
ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ແລະ ວັນຊາດກູບາ
ໃນຕອນເຊົ້າວັນທີ 15 ມັງກອນ 2026 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ5ສຳນັກງານປົກຄອງແຂວງຜົ້ງສາລີ ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວວັນທີ 20/1/1949-20/1/2026 ຄົບຮອບ 77 ປີ. ວັນຊາດສາທະລະນະລັດກູບາ 1/1/1959-1/1/ 2026 ຄົບຮອບ 67 ປີ. ພາຍໃຕ້ການເປັນປະທານ ແລະປາຖະກະຖາ ຂອງສະຫາຍ ພົຈວ ຄຳຈັນ ແສງລາວົງ, ກຳມະການປະຈຳພັກແຂວງ, ຫົວໜ້າກອງບັນຊາການ ປກສແຂວງ, ມີທ່ານ ພອນປະດິດ ທິບມະນີວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາ-ອົບຮົມແຂວງ, ເຂົ້າຮ່ວມມີບັນດາທ່ານຄະນະພະແນກ-ອົງການ, ພະນັກງານອ້ອມຂ້າງແຂວງ.

ໃນພິທີ ສະຫາຍ ພຈວ ຄຳຈັນ ແສງລາວົງ, ກຳມະການປະຈຳພັກແຂວງ, ຫົວໜ້າກອງບັນຊາການ ປກສແຂວງ ໄດ້ເລົ່າເຖິງ ປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ ເຊິ່ງທ່ານໄດ້ ຍົກໃຫ້ເຫັນ ເຖິງການກໍາເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງກອງທັບປະຊາຊົນ ລາວ,ເຊິ່ງກອງທັບປະຊາຊົນ ລາວແມ່ນເລີ່ມຈາກກອງກໍາລັງປະກອບອາວຸດຂອງປະຊາຊົນບັນດາເຜົ່າ, ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ທີ່ ໄດ້ນໍາພາປວງຊົນລາວລຸກຮື້ຂື້ນຕໍ່ສູ້ ຢຶດອໍານາດໃນທົ່ວປະເທດໃນເດືອນສິງຫາປີ 1945 ແລະ ປະກາດເອກະລາດໃນວັນທີ 12 ຕຸລາ 1945 ແລະ ປີ 1946 ພວກລ່າເມືອງຂື້ນຝຣັ່ງກັບມາຮຸກຮານລາວເປັນຄັ້ງທີ 2, ສະນັ້ນມາຮອດວັນທີ 20/1/1949 ກອງທັບລາວອິດສະຫຼະຈິ່ງໄດ້ຮັບການສ້າງຕັ້ງຂື້ນຢ່າງເປັນທາງການຢູ່ເຂດລາວຮຸງ ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານໄກສອນ ພົມວິຫານ ເປັນຜູ້ບັນຊາໂດຍກົງ, ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ທີ່ມີແນວທາງການເມືອງ ແລະ ການທະຫານອັນຖືກຕ້ອງ ແລະ ປະດິດສ້າງ, ກອງທັບປະຊາຊົນລາວຈິ່ງໄດ້ເຕີບໃຫ່ຍເຂັ້ມແຂງ ແລະ ກ້າວຂື້ນຍາດເອົາໄຊຊະນະຢ່າງເນື່ອງນິດລຽນຕິດ ຍິ່ງຕີຍິ່ງເຕີບໃຫ່ຍ ເຂັ້ມແຂງ.ກອງທັບປະຊາຊົນ ລາວ ແມ່ນກອງທັບຂອງປະຊາຊົນ ທີ່ປົດປ່ອຍປະຊາຊົນອອກຈາກການກົດຂີ່ຂູດຮີດຂອງສັກດີນາ ແລະ ຕ່າງຊາດ, ມີນໍ້າໃຈຕໍ່ສູ້ພິລະອາດຫານ, ມີຄວາມດຸໝັ່ນຂະຫຍັນພຽນ ມີຄວາມສາມັກຄີກັບປະຊາຊົນບັນດາເຜົ່າ, ກອງທັບເຮົາ ເວລາໃດກໍ່ຮັກສາມູນເຊື້ອອັນດີງານ, ມີປະຊາທິປະປະໄຕ, ມີລະບຽບວິໃນ ແລະ ທາດແທ້ ມູນເຊື້ອອັນສະຫງ່າອົງອາດກ້າຫານ, ເວລາໃດພັກ-ລັດເຮົາກໍ່ໄດ້ເອົາໃຈໃສ່ ເສີມຂະຫຍາຍມູນເຊື້ອກອງທັບປະຊາຊົນລາວ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພ້ອມນີ້, ກໍ່ຍັງໄດ້ເລົ່າເຖິງ ປະຫວັດຄວາມເປັນມາ, ມູນເຊື້ອຂອງສາທາລະນະລັດກູບາ, ຜົນສໍາເລັດໃນການພັດທະນາປະເທດຊາດຕາມທິດສັງຄົມນິຍົມຂອງກູບາ ລວມເຖິງການພົວພັນຮ່ວມມືລະຫວ່າງລາວ-ກູບາຕື່ມອີກ.
ຂ່າວ:ສົມຄິດ