ແຂວງຜົ້ງສາລີ ປາຖະກະຖາວັນສຳຄັນຂອງພັກ, ຂອງຊາດ ແລະ ເພື່ອນມິດສາກົນ ປະຈຳເດືອນ ຕຸລາ 2025
ໃນຕອນເຊົ້າຂອງວັນທີ 10 ຕຸລາ 2025 ນີ້ທີ່ຫ້ອງປະຊຸມຊັ້ນ 5 ສຳນັກງານປົກຄອງແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາວັນປະກາດເອກະລາດຂອງລາວ, ວັນສ້າງຕັ້ງການທູດລາວ ແລະ ວັນຊາດ ສປ ຈີນ ໂດຍການເປັນປະທານຂອງ ທ່ານ ບຸນທະວີ ສໍສຸກັນ ຮອງເລຂາພັກແຂວງ, ເຂົ້າຮ່ວມມີທ່ານ ນາງ ພອນສະຫວັນ ສັກຕິຄຸນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຄະນະພະແນກ, ອົງການ, ໂຮງໜໍ, ໂຮງຮຽນ, ລັດວິສາຫະກິດ, ບໍລິສັດອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.
ໃນພິທີທ່ານ ບຸນທະວີ ສໍສຸກັນ ຮອງເລຂາພັກແຂວງ ໄດ້ປາຖະກະຖາເລົ່າຄືນປະຫວັດວັນການທູດລາວຄົບຮອບ 80 ປີ (12 ຕຸລາ 1945 – 12 ຕຸລາ 2025) ຊຶ່ງກ່ອນປົດປ່ອຍ ໃນໄລຍະຕໍ່ຕ້ານການຄອບຄອງຂອງຝຣັ່ງ ການທູດບໍ່ພຽງແຕ່ເປັນເຄື່ອງມືການຕໍ່ສູ້ທາງດ້ານສັງຄົມ ເພື່ອສ້າງຄວາມສາມັກຄີປອງດອງພາຍໃນຊາດ, ຕໍ່ສູ້ກູ້ຊາດຕ້ານການຮຸກຮານແຊກແຊງຈາກພາຍນອກເທົ່ານັ້ນ ແຕ່ຍັງເປັນເຄື່ອງມືຕໍ່ສູ້ໃນເວທີສາກົນ ຂະຫຍາຍການພົວພັນກັບໂລກພາຍນອກ ແລະ ສະແຫວງຫາການສະໜັບສະໜູນຂອງເພື່ອນມິດສາກົນ. ການທູດລາວ ຍັງໄດ້ກາຍເປັນຍຸດໂທບາຍ ແລະ ຍຸດ ທະສາດອັນສໍາຄັນໃນການຕໍ່ສູ້ ໂດຍຜ່ານການວາງນະໂຍບາຍການຕ່າງປະເທດ ທີ່ມີຄວາມແທດເໝາະກັບສະພາບການຂອງໂລກ ຈົນສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ໄດ້ຮັບການຍອມຮັບຈາກສາກົນໃນທຸກບັ້ນຮົບ, ໂດຍສະເພາະການບັງຄັບໃຫ້ຜູ້ຮຸກຮານຫັນໜ້າເຂົ້າສູ່ໂຕະເຈລະຈາ ແລະ ລົງ ນາມໃນສັນຍາເຊີແນວ ປີ 1954 ຈຶ່ງເຫັນດີໃຫ້ຝຣັ່ງ ຖອນທະຫານອອກສາມປະເທດອິນດູຈີນ ແລະ ໃຫ້ການຮັບຮູ້, ປ່ຽນຖານະເອີ້ນວ່າ ຄະນະຝ່າຍປະເທດລາວ ເພື່ອໃຫ້ສາກົນເຫັນໄດ້ວ່າ ຝ່າຍປະເທດລາວ ແມ່ນກຳລັງທາງການເມືອງທີ່ຖືກຕ້ອງຕາມກົດໝາຍ ແລະ ໄດ້ຖືກຮັບຮູ້ຈາກສາກົນ ພ້ອມທັງສືບຕໍ່ພັດທະນາດ້ານການທູດລາວ. ມາຮອດ ປະຈຸບັນ ສປປ ລາວມີສາຍພົວພັນການທູດກັບ 151 ປະເທດ, ມີສຳນັກງານຜູ້ຕາງໜ້າການທູດຢູ່ຕ່າງປະເທດ 41ແຫ່ງ.
ຈາກນັ້ນ, ທ່ານ ນາງ ພອນສະຫວັນ ສັກຕິຄຸນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ປາຖະກະຖາວັນປະກາດເອກະ ລາດຄົບຮອບ 80 ປີ (12 ຕຸລາ 1945 – 12 ຕຸລາ 2025) ຊຶ່ງກ່ອນໜ້ານີ້ 80 ປີ, ຄືວັນທີ 12 ຕຸລາ 1945 ໄດ້ມີການໂຮມຊຸມນຸມໃຫຍ່ ຢູ່ວຽງຈັນ ເພື່ອປະກາດ ຄວາມເປັນເອກະລາດຂອງຊາດລາວເຮົາເປັນຄັ້ງທໍາອິດ ຈາກແອກປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ພວກຮຸກຮານຕ່າງຊາດ ເປັນເຫດການໜຶ່ງທີ່ມີຄວາມໝາຍສຳຄັນໃນປະຫວັດສາດ ເປັນຂີດໝາຍແຫ່ງໄຊຊະນະ ຂອງການຕໍ່ສູ້ອັນພິລະອາດຫານ, ພາຍໃຕ້ການນໍາພາຂອງພັກ ປະຊາຊົນປະຕິວັດລາວ ລັດຖະບານລາວອິດສະຫຼະ ໄດ້ເປັນຕົວແທນໃຫ້ແກ່ວົງຄະນະຍາດແຫ່ງຊາດ ປະກາດຄວາມເປັນເອກະລາດຂອງປະເທດລາວ ຕໍ່ໂລກຢ່າງເປັນທາງການ, ປະກາດໂຮມແຜ່ນດິນລາວເປັນເອກະພາບ, ພ້ອມກັນນັ້ນ ກໍໄດ້ອອກຖະແຫຼງການ ກ່ຽວກັບການປ່ຽນແປງການປົກຄອງ, ປະກາດໃຊ້ລັດຖະທຳມະນູນສະບັບທຳອິດ, ປະກາດໃຊ້ທຸງຊາດ, ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ ເຮັດໃຫ້ຊາວໂລກໄດ້ຮັບຮູ້ ກ່ຽວກັບຄວາມເປັນຊາດລາວ, ຮັບຮູ້ອະທິປະໄຕ ແລະ ເຂດນໍ້າແດນດິນຂອງລາວ, ຮັບຮູ້ວ່າຊາດລາວ-ຄົນລາວ ກໍເປັນຄົນທີ່ມີກຽດສັກສີເໝືອນຄົນຊາດອື່ນໆ
ພ້ອມນີ້ທ່ານ ນາງ ວັນເຮືອງ ສໍດາລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນປາຖະກະຖາວັນຊາດ ສປ ຈີນ ຄົບຮອບ 76 ປີ ( 1 ຕຸລາ 1949 -1 ຕຸລາ 2025) ຊຶ່ງຕະຫຼອດໄລຍະ 76 ປີ ທີ່ຜ່ານມາພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ປະດິດສ້າງຂອງພັກກອມມູນິດຈີນ, ສາທາ ລະນະລັດ ປະຊາຊົນຈີນ ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ກ້າວກະໂດດ, ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ໝັ້ນທ່ຽງ, ນັບມື້ນັບກ້າວສູ່ຄວາມທັນສະໄໝ, ສັງຄົມມີຄວາມກົມກຽວປອງດອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ບົດບາດ ແລະ ອິດທິພົນ ຂອງ ສປ ຈີນ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ກາຍເປັນເສົາຄໍ້າໃຫ້ສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ການພັດທະນາໃນໂລກ, ຊຶ່ງບັນດາຜົນສຳເລັດດັ່ງກ່າວ ໄດ້ເປັນສິ່ງປຸກລະດົມກໍາລັງໃຈອັນແຮງກ້າ ແລະ ເປັນບົດຮຽນອັນໃຫຍ່ຫຼວງ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນໃນປັດຈຸບັນ.
ຂ່າວ: ສົມຄິດ