ໜ່ວຍພັກຄະນະໂຄສະນາອົບຮົມເມືອງຜົ້ງສາລີສໍາເລັດກອງປະຊຸມໃຫ່ຍຄັ້ງທີ IX ຂອງຕົນ

ໜ່ວຍພັກຄະນະໂຄສະນາອົບຮົມເມືອງຜົ້ງສາລີສໍາເລັດກອງປະຊຸມໃຫ່ຍຄັ້ງທີ IX ຂອງຕົນ

     ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 8 ສິງຫາ 2024 ນີ້ ຢູ່ຫ້ອງປະຊຸມຄະນະປະຈໍາພັກເມືອງ ໂດຍການເປັນປະທານຂອງ ສະຫາຍ ສຸລິວັນ ແສນສະຕິ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບູນເພັງ ສົມຈະເລີນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ການເມືອງແນວຄິດຂັ້ນເມືອງ, ທັງເປັນຫົວໜ້າປັບປຸງກົງຈັກຂັ້ນເມືອງ, ,uສະຫາຍ ນາງ ວອນມະນີ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ເຂົ້າຮ່ວມມີບັນດາອົງການພາຄີ, ແຂກຖືກເຊີນຈາກຄະນະຈັດຕັ້ງເມືອງ, ກວດກາເມືອງຕະຫຼອດສະາຊິກພາຍໃນໜ່ວຍເຂົ້າຮ່ວມ.

      ໃນກອງປະຊຸມ ສະຫາຍ ນາງ ບົວສີ ຮອງຫົວໜ້າໜ່ວຍງານກໍ່ສ້າງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງເລກທີ 108/ຄພມ ຜົ້ງສາລີ ວັນທີ 06 ສິງຫາ 2024 ວ່າດ້ວຍ ການອະນຸມັດໃຫ້ໜ່ວຍພັກຄະນະໂຄສະນາອົບຮົມເມືອງຜົ້ງສາລີ ດໍາເນີນກອງປະຊຸມໃຫ່ຍຄັ້ງທີ IX ຂອງຕົນ; ຈາກນັ້ນ ສະຫາຍ ສຸລິວັນ ແສນສະຕິ ກໍາມະການປະຈໍາພັກເມືອງ, ເລຂາໜ່ວຍພັກຄະນະໂຄສະນາອົບຮົມເມືອງ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ ຄືພາກສະຫຼູບ ແລະ ທິດທາງແຜນການການໃນຕໍ່ໜ້າເຊິງໄດ້ຕີລາຄາດ້ານດີອັນຕັ້ງໜ້າ ແລະ ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີຖອດຖອນໄດ້ຊຶ່ງໜ່ວຍພັກຄະນະໂຄສະນາອົບຮົມເມືອງຜົ້ງສາລີມີ ພະນັກງານ-ລັດຖະກອນ 6 ສະຫາຍ, ຍິງ 2 ສະຫາຍ, ມີສະມາຊີກພັກທັງໝົດ 5 ສະຫາຍ, ຍິງ 2 ສະຫານ, ຕະຫຼອດໄລຍະ 5 ປີ ຜ່ານມາຄະນະໜ່ວຍພັກໄໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ໃນຂອບເຂດຄວາມຮັບຜິດຊອບ ດ້ວຍການນໍາເອົາແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ມາຈັດຕັ້ງເຊື່ອມຊຶມຜັນຂະຫຍາຍຢ່າງເລີກເຊິ່ງ ເຮັດໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້ເຊື່ອມຊຶມ ແລະ ກໍາແໜ້ນ, ມີຄວາມສາມັກຄີເປັນເອກະພາບພາຍໃນໜ່ວຍພັກຢ່າງແໜ້ນແຟ້ນ, ມີສະຕິຕໍ່ການຈັດ ຕັ້ງ, ຮູ້ເຄົາລົບກົດໝາຍ, ເດັດດ່ຽວຕ້ານການບິດເບື່ອນໃສ່ຮ້າຍປ້າຍສີ ຕໍ່ການນໍາພາຂອງພັກກໍ່ຄືແນວທາງອັນຖືກຕ້ອງຂອງພັກຢ່າງເດັດຂາດ, ໃນໄລຍະ 5 ປີຜ່ານມາໄດ້ສຸມໃສ່ສ້າງແຜນໂຄງການຝືກອົບຮົມ ຕາມເນື້ອໃນເອກະສານແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ, ຄົ້ນຄົ້ວາ ແລະ ຫັນບັນດາມະຕິກອງປະຊຸມໃຫ່ຍຂອງພັກ, ຂອງແຂວງ ແລະ ຂອງເມືອງເພື່ອຈັດຕັ້ງຜັນຂະຫຍາຍຢູ່ຂັ້ນຮາກຖານ ໃຫ້ມີເນື້ອໃນທີ່ແທດເໝາະກັບສະພາບຈຸດພິເສດຂອງຮາກຖານ, ໃນຕະຫຼອດໄລຍະຜ່ານມາເປີດຝືກອົບຮົມສະມາຊິກພັກໄດ້ 6 ຄັ້ງ ຈໍານວນ 6 ກຸ່ມ ຊຶ່ງມີຜູ້ເຂົ້າຮ່ວມ 258 ສະຫາຍ, ຍິງ 98 ສະຫາຍ, ເປີດຮຽນເອກະສານສະ ໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ຈໍານວນ 370 ສະຫາຍ, ຍິງ 141 ສະຫາຍ, ໃນໄລຍະ 5 ປີ ຜ່ານມາໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມບັນດາເອກະສານສໍາຄັນຕ່າງໆໄດ້ 77 ຄັ້ງ, ມີສະມາຊິກພັກ, ພະນັກງານ-ລັດຖະກອນ, ກໍາລັງປະກອບອາວຸດ, ຊັ້ນຄົນ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມຮັບຟັງທັງໝົດ 19.119 ສະຫາຍ, ຍິງ 9,030 ສະຫາຍ.

     ຕະຫຼອດໄລຍະຜ່ານມາ ຄະນະໜ່ວຍພັກໄດ້ເອົາໃຈໃສ່ເຮັດວຽກງານປັບປັບປຸງກໍ່ສ້າງໜ່ວຍພັກຕາມ 5 ຫຼັກການ 3 ທິດນໍາ ສາມາດເຮັດໃຫ້ໜ່ວຍພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທາງທາງການເມືອງ, ແນວຄິດ ແລະ ການຈັດຕັ້ງ, ຄະນະໜ່ວຍພັກໄດ້ໃກ້ສິດຕິດແທດຊີ້ນໍານໍາພາ ແລະ ຊຸກຍູ້ການປະຕິບັດວຽກງານວິຊາສະເພາະ ຕາມທີຕັ້ງພາລະບົດບາດ, ສິດ, ໜ້າທີ່ ດ້ວຍຄວາມຄວາມຮັບຜິດຊອບສູງ;  ໃນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາເລຂາ-ຮອງເລຂາໜ່ວຍພັກຄະນະໂຄສະນາອົບຮົມເມືອງ ຊຶ່ງມີຜູ້ຮັບສະມັກເລືອກຕັ້ງ 3 ສະຫາຍ, ໃນນີ້ໄດ້ປ່ອນບັດຄັດເລືອກເອົາ 2 ສະຫາຍ; ໃນນີ້ໄດ້ປ່ອນບັດຄັດເລືອກເອົາ ສະຫາຍ ສຸລິວັນ ແສນສະຕິ ກໍາມະການປະຈໍາພັກເມືອງ ເປັນເລຂາໜ່ວຍພັກຄະນະໂຄສະນາອົບຮົມເມືອງ, ສະຫາຍ ນາງ ບູນມີ ແກ້ວຫຼ້າ ເປັນຮອງເລຂາ ທັງເປັນປະທານກວດກາໜ່ວຍພັກ.

     ໂອກາດທີມີຄວາມໝາຍສໍາຄັນນີ້ ປະທານກອງປະຊຸມຍັງໄດ້ມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດ ໃນການຊີ້ນໍາ-ນໍາຂອງຂອງຄະນະພັກໃນຕະຫຼອດໄລຍະຜ່ານມາ ແລະ ຍັງເນັ້ນໜັກຄະນະພັກຊຸດໃໝ່ ໃຫ້ສືບຕໍ່ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ໃຫ້ເປັນປົກະຕິຕໍ່ເນື່ອງ ເພື່ອກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເພື່ອສ້າງຄວາມໝັ້ນໃຈ, ຄວາມຖືກ ຕ້ອງສອດຄ່ອງ ໃນການປະຕິບັດວຽກງານວິຊາສະເພາະຕົວຈິງ ພ້ອມປັບປຸງແບບແຜນວິທີການນໍາພາ ເພື່ອໃຫ້ມີການນໍາພາແບບປະສົມປະສານ ລະຫວ່າງຫຼັກການລວມສູນປະຊາທິປະໄຕ ກັບຫຼັກການນໍາພາທີ່ມີວິທະຍາສາດ, ແທດເຖິງຕົວຈິງ, ປັບປຸງກົງຈັກບໍລິຫານລັດ ພາຍໃນຂະແໜງການຕົນໃຫ້ມີຄວາມຄ່ອງຕົວ ພ້ອມດຽວກັນນັ້ນ, ກໍ່ໃຫ້ເອົາໃຈໃສກໍ່ສ້າງພະນັກງານ,  ບົນພື້ນຖານມອບໝາຍວຽກງານຕົວຈິງ, ເອົາໃຈໃສ່ຄຸ້ມຄອງ ແລະ ນໍາໃຊ້ພະນັກງານໃຫ້ດີ ຕາມທິດ ນໍາໃຊ້ພະນັກງານຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມບໍລິສຸດຕໍ່ພັກ-ລັດ, ຕໍ່ປະຊາຊົນ, ມີຄວາມຮູ້ຄວາມສາມາດ ທີ່ຜ່ານການທົດສອບຈາກຂະບວນວຽກງານຕົວຈິງ. ພິເສດແມ່ນຜູ້ທີ່ມີຫົວຄິດປະດິດສ້າງໃໝ່ ທີ່ເປັນປະໂຫຍດໃຫ້ແກ່ວຽກງານສ່ວນລວມ ແລະ ມີຜົນງານ, ຜົນສໍາເລັດໃນການປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet