ແຂວງຜົ້ງສາລີ
ຫວນຄືນມູນເຊື້ອວັນເກີດປະທານສຸພານຸວົງ ຄົບຮອບ 116 ປີ ແລະ ວັນເຊັນສັນຍາ
ມິດຕະພາບ – ການຮ່ວມມື ແລະ ວັນສ້າງຕັ້ງສາຍ ພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 48 ປີ ແລະ 63 ປີ
ໃນຕອນເຊົ້າ ຂອງວັນທີ 15 ກໍລະກົດ 2025 ທີ່ຫ້ອງປະຊຸມຊັ້ນ 5 ຕຶກ ອົງການປົກຄອງແຂວງ,ຄະນະໂຄສະນາອົບຮົມແຂວງຜົ້ງສາລີ, ໄດ້ຈັດພິທີ ປາຖະກະຖາຫວນຄືນມູນເຊື້ອ ວັນເກີດປະທານສຸພານຸວົງ ຄົບຮອບ 116 ປີ ( 13.7.1909-13.7.2025) ແລະ ວັນເຊັນສັນຍາມິດຕະພາບ – ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການ ທູດ ລາວ – ຫວຽດນາມ ຄົບຮອບ 48 ປີ (18.7. 1977-18.7. 2025). ແລະ 63 ປີ.
ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາ ຫົວໜ້າ-ຮອງຫົວໜ້າ ພະແນກການ, ສະພາປະຊາຊົນ ແຂວງ, ອົງການໄອຍະການປະຊາຊົນ- ສານປະຊາຊົນ, ອົງການແນວລາວສ້າງຊາດ, ອົງການການເມືອງ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ກອງບັນຊາການທະຫານ-ຕຳຫຼວດແຂວງ, ອົງການທຽບເທົ່າ, ໂຮງຮຽນ, ໂຮງໝໍ ແລະ ລັດວິສາຫະກິດສາຂາແຂວງອ້ອມຂ້າງ ແຂວງເຂົ້າຮ່ວມຮັບຟ້ງ.
ໃນພິທີສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ຫວນຄືນມູນເຊື້ອ ວັນເກີດປະທານສຸພານຸ ວົງ ຄົບຮອບ 116 ປີ ປະທານ ສຸພານຸວົງ ເກີດເມື່ອວັນທີ 13.07.1909 ທີ່ຫຼວງພະບາງ ໃນຄອບຄົວເຊື້ອເຈົ້າ, ເປັນໂອຣົດ ຂອງເຈົ້າມະຫາອຸປະຣາດບຸນຄົງ ແລະ ຫມ່ອມຄໍາອ້ວນ ມີເອື້ອຍ 2 ຄົນ, ເຈົ້າຍິງ ທະວີວັນ ແລະ ເຈົ້າຍິງ ຈີນຕາ ຣັດສະໝີ, ມີອ້າຍຕ່າງມານດາ 2 ຄົນ ເຈົ້າເພັດສະຣາດ ແລະ ເຈົ້າສຸວັນ ນະພູມມາ ອາຍຸໄດ້ 7 ປີ ທ່ານ ໄດ້ເຂົ້າຮຽນຢູ່ໂຮງຮຽນປະຖົມສຶກສາ ທີຫຼວງພະບາງ, ເພິ່ນເປັນນັກຮຽນທີຂະຫຍັນໝັ່ນພຽນ ແລະ ມີພອນສະຫວັນໃນຫຼາຍດ້ານ,ຮຽນເກັ່ງ ແລະສອບເສັງໄດ້ຄະແນນດີເລີດມາຕະຫຼອດ ຈົນຈົບຊັ້ນປະຖົມສົມບູນ.
ກາງປີ 1920 ທ່ານໄດ້ເດີນທາງໄປຮຽນຕໍ່ມັດທະຍົມ ອານແບກຊາໂຣ ທີ່ຮາໂນ້ຍ ປະເທດຫວຽດນາມ ຢູ່ທີ່ນັ້ນ ເພິ່ນໄດ້ຕັ້ງໃຈຮຽນທັງວິຊາທຳມະຊາດ ແລະ ສັງຄົມ, ຮຽນພາສາຕ່າງປະເທດຫຼາຍພາສາ, ຮຽນທາງດ້ານສີລະປະ ແລະ ວັນນະຄະດີ, ທັງຫຼິ້ນກິລາ ແລະ ດົນຕີ; ເພິ່ນມີພອນສະຫວັນ ໃນດ້ານການແຕ້ມຮູບ ແລະ ຂຽນບົດກະວີ. ເພິ່ນໄດ້ຮຽນຈົບຂະແໜງວິຊາວິທະຍາສາດ ແລະ ອັກສອນສາດ ດ້ວຍຄະແນນດີເລີດ ຖືກຄັດເລືອກເປັນນັກຮຽນດີເດັ່ນຂອງໂຮງຮຽນໂປຣເຕັກໂຕຣາ ແຫ່ງແຄ້ວນອິນດູຈີນ ແລະ ປີ 1931 ທ່ານ ໄດ້ໄປສຶກ ສາຕໍ່ຢູ່ທີ່ປະເທດຝຣັ່ງ, ຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດ, ສາຂາວິຊາ ວິສະວະກອນພົນລະເຮືອນ ຢູ່ນະຄອນປາຣີ ເວລາຮຽນຢູ່ປະເທດຝຣັ່ງ, ປະທານສຸພາ ນຸວົງ ບໍພຽງແຕ່ມີຄວາມມຸ່ງໝັ້ນໃນການຮຽນເທົ່ານັ້ນ,ເພິ່ນຍັງດຸໝັ່ນໃນການລົງຝຶກຫັດ-ປະຕິບັດຕົວຈິງ,ເພິ່ນໄປຫຼາຍປະເທດໃນທະວີບເອີລົບ ທັງເບື້ອງຕາເວັນອອກ ແລະຕາເວັນຕົກ ແລະ ໄດ້ໄປຫຼາຍປະເທດ ໃນທະວີບອາຟຣິກກາ ເພື່ອສໍາຜັດກັບຄວາມເປັນຈິງ ແລະ ຊອກຮູ້ປະສົບການໃນດ້ານຕ່າງໆ ໃນການຄົ້ນຄວ້າຮຳຮຽນ ທັງມີຄວາມເປັນເຈົ້າການປະດິດສ້າງຮຽນຮູ້ດ້ວຍຕົນເອງເພີ່ນດຳລົງຊິວີດແບບງ່າຍດ່າຍ,ບໍ່ຟຸ່ມເຟືອຍ,ທ່ານມີພອນສະຫັວນ ໃນນການຮຽນຮູ້ພາສາຂອງຊາດຕ່າງໆ ເພິ່ນສາມາດເວົ້າໄດ້ເຖິງ 10 ພາສາທີ່ໃຊ້ຫຼາຍໃນສາກົນ ແລະ ວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ເປີດຂື້ນ ຊຶ່ງໄດ້ຕົກລົງ ສ້າງຕັ້ງແນວໂຮມເອກະພາບແຫ່ງຊາດຂື້ນ ຢ່າງເປັນທາງການໂດຍໃສ່ຊື່ວ່າ ແນວລາວອິດສະຫຼະ ແລະ ໄດ້ສ້າງຕັ້ງລັດຖະບານລາວຕໍ່ຕ້ານປະກອບດ້ວຍ 5 ທ່ານ ໂດຍແມ່ນ ປະທານ ສຸພານຸວົງ ເປັນປະທານ ແນວລາວອິດສະຫຼະ ທັງເປັນລັດຖະມະຫາເສນາ ( ນາຍົກລັດຖະມົນຕີ) ຂອງລັດຖະບານລາວຕໍ່ຕ້ານ. ກອງປະຊຸມໄດ້ກຳນົດ ແລະ ໄດ້ວາງໂຄງການ-ການເມືອງ 12 ຂໍ້ຊຶ່ງເປັນແນວທາງນະໂຍບາຍ ເພື່ອເຕົ້າໂຮມປະຊາຊົນທຸກເຜົ່າ, ທຸກຊັ້ນຄົນໃນລາວລຸກຂຶ້ນຕໍ່ສູ້ປົດປ່ອຍຊາດ.
ຈາກນັ້ນ ສະຫາຍ ນ. ວັນເຮືອງ ສໍດາລາ ຄະນະພັກ ຮອງຫົວໜ້າຄະນະໂຄສະນາ ອົບຮົບແຂວງເຜີ່ຍແຜ່ ເອກະສານ ວັນເຊັນສົນທິສັນຍາມິດຕະພາບ – ການຮ່ວມມື 18.07.1977 – 18.07.2025 ຄົບຮອບ 48 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ- ຫວຽດນາມ 05.09.1962-05.09.2025 ຄົບຮອບ 63 ປີ ແລະ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ – ຫວຽດນາມ, ຫວຽດນາມ-ລາວ ເປັນປະເທດບ້ານໃກ້ເຮືອນຄຽງ, ມີຊາຍແດນຮ່ວມກັນຍາວກວ່າ 2,000 ກິໂລແມັດ
ພ້ອມກັນອີງຫຼັງໃສ່ສາຍພູຫຼວງ, ພ້ອມກັນຮ່ວມຊົມໃຊ້ແມ່ນໍ້າລຳເຊ, ພູຜາປ່າດົງ, ດີນດອນຕອນຫຍ້າ ເພື່ອດໍາລົງຊີວິດ ແລະ ດໍາເນີນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ປະຊາຊົນ 2 ຊາດ ລາວ-ຫວຽດນາມ ມີມູນເຊື້ອໄປມາຫາສູ່ແລກປ່ຽນສິນຄ້າ, ແລກປ່ຽນວັດທະນະທໍານໍາກັນ, ຢູ່ຫຼາຍທ້ອງຖິ່ນກໍ່ມີບ້ານ, ຫຼາຍຄອບຄົວເປັນແກ່ວເປັນດອງກັນ, ມີອຸດົມຄະຕິ ແລະຄວາມມຸ່ງມາດປາຖະໜາອັນດຽວກັນຄື: ຢາກມີຄວາມເປັນເອກະລາດ, ສັນຕິພາບ ແລະ ຮັ່ງມີຜາສຸກ, ປະຊາຊົນ 2 ຊາດ ມີມູນເຊື້ອສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນເປັນພັນໆປີ ໃນການກໍຕັ້ງ ແລະ ປົກປັກຮັກສາປະເທດຊາດ ຂອງໃຜລາວ, ພິເສດແມ່ນໄລຍະດຳເນີນການຕໍ່ສູ້ປະຕິວັດເປັນເວລາເຄິ່ງສັດຕະວັດ ພາຍໃຕ້ການນໍາພາ ຂອງພັກກອມມູນິດອິນດູຈີນ, ຕໍ່ມາແມ່ນພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ, ຄວາມຜູກພັນ, ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ເປັນມູນເຊື້ອອັນດີງາມ ມາແຕ່ດົນນານນັ້ນ ໄດ້ເພີ່ມຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ກາຍເປັນຄວາມສາມັກຄີພິເສດ ການພົວພັນຮອບດ້ານ ຂອງ 2 ຊາດ ລາວ- ຫວຽດນາມໂດຍ ທ່ານ ປະທານ ໂຮ່ຈີ່ມິນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ລິເລີ່ມຈາກນັ້ນມາ ການນໍາພາແຕ່ລະຮຸ່ນ, ຂອງສອງພັກ, ສອງລັດ ແລະ ປະຊາຊົນ ຕ່າງກໍ່ໄດ້ເອົາໃຈໃສ່ປັບປຸງເສີມຂະຫຍາຍ ສອງປະເທດ ໃຫ້ກາຍເປັນການພົວພັນສາມັກຄີ ອັນບໍລິສຸດຜຸດຜ່ອງທີ່ຫາຍາກໃນການພົວພັນສາກົນ ແລະ ກາຍເປັນມໍລະດົກອັນລໍ້າຄ່າ ຂອງ 2 ຊາດ ລາວ – ຫວຽດ ນາມ, ໃນການພົວພັນດັ່ງກ່າວໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ.
(ພາບ-ຂ່າວ: ແກ້ວສະຫ່ວາງ ໄຊຍະເງີນ).