ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ ດຳເນີນຊີວິດການເມືອງທ້າຍສະໄໝທີ Vll
ຕອນເຊົ້າວັນທີ 29 ກໍລະກົດ ປີ 2025 ນີ້ ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ເປີດກອງປະຊຸມດຳເຊີນຊິວິດການເມືອງທ້າຍສະໄໝຄັ້ງທີ Vll ຂອງຕົນຂຶ້ນນະທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເຂົ້າຮ່ວມມີຄະນະພັກ, ຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ ຕະຫຼອດຮອດບັນດາສະຫາຍສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.
ໃນກອງປະຊຸມ ຄະນະຈັດຄັ້ງພິທີ ໄດ້ສະເໜີຈຸດສົງ ຈາກນັ້ນ ສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານຮ່າງບົດສຳຫຼວດການນຳພາລວມຂອງໜ່ວຍພັກ ຊິ່ງສະຫາຍໄດ້ຍົກໃຫ້ເຫັນບັນດາຜົນງານຫຼາຍດ້ານ ແລະ ຈຸດດີ,ຈຸດອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽນທີຖອດຖອນໄດ້ໃນຕະຫຼອດໄລຍະທີຜ່ານມາ, ມາດຕະການແກ້ໄຂໃນຕໍ່ໜ້າ. ຈາກນັ້ນບັນດາສະຫາຍສະມາຊິກພັກ ກໍ່ໄດ້ປະກອບຄຳຄິດຄຳເຫັນຕໍ່ຮ່າງບົດສຳຫຼວດການນຳພາລວມ ເພື່ອຄວາມເປັນເອກະພາບ ແລະ ເຮັດໃຫ້ຮ່າງດັ່ງກ່າວເນື້ອໃນຄົບຖ້ວນສົມບູນຕື່ມ, ນອກນີ້ບັນດາສະຫາຍໃນຄະນະພັກ ຍັງໄດ້ຜ່ານບົດສຳຫຼວດຂອງບຸກຄົນ ແລະ ໄດ້ພັດປ່ຽນກັນປະກອບຄຳຄິດຄຳເຫັນຕຳນິສົ່ງຂ່າວເພື່ອກໍ່ສ້າງເຊິ່ງກັນ ແລະ ກັນ.
ໃນກອງປະຊຸມ ຍັງໄດ້ມອບໃບຍ້ອງຍໍວ່າດ້ວຍການຍ້ອງຍໍສັນລະເສິນ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາແຂວງຜົ້ງສາລີ ປະຈຳປີ 2024 ຕື່ມອີກລວມມີ 15 ສະຫາຍ, ຍິງ10 ສະຫາຍ ຂຶ້ນມອບໂດຍ ສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ກ່າວຮັບໂດຍບັນດາສະຫາຍຜູ້ທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ຕາມລຳດັບ.