Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ແຂວງຜົ້ງສາລີ ໂຮມຊຸມນຸມສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ -

ແຂວງຜົ້ງສາລີ ໂຮມຊຸມນຸມສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

ແຂວງຜົ້ງສາລີ ໂຮມຊຸມນຸມສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

     ຕອນເຊົ້າຂອງວັນທີ 16 ມັງກອນ 2026 ນີ້. ຄະນະກວດກາພັກ-ລັດ ແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີ ໂຮມຊຸມນຸມສະ ເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (09 ທັນວາ 2003-09 ທັນວາ 2025 ພາຍໃຕ້ຄໍາຂວັນ: “ຮ່ວມແຮງຮ່ວມໃຈກັບໄວໜຸ່ມຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອານາຄົດອັນສົດໃສ” ຂຶ້ນນະທີ່ສະໂມສອນໃຫຍ່ແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ, ເລຂາພັກແຂວງຜົ້ງສາລີ, ເຂົ້າຮ່ວມມີທ່ານ ປອ ວັນໄຊ ສຸກສັນ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກ-ລັດແຂວງ, ມີຄະນະກໍາມະການປົກຄອງແຂວງ, ຫົວໜ້າພະແນກການ,ອົງການ, ຕະຫຼອດຮອດພະນັກງານອ້ອມຂ້າງແຂວງເຂົ້າຮ່ວມ.
     ທ່ານ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ,ເລຂາພັກແຂວງຜົ້ງສາລີໄດ້ກ່າວເປີດພິທີ. ເຊິ່ງທ່ານໄດ້ກ່າວວ່າ: ການສໍ້ລາດບັງຫຼວງ ແມ່ນອາຊະຍາກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງລັດ, ເອກະຊົນ ແລະ ສັງຄົມ, ເປັນໄພອັນຕະລາຍທີ່ສົ່ງຜົນກະທົບ, ສ້າງຄວາມເສຍຫາຍ ແລະ ກົດໜ່ວງຖ່ວງດຶງຢ່າງຮ້າຍແຮງຕໍ່ການພັດທະນາເສດ ຖະກິດ-ສັງຄົມ ຂອງປະເທດຕ່າງໆ ບໍ່ວ່າຈະແມ່ນປະເທດນ້ອຍ ຫຼື ໃຫຍ່, ປະເທດທຸກຍາກ ຫຼື ຮັ່ງມີ ກໍ່ລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ; ການສໍ້ລາດບັງຫຼວງຍັງເປັນໄພຂົ່ມຂູ່ ແລະ ບັນທອນຕໍ່ສະຖຽນລະພາບທາງການເມືອງ, ປະສິດທິພາບໃນການເຄື່ອນໄຫວ, ຄວາມເຊື່ອໝັ້ນຂອງສັງຄົມຕໍ່ອົງການອຳນາດລັດ ກໍ່ຄືການຈັດຕັ້ງທຸກຂັ້ນຂອງລັດ, ພາໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ສະເໝີພາບ ແລະ ຄວາມບໍ່ຍຸຕິທໍາ ໃນສັງຄົມ. ສຳລັບ ສປປ ລາວ, ໂດຍເຫັນໄດ້ຜົນສະທ້ອນອັນໃຫຍ່ຫຼວງ ແລະ ໄພອັນຕະລາຍທີ່ຮ້າຍແຮງຂອງການສໍ້ລາດບັງຫຼວງຄືດັ່ງກ່າວ, ສູນກາງພັກ, ສະພາແຫ່ງຊາດ ແລະ ລັດ ຖະບານແຫ່ງ ສປປ ລາວ ຍາມໃດກໍ່ຖືສໍາຄັນ ແລະ ເປັນໜ້າທີ່-ຄວາມຮັບຜິດຊອບ ຂອງຕົນ ພ້ອມທັງໄດ້ເອົາໃຈໃສ່ຢ່າງໃກ້ສິດ ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍຖືເອົາວຽກງານນີ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບ ໂດຍກົງຂອງພັກ-ລັດ ແລະ ການຈັດຕັ້ງທຸກຂັ້ນ; ໄດ້ມອບໃຫ້ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງສູນກາງ ກໍ່ຄື ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ ເປັນເສນາທິການໃຫ້ແກ່ພັກ-ລັດ ໃນການຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຕາມກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້ ພາຍໃຕ້ຄຳຂັວນ (“ຮ່ວມກັນຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອານາຄົດທີ່ສົດໃສ ແລະ ໂປ່ງໃສ”); ພ້ອມດຽວກັນນັ້ນກໍ່ໄດ້ສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມ ເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າໃນການຕ້ານການສໍ້ລາດບັງຫຼວງ; ດ້ວຍການໂຄສະນາ, ເຜີຍ ແຜ່ແນວທາງ ນະໂຍບາຍ, ມະຕິ, ຄຳສັ່ງ, ກົດໝາຍ ແລະ ຜົນຮ້າຍຂອງການສໍ້ລາດບັງຫຼວງ ເພື່ອປູກຈິດສຳນຶກ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ນັກຮຽນຮູ້ປັນຍາຊົນ, ນັກສືກສາ ໃຫ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ.
     ໃນພິທີທ່ານ ປອ ວັນໄຊ ສຸກສັນ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກ-ລັດແຂວງໄດ້ຜ່ານບົດລາຍ ງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານການສະກັດກັ້ນ ແລະ ຕ້ານການການສໍ້ລາດບັງຫຼວງໃນໄລຍະ5ປີຜ່ານມາຂອງແຂວງຜົ້ງສາລີ ເຊີງໄລຍະ 5 ປີຜ່ານມາໄດ້ຈັດຕັ້ງການເຜີຍແຜ່ນິຕິກຳກ່ຽວກັບການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງໄດ້12ຜົ້ງສາລຜູ້ເຂົ້າຮ່ວມ 2,125 ເທື່ອຄົນ, ທົ່ວແຂວງມີພະນັກງານແຈ້ງຊັບສິນ 2,116 ຄົນ, ດຳເນີນການສືບ ສວນ-ສອບສວນຄະດີທີກ່ຽວຂ້ອງກັບການສໍ້ລາດບັງຫຼວງ 2 ລາຍຄະດີ, ເປົ້າໝາຍພົວພັນ 5 ຄົນ, ພະນັກງານລັດ 2 ຄົນ, ພະນັກງານລັດວິສາຫະກິດ 3 ຄົນ, ສານຕັດສີ ແລ້ວ 4 ຄົນ, ພົບເຫັນເສຍຫາຍ 4,1ຕື້ກີບ, ເກັບກູ້ຄືນພື້ນຖານໄດ້ 838 ລ້ານກີບ, ອາຍັດຊັບເປັນທີ່ດີນ 3 ຕອນ.
     ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຜົນຮ້າຍ ແລະ ຄວາມອັນຕະລາຍຂອງການສໍ້ລາດບັງຫຼວງ ແລະຄວາມຮູ້ພື້ນຖານຂອງການຕ້ານການສໍ້ລາດບັງຫຼວງ, ພ້ອມທັງມີການຖາມ-ຕອບກ່ຽວກັບຜົນກະທົບຂອງການສໍ້ລາດບັງຫຼວງ ແລະແລກ ປ່ຽນບົດຮຽນກ່ຽວກັບການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງຕື່ມອິກ.
ຂ່າວ:ສົມຄິດ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet