດ້ານເມືອງໃໝ່, ມີບັນດາສະຫາຍ ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພອນທະວີ ໄຊມົນຕີ ໄດ້ມີຄໍາເຫັນ ພ້ອມທັງກ່າວເປີດກອງປະຊຸມຢ່າງເປັນທາງການ ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໃໝ່ໃນຄັ້ງນີ້ ບັນດາສະຫາຍຜູ້ແທນກອງປະຊຸມ ຈະໄດ້ພ້ອມກັນສັງເກດຕີລາຄາຄືນບັນດາເນື້ອໃນເອກະສານຕ່າງໆ ພ້ອມທັງປະກອບຄຳຄິດ, ຄຳເຫັນ ຊອກໃຫ້ເຫັນດ້ານດີຜົນງານທີ່ສາມາດຍາດມາໄດ້. ພ້ອມກັນຊອກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ທອດຖອນໄດ້ ນອກນັ້ນກໍ່ຈະໄດ້ພ້ອມກັນຄົ້ນຄວ້າພິຈາລະນາຮັບຮອງເອົາທິດທາງ, ຄາດໝາຍ ແລະ ໜ້າວຽກຈຸດສຸມ, ກໍ່ຄືການແຜນພັດທະນາເສດຖະກິດ-ສັງຄົມ 05 ປີ (2025-2029); ທັງໝົດເລົ່ານີ້ ລ້ວນແຕ່ເປັນທິດທາງທີ່ມີລັກສະນະຍຸດທະສາດ ແລະ ເປັນບັນຫາຕັດສິນຕໍ່ການເຕີບໃຫຍ່ເຂັ້ມແຂງຂອງພັກ ແລະ ຄວາມຈະເລີນກ້າວໜ້າດ້ານເສດຖະກິດ-ສັງຄົມ ຂອງເມືອງໃໝ່ພວກເຮົາ. ນອກນັ້ນບັນດາສະຫາຍຜູ້ແທນກອງປະຊຸມໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງແຂວງ ວ່າດ້ວຍການຮັບຮອງເອົາຜົນການເລືອກຕັ້ງກອງປະຊຸມໃຫຍ່ ອົງຄະນະພັກເມືອງ ສະໄໝທີ XV; ຜ່ານຮ່າງແຜນດໍາເນີນງານຂອງຄະນະບໍລິຫານງານພັກເມືອງ ສະໄໜທີ XV (2025-2029); ຜ່ານບົດຕີລາຄາ ທ່າແຂງ-ທ່າອ່ອນ ຂອງຄະນະບໍລິຫານງານພັກເມືອງຊຸດໃໝ່; ຜ່ານແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກເມືອງ ສະໄໜທີ XV; ສະເໜີຮັບຮອງຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ບົດສໍາຫຼວດການນໍາພາລວມທີ່ໄດ້ຮັບການປັບປຸງພາຍຫຼັງສໍາເລັດກອງປະຊຸມໃຫຍ່; ຜ່ານບົດຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ XV ຂອງອົງຄະນະພັກເມືອງ,ຜ່ານຮ່າງ ມະຕິຕົກລົງແບ່ງຄວາມຮັບຜິດຊອບພາຍໃນຂອງຄະນະບໍລິຫານງານພັກເມືອງສະໄໜທີ XV. ຈາກນັ້ນ; ປະ ທານກອງປະຊຸມມີຄໍາເຫັນເຈາະຈີ້ມ ບັນດາສະຫາຍຜູ້ແທນກອງປະຊຸມປະກອບຄໍາຄິດຄໍາເຫັນ ແລະ ພ້ອມກັນ ຮັບຮອງມະຕິກອງປະຊຸມບັນດາບັນຫາສໍາຄັນພື້ນຖານຫຼາຍດ້ານໃນການກຳນົດທິດທາງການນຳພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກເມືອງຕະຫຼອດໄລຍະກອງປະຊຸມ, ການກຳນົດທ່າແຂງ – ທ່າອ່ອນຂອງຄະນະພັກ, ມະຕິຮັບຮອງຄວາມຮັບຜິດຊອບການເມືອງຂອງບັນດາ ສະຫາຍ ຄະນະບໍລິຫານງານພັກເມືອງ ແລະ ບັນຫາສໍາຄັນອື່ນໆອີກຈຳນວນໜຶ່ງ.
ຕອນທ້າຍໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພົຈວ ຄຳຈັນ ແສງລາວົງ ຊຶ່ງສະຫາຍ ໄດ້ເໜັນໜັກໃຫ້ບັນດາສະຫາຍຄະນະບໍລີຫານງານພັກເມືອງເອົາໃຈໃສ່ປະຕິບັດຕາມມະຕິແບ່ງຄວາມຮັບຜິດຊອບຂອງຄະນະບໍລີຫານງານພັກເມືອງ, ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີຂອງບັນດາຂະແໜ່ງການທີໄດ້ຮັບການມອບໝາຍໃຫ້ໄດ້ຮັບຜົນດີ ໂດຍສະເພາະແມ່ນການນໍາພາ – ຊີ້ນໍາການຈັດຕັ້ງປະຕິບັດບັນດາຄາດໝາຍມະຕິກອງປະຊຸມໃຫຍ່ຄັ້ງທີ XV ຂອງອົງຄະນະພັກເມືອງວາງອອກ ໃຫ້ສາມາດບັນລຸໄດ້ຕາມຄາດໝາຍ. ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປົວແປງດີຂື້ນກວ່າເກົ່າ ພ້ອມກັນນັ້ນ, ສະຫາຍຍັງໄດ້ເນັ້ນໜັກບັນດາບັນຫາທີ່ຄະນະບໍລິຫານງານພັກ ຈະຕ້ອງໄດ້ເອົາໃຈໃສ່ ລົງຈັດຕັ້ງຜັນຂະຫາຍເຜີຍແຜ່ບັນດາວຽກງານຈຸດຊຸມເປັນຕົ້ນແມ່ນ: ຮັບປະກັນ ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຕອບຕ້ານທຸກກົນອຸບາຍມ້າງເພທຳລາຍຂອງສັດຕູ ແລະ ພວກຄົນບໍ່ຫວັງດີ, ສະກັດກັ້ນ, ແກ້ໄຂປະກົດການຫຍໍ້ຖໍ້ໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຄະນະພັກຂັ້ນຕ່າງໆຕ້ອງອອກແຮງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ຫັນເປັນແຜນງານ,ໂຄງການ ແລະ ແຜນດໍາເນີນງານລະອຽດ ເພື່ອຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ໃນແຕ່ລະໄລຍະ, ເພີ່ມທະວີ ການນໍາພາ – ຊີ້ນໍາຂອງອົງຄະນະພັກ, ວຽກງານປັບປຸງກໍ່ສ້າງພັກໃຫ້ມີຄວາມໂປ່ງໃສ, ໜັກແໜ້ນ, ເຂັ້ມແຂງ. ເພີມທະວີສ້າງຄວາມສາມັກຄີ, ຄວາມເປັນປຶກແຜ່ນທົ່ວປວງຊົນ ເພື່ອພ້ອມກັນພັດທະນາເສດຖະກິດ – ສັງຄົມໃຫ້ບັນລຸຕາມຄາດໝາຍສູ້ຊົນທີ່ກອງປະຊຸມໃຫຍ່ ຄັ້ງທີ XV ຂອງອົງຄະນະພັກເມືອງໄດ້ກໍານົດໄວ້.
( ພາບ ຂ່າວ ວັນວິໄລ)