Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ແຂວງຜົ້ງສາລີເຜີຍແຜ່ນິຕິກຳສຳຄັນຂອງສູນກາງ ແລະ ຂອງແຂວງ -

ແຂວງຜົ້ງສາລີເຜີຍແຜ່ນິຕິກຳສຳຄັນຂອງສູນກາງ ແລະ ຂອງແຂວງ

ແຂວງຜົ້ງສາລີເຜີຍແຜ່ນິຕິກຳສຳຄັນຂອງສູນກາງ ແລະ ຂອງແຂວງ

     ໃນຕອນບ່າຍຂອງວັນທີ 24 ທັນວາ 2025 ນີ້, ທີ່ຫ້ອງປະຊຸມຊັ້ນ 3 ສຳນັກງານປົກຄອງແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເພື່ອເຜີຍແຜ່ນິຕິກຳທີ່ສຳຄັນຂອງສູນກາງ ແລະ ຂອງແຂວງຂຶ້ນ. ໂດຍການເປັນປະທານຂອງສະຫາຍ ພົຕ ສົມພອນ ມິດຕະພອນ ເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ, ເຂົ້າຮ່ວມມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ບັນດາພະແນກການ ແລະ ພະນັກງານອ້ອມຂ້າງແຂວງ.

     ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຂອງພັກ ໂດຍສະເພາະແມ່ນຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ວຽກງານຈຸດສຸມແຕ່ນີ້ຮອດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ພ້ອມນີ້ໃນກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງນາຍົກລັດຖະມົນຕີ ເລກທີ147/ນຍ, ລົງວັນທີ17 ພະຈິກ 2025 ວ່າດ້ວຍການຮັບຮອງເອົາຕາແສງໃນທົ່ວປະເທດ ໃນນັ້ນແຂວງຜົ້ງສາລີມີ 33 ຕາແສງ; ເຜີຍແຜ່ຂໍ້ຕົກລົງຂອງເຈົ້າແຂວງຜົ້ງສາລີ ເລກທີ1199/ຂຜລ, ລົງວັນທີ 1 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳຂັ້ນແຂວງ ແລະກອງເລຂາຊ່ວຍວຽກໃນການກະກຽມສ້າງຕາແສງ,ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການສ້າງຕັ້ງຕາແສງ ເລກທີ431/ຄຈສພ ລົງວັນທີ 17ພະຈິກ2025, ແຈ້ງການຂອງຄະນະຈັດຕັ້ງສູນກາງພັກເລກທີ 2183/ຄຈສພ ລົງວັນທີ 25 ພະຈິກ 2025 ເລື່ອງການກະກຽມສ້າງຕັ້ງຕາແສງຢູ່ນະຄອນຫຼວງວຽງຈັນ ແລະບັນດາແຂວງ,ມະຕິກອງປະຊຸມຂອງສະພາປະຊາຊົນແຂວງຜົ້ງສາລີ ເລກທີ46/ສພຂ, ລົງວັນທີ 1 ທັນວາ 2025 ວ່າດ້ວຍການຮັບຮອງເອົາການສ້າງຕັ້ງຕາແສງພາຍໃນແຂວງຜົ້ງສາລີ,ໃນນີ້ໃນ7ເມືອງທົ່ວແຂວງຜົ້ງສາລີມີ 33 ຕາແສງຄື: ເມືອງຜົ້ງສາລີມີ 4 ຕາແສງ, ເມືອງໃໝ່ 5 ຕາແສງ, ເມືອງຂວາ 5 ຕາແສງ, ເມືອງສຳພັນ 5 ຕາແສງ, ເມືອງບູນເໜືອ 4 ຕາແສງ,​ ເມືອງບູນໃຕ້​ຕາແສງ ​ແລະ ເມືອງຍອດອູມີ 5 ຕາແສງ ແລະ ເຜີຍແຜ່ນິຕິກຳອື່ນໆທີ່ພົວພັນເຖິງການສ້າງຕັ້ງຕາແສງອີກຈໍານວນໜຶ່ງ.
     ທັງນີ້ກໍ່ເພື່ອ ແນໃສ່ເຮັດໃຫ້ພະນັດງານນຳພາ,​ສະມາຊິກພັກ, ພະນັກງານພາຍໃນ ແຂວງ​ ມີຄວາມຮັບຮູ້ ແລະ ເຂົ້າໃຈ ຢ່າງຖືກຕ້ອງ, ກຳແໜ້ນ ແລະ ເປັນເອກະພາບ ຕໍ່ເນື້ອໃນທີ່ນຳມາເຜີຍແຜ່ໃນຄັ້ງນີ້, ເສີມຂະຫຍາຍດ້ານດີ, ປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດວຽກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສຳເລັດ, ມີປະສິດທິພາບ ແລະ ປະສິດທິຜົນຢ່າງແທ້ຈິງ ແລະ ເພື່ອເຮັດໃຫ້ການສ້າງຕັ້ງຕາແສງຢູ່ແຂວງຜົ້ງສາລີມີຄວາມເປັນເອກະພາບກັນ ແລະ ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.
ຂ່າວ: ສົມຄິດ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet