Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ໜ່ວຍພັກຄະນະໂຄສະນາອົບຮົມເມືອງຍອດອູ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 -

ໜ່ວຍພັກຄະນະໂຄສະນາອົບຮົມເມືອງຍອດອູ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024

ໜ່ວຍພັກຄະນະໂຄສະນາອົບຮົມເມືອງຍອດອູ

ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024

     ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 09 ທັນວາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຍອດອູ ໂດຍພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ສົມບຸນ ອິນໃຈ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດ, ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີສະຫາຍ ແສງເມືອງ ພົມມະວົງ ກຳມະການປະຈຳພັກເມືອງ, ເລຂາໜ່ວຍພັກ, ມີບັນດາສະຫາຍຕາງໜ້າຈາກຄະນະຈັດຕັ້ງ, ຄະນະກວດກາ ພ້ອມດ້ວຍຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

     ໃນພິທີ ສະຫາຍ ແສງເມືອງ ພົມມະວົງ ກຳມະການປະຈຳພັກເມືອງ ເລຂາໜ່ວຍພັກ ໄດ້ຂຶ້ນຜ່ານບົດສະຫຼູບການກໍ່ສ້າງ     ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂອງໜ່ວຍພັກແນວລາວສ້າງຊາດ  ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າໃນການຊີ້ນໍາ-ນໍາພາການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນໄລຍະ 1 ປີທີ່ຜ່ານມາ. ຕະຫຼອດໄລຍະ 1 ປີ ທີ່ຜ່ານມາຄະນະໜ່ວຍພັກໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ມາເຜີຍແຜ່, ເຊື່ອມຊຶມ, ໃຫ້ສະມາຊິກພັກໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງສຶກສາອົບຮົມໃຫ້ສະມາຊິກພັກ ມີຫຼັກໝັ້ນ, ຍຶດໝັ້ນຕໍ່ອຸດົມການສັງຄົມນິຍົມຂອງພັກ, ຮູ້ຈັກຈໍາແນກມິດສັດຕູຢ່າງຈະແຈ້ງ, ຕ້ານກົນອຸບາຍການຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ກຸ່ມຄົນບໍ່ດີ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ເຮັດວຽກເປັນໝູ່ຄະນະລວມສູນປະຊາທິປະໄຕ, ເປັນເຈົ້າການຄົ້ນຄວ້າຮໍ່າຮຽນເອົາທິດສະດີມາກ-ເລນິນ ເພື່ອເປັນບ່ອນອີງໃນການຊີ້ນໍາ-ນໍາພາວຽກພັກ-ພະນັກງານໃຫ້ໄປຕາມເສັ້ນທາງສັງຄົມນິຍົມ, ໃນພິທີຕາງໜ້າຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການອະນຸມັດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ຂອງໜ່ວຍພັກຄະນະໂຄສະນາອົບຮົມເມືອງ ແລະ ຕາງໜ້າຄະນະພັກຂັ້ນເທິງຂຶ້ນມອບໃບຢັ້ງຢືນດັ່ງກ່າວເຊິ່ງໃຫ້ກຽດຂຶ້ນມອບໂດຍສະຫາຍ ສົມບຸນ ອິນໃຈ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດ, ຜູ້ຊີ້ນຳວຽກງານພັກ-ພະນັກ ງານ ແລະ ສະຫາຍ ແສງເມືອງ ພົມມະວົງ ກຳມະການປະຈຳພັກເມືອງ, ເລຂາໜ່ວຍພັກ ຂຶ້ນຮັບຢ່າງສົມກຽດ.

     ໃນຕອນທ້າຍຂອງພິທີ ໄດ້ຮັບຟັງການໂອ້ລົມຂອງສະຫາຍ ສົມບຸນ ອິນໃຈ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ເຊິ່ງກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະໜ່ວຍ ແລະ ສະມາຊິກພັກພາຍໃນໜ່ວຍທີ່ຍາດໄດ້ຜົນສຳເລັດຫຼາຍດ້ານໄລຍະ 1 ປີຜ່ານມາ ແລະ ສະຫາຍຍັງໄດ້ເນັ້ນໜັກຕື່ມບາງບັນຫາເປັນຕົ້ນແມ່ນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ – ສະມາຊິກພັກທີ່ຢູ່ພາຍໃນຄວາມຮັບຜິດຊອບຂອງຕົນໃຫ້ມີແນວຄິດອຸ່ນອ່ຽຽທຸ່ນທ່ຽງ, ມີຄວາມຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍ-ລະບຽບຂອງພັກ, ກົດໝາຍຂອງລັດ ແລະ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຍົກສູງຄວາມຮັບຜິດຊອບການເມືອງທີ່ພັກ-ລັດມອບໝາຍໃຫ້, ເອົາໃຈໃສ່ຄົ້ນຄ້ວາຊອກຮູ້ຮໍ່າຮຽນເອົາທິດສິດີມາກ-ເລນິນ, ເປັນເຈົ້າການໃນການເຂົ້າຮ່ວມເຊື່ອມຊຶມມະຕິ, ຄຳສັ່ງຕ່າງໆທີ່ຂັ້ນເທີງວາງອອກເປັນປົກກະຕິ, ເປັນເຈົ້າການໃນການຕິດຕາມ, ກວດກາພະນັກງານ-ສະມາຊິກພັກພາຍໃນໜ່ວຍດ້ານການປະພຶດ, ສະຕິຕໍ່ການຈັດຕັ້ງ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ໃນການກໍ່ສ້າງພັກ – ພະນັກ ງານ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງໃນໄລຍະໃຫມ່, ສືບຕໍ່ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກໂດຍສະເພາະແມ່ນຄະນະໜ່ວຍພັກຕ້ອງປະຕິບັດຢ່າງເຂັ້ມງວດຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ, ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ ບັນລຸຜົນສໍາເລັດຕາມແຜນທີ່ໄດ້ກໍານົດໄວ້ ພ້ອມທັງຮັກສາມູນເຊື້ອໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet