Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

ແຂວງຜົ້ງສາລີ ສະຫຼຸບຖອດຖອນບົດຮຽນ ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ Xll ຂອງອົງຄະນະພັກແຂວງ -

ແຂວງຜົ້ງສາລີ ສະຫຼຸບຖອດຖອນບົດຮຽນ ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ Xll ຂອງອົງຄະນະພັກແຂວງ

ແຂວງຜົ້ງສາລີ ສະຫຼຸບຖອດຖອນບົດຮຽນ ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ Xll ຂອງອົງຄະນະພັກແຂວງ

     ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ Xll ຂອງອົງຄະນະພັກແຂວງຜົ້ງສາລີ​ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ພະຈິກ 2025 ທີ່ຫ້ອງປະຊຸມຊັ້ນ 5 ສຳນັກງານປົກຄອງແຂວງ​ ໂດຍການເປັນປະທານຂອງ ສະຫາຍ ພົຕ ສົມພອນ ມິດຕະພອນ ເລຂາຄະນະບໍລິຫານການພັກແຂວງ,​ ເຂົ້າຮ່ວມມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ມີບັນດາຕາງໜ້າອະນຸກຳມະການໃນ 6 ອະນຸກຳມະການ ໃນແຕ່ລະຂົງເຂດວຽກງານເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ນາງ ຈັນມະນີ ນະຄອນສຸກ ຮອງຫົວໜ້າຫ້ອງວ່າການແຂວງ​ ໄດ້ສະເໜີຈຸດປະສົງ. ຈາກນັ້ນ,​ ປະທານກອງປະຊຸມໄດ້ມີຄຳເຫັນກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ທີ່ປະຊຸມ ຍັງໄດ້ຮັບຟັງຮ່າງບົດສະຫຼຸບຕີລາຄາການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ສະໄໝທີ Xll ຂອງອົງຄະນະພັກແຂວງຜົ້ງສາລີ ຊຶ່ງໄດ້ຍົກໃຫ້ເຫັນບັນດາຜົນງານດ້ານດີ, ດ້ານອ່ອນ,​ ຂໍ້ຄົງຄ້າງ, ບົດຮຽນທີຖອດຖອນໄດ້; ພ້ອມທັງຮັບຟັງບົດລາຍງານຈາກອະນຸກຳມະການເສດຖະກິດ.
ພ້ອມນີ້ປະທານກອງປະຊຸມ ຍັງໄດ້ມີຄຳຖາມເຈາະຈີ້ມຕໍ່ກອງປະຊຸມ ເພື່ອເປັນການຊີ້ທິດໃນການປະກອບຄຳຄິດຄຳເຫັນຕໍ່ຜູ້ເຂົ້າຮ່ວມກອງປະຊຸມ.
     ຈາກນັ້ນ,​ ບັນດາ ສະຫາຍທີ່ຕາງໜ້າອະນຸກຳມະການແຕ່ລະພາກສ່ວນ ກໍ່ໄດ້ພັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ທັງນີ້ກໍເພື່ອຖອດຖອນບົດຮຽນນຳກັນ ແລະ​ ເຮັດໃຫ້ການຈັດຕັ້ງວຽກງານໃນຕໍ່ໜ້າໃຫ້ມີຄຸນນະພາບດີ ເເລະ ມີປະສິດທິພາບສູງຍິ່ງຂຶ້ນ.
ຂ່າວ: ຍີນໄຊ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet