Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຕີລາຄາຈັດແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ ປະຈຳປີ 2025 -

ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຕີລາຄາຈັດແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ ປະຈຳປີ 2025

ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຕີລາຄາຈັດແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ ປະຈຳປີ 2025

     ກອງປະຊຸມ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ພະຈິກ ປີ 2025 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ, ເຂົ້າຮ່ວມມີບັນດາສະຫາຍ ຄະນະພັກ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ ຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.

     ໃນກອງປະຊຸມ ຄະນະຈັດຕັ້ງພິທີ ໄດ້ສະເໜີຈຸດປະສົງ ພ້ອມນີ້ສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ ຈາກນັ້ນຕາງໜ້າຄະນະຈັດຕັ້ງງແຂວງ ແລະ ກວດກາແຂວງ ໄດ້ມີຄຳເຫັນແນະນຳວິທີການປະເມີນ ການຕີຄະແນນ, ການຕຳນິສົ່ງຂ່າວ ເພື່ອເປັນແນວທາງໃຫ້ສະມາຊິກພັກທີ່ເຂົ້າຮ່ວມໃນການຕີລາຄາຈັດແບ່ງປະເພດສະມາຊິກພັກ ພ້ອມນີ້ບັນດາ ສະຫາຍສະມາຊິກພັກແຕ່ລະສະຫາຍ ກໍ່ໄດ້ຜັດປ່ຽນກັນຜ່ານໃບປະເມີນຈັດແບ່ງປະເພດ.

ໂອກາດນີ້ຍັງໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນຕໍານິສົ່ງຂ່າວ ເຊິ່ງກັນ ແລະ ກັນ ເພື່ອເປັນການກໍ່ສ້າງໃນການຈັດຄັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີຜົນສຳເລັດ ແລະ ດີຂຶ້ນກວ່າເກົ່າ.

ຂ່າວ: ຍີນໄຊ ສີບຸນເຮືອງ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet