ເມືອງໃໝ່, ແຂວງຜົ້ງສາລີ ໄດ້ຈັດ
ພິທີມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ( 22 ມີນາ 1955-22 ມີນາ 2025 )
ມາໃນຕອນເຊົ້າຂອງ ວັນທີ 02 ກໍລະກົດ 2025 ນີ້ ຢູ່ທີສະໂມສອນຂອງເມືອງໃໝ່, ແຂວງຜົ້ງສາລີ ໄດ້ຈັດ ພິທີມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ( 22 ມີນາ 1955-22 ມີນາ 2025 ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງຄູນ ໄຊຍະຄອນ ຮັກສາການປະທານຄະນະກຳມະການປົກຄອງເມືອງ ມີບັນດາທ່ານກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາໜ່ວຍພັກ, ນາຍທະຫານ-ນາຍຕຳຫຼວດ, ພະນັກງານອາດີດານນຳ ປະຕິວັດ ອາວຸໂສ-ພະນັກງານບຳນານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ນາງ ສົມແພງແກ້ວ ສຸດທິລາດ ຮອງຄະນະຈັດຕັ້ງເມືອງ ຂື້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 407/ຄລສພ ລົງວັນທີ 14 ມີນາ 2025 ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ( 22 ມີນາ 1955-22 ມີນາ 2025 ) ໃຫ້ຊະມາຊິກພັກ ແຂວງຜົ້ງສາລີ ທີມີຜົນງານ, ຄຸນງາມຄວາມດີ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາວ ຈຳນວນ 608 ສະຫາຍ ໃນນັ້ນ ສະມາຊິກພັກ ບຳນານ ຈຳນວນ 570 ສະຫາຍ ຍິງ 76 ສະຫາຍ ແລະ ສະມາຊິກພັກປະຈຳການ ຈຳນວນ 38 ສະຫາຍ ຍິງ 5 ສະຫາຍ ສະເພາະເມືອງໃໝ່ແມ່ນມີທັງໝົດ 27 ສະຫາຍ ຍິງ 7 ສະຫາຍ; ຜ່ານ ຂໍ້ຕົກລົງຂອງ ຄະນະຈັດຕັ້ງສູນກາງພັກ ເລກທີ 113/ຄຈສພ ລົງວັນທີ 13 ມີນາ 2025 ວ່າດ້ວຍການມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ( 25 ມີນາ 1955-25 ມີນາ 2025 )ໃຫ້ພະນັກງານ-ລັດພະກອນ ຂະແໜງຈັດຕັ້ງ ແຂວງຜົ້ງສາລີ ທີມີຜົນງານ, ຄຸນງາມຄວາມດີ ໃນການປະກອບສ່ວນເຄື່ອນໄຫວວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຈຳນວນ 80 ສະຫາຍ ຍິງ 41 ສະຫາຍ ສະເພາະເມືອງໃໝ່ ມີ ທັງໝົດ 6 ສະຫາຍ ຍິງ 3 ສະຫາຍ ຈາກນັ້ນກໍໄດ້ຈັດພິີທີມອບຫຼຽນກາຈຳນວນດັ່ງກ່າວນັ້ນໃຫ້ຜູ້ໄດ້ຮັບຫຼຽນໃນຄັ້ງນີ້ຢ່າງສົມກຽດ.
ມາໃນຕອນທ້າຍພິທີ ທ່ານ ທອງຄູນ ໄຊຍະຄອນ ຮັກສາການປະທານຄະນະກຳມະການປົກຄອງເມືອງ ໄດ້ໃຫ້ກຽດຂື້ນໂອ້ລົມ ກ່ອນອື່ນກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີຍາດມາໄດ້ຂອງບັນດາສະຫາຍ ແລະ ພ້ອມທັງເນັ້ນໜັກຕື່ມ ເພື່ອສືບຕໍ່ປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ເສີມຂະຫຍາຍມູນເຊື້ອເມືອງໃໝ່ວິລະຊົນ, ເສີມຂະຫຍາຍໝາກຜົນຂອງການນຳພາຂອງຄະນະບໍລິຫານງານພັກເມືອງ ແລະ ສືບຕໍ່ສ້າງສາພັດທະນາເມືອງໃໝ່ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ, ມີຄວາມຈະເລີນກ້າວໜ້າຢ່າງບໍຢຸດຢັ້ງນັ້ນ ຕ້ອງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ຕັ້ງໜ້າປັບປຸງລະບົບການເມືອງ ປະຊາທິປະໄຕ, ປະຊາຊົນ ເອົາໃຈໃສ່ໂຄສະນາເຜີຍແຜ່ ແຜນນະໂຍບາຍ, ມະຕິ, ຄຳສັ່ງ ຂອງພັກໃຫ້ທົ່ວເຖິງ ຕິດພັນກັບການສຶກສາອົບຮົມການນຳພາການເມືອງ-ແນວຄິດ ໃຫ້ແທດເຖິງຕົວຈິງ, ຕັ້ງໜ້າສ້າງເສດຖະກິດ-ສັງຄົມໃຫ້ດີຂື້ນ ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ພ້ອມກັນຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ໝົດໄປເທື່ອລະກ້າວ ສູມໃສ່ການສ້າງສິ່ງແວັດລ້ອມໃຫ້ມີຄວາມຍຶນຍົງ ຈົນສາມາດຮັບມືກັບການປ່ຽນແປງສະພາບອາກາດ ແລະ ໄພພິບັດຕ່າງໆ.