ໂຮງງານປຸງແຕ່ງຊາ ສົມນຶກ ລາວຖັງ
ປະກອບສວ່ນພັດທະນາຊີວິດການເປັນຢູ່ປະຊາຊົນ 5 ບ້ານ ເມືອງຜົ້ງສາລີ ໃຫ້ດີຂຶ້ນ
ການປະຕິບັດຕໍ່ແນວທາງນະໂຍບາຍການປ່ຽນແປງໃໝ່ຂອງສູນກາງພັກ ກໍ່ຄືແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ແລະ ຂອງເມືອງວາງອອກໃນ 5 ທາງອອກ ເພື່ອການພັດທະນາດ້ານເສດຖະກິດ – ສັງຄົມ ໃນແຕ່ລະໄລຍະເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວ ແລະ ປະຊາຊົນບັນດາເຜົ່າໃຫ້ຫຼຸດພົ້ນອອກຈາກຄວາມທູກຍາກເທື່ອລະກ້າວ. ດັ່ງຄອບຄົວຂອງທ່ານ ນາງ ມະນີຈັນ ປັນແກ້ວ, ອາຍຸ 52 ປີ, ແລະ ຜູ້ເປັນຜົວຊື້ທ່ານ ສົມນຶກ ລາວຖັງ ອາຍຸ 57 ປີ, ຢູ່ບ້ານ ວັດແກ້ວ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ ທີປະຕິບັດຕາມແນວທາງດັ່ງກ່າວຕັ້ງໃຈໃນການພັດທະນາທຸລະກິດໂຮງງານປຸງແຕ່ງຊາເປັນສິນຄ້າ ສາມາດສ້າງລາຍຮັບເຂົ້າຄອບຄົວຫຼາຍຕື້ກີບ ແລະ ປະກອບສວ່ນພັດທະນາຊີວິດການເປັນຢູ່ຂອງປະຊາຊົນທີປູກຊາໃນ 5 ບ້ານເປົ້າໝາຍໃຫ້ດີຂື້ນ. ເຊີ່ງໄດ້ກາຍເປັນຕົວແບບຂອງການພັດທະນາ ຂອງເມືອງຜົ້ງສາລີ ທີໄດ້ຄຶກຄັດເລືອກ ຂື້ນປະກອບຄຳເຫັນ ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຜົ້ງສາລີ ຄັ້ງທີ XI ທີ່ຈັດຂື້ນວັນທີ 13 – 14 ກຸມພາ 2025 ນີ້.
ຊຶ່ງທ່ານ ນາງ ມະນີຈັນ ປັນແກ້ວ ໄດ້ກ່າວວ່າ: ໂດຍການນຳໃຊ້ທ່າແຮງຂອງຄອບຄົວ ເຊີ່ງຈໍານວນຄົນໃນຄອບຄົວລວມ 6 ຄົນ, ແຮງງານຜະລິດ 5 ຄົນ, ຍິງ 2 ຄົນ. ໂດຍປີ 2014 ໄດ້ໄປສຶກສາຄວາມຕ້ອງການຊາຢູ່ທີ່ນະຄອນພູເອີ້ ( ສປ ຈີນ ) ຫຼັງຈາກນັ້ນຈື່ງໄດ້ລົງທຶນສ້າງຕັ້ງໂຮງງານປຸງແຕ່ງຊາຢູ່ 2 ແຫ່ງຄື: ບ້ານ ພະຍາສີ ແລະ ບ້ານ ຈ່າພູ. ໃນປີ 2016 ທາງເມືອງຜົ້ງສາລີ ໄດ້ຈັດສັນແບ່ງເຂດບ້ານເປົ້າໝາຍໃຫ້ໂຮງງານປຸງແຕ່ງຊາ ຂອງຂ້າພະເຈົ້າໃຫ້ສົ່ງເສີມປູກຊາ ແລະ ເກັບຊື້ຜົນຜະລິດຊາດິບນຳປະຊາຊົນໃນ 5 ບ້ານເປົ້າໝາຍ ໂດຍສະເລ່ຍການເກັບຊື້ຕໍ່ປີເທົ່າກັບຈຳນວນຊາດິບ 250 ໂຕນ, ຜະລິດປຸງແຕ່ງຊາແຫ້ງໄດ້ປະມານ 55 ໂຕນ. ຄິດເປັນມູນຄ່າຈຳນວນ 3 ຕື້ກວ່າກີບ. ເຊີງຜະລິດຕະພັນຊາຂອງໂຮງງານຂ້າພະເຈົ້າກໍ່ໄດ້ຮັບ ( ອຢ ) ແລະ ກາໝາຍໂອດ໋ອບແຫ່ງຊາດເປັນສີນຄ້າໜື່ງເມືອງໜື່ງຜະລິດຕະພັນ. ມາຮອດປະຈຸບັນທາງໂຮງງານສາມາດຜະລິດປຸງແຕ່ງຊາໄດ້ 3 ປະເພດຄື: ຊາແດງ, ຊາຂຽວ ແລະ ຊາຂາວ, ມີການແປຮູບ, ຫຸ້ມຫໍ່ຫຼາຍຊະນິດເປັນຖົງ, ເປັນກ໋ອງ ແລະ ເປັນແຜນ ແລະ ອື່ນໆ, ມີຕົວແທນຈຳໜ່າຍຢູ່ພາຍໃນປະເທດຄື: ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງ ຫຼວງນ້ຳທາ, ນະຄອນຫຼວງວຽງຈັນ ແລະ ສົ່ງອອກຕ່າງປະເທດຄື: ປະເທດ ເຢຍລະມັນ, ຝຮັ່ງ ແລະ ສປ ຈີນ. ໃນນີ້ການສົ່ງອອກ ແລະ ຂາຍໄປປະເທດເຢຍລະມັນແມ່ນໄດ້ຮັບເງິນ ເຟພໍລາຍ ເງິນການຄ້າເປັນທຳ ມາສູ່ຊຸມຊົນ 1 ກິໂລຊາແຫ້ງຕໍ່ 1 ໂດລາ. ລາຍຮັບດັ່ງກ່າວໄດ້ມອບໃຫ້ປະຊາຊົນພາຍໃນບ້ານເປົ້າໝາຍຂອງໂຮງງານຮັບຜິດຊອບເພື່ອມາພັດທະນາພື້ນຖ ານໂຄງລ່າງເຊັ່ນ: ກໍ່ສ້າງຫ້ອງການບ້ານແບບຖາວອນ, ສ້າງນ້ຳລີນ, ນ້ຳສະອາດຂອງບ້ານເຂົ້າແຕ່ລະຫຼັງຄາເຮືອນ, ມີເງິນສຸກເສີນໃຫ້ອ້າຍນ້ອງແມ່ຍິງບ້ານໃນເວລາເກີດລູກ ແລະ ປະຊາຊົນເຈັບເປັນຢູ່ພາຍໃນບ້ານ. ໂດຍນຳໃຊ້ບ້ວງເງິນການຄ້າເປັນທຳທີ່ໄດ້ມາຈາກການຂາຍຊາໃຫ້ບໍລິສັດຊະໂດເຢຍລະມັນ. ມີກຳມະກອນປະຈຳຢູ່ໂຮງງານປຸງແຕ່ງຊາ 2 ແຫ່ງປົກກະຕິ ຈຳນວນ 8 ຄົນ, ຍິງ 2 ຄົນ. ຈ້າງແຮງງານລາຍວັນຈໍານວນ 18 ຄົນ, ຄ່າແຮງງານຕໍາສຸດແມ່ນ 2,000,000 ກີບຕໍ່ເດືອນຕໍ່ຄົນ.
ພາຍຫຼັງໄດ້ສ້າງຕັ້ງໂຮງງານປຸງແຕ່ງຊາ 2 ແຫ່ງຂຶ້ນມາເຮັດໃຫ້ຄອບຄົວມີອາຊີບທຸລະກິດທີ່ໝັ້ນຄົງ, ມີລາຍຮັບເຂົ້າຄອບຄົວດີຂຶ້ນ, ມີເຮືອນທີ່ຢູ່ອາໄສຖາວອນ, ມີພາຫະນະໃຊ້ໃນຄອບຄົວລົດໃຫຍ່ 2 ຄັນ, ລົດຈັກ 2 ຄັນ ແລະ ມີເງິນແຮ່ໄວ້ຈຳນວນໜື່ງເພື່ອພັດທະນາຄອບຄົວ, ໂຮງງານປຸງແຕ່ງຊາ ແລະ ແກ້ໄຂວຽກງານຈຳເປັນອື່ນໆ.ນອກຈາກດຳເນີນທຸລະກິດແລ້ວກໍ່ໄດ້ປະກອບສ່ວນເຂົ້າໃນວຽກງານຂອງພັກ – ລັດ ເປັນຢາງດີ.
ຄອບຄົວມີຜົນສຳເລັດຄື່ທີກາວມານັ້ນ ກໍແມ່ນຍ້ອນການນຳພັກ – ລັດແຕ່ລະຂັ້ນໄດ້ໃຫ້ຄວາມສໍາຄັນ ແລະ ອໍານວຍຄວາມສະດວກຕໍ່ກັບການດໍາເນີນທຸລະກິດຊາເປັນຢ່າງດີ; ອົງການປົກຄອງບ້ານ ແລະ ປະຊາຊົນບ້ານເປົ້າໝາຍໄດ້ໃຫ້ຄວາມຮ່ວມໄມ້ຮ່ວມມືເປັນຢ່າງດີ; ປະຊາຊົນໄດ້ລາຍຮັບເງິນຈາກການຂາຍຍອດໃບຊາດິບ ໃຫ້ແກ່ໂຮງງານປຸງແຕ່ງຊາເປັນປົກກະຕິ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບ້ານເປົ້າໝາຍນັບມື້ນັບດີຂຶ້ນເທື່ອລະກ້າວ.