
ໂຄງການ CCL ປະຈຳເມືອງຜົ້ງສາລີ ສົມທົບກັບອົງການປົກຄອງເມືອງ
ລົງມອບ-ຮັບ ໂທລະໂຄ່ງ ໃຫ້ 7 ບ້ານເປົ້າໝາຍ ຂອງເມືອງຜົ້ງສາລີ ເພື່ອຍົກສູງວຽກງານການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ
ລະຫວ່າງວັນທີ 12-14 ມີນາ 2026 ທາງໂຄງການ CCL ປະຈຳເມືອງຜົ້ງສາລີ ສົບທົບກັບອົງການການປົກຄອງເມືືອງ ໄດ້ລົງມອບ-ຮັບ ໂທລະໂຄ່ງ ໃຫ້ແກ່ 7 ບ້ານເປົ້າໝາຍ ຄື: ບ້ານ ຜົ້ງແຊັກ, ບ້ານ ຈ່າພູ, ບ້ານ ນໍ້າປຸງ, ບ້ານ ອຸດົມ, ບ້ານ ຫ້ວຍລູ ແລະ ບ້ານສາມາຄີໄຊ ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບູນສະຫວັນ ເສນຍະໄຊ ກໍາມະການພັກເມືອງ, ຫົວໜ້າຫ້ອງວ່າການເມືອງ, ທ່ານ ນາງ ບູນມີ ແກ້ວຫຼ້າ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ທ່ານ ຍົງທອງ ຕາງໜ້າຈາກໂຄງການ CCL ປະຈໍາເມືອງຜົ້ງສາລີ ເຂົ້່າຮ່ວມມີບັນດາອໍານາດການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນ 7 ບ້ານເຂົ້າຮ່ວມ.


ໃນພິທີໄດ້ກ່າວຈຸດປະສົງ ພ້ອມທັງຜ່ານຂໍ້ກຳນົດວ່າດ້ວຍການແບ່ງຂັ້ນຄູ້ມຄອງ ແລະ ນຳໃຊ້ໂທລະໂຄ່ງຂັ້ນບ້ານ ຈຸດປະສົງຂອງການມອບອຸປະກອນໃນຄັ້ງນີ້ ແມ່ນເພື່ອເປັນການປັບປຸງ ແລະ ຂະຫຍາຍຕາໜ່າງຂໍ້ມູນຂ່າວສານໃຫ້ເຂົ້າເຖິງຮາກຖານປະຊາຊົນຢ່າງທົ່ວເຖິງ, ໂດຍສະເພາະແມ່ນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍຄືແຈ້ງການຕ່າງໆ ຂອງເມືອງ ແລະ ແຂວງ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຊາບຢ່າງທັນການ. ອຸປະກອນທີ່ນຳມາມອບໃນຄັ້ງນີ້ປະກອບມີ: ຊຸດເຄື່ອງຂະຫຍາຍສຽງ (Amplifier), ດອກໂທລະໂຄ່ງ ພ້ອມອຸປະກອນຕິດຕັ້ງ, ໄມໂຄຣໂຟນ ແລະ ອຸປະກອນຮັບສັນຍານອື່ນໆ ທີ່ຈຳເປັນລວມມູນຄ່າ 100.450.000 ກີບ ຈາກນັ້ນກໍ່ໄດ້ມອບ-ຮັບ ຢ່າງເປັນທາງການ ໂດຍການກ່າວມອບຂອງໂຄງການ CCL ອົງການປົກຄອງເມືອງ ແລະ ກ່າວຮັບໂດຍອຳນາດການປົກຄອງ 7 ບ້ານເພື່ອເປັນຫຼັກຖານໃນການຄຸ້ມຄອງ ແລະ ນຳໃຊ້ ພ້ອມທັງຕິດຕັ້ງ ແລະ ທົດລອງໃຊ້ຢ່າງເປັນທາງການ ໃນພິທີປະທານຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານ ຈົ່ງພ້ອມກັນເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ອຸປະກອນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ, ໝັ່ນກວດເຊັກບຳລຸງຮັກສາ ເພື່ອໃຫ້ສາມາດນຳໃຊ້ໄດ້ຍາວນານ ແລະ ກາຍເປັນກະບອກສຽງທີ່ສຳຄັນໃນການສ້າງສາພັດທະນາບ້ານໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.