ແຂວງຜົ້ງສາລີ ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງ ສະໄໝທີ XII ຮອບທີ I ຈຸດເມືອງບຸນເໜືອ

ແຂວງຜົ້ງສາລີ

ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງ ສະໄໝທີ XII ຮອບທີ I ຈຸດເມືອງບຸນເໜືອ

     ຕອນເຊົ້າວັນທີ 25 ສິງຫາ 2025 ນີ້ ທີ່ສະໂມສອນໃຫຍ່ເມືອງບຸນເໜືອ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຮອບທີ I ຈຸດເມືອງບຸນເໜືອ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ປະທານ ສະພາປະຊາຊົນແຂວງ; ເຂົ້າຮ່ວມມີສະຫາຍ ສົມພາບ ດາລາຈັກ ກຳມະການພັກແຂວງ, ເລຂາພັກເມືອງບຸນເໜືອ, ມີບັນດາສະຫາຍຄະນະກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ມີອະນຸກຳມະການບຸກຄະລາກອນຂັ້ນສູນກາງ, ຂັ້ນແຂວງ, ສອງກອງບັນຊາການ ປກຊ-ປກສ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ຄະນະພັກ ຮາກຖານ-ໜ່ວຍພັກອ້ອມຂ້າງເທສະບານເມືອງເຂົ້າຮ່ວມ.

      ທີ່ກອງປະຊຸມ ສະຫາຍ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນ, ສະຫາຍ ສົມພາບ ດາລາຈັກ ກຳມະການພັກແຂວງ ເລຂາພັກເມືອງ-ເມືອງ ບຸນເໜືອ ໄດ້ຂື້ນ ຜ່ານຄໍາແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ ລົງວັນທີ16ສິງຫາ2023, ວ່າດ້ວຍການປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ພ້ອມນີ້, ສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຂຶ້ນເຜີຍແຜ່ເຊື່ອມຊືມເອກະສານ 2 ບົດຄື: ຄວາມເຂົ້າໃຈກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເດັດດ່ຽວແກ້ໄຂປາກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ. ຫຼັງຈາກນັ້ນ, ປະທານກອງປະຊຸມ ຜ່ານຮ່າງສະຫຼູບຜົນງານ 5 ປີ ຂອງຄະນະບໍລິຫານງານພັກແຂວງ ເຊີງສະຫາຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ.

     ຈາກນັ້ນ, ຕາງໜ້າອະນຸກຳມະການບຸກຄະລາກອນຂັ້ນແຂວງ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂ ຂອງຜູ້ອອກສະໝັກເຂົ້າ ໂຄງປະກອບຄະ ນະບໍລິຫານງານພັກແຂວງຜົ້ງສາລີ ຊຸດທີ XII ໂດຍເນັ້ນໜັກໃຫ້ຜູ້ມີສິດເລືອກຕັ້ງ ຕ້ອງແນໃສ່ມາດຖານ ແລະ ເງື່ອນໄຂ ເປັນບ່ອນອີງ, ຊຶ່ງຜູ້ລົງສະໝັກຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຕ້ອງເປັນບຸກຄົນທີ່ມີ ດ້ານຄຸນທາດການເມືອງ, ຄຸນສົມບັດສີນທໍາປະຕິວັດ ແລະ ແບບແຜນການດໍາລົງຊີວິດຈະແຈ້ງ, ຊື່ສັດ, ໂປ່ງໃສ, ມີຄວາມຮູ້-ຄວາມສາມາດ, ມີແບບແຜນການນໍາພາ ແລະ ວິທີເຮັດວຽກ, ມີສຸຂະ ພາບແຂງແຮງດີ, ເພດ, ເຜົ່າ, ໄວ ແລະ ມີຄວາມຮູ້ດ້ານໄອທີ ຫຼື ພາສາຕ່າງປະເທດ ຍິ່ງເປັນການດີ; ຫຼີກລຽງບັນຫາ ຈຸ້ມເຈື້ອ, ເຊື້ອສາຍ, ຕ້ອງເລືອກເຟັ້ນຢ່າງພາວະວິໄສ, ບໍ່ສວຍໃຊ້ໂອກາດນີ້ ໂຄ່ນລົ້ມໂຈມຕີ ແລະ ປະກົດການຫຍໍ້້ທໍ້ອື່ນໆ, ຮັບປະກັນການປ່ອນບັດທາມທາມໃຫ້ມີຄວາມໂປ່ງໃສ, ຖືກຕ້ອງ ແລະ ຊັດເຈນທີ່ສຸດ.

ຕອນທ້າຍກອງປະຊຸມ ໄດ້ດຳເນີນປ່ອນບັດທາບທາມບຸກຄະລາກອນ ຜູ້ລົງສະໝັກຮັບຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XII ຮອບທີ I ຈຸດເມືອງບຸນເໜືອ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet