
ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ດຳເນີນຊີວິດການເມືອງປະຈຳເດືອນ ພຶດສະພາ 2025
ໃນຕອນເຊົ້າ ຂອງວັນທີ 21 ພຶດສະພາ 2025 ນີ້ ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໄດ້ດຳເນີນຊີວິດການເມືອງປະຈຳເດືອນ ພຶດສະພາ 2025 ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ນ. ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາສະຫາຍຄະນະພັກ, ສະມາຊິກພັກພາຍໃນໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 11 ສະຫາຍ, ຍິງ 6 ສະຫາຍ.