ລ້ຽງໄກ່ໄຂ່ຂາຍສ້າງລາຍຮັບເຂົ້າຄອບຄົວ 250 ລ້ານກີບຕໍ່ເດືອນ

ລ້ຽງໄກ່ໄຂ່ຂາຍສ້າງລາຍຮັບເຂົ້າຄອບຄົວ 250 ລ້ານກີບຕໍ່ເດືອນ

     ວຽກງານການປູກຝັງ – ການລ້ຽງສັດ ແມ່ນອີກໜຶ່ງ ໃນອາຊີບທີ່ສ້າງລາຍຮັບເຂົ້າໃນຄອບຄົວ ເຮັດໃຫ້ຄອບຄົວມີຢູ່ມີກິນ ແລະ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ – ລັດ ວາງອອກວ່າດ້ວຍການສ້າງເສດຖະກິດເປັນເຈົ້າຕົນເອງ ໃນໄລຍະໃໜ່, ຜະລິດຫຼາຍກາຍເປັນສິນຄ້າເຮັດໃຫ້ຄອບຄົວສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ດັ່ງຄອບຄົວຂອງທ່ານ ຄຳຈັນ ສິດທິລາດ ອາຍຸ 56 ປີ, ຢູ່ທີ່ບ້ານນາເປາະ, ເມືອງບຸນເໜືອ, ແຂວງຜົ້ງສາລີ ກໍແມ່ນຄອບຄົວໜຶ່ງທີ່ສູ້ຊົນພັດທະນາຄອບຄົວຕົນເອງດ້ວຍການລ້ຽງສັດ ໂດຍສະເພາະແມ່ນການລ້ຽງໄກ່ພັນໄຂ່ ເຊີງສາມາດສ້າງລາຍຮັບເຂົ້າຄອບຄົວຫຼາຍລ້ານກີບຕໍ່ເດືອນ ຈົນກາຍເປັນຄອບຄົວຕົວແບບ ໃນການພັດທະນາເສດຖະກິດຄອບຄົວ ທີເມືອງບູນເໜືອໄດ້ຄັດເລືອກໃຫ້ເປັນຕົວແບບ ຂື້ນປະກອບຄຳເຫັນໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງບຸນເໜືອຄັ້ງທີ IX ເຊິ່ງຈັດຂຶ້ນລະຫວ່າງວັນທີ 10 – 11 ກຸມພາ 2025 ນີ້.

    ໂດຍທ່ານ ນາງ ສຸດາຈັນ ສິດທິລາດ ລູກສາວ ຂອງທ່ານ ຄຳຈັນ ສິດທິລາດ ໄດ້ລາຍງານໃນກອງປະຊຸມວ່າ: ພາຍໃນຄອບຄົວມີຊະມາຊິກຄອບຄົວ 4 ຄົນ, ຍີງ 2 ຄົນ, ແຮງງານຜະລິດ 4 ຄົນ, ຍີງ 2 ຄົນ. ໂດຍອີງໃສ່ທິດທາງຂອງພັກ – ລັດ ໄດ້ສະໜັບສະໜູນສົ່ງເສີມຊຸກຢູ້ການປູກຝັງ – ລ້ຽງສັດ ແລະ ໃນເມືອງບຸນເໜືອກໍ່ຄືແຂວງຜົ້ງສາລີ ຍັງບໍ່ທັນມີຟາມໄກ່ທີ່ຄົບວົງຈອນ, ຍັງນຳເຂົ້າຈາກຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດເປັນສ່ວນໃຫຍ່. ດັ່ງນັ້ນ, ຂ້າພະເຈົ້າຈື່ງເຫັນເຖີງໂອກາດໃນການສ້າງຕັ້ງຟາມໄກ່ຄົບວົງຈອນຂື້ນ ເພື່ອສະໜອງໃຫ້ພຽງພໍຕາມຄວາມຕ້ອງການຂອງທ້ອງຕະຫຼາດ ແລະ ເພື່ອຈຳໜ່າຍສີນຄ້າທີ່ມີຄຸນນະພາບໃຫ້ກັບຜູ້ບໍລິໂພກ.

ການລ້ຽງແມ່ນໄດ້ລ້ຽງເປັນຟາມຂະໜາດໃຫຍ່ເປັນໄກ່ພັນໄຂ່ທັງໝົດ ປັດຈຸບັນມີໄກ່ທັງໝົດ 4,000 ໂຕ, ໂດຍຕັ້ງຄອກແມ່ນເປັນໂຮງເຮືອນຖາວອນຂະໜາດ 15 x 85 ແມັດ, ການເລືອກສະຖານທີ່ໃນການສ້າງໂຮງເຮືອນໄກ່ຖືວ່າມີຄວາມສຳຄັນຫຼາຍ, ຖ້າສະຖານທີ່ບໍ່ເໝາະສົມກໍ່ຈະສົ່ງຜົນກະທົບໃຫ້ທັງສັດ ແລະ ຄົນ, ດັ່ງນັ້ນຟາມເຮົາແມ່ນຈະຕັ້ງຢູ່ສະຖານທີ່ຫ່າງໄກຊຸມຊົນ ແລະ ທາງຫຼວງ, ຫາງໄກຈາກຟາມສັດອື່ນ, ເລືອກບ່ອນທີ່ເປັນບ່ອນໂລ່ງ ແລະ ຫາບພຽງ, ມີເສັ້ນທາງສະດວກ ແລະ ມີນໍ້າໄຟພ້ອມ. ສຳລັບພໍ່ແມ່ພັນຕ້ອງມີສຸຂະພາບສົມບູນແລະແຂງແຮງດີ, ນໍ້າໜັກໂຕຕ້ອງໄດ້ຕາມມາດຕະຖານຄື 1.9 ກິໂລກຮາມຂື້ນໄປ, ກີນອາຫານເຕັມທີ່, ບໍ່ມີພະຍາດພາຍນອກ; ໄກ່ທີ່ນຳມາລ້ຽງແມ່ນໄກ່ສາວພ້ອມໄຂ່ອາຍຸ 5 ເດືອນຂື້ນໄປ, ເມື່ອນຳມາຮອດຟາມໄດ້ປະມານ1-2ອາທິດກໍ່ຈະເລີ່ມໃຫ້ໄຂ່ ແລະ ຈະໃຫ້ໄຂ່ຢ່າງເຕັມທີ່ເມື່ອອາຍຸ 8 ເດືອນຂື້ນໄປ; ໄກ່ຈະໃຫ້ໄຂ່ທຸກມື້, ສາມາດເກັບ ແລະ ຈຳໜ່າຍໄຂ່ສົດໄດ້ທຸກມື້; ໄກ່ຈະສຸດໄຂ່ໃນຊ່ວງອາຍຸຄົບ 1 ປີ 8 ເດືອນ ຫາ 2 ປີ. ການດູແລຮັກສາ ແມ່ນຕ້ອງໄດ້ເອົາໃຈໃສ່ຮັກສາຄວາມສະອາດບໍລິເວນອ້ອມແອ້ມ ແລະ ໃນໂຮງເຮືອນໄກ່ແມ່ນມີຄວາມສຳຄັນຫຼາຍ ແລະ ອະນາໄມ ຢູ່ສະເໝີ, ກຳຈັດຂີ້ເຫຍື້ອ ແລະ ຫຍ້າເພື່ອບໍ່ໃຫ້ເປັນແຫຼ່ງແຜ່ພະຍາດສູ່ໄກ່ ແລະ ຄົນ; ໝັ່ນຂ້າເຊື້ອບໍລິເວນໂຮງເຮືອນໄກ່; ອາຫານ ແລະ ນໍ້າກໍ່ຕ້ອງສະອາດ, ຄວບຄຸມ ແລະ ຈຳກັດການເຂົ້າອອກຂອງຄົນພາຍໃນ ແລະ ນອກ. ການໃຫ້ອາຫານແມ່ນຈະໃຫ້ມື້ລະສອງເທື່ອຄື: ເຊົ້າ ແລະ ແລງ, ອາຫານ ແລະ ນໍ້າຕ້ອງພຽງພໍ. ສຳລັບການຈຳໜ່າຍປັດຈຸບັນທາງຟາມສາມາດຜະລິດ ແລະ ສະໜອງໄຂ່ໄກ່ຕາມຄວາມຕ້ອງການຂອງຕະຫຼາດ ແລະ ສະໜອງພາຍໃນເມືອງບຸນເໜືອໄດ້ຢ່າງພຽງພໍຜ່ານການລ້ຽງ ສະເລ່ຍລາຍຈ່າຍຕໍ່ເດືອນແມ່ນ 240,000,000 ກີບ / ເດືອນ; ລາຍຮັບ 250,000,000 ກີບ / ເດືອນ.

ໃນອະນາຄົດທາງຟາມມີແຜນຈະຂະຫຍາຍພື້ນທີ່ການລ້ຽງ, ເພີ່ມຈຳນວນພໍ່ແມ່ພັນຕາມເປົ້າ 10,000 ໂຕຂື້ນໄປ ເພື່ອສາມາດຈຳໜ່າຍໃຫ້ພຽງພໍໃນແຂວງຜົ້ງສາລີ, ນຳໄກ່ພັນຊີ້ນເຂົ້າມາລ້ຽງເພື່ອສະໜອງຊີ້ນໄກ່ໃຫ້ພຽງພໍ ແລະ ທົດລອງຂະຫຍາຍທັງແນວພັນໄກ່ໄຂ່ ແລະ ໄກ່ຊີ້ນດ້ວຍຕົວເອງລວມທັງຄົ້ນຄ້ວາປະສົມອາຫານໄກ່ໄຂ່ ແລະ ໄກ່ຊີ້ນດ້ວຍຕົວເອງ, ເພື່ອຜະລິດ ແລະ ຈຳໜ່າຍສີນຄ້າທີ່ດີມີຄຸນນະພາບໃຫ້ຜູ້ບໍລິໂພກ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet