Warning: Cannot modify header information - headers already sent by (output started at /home/ptpslgov/public_html/index.php:5) in /home/ptpslgov/public_html/wp-includes/feed-rss2.php on line 8
https://ptpsl.gov.la Wed, 13 Mar 2024 08:03:21 +0000 en-US hourly 1 https://wordpress.org/?v=6.5.2 https://ptpsl.gov.la/wp-content/uploads/2024/01/cropped-ແນທທ-32x32.jpg https://ptpsl.gov.la 32 32 ເມືອງບຸນໃຕ້ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ, ວັນຄຽດແຄ້ນຂອງປະຊາຊົນ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ https://ptpsl.gov.la/%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%ba%9a%e0%ba%b8%e0%ba%99%e0%bb%83%e0%ba%95%e0%bb%89%e0%ba%9b%e0%ba%b2%e0%ba%96%e0%ba%b0%e0%ba%81%e0%ba%b0%e0%ba%96%e0%ba%b2%e0%ba%a7%e0%ba%b1%e0%ba%99/ https://ptpsl.gov.la/%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%ba%9a%e0%ba%b8%e0%ba%99%e0%bb%83%e0%ba%95%e0%bb%89%e0%ba%9b%e0%ba%b2%e0%ba%96%e0%ba%b0%e0%ba%81%e0%ba%b0%e0%ba%96%e0%ba%b2%e0%ba%a7%e0%ba%b1%e0%ba%99/#respond Wed, 13 Mar 2024 07:52:18 +0000 https://ptpsl.gov.la/?p=4325 ເມືອງບຸນໃຕ້ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ, ວັນຄຽດແຄ້ນຂອງປະຊາຊົນ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ      ໃນ​ຕອນ​ເຊົ້າ​ຂອງວັນ​ທີ 13 ມີນາ 2024 ນີ້​ຢູ່​ທີ່​ສະ​ໂມ​ສອນ​ຫ້ອງວ່າ​ການ​ເມືອງ ບຸນ​ໃຕ້ ໄດ້​ຈັດ​ພິ​ທີ ປາຖະກະຖາ​ວັນຄຽດແຄ້ນຂອງປະຊາຊົນລາວ – ວັນນັກຣົບເສຍອົງຄະ ແລະ ວັນເສຍສະຫລະຊິວີດເພື່ອປະເທດຊາດ ຄົບຮອບ 78 ປີ  ແລະ ວັນ​ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບ​ຮອບ 69 ປີ, ຂື້ນຢ່າງເປັນທາງການນະທີ່ຫ້ອງປະຊຸມສະໂມສອນໃຫ່ຍ ຂອງເມືອງບຸນໃຕ້. ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະ​ທານຂອງທ່ານ ສານມ​ະ​ນີ ອິນ​ດາ​ວົງ  ຮອງ​ເລ​ຂາ​ພັກ​ເມືອງ​ ຜູ້ຊີ້​ນຳ​ວຽກ​ງານ​ພັກ ​- ພະ​ນັກ​ງານ, ມີບັນ ດາທ່ານຄະນະປະຈຳພັກເມືອງ, ​ກຳ​ມະ​ການ​ປະ​ຈຳ​ພັກ​ເມືອງ, ກຳມະການພັກເມືອງ, ຫົວໜ້າ – ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນ​ທະ​ຫານ, ນາຍ ແລະ ພົນ​ຕຳ​ຫຼວດ, ອຳ​ນວນ​ການ​ໂຮງ​ຮຽນ ...

Bài viết ເມືອງບຸນໃຕ້ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ, ວັນຄຽດແຄ້ນຂອງປະຊາຊົນ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ đã xuất hiện đầu tiên vào ngày .

]]>

ເມືອງບຸນໃຕ້ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ,

ວັນຄຽດແຄ້ນຂອງປະຊາຊົນ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ

     ໃນ​ຕອນ​ເຊົ້າ​ຂອງວັນ​ທີ 13 ມີນາ 2024 ນີ້​ຢູ່​ທີ່​ສະ​ໂມ​ສອນ​ຫ້ອງວ່າ​ການ​ເມືອງ ບຸນ​ໃຕ້ ໄດ້​ຈັດ​ພິ​ທີ ປາຖະກະຖາ​ວັນຄຽດແຄ້ນຂອງປະຊາຊົນລາວ – ວັນນັກຣົບເສຍອົງຄະ ແລະ ວັນເສຍສະຫລະຊິວີດເພື່ອປະເທດຊາດ ຄົບຮອບ 78 ປີ  ແລະ ວັນ​ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບ​ຮອບ 69 ປີ, ຂື້ນຢ່າງເປັນທາງການນະທີ່ຫ້ອງປະຊຸມສະໂມສອນໃຫ່ຍ ຂອງເມືອງບຸນໃຕ້. ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະ​ທານຂອງທ່ານ ສານມ​ະ​ນີ ອິນ​ດາ​ວົງ  ຮອງ​ເລ​ຂາ​ພັກ​ເມືອງ​ ຜູ້ຊີ້​ນຳ​ວຽກ​ງານ​ພັກ ​- ພະ​ນັກ​ງານ, ມີບັນ ດາທ່ານຄະນະປະຈຳພັກເມືອງ, ​ກຳ​ມະ​ການ​ປະ​ຈຳ​ພັກ​ເມືອງ, ກຳມະການພັກເມືອງ, ຫົວໜ້າ – ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນ​ທະ​ຫານ, ນາຍ ແລະ ພົນ​ຕຳ​ຫຼວດ, ອຳ​ນວນ​ການ​ໂຮງ​ຮຽນ – ໂຮງ​ໝໍ,ລັດ​ວິ​ຊາ​ຫະ​ກິດ ພະ​ນັກ​ງານ – ລັດ​ຖະ​ກອນ ​​​ ອ້ອມ​ຂ້າງ​ເມືອງ ເຂົ້າ​ຮ່ວມ​ຮັບ​ຟັງ​ທັງ​ໝົດ 108 ຄົນ, ຍິງ 51 ຄົນ, ສະ​ມາ​ຊິກ​ພ​ັກ 85 ສະ​ຫາຍ, ຍິງ  41 ສະ​ຫາຍ.

        ທ່ານ ​ອູ່ນ​ແປງ​ ທຳ​ມະ​ໂນ​ໄຊ ກຳ​ມະ​ການ​ພັກ​​ເມືອງ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ ຂື້ນ​ຜ່ານເລົ່າມູນເຊື້ອ ວັນຄຽດແຄ້ນຂອງປະຊາຊົນລາວ – ວັນນັກຣົບເສຍອົງຄະ ແລະ ເສຍສະຫລະຊິວີດເພື່ອປະເທດຊາດ ຄົບຮອບ 78 ປີ, ນັບ​ແຕ່​ໄລ​ຍະ​ວັນ​ຄຽດ​ແຄ້ນ​ຂອງ​ປະ​ຊາ​ຊົນ​ສະ​ພາບ​ການ ແລະ ການ​ກະ​ກຽມ​ຕໍ່​ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂື້ນ​ຝ​ຣັ່ງ​ເຖິງ​ປະ​ຈຸ​ບັນ.

       ທ່ານ  ສານມ​ະ​ນີ ອິນ​ດາ​ວົງ  ຮອງ​ເລ​ຂາ​ພັກ​ເມືອງ​ ຜູ້ຊີ້​ນຳ​ວຽກ​ງານ​ພັກ ​- ພະ​ນັກ​ງານ ຂື້ນ​ຜ່ານເລົ່ມູນເຊື້ອ ວັນ​ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບ​ຮອບ 69 ປີ, ນັບ​ແຕ່​ໄລ​ຍະ​ວັນ​ສ້າງ​ຕັ້ງພັກເຖິ່ງ​ປະ​ຈຸ​ບັນ, ແມ່ນຄວາມສຳຄັນຂອງການສ້າງຕັ້ງພັກທີ່ຖືລັດທີມາກ – ເລນິນ ເປັນລະບົບແນວຄິດຊີ້ນຳໆພາໂດຍຖຶກຳລັງແຮງມາຈາກມະຫາ​ຊົນ, ໄລ​ຍະ​ເປັນ​ເນື້ອ​ໃນ​ໃຈ​ກາງ​ຂອງ​ພັກການ​ເຄື່ອນ​ໄຫວ​ຂະ​ບວນ​ການ​ຕ່າງໆ​ທຸກ​ສິງ​ທຸກ​ຢ່າງ​ເພື່ອ​ຮັບ​ໃຊ້​ແນວ​ໜ້າ, ຕີ​ເອົາ​ໄຊ​ຊະ​ນະ​ສັດ​ຕູ ແລະ ປົກ​ປັກ​ຮັກ​ສາ​ປົດ​ປ່ອຍ​ໃຫ້​ເຂັ້ມ​ແຂງ​ສຶກ​ສາ​ອົບ​ຮົມ​ມະ​ຫາ​ຊົນ, ເຮັດ​ຫລ້ອນ​ໜ້າ​ທີ​ວີ​ຊາ​ສະ​ເພາະ, ລົງ​ຂົ​ນ​ຂວາຍກໍ່​ສ້າງ​ຮາກ​ຖານ, ເຂົ້າ​ຮ່ວມ​ການກໍ່​ສ້າງ​ກຳ​ລັງ​ໃນ​ກຸ່ມກອງ​ທ້ອງ​ຖີ່ນ​ຕ່າງໆ​ປຸກ​ລະ​ດົມ​ຊຸກ​ຍູ້​ຂະ​ບວນ​ການ​ຕໍ່​ສູ້​ຂອງ​ມະ​ຫາ​ຊົນ​ໃຫ້​ຟົດ​ຟື້ນ​ຢ່າງ​ຕໍ່​ເນື້ອງ​ໂດຍ​ຍຶດ​ໜັ້ນ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ: ສັນ​ຕິ​ພາບ, ເອ​ກະ​ພາບ, ປະ​ຊາ​ທິ​ປະ​ໄຕ,  ແລະ ເອ​ກະ​ພາບອື່ນໆ. ຈາກນັ້ນທ່ານກໍໄດ້​ໂອ້​ລົມ​ຕໍ່​ພິ​ທີ​ປາ​ຖະ​ກະ​ຖາ ດ້ານ​ການ​ເມືອງ – ແນວ​ຄິດ ໃຫ້ພະ​ນັກ​ງານ​​ – ລັດ​ຖະ​ກອນຜົນ​ງານ​ທີ່​ດີ​ພົ້ນ​ເດັ່ນ ຂອງ​ການ​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ວຽກ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິວັດ​ລາວ ​ໃນ​ການ​ປະ​ກອບ​ສ່ວນ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ພັກ, ​ ທີ​​​ມີ​ຄວາມ​ໜາຍ​ຄວາ​ມສຳ​ຄັນ, ເອົາ​ສະ​ພາບ​ຈິງ, ເອົາກົດ​ໝາຍ​ມາ​ເປັນ​ບ່ອນ​ອີງ, ​ເພື່ອ​ເຮັດ​ສຳ​ເລັດ​ຫນ້າ​ທີ​່​ ທີ່​ມີ​ກຽດ​ສະ​ຫງ່າພັກ​ໄດ້​ວາງ​ອອກ​ທົ່ວ​ປະ​ເທດ.

Bài viết ເມືອງບຸນໃຕ້ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ, ວັນຄຽດແຄ້ນຂອງປະຊາຊົນ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%ba%9a%e0%ba%b8%e0%ba%99%e0%bb%83%e0%ba%95%e0%bb%89%e0%ba%9b%e0%ba%b2%e0%ba%96%e0%ba%b0%e0%ba%81%e0%ba%b0%e0%ba%96%e0%ba%b2%e0%ba%a7%e0%ba%b1%e0%ba%99/feed/ 0
ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກິດຈະການຟາມລ້ຽງງົວຂອງບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-4/ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-4/#respond Wed, 13 Mar 2024 07:31:46 +0000 https://ptpsl.gov.la/?p=4317      ຕອນບ່າຍຂອງວັນທີ 5 ມີນາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວ ຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ກິດຈະການຟາມລ້ຽງງົວຂອງບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ ທີ່ເມືອງບຸນເໜືອ. ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.       ທ່ານ ເຫຼັກ ສຸກສັນ ອຳນວຍການ ບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ ໄດ້ລາຍງານໃຫ້ຮູ້ວ່າ: ທາງບໍລິສັດໄດ້ດຳ ເນີນກິດຈະການເລີ່ມແຕ່ປີ 2019 ຊຶ່ງໄດ້ສໍາປະທານເນື້ອທີທັງໝົດ 97,06 ເຮັກຕາ, ມີອາຍຸ 30 ປີ, ມີທຶນທັງໝົດ: 48 ຕື້ກ່ວາກີບ ດ້ວຍການລົງທຶນຂອງເອກກະຊົນ 100%, ຊຶ່ງທາງບໍລິສັດມີເປົ້າໝາຍຜະລິດແມ່ພັນງົວໃຫ້ໄດ້ຈຳນວນຈຳນວນ 500 ແມ່ໃນໄລຍະເວລາ ...

Bài viết ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກິດຈະການຟາມລ້ຽງງົວຂອງບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ đã xuất hiện đầu tiên vào ngày .

]]>

     ຕອນບ່າຍຂອງວັນທີ 5 ມີນາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວ ຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ກິດຈະການຟາມລ້ຽງງົວຂອງບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ ທີ່ເມືອງບຸນເໜືອ. ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

      ທ່ານ ເຫຼັກ ສຸກສັນ ອຳນວຍການ ບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ ໄດ້ລາຍງານໃຫ້ຮູ້ວ່າ: ທາງບໍລິສັດໄດ້ດຳ ເນີນກິດຈະການເລີ່ມແຕ່ປີ 2019 ຊຶ່ງໄດ້ສໍາປະທານເນື້ອທີທັງໝົດ 97,06 ເຮັກຕາ, ມີອາຍຸ 30 ປີ, ມີທຶນທັງໝົດ: 48 ຕື້ກ່ວາກີບ ດ້ວຍການລົງທຶນຂອງເອກກະຊົນ 100%, ຊຶ່ງທາງບໍລິສັດມີເປົ້າໝາຍຜະລິດແມ່ພັນງົວໃຫ້ໄດ້ຈຳນວນຈຳນວນ 500 ແມ່ໃນໄລຍະເວລາ 10 ປີ ແລະ ຜະລິດງົວຂຸນຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດໃຫ້ໄດ້ 3.000-5.000 ໂຕຕໍ່ປີ. ປະຈຸບັນທາງບໍລິສັດໄດ້ທະລຸເສັ້ນທາງອ້ອມຂອບເຂດດິນທີ່ທາງບໍລິສັດສຳປະທານ, ປັບສະຖານທີ່ສຳລັບຕັ້ງຄອກລ້ຽງສັດ, ຫ້ອງການ, ບ່ອນເກັບມ້ຽນຫຍ້າໝັກ-ຫຍ້າແຫ້ງ, ບ່ອນເກັບມ້ຽນອາຫານສັດ ແລະ ພື້ນທີ່ສຳລັບກໍ່ສ້າງອ່າງເກັບນ້ຳ ໃນເນື້ອທີ່ 4 ເຮັກຕາ, ໄຖ່ພື້ນທີ່ສຳລັບປູກຫຍ້າເນື້ອທີ່ 15 ເຮັກຕາ ປູກຫຍ້າລູຊິ, ຫຍ້າຫວານ ແລະ ຫຍ້າເນເປຍ, ໄດ້ສຳເລັດການປູແຮ່ຈາກທາງຫຼວງ 1A ຫາຟາມງົວໄລຍະທາງ 4,5 ກິໂລແມັດ ສາມາດທຽວໄດ້ສອງລະດູ, ໄດ້ສຳເລັດການກໍ່ສ້າງບ້ານພັກພະນັກງານ 1ຫຼັງ, ເຮືອນ ຄົວ ແລະ ຫ້ອງນ້ຳ, ສຳເລັດການກໍ່ສ້າງຄອກງົວ 3 ຫຼັງ ຂະໜາດ 9×20ແມັດ, 7,5×25ແມັດ ແລະ 8×46ແມັດ ສາມາດບັນຈຸງົວ-ຄວາຍໄດ້ 150ໂຕ, ໄດ້ເກັບຊື້ເຟືອງ ແລະ ໃບອ້ອຍເພື່ອກະກຽມແຫຼ່ງອາຫານສຳຫຼັບໄວ້ລ້ຽງງົວໃນຊ່ວງລະດູແລ້ງ, ໄດ້ສົ່ງ ເສີມປະຊາຊົນປູກມັນຕົ້ນແລ້ວເກັບຊື້ຄືນໃນລາຄາຄໍ້າປະກັນທີ່ບ້ານນ້ຳບຸນ ແລະ ບ້ານຂ້ອນ, ປະຈຸບັນມີງົວທັງໝົດ 34ໂຕ ພໍ່ພັນ 2ໂຕ. ລວມມູນຄ່າການລົງທຶນໃນໄລຍະທີ່ຜ່ານມາລວມທັງໝົດ: 3 ຕື້ກ່ວາກີບ.

     

      ໂອກາດນີ້, ທ່ານ ເຈົ້າແຂວງກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ທາງບໍລິສັດ ທີ່ຈັດຕັ້ງປະຕິບັດກິດຈະກຳຟາມລ້ຽງງົວເພື່ອຈຳ ໜ່າຍພາຍໃນ ແລະ ສົ່ງອອກ, ຫຼຸດຜ່ອນການນຳເຂົ້າ ຕາມແນວທາງນະໂຍບາຍຂອງພັກລັດວາງອອກ, ຊຶ່ງມັນໄດ້ປະກອນສ່ວນອັນສຳຄັນໃນການພັດທະນາເສດຖະກິດສັງຄົມຂອງແຂວງ, ເມືອງ ກໍ່ຄືຂອງເຈົ້າຂອງທຸລະກິດໃຫ້ມີລາຍຮັບເປັນປົກກະຕິ, ພ້ອມກັ້ນນັ້ນທ່ານໄດ້ເນັ້ນໃຫ້ ອົງການປົກຄອງເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈົ່ງໃຫ້ຄວາມໃກ້ສິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆໃນການຈັດຕັ້ງປະຕິບັດວຽກງານ,  ຕໍ່ກັບບໍລິສັດໃຫ້ສືບຕໍ່ ຊ່ວຍສົ່ງເສີມປະຊາຊົນເຂດດັ່ງກ່າວມີວຽກເຮັດງານທຳ, ດ້ວຍການສົ່ງເສີມປູກຫ້ຍາ, ປູກມັນຕົ້ນ ເພື່ອໃຫ້ເຂົາເຈົ້າມີອາຊີບທີ່ໜັ້ນຄົງ ແລະ ຖາວອນ, ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວເປັນປົກະຕິ ເພື່ອຫຼຸດຜ່ອນອອກຈາກຄວາມທຸກຍາກເທື່ອລະກ້າວ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Bài viết ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກິດຈະການຟາມລ້ຽງງົວຂອງບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-4/feed/ 0
ທ່ານ ເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-%e0%ba%a5/ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-%e0%ba%a5/#respond Wed, 13 Mar 2024 07:17:42 +0000 https://ptpsl.gov.la/?p=4315 ທ່ານ ເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ      ຕອນບ່າຍຂອງວັນທີ 5 ມີນາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວ ຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ ເມືອງບຸນເໜືອ ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.       ທ່ານ ທິດຄຳເຜົາ ຕ່າງໜ້າກຸ່ມຜະລິດເສັ້ນສະຄູ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານພຽງໄຊ ເປັນບ້ານຊົນເຜົ່າພູນ້ອຍ ມີຈຳນວນ 60 ຄົວເຮືອນ, ໂດຍໄດ້ລິ່ເລີ້ມການສ້າງຕັ້ງເປັນກຸ່ມຜະລິດເສັ້ນຄູ ຕົ້ນເດືອນ 10 ປີ 2020 ມີສະມາຊິກກຸ່ມຈຳນວນ 20 ຄອບ ຄົວ ແລະ ໄດ້ຮັບກາໝາຍສິນຄ້າໂອດອບ ໃນປີ 2022; ...

Bài viết ທ່ານ ເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ đã xuất hiện đầu tiên vào ngày .

]]>

ທ່ານ ເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ

     ຕອນບ່າຍຂອງວັນທີ 5 ມີນາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວ ຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ ເມືອງບຸນເໜືອ ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

      ທ່ານ ທິດຄຳເຜົາ ຕ່າງໜ້າກຸ່ມຜະລິດເສັ້ນສະຄູ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານພຽງໄຊ ເປັນບ້ານຊົນເຜົ່າພູນ້ອຍ ມີຈຳນວນ 60 ຄົວເຮືອນ, ໂດຍໄດ້ລິ່ເລີ້ມການສ້າງຕັ້ງເປັນກຸ່ມຜະລິດເສັ້ນຄູ ຕົ້ນເດືອນ 10 ປີ 2020 ມີສະມາຊິກກຸ່ມຈຳນວນ 20 ຄອບ ຄົວ ແລະ ໄດ້ຮັບກາໝາຍສິນຄ້າໂອດອບ ໃນປີ 2022; ການຜະລິດປຸງແຕ່ງ ວັດຖຸດິບຫົວມັນສະຄູແມ່ນປະຊາຊົນປູກເອງ ແລະ ມາຜະລິດຕາມຂັ້ນຕອນ ແລະ ກຳມະວິທີ ໂດຍໃຊ້ແຮງງານຄົນເປັນຫຼັກ, ການຜະລິດຄັ້ງໜຶ່ງເລີ່ມແຕ່ຂັ້ນຕອນທຳອິດຈົນຮອດເປັນເສັ້ນແຫ້ງ ໃຊ້ເວລາຕໍ່າສຸດ 3 ຊົ່ວໂມງຕໍ່ຄັ້ງ; ຜະລິດຕະພັນເສັ້ນສະຄູມີ 2 ປະເພດ: ປະເພດເສັ້ນ ແລະ ປະເພດແປ້ງ; ການຜະລິດເປັນເສັ້ນສະຄູພາຍຫຼັງຜະລິດຕາກແຫ້ງແລ້ວໄດ້ນຳມາບັນຈຸ, ຫຸ້ມຫໍ່, ໃສ່ຖົງ, ຕິດສະຫຼາກໂລໂກເປັນຂອງກຸ່ມ ແລ້ວອອກຈຳໜ່າຍ; ດ້ານການຕະຫຼາດໄດ້ເຂົ້າຮ່ວມງານວາງສະແດງ, ງານບຸນ ແລະ ງານເທດສະການຕ່າງໆ ເພື່ອໂຄສະນາຜະລິດຕະພັນ ຊຶ່ງໃນແຕ່ລະຄັ້ງ ແມ່ນໄດ້ຮັບຄວາມສົນໃຈຈາກລູກຄ້າ ແລະ ມີຍອດຂາຍເພີ່ມຂຶ້ນໃນແຕ່ລະປີ, ໃນປີ 2023-2024 ມີຈຳນວນ 13 ຄັ້ງໄດ້ນໍາເຂົ້າຜະລິດຕະພັນເສັ້ນສະຄູເຂົ້າຮ່ວມທັງໝົດ 390 ກິໂລ ສ້າງລາຍຮັບໄດ້ 58.500.000 ກີບ ແລະ ໄດ້ຝາກຂາຍຕາມຮ້ານຄ້າ ແລະ ຕະຫຼາດພາຍໃນ, ສ່ວນຫຼາຍແມ່ນລຸກຄ້າສັ່ງຊື້ແລ້ວຈັດສົ່ງ ຫຼື ຝາກໃຫ້; ສາມາດສ້າງລາຍຮັບເຂົ້າສູ່ສະມາ ຊິກກຸ່ມ ກໍ່ຄືບ້ານຫຼາຍຂຶ້ນ ລາຄາຂາຍປັດຈຸບັນລາຄາສົ່ງ 140.000 ກີບ/ກິໂລ; ຂາຍຍ່ອຍ 150.000 ກີບ/ກິໂລ). ພ້ອມກັນນີ້ທັງກຸ່ມຍັງໄດ້ສະເໜີການນຳຊ່ວຍເຄື່ອງຈັກແບບຫັດຖະກຳ ຈຳນວນ 2 ເຄື່ອງ, ເຄື່ອງບົດຫົວມັນສະຄູດີບ ແລະ ເຄື່ອງຕັດເປັນເສັ້ນ.

     ຜ່ານການລົງ ຢ້ຽມຢາມຄັ້ງນີ້, ທ່ານເຈົ້າແຂວງກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ ກຸ່ມການຜະລິດເສັ້ນສະຄູ ທີ່ສາມາດສ້າງລາຍຮັບເຂົ້າຄອບຄົວ, ທັງເປັນການສົ່ງເສີມການຜະລິດ ພາຍໃນ ເຮັດໃຫ້ປະຊາຊົນມີອາຊີບ ສ້າງວຽກເຮັດງານທຳ, ພ້ອມກັນນັ້ນທ່ານ ໄດ້ເນັ້ນໃຫ້ອົງການປົກຄອງເມືອງ ໃຫ້ຄວາມໃກ້ຊິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆ, ຕໍ່ກັບກຸ່ມການຜະລິດໃຫ້ສືບຕໍ່ຮັກສາຄວາມສາມັກຄີ, ສືບຕໍ່ປະຕິບັດຕາມແນວທາງຂອງພັກລັດວາງອອກ, ໂດຍການຮັກສາອາຊີບທີ່ມີຢູ່ແລ້ວ ແລະ ສືບຕໍ່ເພີ້ມອາຊີບທີ່ເຫັນວ່າຍັງມີທ່າແຮງຕື່ມ, ສືບຕໍ່ຊອກຕະຫຼາດທາງສື່ອອນລາຍເພື່ອຈຳໜ່າຍເສັ້ນສະຄູ ໃຫ້ໄດ້ຫຼາຍກ່ວາເກົ່າ ສ່ວນຂໍ້ສະເໜີຂອງທາງກຸ່ມແມ່ນທາງແຂວງ ແລະ ເມືອງ ເຫັນດີຊ່ວຍເຫຼື່ອໃນການຈັດຊື້.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Bài viết ທ່ານ ເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-%e0%ba%a5/feed/ 0
ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-3/ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-3/#respond Wed, 06 Mar 2024 09:41:22 +0000 https://ptpsl.gov.la/?p=4299 ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ      ຕອນບ່າຍຂອງວັນທີ 5 ມີນາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວ ຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ ທີ່ເມືອງບຸນເໜືອ. ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.      ໂອກາດນີ້, ທ່ານ ຄຳຈັນ ສິດທິລາດ ຕາງໜ້າໃຫ້ ບໍລິສັດ ສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈຳກັດຜູ້ດຽວ ໄດ້ລາຍງານວ່າ: ບໍລິສັດ ສຸກຈະເລີນຟາມລ້ຽງໄກ່ໄດ້ສ້າງຕັ້ງຂື້ນໃນທ້າຍປີ 2021 ແລະ ໄດ້ດຳເນີນກິດຈະການໃນຕົ້ນເດືອນກໍລະກົດ ປີ 2022 ໃນໄລຍະຜ່ານມາທາງບໍລິສັດ ກໍ່ໄດ້ມີການ ບຸກເບີກພື້ນທີ່, ກໍ່ສ້າງເສັ້ນທາງເຂົ້າຟາມ, ກໍ່ສ້າງຄອກລ້ຽງໄກ່ແບບເຄີ່ງຖາວອນ-ແບບຖາວອນ ແລະ ...

Bài viết ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ đã xuất hiện đầu tiên vào ngày .

]]>

ທ່ານເຈົ້າແຂວງຜົ້ງສາລີ

ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ

     ຕອນບ່າຍຂອງວັນທີ 5 ມີນາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວ ຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ ທີ່ເມືອງບຸນເໜືອ. ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

     ໂອກາດນີ້, ທ່ານ ຄຳຈັນ ສິດທິລາດ ຕາງໜ້າໃຫ້ ບໍລິສັດ ສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈຳກັດຜູ້ດຽວ ໄດ້ລາຍງານວ່າ: ບໍລິສັດ ສຸກຈະເລີນຟາມລ້ຽງໄກ່ໄດ້ສ້າງຕັ້ງຂື້ນໃນທ້າຍປີ 2021 ແລະ ໄດ້ດຳເນີນກິດຈະການໃນຕົ້ນເດືອນກໍລະກົດ ປີ 2022 ໃນໄລຍະຜ່ານມາທາງບໍລິສັດ ກໍ່ໄດ້ມີການ ບຸກເບີກພື້ນທີ່, ກໍ່ສ້າງເສັ້ນທາງເຂົ້າຟາມ, ກໍ່ສ້າງຄອກລ້ຽງໄກ່ແບບເຄີ່ງຖາວອນ-ແບບຖາວອນ ແລະ ນຳເຂົ້າໄກ່ພັນໄຂ່ຈາກປະເທດໄທ (ເປັນໄກ່ພັນໄຂ່ໄຮບຮີດ) ໃນວັນທີ 24 ກັນຍາ 2022. ປະຈຸບັນທາງບໍລິສັດພວມດຳເນີນກິດຈະການບຸກເບີກພື້ນທີ່ຕັ້ງໂຄກໄກ່ໄຂ່ ແລະ ໄກ່ຊີ້ນສຳເລັດ, ສ້າງໂຄກໄກ່ໄຂ່ແບບເຄີ່ງຖາວອນ ຂະໜາດ 8×25 ແມັດ ຈຳນວນ 1 ຫລັງ ບັນຈຸໄກ່ໄດ້ 500 ໂຕ, ເປັນໂຄກໄກ່ເພື່ອທົດລອງຄວາມເປັນໄປໄດ້ຂອງການໃຫ້ຜົນຜະລີດໄກ່ໄຂ່, ໄດ້ສຳເລັດການກໍ່ສ້າງຕັ້ງໂຄກໄກ່ໄຂ່ແບບຖາວອນ ຂະໜາດ 15×85 ແມັດ ຈຳນວນ 1 ຫລັງ ທີ່ສາມາດບັນຈຸໄກ່ໄດ້ 8 ພັນ – 10 ພັນໂຕ, ສຳເລັດການກໍ່ສ້າງ ແລະ ວາງລະບົບທໍ່ນ້ຳ ເພື່ອນຳໃຊ້ໃນຟາມໄກ່ ມີຄວາມຍາວ 2,800 ແມັດ, ຈັດຊື້ ແລະ ນຳເຂົ້າແນວພັນໄກ່ໄຂ່ ( ໄກ່ແມ່ສາວ 18 ອາທິດ ) ຈຳນວນ 500 ໂຕ ຈາກປະເທດໄທ, ຈັດຊື້ ແລະ ນຳເຂົ້າວັດສະດຸອຸປະ ກອນນຳໃຊ້ຟາມໄກ່, ຫົວອາຫານໄກ່, ຢາປ້ອງກັນຕ່າງໆ ແລະ ມີແຜນ ຈະນຳເຂົ້າໄກ່ພັນໄຂ່ໃນທ້າຍເດືອນ 3 ປີ 2024 ຈຳນວນ 4.000 – 5.000 ໂຕ ).  ຜົນການດຳເນີນກິດຈະການລ້ຽງໄກ່ໄຂ່ໃນຊ່ວງໄລຍະ 13 ເດືອນຜ່ານມາ ( ແຕ່ວັນທີ 24 ກັນຍາ 2022 ຫາ ວັນທີ 16 ສີງຫາ 2023 ) ໂດຍລວມແລ້ວ ການລ້ຽງໄກ່ໄຂ່ຢູ່ແຂວງຜົ້ງສາລີ ເຫັນວ່າມີຄວາມເໝາະສົມ ແລະ ຕ້ອງໄດ້ນຳໃຊ້ທາງເຕັກນີກ-ວິທີການດ້ານຕ່າງໆ. ເຖິ່ງວ່າສະພາບອາກາດໜາວເຢັນ ແຕ່ອັດຕາການຕາຍຂອງໄກ່ແມ່ນໜ້ອຍ ( ປະມານ 3 % ), ການໃຫ້ຜົນຜະລິດໄຂ່ແມ່ນຢູ່ອັດຕາສ່ວນ ປະມານ 88,5 % ສະເລ່ຍ 11,700 ໜ່ວຍຕໍ່ເເດືອນ ( ສະເລ່ຍໃຫ້ໄຂ່ 390 ໜ່ວຍຕໍ່ມື້ ) ສະເລ່ຍລາຍຮັບ 21.000.000 ກີບຕໍ່ເດືອນ ແລະ ລາຍຈ່າຍສະເລ່ຍ 16.000.000 ກີບຕໍ່ເດືອນ. ນອກຈາກນີ້ທາງບໍລິສັດຍັງໄດ້ປູກພຶກພັກຊະນິດຕ່າງໆ ເພື່ອສົ່ງຂາຍພາຍໃນເທດສະບານເມືອງບຸນເໜືອ ຕື່ມອີກ.

     ໂອກາດນີ້, ທ່ານ ເຈົ້າແຂວງກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ທາງບໍລິສັດ ທີ່ຈັດຕັ້ງປະຕິບັດຫຼາຍຈິດຈະກຳ ຊຶ່ງມັນໄດ້ປະກອນສ່ວນອັນສຳຄັນໃນການພັດທະນາເສດຖະກິດສັງຄົມຂອງແຂວງ, ເມືອງ ກໍ່ຄືຂອງຄອບຄົວໃຫ້ມີລາຍຮັບເປັນປົກກະຕິ, ພ້ອມກັ້ນນັ້ນທ່ານໄດ້ເນັ້ນໃຫ້ ອົງການປົກຄອງເມືອງ ໃຫ້ຄວາມໃກ້ສິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆໃນການຈັດຕັ້ງປະຕິບັດ ຕໍ່ກັບບໍລິສັດໃຫ້ໃຫ້ສືບຕໍ່ຮັກສາອາຊີບ, ທຸລະກິດທີ່ມີຢູ່ແລ້ວ ແລະ ສືບຕໍ່ເພີ້ມອາຊີບທີ່ເຫັນວ່າຍັງມີທ່າແຮງຕື່ມເປັນຕົ້ນການລ້ຽງໝູ ແລະ ປາ ເປັນສິ້ນຄ້າ, ຊ່ວຍສົ່ງເສີມປະຊາຊົນເຂດດັ່ງກ່າວມີວຽກເຮັດງານທຳ, ເພື່ອໃຫ້ເຂົາເຈົ້າມີອາຊີບທີ່ໜັ້ນຄົງ ແລະ ຖາວອນ, ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວເປັນປົກະຕິ ເພື່ອຫຼຸດຜ່ອນອອກຈາກຄວາມທຸກຍາກເທື່ອລະກ້າວ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

 

Bài viết ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-3/feed/ 0
ທ່ານເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມພະນັກງງານຫຼັກແຫລ່ງ ແລະ ອາດິດການນຳຢູ່ເມືອງຂວາ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-%e0%ba%9e/ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-%e0%ba%9e/#respond Wed, 06 Mar 2024 08:35:56 +0000 https://ptpsl.gov.la/?p=4292 ທ່ານເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມພະນັກງງານຫຼັກແຫລ່ງ ແລະ ອາດິດການນຳຢູ່ເມືອງຂວາ ເນື່ອງໃນໂອກາດທີ່ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງຊຸກຍູ້ວຽກງານຮອບດ້ານຂອງເມືອງ ແລະ ແຜນການກະກຽມກອງປະຊຸມໃຫຍ່ຂອງພັກ 3 ຂັ້ນຢູ່ເມືອງຂວາໃນທ້າຍອາທິດທີ່ຜ່ານມານີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ໄດ້ພົບປະໂອ້ລົມການນຳເມືອງ, ພະນັກງານຫຼັກແຫລ່ງ ແລະ ອາດິດການນຳເມືອງ.     ໂອກາດນີ້ ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານພົົ້ນເດັ່ນການນໍາພາຊີ້ນໍາຂອງຄະນະບໍລິຫານງານພັກເມືອງ ໄລຍະ 4 ປີ ແລະ ທິດທາງວຽກງານຈຸດສຸມໃນປີ 2024 ຊຶ່ງຕະຫຼອດໄລຍະການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XV ຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ III (2020-2024) ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງເມືອງ ເປັນຕົ້ນແມ່ນການປູກຟັງ-ລ້ຽງສັດ, ການນໍາໃຊ້, ຄຸ້ມຄອງເຄື່ອງປ່າຂອງດົງແບບຢືນຍົງ, ການບໍລິການ ແລະ ...

Bài viết ທ່ານເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມພະນັກງງານຫຼັກແຫລ່ງ ແລະ ອາດິດການນຳຢູ່ເມືອງຂວາ đã xuất hiện đầu tiên vào ngày .

]]>

ທ່ານເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມພະນັກງງານຫຼັກແຫລ່ງ ແລະ ອາດິດການນຳຢູ່ເມືອງຂວາ

ເນື່ອງໃນໂອກາດທີ່ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງຊຸກຍູ້ວຽກງານຮອບດ້ານຂອງເມືອງ ແລະ ແຜນການກະກຽມກອງປະຊຸມໃຫຍ່ຂອງພັກ 3 ຂັ້ນຢູ່ເມືອງຂວາໃນທ້າຍອາທິດທີ່ຜ່ານມານີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ໄດ້ພົບປະໂອ້ລົມການນຳເມືອງ, ພະນັກງານຫຼັກແຫລ່ງ ແລະ ອາດິດການນຳເມືອງ.

    ໂອກາດນີ້ ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານພົົ້ນເດັ່ນການນໍາພາຊີ້ນໍາຂອງຄະນະບໍລິຫານງານພັກເມືອງ ໄລຍະ 4 ປີ ແລະ ທິດທາງວຽກງານຈຸດສຸມໃນປີ 2024 ຊຶ່ງຕະຫຼອດໄລຍະການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XV ຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ III (2020-2024) ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງເມືອງ ເປັນຕົ້ນແມ່ນການປູກຟັງ-ລ້ຽງສັດ, ການນໍາໃຊ້, ຄຸ້ມຄອງເຄື່ອງປ່າຂອງດົງແບບຢືນຍົງ, ການບໍລິການ ແລະ ອຸດສາຫະກໍາປຸງແຕ່ງ ຕາມແລວເສດຖະກິດ ແລະ ຕາມ 5 ທາງອອກຂອງເມືອງ. 4 ປີຜ່ານມາ ອັດຕາການຂະຫຍາຍຕົວຂອງເສດຖະກິດແມ່ນຢູ່ໃນລະດັບ 6,01 %. ໃນນີ້: ຂະແໜງກະສິກໍາ-ປ່າໄມ້ຂະ ຫຍາຍຕົວ5,99%; ຂະແໜງອຸດສາຫະກໍາ -ຫັດຖະກໍາຂະຫຍາຍຕົວ 6,12% ແລະ ຂະແໜງການບໍລິການຂະຫຍາຍຕົວ 5,23%. ລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 933,21 ຕື້ກີບ, ເທົ່າກັບ 76,23% ຂອງແຜນການ 5 ປີ, ໃນນີ້: ຂະ ແໜງກະສິກໍາ-ປ່າໄມ້ມີມູນຄ່າ 480,65 ຕື້ກີບ, ກວມ 51,51%; ຂະແໜງອຸດສາຫະກໍາ -ຫັດຖະກໍາມີມູນຄ່າ 166,62 ຕື້ກີບ, ກວມ 17,85% ແລະ ຂະແໜງການບໍລິການມີມູນຄ່າ 285,91 ຕື້ກີບ, ກວມ 30,64%. ສະເລ່ຍໃສ່ລາຍຮັບຕໍ່ຫົວຄົນໄດ້ 10,25 ລ້ານກີບ ຫຼື ເທົ່າກັບ 495,76 ໂດລາ ( ໃນອັດຕາແລກປ່ຽນ 20,683 ກີບ ຕໍ່ 1 ໂດລາສະຫະລັດ); ພ້ອມດຽວກັນນັ້ນກໍ່ໄດ້ຈັດຕັ້ງປະຕິບັດຕາມ 9 ແຜນງານ 181 ໂຄງການ ສໍາເລັດ 5 ແຜນງານ, 93 ໂຄງການ ມີມູນຄ່າ 101,12 ຕື້ກີບ ເທົ່າກັບ 51,38% ຂອງແຜນການ 5 ປີ, ການຈັດຕັ້ງປະຕິບັດແຜນງົບປະມານຕະຫຼອດໄລຍະ 4 ປີຜ່ານມາລາຍຮັບລວມປະຕິບັດໄດ້ 17,57 ຕື້ກີບ, ເທົ່າກັບ 79,30% ຂອງແຜນການ 5 ປີ, ດ້ານລາຍຈ່າຍ ປະຕິບັດລາຍຈ່າຍໄດ້ທັງໝົດ 16,05 ຕື້ກີບ ເທົ່າກັບ 72,44% ຂອງແຜນການ 5 ປີ. ອັນພົ້ນເດັ່ນແມ່ນສຸ່ມໃສ່ການສ້າງຖ້ານຂໍ້ມູນຈັດເກັບລາຍຮັບໄດ້ 93 ບ້ານ. ພ້ອມກັນນີ້ບັດຄາດໝາຍຕົວຊີ້ວັດຕ່າງໆຂອງຂົງເຂດສັງຄົມກໍ່ໄດ້ເອົາໃຈໃສ່ປະຕິບັດຢ່າງຕໍ່ເນື່ອງ ແລະ ໄດ້ບັນລຸບາງຄາດໝາຍ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບການສ້າງຕົວເມືອງນ້ອຍໃນຊົນນະບົດກໍ່ໄດ້ສຸມທຸກແຫລ່ງທຶນໃນການຈັດ ຕັ້ງປະຕິ ບັດ, ພື້ນຖານໂຄງລ່າງກໍ່ໄດ້ຮັບການປັບປຸງຍົກລະດັບ ແລະ ເຮັດໃຫ້ຊີວິດຂອງປະຊາຊົນດີຂຶ້ນເປັນກ້າວໆ.

     ໂອກາດດັ່ງກ່າວນີ້ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ກໍ່ໄດ້ມີຄຳເຫັນໂອ້ລົມ ຊຶ່ງ ໄດ້ເນັ້ນໝັກ ແລະ ຮຽກຮ້ອງຕື່ມຫຼາຍບັນຫາເປັນຕົ້ນແມ່ນ: ໃຫ້ຄະນະພັກແຕ່ລະຂັ້ນເອົາໃຈໃສ່ສຶກສາອົບຮົມນໍາພາການເມືອງແນວຄິດ ໃຫ້ທຸກພາກສ່ວນ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງຄະນະພັກ ແລະ ການຄຸ້ມຄອງຂອງແຕ່ລະຂັ້ນ, ເພີ່ມຄວາມເປັນເຈົ້າ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການແກ້ໄຂ 9 ໜໍ່ແໜ່ງທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ແທດເຖິງຕົວຈິງ ແລະ ເຂັ້ມງວດກ່ວາເກົ່າ, ສືບຕໍ່ກະກຽມດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ໃຫ້ຖືກຕ້ອງຕາມກົດລະບຽບຂອງພັກ, ຕາມຄໍາສັ່ງ, ຄໍາແນະນໍາ ຂອງສູນກາງ, ຂອງແຂວງ ແລະ ຮັບປະກັນຄວາມຖືກຕ້ອງ, ມີຄວາມສະຫງົບ ແລະ ສໍາເລັດຕາມກໍານົດເວລາ, ສືບຕໍ່ສຸມໃສ່ພັດທະນາເສດຖະກິດ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມແລວ 1.1, 4, 5, 6, 22 ແລະ 9 ແຜນງານ; ໃນນັ້ນ ສຸມໃສ່ກໍ່ສ້າງໂຄງລ່າງຮັບໃຊ້ແກ່ການພັດທະນາ, ການດໍາລົງຊີວິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ; ສຸມໃສ່ການຈັດສັນຍົກຍ້າຍບ້ານ, ການໂຮມບ້ານ ແລະ ການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ, ສືບຕໍ່ສຸມໃສ່ການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບ ຕິດ ຕາມ 5 ວຽກຕົ້ນຕໍ ຢ່າງແຂງແຮງ ແລະ ແທດເຖິງ, ສືບຕໍ່ຊີ້ນໍາວາງແຜນການປ້ອງກັນ, ສະກັດກັ້ນ ແລະ ເຝົ້າລະວັງພະຍຸພະຍາດ, ໄພພິບັດຕ່າງໆ ອາດເກີດຂຶ້ນຕາມລະດູການ, ສຸມໃສ່ການປະຕິບັດຄາດໝາຍດ້ານສະຫັດສະຫວັດ ເພື່ອການພັດທະ ນາ ແລະ ການພັດທະນາແບບຍືນຍົງ (SDGs) ໃນຂົງເຂດສັງຄົມ ໃຫ້ບັນລຸເພີ່ມຂຶ້ນ, ສຸມໃສ່ການສົ່ງເສີມການຜະລິດສະບຽງອາຫານ-ທັນຍາຫານ ເພື່ອສະໜອງພາຍໃນ ແລະ ທົດແທນການນໍາເຂົ້າ, ສຸມໃສ່ຈັດຕັ້ງປະຕິບັດ ໂຄງການຜະລິດເປັນສິນຄ້າເພື່ອສົ່ງອອກ ທີ່ມີຕະຫຼາດຮອງຮັບ ມາແລ້ວເຊັ່ນ: ຢາງພາລາ, ໝາກແໜ່ງ ແລະ ພືດລະດູການ ຕິດພັນກັບການຈັດສັນອາ ຊີບ, ສ້າງລາຍຮັບ, ລາຍໄດ້ ໃຫ້ແກ່ປະຊາຊົນ ເພື່ອໃຫ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Bài viết ທ່ານເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມພະນັກງງານຫຼັກແຫລ່ງ ແລະ ອາດິດການນຳຢູ່ເມືອງຂວາ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-%e0%ba%9e/feed/ 0
ພິທີ ມອບ-ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມສົມບູນລາດຊາງ ເມືອງຂວາ https://ptpsl.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5-%e0%ba%a1%e0%ba%ad%e0%ba%9a-%e0%ba%ae%e0%ba%b1%e0%ba%9a-%e0%bb%82%e0%ba%84%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%81%e0%bb%8d%e0%bb%88%e0%ba%aa%e0%bb%89/ https://ptpsl.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5-%e0%ba%a1%e0%ba%ad%e0%ba%9a-%e0%ba%ae%e0%ba%b1%e0%ba%9a-%e0%bb%82%e0%ba%84%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%81%e0%bb%8d%e0%bb%88%e0%ba%aa%e0%bb%89/#respond Wed, 06 Mar 2024 08:25:33 +0000 https://ptpsl.gov.la/?p=4284 ພິທີ ມອບ-ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມສົມບູນລາດຊາງ ເມືອງຂວາ      ໃນຕອນເຊົ້າຂອງວັນທີ 3 ມີນາ 2024 ນີ້້, ຢູ່ທີ່ໂຮງຮຽນມັດທະຍົມສົມບູນລາດຊາງ, ເມືອງຂວາ ໄດ້ຈັດໃຫ້ມີພິທີ ມອບ-ຮັບ ໂຄງການກໍ່ສ້າງ ອາຄານໂຮງຮຽນມັດທະຍົມສົມບູນລາດຊາງ ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ, ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ, ມີບັນດາທ່ານການນຳຂອງນະຄອນຫຼວງວຽງຈັນ, ການນຳແຂວງ, ການນຳເມືອງ, ຕະຫຼອດຮອດຄູອາຈານ, ສະມາຄົມພໍ່ແມ່ນັກຮຽນ, ພ້ອມດ້ວຍນັກຮຽນພາຍໃນໂຮງຮຽນມັດທະຍົມສົມບູນລາດຊາງ ເຂົ້າຮ່ວມຢ່າງຫຼວງຫຼາຍ.        ໃນພິທີ, ທ່ານ ຄຳຫມັ້ນ ວິລະເກດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຂວາ ໄດ້ລາຍງານກ່ຽວການຈັດຕັ້ງປະຕິບັດກໍ່ສ້າງອາຄານໂຮງຮຽນ ຊຶ່ງທ່ານໃຫ້ຮູ້ວ່າ: ໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມສົມບູນ ລາດຊາງ ກຸ່ມລາດຊາງ  ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດຕັ້ງປະຕິບັດ ...

Bài viết ພິທີ ມອບ-ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມສົມບູນລາດຊາງ ເມືອງຂວາ đã xuất hiện đầu tiên vào ngày .

]]>

ພິທີ ມອບ-ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມສົມບູນລາດຊາງ ເມືອງຂວາ

     ໃນຕອນເຊົ້າຂອງວັນທີ 3 ມີນາ 2024 ນີ້້, ຢູ່ທີ່ໂຮງຮຽນມັດທະຍົມສົມບູນລາດຊາງ, ເມືອງຂວາ ໄດ້ຈັດໃຫ້ມີພິທີ ມອບ-ຮັບ ໂຄງການກໍ່ສ້າງ ອາຄານໂຮງຮຽນມັດທະຍົມສົມບູນລາດຊາງ ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ, ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ, ມີບັນດາທ່ານການນຳຂອງນະຄອນຫຼວງວຽງຈັນ, ການນຳແຂວງ, ການນຳເມືອງ, ຕະຫຼອດຮອດຄູອາຈານ, ສະມາຄົມພໍ່ແມ່ນັກຮຽນ, ພ້ອມດ້ວຍນັກຮຽນພາຍໃນໂຮງຮຽນມັດທະຍົມສົມບູນລາດຊາງ ເຂົ້າຮ່ວມຢ່າງຫຼວງຫຼາຍ.

       ໃນພິທີ, ທ່ານ ຄຳຫມັ້ນ ວິລະເກດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຂວາ ໄດ້ລາຍງານກ່ຽວການຈັດຕັ້ງປະຕິບັດກໍ່ສ້າງອາຄານໂຮງຮຽນ ຊຶ່ງທ່ານໃຫ້ຮູ້ວ່າ: ໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມສົມບູນ ລາດຊາງ ກຸ່ມລາດຊາງ  ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດຕັ້ງປະຕິບັດ ແຕ່ວັນທີ 19 ມັງກອນ 2023 ຫາ ວັນທີ 12 ທັນວາ 2023 ໃຊ້ເວລາໃນການກໍ່ສ້າງລວມ 223 ວັນ, ຊຶ່ງເປັນອາຄານແບບຖາວອນຈໍານວນ 01 ຫຼັງ 02 ຊັ້ນ ແລະ 10 ຫ້ອງຮຽນ, ຂະໜາດ 10×35 ແມັດ, ມູນຄ່າການກໍ່ສ້າງຕົວຈີ່ງທັງໝົດລວມຈໍານວນ 1,860,000,000 ກີບ ໃນນີ້ທຶນຊ່ວຍເຫຼືອຈາກປຸກລະດົມຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນຈໍານວນ 1.500.000.000ກີບ (ໜຶ່ງຕື້ຫ້າຮອຍລ້ານກີບ) ແລະ ທຶນສົມທົບຂອງຊຸມຊົນ ຈໍານວນ360.000.000 ກີບ (ສາມຮ້ອຍ ຫົກສິບລ້ານກີບ). ໃນນີ້ຄ່າແຮງງານ 1.149 ແຮງງານ, ລວມຄ່າແຮງງານທັງໝົດ 242.350.000 ກີບ, ຄ່າວັດສະດຸທ້ອງຖິ່ນ (ໄມ້ຄ້ຳແບບ, ໄມ້ຕີແບບ, ໄມ້ໂຄ້ງຫຼັງຄາ, ໄມ້ເພດ້ານ ແລະ ໄມ້ດີ້ວ) ລວມມູນຄ່າທັງໝົດ 117.650.000 ກີບ, ຊຶ່ງເປັນການປະກອບສ່ວນບັນດາກຸ່ມບ້ານ, ຄອບຄົວທີ່ອາໃສຂອບເຂດບໍລິການຂອງຊັ້ນມັດທະຍົມສຶກສາຕອນປາຍຂອງ ມ.ສ ລາດຊາງ ໂຮງຮຽນເຊິ່ງປະກອບມີກຸ່ມລາດຊາງ, ກຸ່ມສິນໄຊ, ກຸ່ມລະຮາງໃຫຍ່ ແລະ ກຸ່ມແສນຍາງ.

        ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄຳເຫັນ ກ່າວມອບໂຮງຮຽນຄັ້ງນີ້ວ່າ: ໂຮງຮຽນຫຼັງນີ້ແມ່ນເປັນຂອງຂວັນຈາກການນຳນະຄອນຫຼວງວຽງຈັນ ແລະ ການລະດົມທຶນຈາກບຸກຄົນ, ນິຕິບຸກຄົນຈາກ 47 ພາກສ່ວນ, ໄດ້ມາຊ່ວຍເຫຼື່ອໃຫ້ກັບໂຮງຮຽນ ມ.ສ ລາດຊາງ ເຊິ່ງມັນຈະໄດ້ເປັນການປະກອບສ່ວນອັນສຳຄັນໃນການກໍ່ສ້າງຊັບພະຍາກອນມະນຸດຂອງແຂວງຜົ້ງສາລີ, ໂດຍສະເພາະເຂດບໍລິເວນໂຮງຮຽນ ມສ ລາດຊາງ ເມືອງຂວາ.

      ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ຂຶ້ນມີຄຳເຫັນກ່າວຮັບວ່າ: ໂຄງການດັ່ງກ່າວ, ຊຶ່ງເປັນຂອງ ຂ້ວນອັນລໍ້າຄ່າ ຈາກນະຄອນຫຼວງ ວຽງຈັນເວົ້າລວມ, ເວົ້າສະເພາະຈາກບຸກຄົນ, ນິຕິບຸກທີ່ໄດ້ປະກອບສ່ວນແຫຼ່ງທຶນ ແລະ ຈະກາຍເປັນປະຫວັດສາດ ອັນສໍາຄັນໃນອະນາຄົດ, ຊຶ່ງບໍ່ເຄີຍມີມາກ່ອນ ແລະ ໂຮງຮຽນແຫ່ງນີ້ຈະປະກອບສ່ວນອັນສຳຄັນເຂົ້າໃນການຍົກລະດັບຄຸນນະພາບການຮຽນ, ການສອນ ສູງຂຶ້ນຕື່ມ, ພ້ອມກັນນັ້ນທ່ານເຈົ້າແຂວງ ໄດ້ເນັ້ນໃຫ້ທຸກພາກສ່ວນ ຈົ່ງພ້ອມກັນຄຸ້ມຄອງ, ນຳໃຊ້ຕຶກອາຄານຫ້ອງຮຽນຫຼັງນີ້ ແລະ ໂຮງຮຽນແຫ່ງນີ້ ໃຫ້ມີປະສິດຕິຜົນສູງ ແລະ ມີຄວາມຍືນຍົງ ປະກອບສ່ວນເຂົ້າໃນການສ້າງຊັບພະຍາກອນມະນຸດເວົ້າລວມ, ເວົ້າສະເພາະການຍົກຄຸນະພາບ ການຮຽນ-ການສອນຢູ່ພາຍໃນກຸ່ມລາດຊາງ, ເມືອງຂວາ ໃຫ້ມີບາດກ້າວໃໝ່ ແລະ ມີຄຸນນະພາບສູງຂຶ້ນເທື່ອລະກ້າວ.

     ໂອກາດນີ້, ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ, ນິຕິບຸກ ກຸ່ມບ້ານ ຕ່າງໆທີ່ໄດ້ປະກອບສ່ວນແຫຼ່ງທຶນເຂົ້າໃນການກໍ່ສ້າງອາຄານໂຮງຮຽນມັດທະຍົມສົມບູນລາດຊາງ ຈົນສຳເລັດ, ພ້ອມກຽວກັນນີ້ຄະນະປະທານຍັງໄດ້ພ້ອມກັນຕັດແທບຜ້າເພື່ອເປີດນຳໃຊ້ອາຄານຮຽນດັ່ງກ່າວຢ່າງເປັນທາງການ ແລະ ຮ່ວມປູກຕົ້ນໄມ້ໄວ້ເປັນທີ່ລະນຶກໃຫ້ກັບໂຮງຮຽນຕື່ມອີກ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Bài viết ພິທີ ມອບ-ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມສົມບູນລາດຊາງ ເມືອງຂວາ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5-%e0%ba%a1%e0%ba%ad%e0%ba%9a-%e0%ba%ae%e0%ba%b1%e0%ba%9a-%e0%bb%82%e0%ba%84%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%81%e0%bb%8d%e0%bb%88%e0%ba%aa%e0%bb%89/feed/ 0
ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດໄຄ່ແຜ່ນ ຢູ່ບ້ານສິນໄຊ ເມືອງຂວາ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-2/ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-2/#respond Wed, 06 Mar 2024 08:14:45 +0000 https://ptpsl.gov.la/?p=4278 ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດໄຄ່ແຜ່ນ ຢູ່ບ້ານສິນໄຊ ເມືອງຂວາ      ຕອນບ່າຍຂອງວັນທີ 29 ກຸມພາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ກຸ່ມການຜະລິດໄຄ່ແຜ່ນຢູ່ບ້ານສິນໄຊ ເມືອງຂວາ. ໂດຍມີທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.      ບ້ານສິນໄຊ ກໍ່ເປັນບ້ານໜຶ່ງທີ່ຂຶ້ນກັບກຸ່ມສິນໄຊ ເມືອງຂວາ ແຂວງຜົ້ງສາລີ ເຊິ່ງຫ່າງຈາກເທດສະບານເມືອງປະມານ 36 ກິໂລແມັດ ກູ່ມຜະລິດປະກອບດ້ວຍສະມາຊິກຜູ້ ທັງໝົດ 57 ຄອບຄົວ, ມີແຮງງານຜະລິດທັງໝົດ 114 ຄົນ, ຍິງ 109 ຄົນ, ມີ 4 ໜ່ວຍການຜະລິດສາມາດຜະລິດໄຄ່ແຜນໄດ້ 65,969 ແຜນ / ປີ, (ໜຶ່ງກີໂລດິບສາມາດຜະລິດເປັນແຜນໄດ້ສີ່ແຜນ) ເພື່ອສ້າງຄວາມເຂັ້ມແຂງໃຫ້ກຸ່ມສາມາດຢູ່ລອດຕໍ່ໄປນັ້ນ ພາຍໃນກຸ່ມໄດ້ມີການສ້າງກົດລະບຽບຢ່າງລະອຽດ ...

Bài viết ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດໄຄ່ແຜ່ນ ຢູ່ບ້ານສິນໄຊ ເມືອງຂວາ đã xuất hiện đầu tiên vào ngày .

]]>

ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດໄຄ່ແຜ່ນ ຢູ່ບ້ານສິນໄຊ ເມືອງຂວາ

     ຕອນບ່າຍຂອງວັນທີ 29 ກຸມພາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ກຸ່ມການຜະລິດໄຄ່ແຜ່ນຢູ່ບ້ານສິນໄຊ ເມືອງຂວາ. ໂດຍມີທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

     ບ້ານສິນໄຊ ກໍ່ເປັນບ້ານໜຶ່ງທີ່ຂຶ້ນກັບກຸ່ມສິນໄຊ ເມືອງຂວາ ແຂວງຜົ້ງສາລີ ເຊິ່ງຫ່າງຈາກເທດສະບານເມືອງປະມານ 36 ກິໂລແມັດ ກູ່ມຜະລິດປະກອບດ້ວຍສະມາຊິກຜູ້ ທັງໝົດ 57 ຄອບຄົວ, ມີແຮງງານຜະລິດທັງໝົດ 114 ຄົນ, ຍິງ 109 ຄົນ, ມີ 4 ໜ່ວຍການຜະລິດສາມາດຜະລິດໄຄ່ແຜນໄດ້ 65,969 ແຜນ / ປີ, (ໜຶ່ງກີໂລດິບສາມາດຜະລິດເປັນແຜນໄດ້ສີ່ແຜນ) ເພື່ອສ້າງຄວາມເຂັ້ມແຂງໃຫ້ກຸ່ມສາມາດຢູ່ລອດຕໍ່ໄປນັ້ນ ພາຍໃນກຸ່ມໄດ້ມີການສ້າງກົດລະບຽບຢ່າງລະອຽດ ເພື່ອເປັນບ່ອນອີງໃນການບໍລິຫານກຸ່ມ ແລະ ທາງຂະແໜງການ ກໍ່ຄືຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ສະເໜີນໍາໃຊ້ກາໝາຍໂອ ດັອບໜຶ່ງເມືອງໜຶ່ງຜະລິດຕະພັນຂອງເມືອງຂວາ ແລະ ຈັດພິທີເປີດປ້າຍນຳໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງ ຊາດ ຄັ້ງວັນທີ 13 ທັນວາ 2019 ທີີ່ຜ່ານມາ ໄລຍະເວລາການເກັບກູ້ແມ່ນເລີ່ມແຕ່ຕົ້ນເດືອນ 11 ປີ 2023 ຈົນເຖິງ ວັນທີ 25 ມີນາ  ຂອງທຸກໆປີ ແລະ ການຈຳໜ່າຍແມ່ນເລີ່ມແຕ່ເດືອນ 11 ຈົນເຖິງ ເດືອນ 07 ຂອງທຸກໆປີ.

     ຜ່ານການຈັດຕັ້ງປະຕິບັດໃນໄລຍະໜຶ່ງປີ ໃນສົກປີ 2023 ຜ່ານມາ ທາງກຸ່ມຜະລິດສາມາດຜະລິດໄຄແຜ່ນໄດ້ທັງໝົດ ຈຳ ນວນ 65,969 ແຜ່ນ, ຂາຍໃນລາຄາ 15,000 ກີບ/ແຜນ, ລວມລາຍຮັບໄດ້ທັງໝົດ ຈຳນວນ 989 ລ້ານກ່ວາກີບ, ສະເລ່ຍຜົນກໍາໄລ່ທັງໝົດ 131,938,000 ກີບ ແລະ ເຂົ້້າເປັນເງິນຄັ່ງກຸ່ມຜະລິດຈຳນວນ 19,790,000 ກີບ, ສໍາລັບວັດຖຸດິບແມ່ນໄດ້ເກັບຈາກຂອບເຂດບ້ານ ແລະ ນໍາເຂົ້າຈາກຕ່າງເມືອງຕ່າງແຂວງ. ພ້ອມກັນນີ້ທາງກຸ່ມຍັງໄດ້ສະເໜີຕໍ່ຂັ້ນເທິງເປັນຕົ້ນແມ່ນຊ່ວຍເຮືອນຕາກໄຄແຜ່ນ ເນື່ອງການຕາກທຸກມື້ໃນຊວງມີການຜະລິດແມ່ນໄດ້ຕາກຕາມແຄມທາງລົດ; ຊ່ວຍຄອມພິວເຕີ ແລະ ປິ່ນເຕີສີ 1 ຊຸດ ເພື່ອປີ່ນໂລ້ໂກ້ຕິດໃສ່ສິ້ນຄ້າ ເນື່ອງຈາກໄລຍະທີ່ຜ່ານມາໄດ້ສັ່ງເຮັດຈາກບ່ອນອື່ນ ແລະ ເຮັດໃຫ້ການຜະລິດຕົ້ນທຶນສູງ.

      ຜ່ານການລົງ ຢ້ຽມຢາມຄັ້ງນີ້, ທ່ານເຈົ້າແຂວງກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ ກຸ່ມການຜະລິດໄຄ່ແຜ່ນ ທີ່ສາມາດສ້າງລາຍຮັບເຂົ້າຄອບຄົວ, ທັງເປັນການສົ່ງເສີມການຜະລິດ ພາຍໃນ ເຮັດໃຫ້ປະຊາຊົນມີອາຊີບ ສ້າງວຽກເຮັດງານທຳ, ພ້ອມກັນນັ້ນທ່ານ ໄດ້ເນັ້ນໃຫ້ອົງການປົກຄອງເມືອງ ໃຫ້ຄວາມໃກ້ສິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆ, ຕໍ່ກັບກຸ່ມການຜະລິດໃຫ້ສືບຕໍ່ຮັກສາຄວາມສາມັກຄີ, ສືບຕໍ່ປະຕິບັດຕາມແນວທາງຂອງພັກລັດວາງອອກ, ໂດຍການຮັກສາອາຊີບທີ່ມີຢູ່ແລ້ວ ແລະ ສືບຕໍ່ເພີ້ມອາຊີບທີ່ເຫັນວ່າຍັງມີທ່າແຮງຕື່ມ, ສືບຕໍ່ຊອກຕະຫຼາດທາງສື່ອອນລາຍເພື່ອຈຳໜ່າຍໄຄ່ແຜນ ໃຫ້ໄດ້ຫຼາຍກ່ວາເກົ່າ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Bài viết ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດໄຄ່ແຜ່ນ ຢູ່ບ້ານສິນໄຊ ເມືອງຂວາ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-2/feed/ 0
ເມືອງຜົ້ງສາລີເຊື່ອມຊຶມເອກະສານສໍາຄັນຕ່າງໆເພື່ອດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ https://ptpsl.gov.la/%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5%e0%bb%80%e0%ba%8a%e0%ba%b7%e0%bb%88%e0%ba%ad%e0%ba%a1%e0%ba%8a%e0%ba%b6%e0%ba%a1/ https://ptpsl.gov.la/%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5%e0%bb%80%e0%ba%8a%e0%ba%b7%e0%bb%88%e0%ba%ad%e0%ba%a1%e0%ba%8a%e0%ba%b6%e0%ba%a1/#respond Wed, 06 Mar 2024 08:03:09 +0000 https://ptpsl.gov.la/?p=4273 ເມືອງຜົ້ງສາລີ ເຊື່ອມຊຶມເອກະສານສໍາຄັນຕ່າງໆເພື່ອດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ      ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານອົບຮົບການເມືອງ-ແນວຄິດ ສໍາລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 6 ມີນາ 2024 ນີ້ ຢູ່ສະໂມສອນໃຫຍ່ຂອງເມືອງຜົ້ງສາລີໂດຍການເປັນປະທານຂອງ ສະຫາຍ ບຸນເພັງ ສົມຈະເລີນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ການເມືອງແນວຄິດຂັ້ນເມືອງ, ເຂົ້າຮ່ວມມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການກອງບັນຊາການ ປກຊ-ປກສ, ໂຮງໝໍຊຸມຊົນ, ທະນາຄານນະໂຍບາຍ, ສູນໄຟຟ້າປະຈໍາເມືອງ, ພະນັກງານແຂວງທີລົງຮາກຖານປະຈໍາເມືອງ,ເລຂາຄະນະພັກໂຮງຮຽນອ້ອມຂ້າງເມືອງຕະຫຼອດພະນັກງານຫູັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມ.      ໃນກອງປະຊຸມ ສະຫາຍ ບຸນເພັງ ສົມຈະເລີນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ການເມືອງ-ແນວຄິດຂັ້ນເມືອງ ໄດ້ມີຄໍາເຫຼັນກ່າວເປີດກອງປະຊຸມວ່າ ການດໍາເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນແມ່ນມີຄວາມໝາຍສໍາຄັນຢ່າງຍິງຕໍ່ຊີວິດການເມືອງຂອງພັກ,ເປັນການປະຕິບັດຫຼັກການນໍາພາ ແລະ ຫຼັກການຈັດຕັ້ງຂອງພັກເພື່ອແນ່ໃສ່ປັບ ປຸງພັກທາງດ້ານການເມືອງ-ແນວຄິດ ທັງເປັນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ ແລະ ສະມາຊິກພັກ, ກອງປະ ຊຸມເຜື່ຍແຜ່ເຊື່ອມຊຶມໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຕໍ່ຊີວິດການເມືອງຂອງພັກ ...

Bài viết ເມືອງຜົ້ງສາລີເຊື່ອມຊຶມເອກະສານສໍາຄັນຕ່າງໆເພື່ອດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ đã xuất hiện đầu tiên vào ngày .

]]>

ເມືອງຜົ້ງສາລີ

ເຊື່ອມຊຶມເອກະສານສໍາຄັນຕ່າງໆເພື່ອດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ

     ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານອົບຮົບການເມືອງ-ແນວຄິດ ສໍາລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 6 ມີນາ 2024 ນີ້ ຢູ່ສະໂມສອນໃຫຍ່ຂອງເມືອງຜົ້ງສາລີໂດຍການເປັນປະທານຂອງ ສະຫາຍ ບຸນເພັງ ສົມຈະເລີນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ການເມືອງແນວຄິດຂັ້ນເມືອງ, ເຂົ້າຮ່ວມມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການກອງບັນຊາການ ປກຊ-ປກສ, ໂຮງໝໍຊຸມຊົນ, ທະນາຄານນະໂຍບາຍ, ສູນໄຟຟ້າປະຈໍາເມືອງ, ພະນັກງານແຂວງທີລົງຮາກຖານປະຈໍາເມືອງ,ເລຂາຄະນະພັກໂຮງຮຽນອ້ອມຂ້າງເມືອງຕະຫຼອດພະນັກງານຫູັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ບຸນເພັງ ສົມຈະເລີນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ການເມືອງ-ແນວຄິດຂັ້ນເມືອງ ໄດ້ມີຄໍາເຫຼັນກ່າວເປີດກອງປະຊຸມວ່າ ການດໍາເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນແມ່ນມີຄວາມໝາຍສໍາຄັນຢ່າງຍິງຕໍ່ຊີວິດການເມືອງຂອງພັກ,ເປັນການປະຕິບັດຫຼັກການນໍາພາ ແລະ ຫຼັກການຈັດຕັ້ງຂອງພັກເພື່ອແນ່ໃສ່ປັບ ປຸງພັກທາງດ້ານການເມືອງ-ແນວຄິດ ທັງເປັນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ ແລະ ສະມາຊິກພັກ, ກອງປະ ຊຸມເຜື່ຍແຜ່ເຊື່ອມຊຶມໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຕໍ່ຊີວິດການເມືອງຂອງພັກ ກໍ່ຄືການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ບາດກ້າວ ເພື່ອໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ, ທັງຮັບປະກັນເຮັດໃຫ້ບົດບາດການນໍາພາຂອງພັກຢູ່ແຕ່ລະຂັ້ນ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.

      ເພື່ອໃຫ້ບັນດາສະຫາຍໃນຄະນະພັກແຕ່ລະຂັ້ນ ນໍາເອົາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ແລະ ເປັນຮູບປະຖໍາ ພ້ອມທັງຮຽກຮ້ອງໃຫ້ບດາສະຫາຍທີ່ເຂົ້າຮ່ວມ ຍົກສູງຄວາມຮັບຜິດຊອບໃນການເອົາໃຈໃສ່ຕິດຕາມ, ຄົ້ນຄວ້າບັນດາເນື້ອໃນເອກະສານຕ່າງໆນັ້ນ ເພື່ອໄປຜັນຂະຫຍາຍຢູ່ກົມດອງຂອງຕົນໃຫ້ຖົ່ວເຖິງ ແລະ ມີຄວາມຮັບຜິດຊອບ, ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ປະກອບມີ 4 ເອກະສານຄື: ຄວາມເຂົ້າໃຈກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ຕັ້ງໜ້າຝືກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິ ວັດ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ-ສະມາຊິກພັກ ເຊິ່ງນໍາສະເໜີໂດຍ ສະຫາຍ ບຸນເພັງ ສົມຈະ ເລີນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ການເມືອງ-ແນວຄິດຂັ້ນເມືອງ ແລະ ສະຫາຍ ສຸລິວັນ ແສນສະຕີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ຈຸດປະສົງໃນການເຜື່ຍແຜ່ເຊື່ອມຊຶມເອກະສານອົບຮົບການເມືອງ-ແນວຄິດ ສໍາລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ກໍ່ເພື່ອໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ມີຄວາມຮັບຮູ້ເຂົ້າໃຈຄວາມໝາຍຄວາມສໍາຄັນຕໍ່ກັບການ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ແລະ ເພື່ອພ້ອມກັນນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.

Bài viết ເມືອງຜົ້ງສາລີເຊື່ອມຊຶມເອກະສານສໍາຄັນຕ່າງໆເພື່ອດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5%e0%bb%80%e0%ba%8a%e0%ba%b7%e0%bb%88%e0%ba%ad%e0%ba%a1%e0%ba%8a%e0%ba%b6%e0%ba%a1/feed/ 0
ຄະນະໂຄສະນາອົບຮົມແຂວງ ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ຄະນະພັກ, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ https://ptpsl.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%9d%e0%ba%b6/ https://ptpsl.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%9d%e0%ba%b6/#respond Tue, 05 Mar 2024 04:10:29 +0000 https://ptpsl.gov.la/?p=4263 ຄະນະໂຄສະນາອົບຮົມແຂວງ ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ຄະນະພັກ, ຄະ ນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ      ໃນ​ໄລຍະ​ຫວ່າງວັນ​ທີ 29 ກຸມພາ-01 ມີນາ ປີ 2024 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງບຸນເໜືອໄດ້ຈັດ​ຝຶກ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ​ ແລະ ການສ້າງບ້ານພັດທະນາໃຫ້​ຄະນະ​ພັກ​, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ. ໃຫ້ກຽດເຂົ້າຮ່ວມໃນພິທີມີຄວາມໝາຍຄວາມສໍາຄັນນີ້, ມີ ສະຫາຍ ນາງ ຈັນມະນີ ນາມວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າຄະນະໂຄສະນາອົບຮົມເມືອງ, ຄະນະໂຄສະນາອົອຮົມແຂວງ-ທີມງານແຂວງ ພ້ອມດ້ວຍເລຂາຄະນະພັກຮາກຖານເລຂາໜ່ວຍພັກ-ຮອງເລຂາໜ່ວຍນາຍບ້ານ, ສະມາຊິກພັກ, ນາຍບ້ານ, ຮອງນາຍບ້ານ, ຫົວໜ້າໜ່ວຍງານຂອງບ້ານ, ປະທານແນວໂຮມ, ສະຫະພັນນັກຮົບເກົ່າ, ຫົວ ໜ້າ-ເລຂາອົງການຈັດຕັ້ງມະຫາຊົນ, ພະນັກງານກຸ່ມ, ຄູອາຈານ ແລະ ແພດໝໍ ທີ່ເປັນຫຼັກແຫຼ່ງ ...

Bài viết ຄະນະໂຄສະນາອົບຮົມແຂວງ ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ຄະນະພັກ, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ đã xuất hiện đầu tiên vào ngày .

]]>

ຄະນະໂຄສະນາອົບຮົມແຂວງ

ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ຄະນະພັກ, ຄະ ນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ

     ໃນ​ໄລຍະ​ຫວ່າງວັນ​ທີ 29 ກຸມພາ-01 ມີນາ ປີ 2024 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງບຸນເໜືອໄດ້ຈັດ​ຝຶກ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ​ ແລະ ການສ້າງບ້ານພັດທະນາໃຫ້​ຄະນະ​ພັກ​, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ. ໃຫ້ກຽດເຂົ້າຮ່ວມໃນພິທີມີຄວາມໝາຍຄວາມສໍາຄັນນີ້, ມີ ສະຫາຍ ນາງ ຈັນມະນີ ນາມວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າຄະນະໂຄສະນາອົບຮົມເມືອງ, ຄະນະໂຄສະນາອົອຮົມແຂວງ-ທີມງານແຂວງ ພ້ອມດ້ວຍເລຂາຄະນະພັກຮາກຖານເລຂາໜ່ວຍພັກ-ຮອງເລຂາໜ່ວຍນາຍບ້ານ, ສະມາຊິກພັກ, ນາຍບ້ານ, ຮອງນາຍບ້ານ, ຫົວໜ້າໜ່ວຍງານຂອງບ້ານ, ປະທານແນວໂຮມ, ສະຫະພັນນັກຮົບເກົ່າ, ຫົວ ໜ້າ-ເລຂາອົງການຈັດຕັ້ງມະຫາຊົນ, ພະນັກງານກຸ່ມ, ຄູອາຈານ ແລະ ແພດໝໍ ທີ່ເປັນຫຼັກແຫຼ່ງ ຢູ່ໃນບ້ານ ມີຜູ້ເຂົ້າຮ່ວມທັງໝົດ 32 ສະຫາຍ, ຍິງ 12 ສະຫາຍ.

    ໃນ​ພິທີ​ດັ່ງກ່າວ ສະຫາຍ ນາງ ຈັນມະນີ ນາມວົງ ກຳມະການ​ພັກ​ແຂວງ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ​ໄດ້​ຂຶ້ນ​ກ່າວ​ໄຂ​ກອງປະຊຸມ​ຝຶກ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ​ ແລະ ການສ້າງບ້ານພັດທະ ນາໃຫ້​ຄະນະ​ພັກ​, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້ຢ່າງ​ເປັນ​ທັງ​ການ.

     ສະຫາຍໄດ້​ແໜ້ນ​ໃຫ້​ບັນດານັກ​ສຳ​ມະ​ນາກ​ອນ​ໃຫ້​ຮັບ​ຮູ້​ເຂົ້າ​ໃຈ​ຈຸດ ປະສົງ ກອງປະຊຸມ​ຝຶກ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ​ ແລະ ການສ້າງບ້ານພັດທະນາໃຫ້​ຄະນະ​ພັກ​, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້ຄັ້ງນີ້  ເພື່ອປະຕິບັດ ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​​​ປະຕິບັດ​ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງອົງຄະນະພັກແຂວງ, ມະຕິ​ເລກ ທີ 097/ກມສພ, ລົງ​ວັນ​ທີ 18 ກຸມພາ 2020 ວ່າ​ດ້ວຍ​ການ​ການເພີ່ມທະວີການຊີ້ນໍາຕໍ່ວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ກໍຄືຂໍ້ ຕົກລົງຂອງເຈົ້າແຂວງ ສະບັບເລກທີ 3486/ຈຂ, ລົງວັນທີ 30 ສິງຫາ 2021 ວ່າດ້ວຍການຮັບຮອງຈຸດສຸມພັດທະນາທີ່ເປັນບູລິມະສິດ ຕາມຂໍ້ຕົກລົງເລກທີ 65/ນຍ, ເພື່ອສຸມໃສ່ຈັດຕັ້ງປະຕິບັດ ໃນໄລຍະ 5 ປີ 2021-2025 ຂອງແຂວງຜົ້ງສາລີ ​ໃຫ້​ປະກົດ​ຜົນ​ເປັນ​ຈິ່ງ​ນັ້ນ​; ຄະນະ​ໄດ້ນໍາເອົາ​ເອກະສານ​ ​ ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ ​ແລະ ການ​ສ້າງ​ບ້ານ​ພັດທະນາຕາມ 4 ​ເນື້ອ​ໃນ 4 ຄາດໝາຍ​ ມີ 5 ບົດໄປສຶກສາຄົ້ນຄວ້າຄື:

ບົດທີ 1. ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ.

ບົດທີ 2: ລະບົບການເມືອງ ແລະ ການປົກຄອງ ຢູ ສປປ ລາວ.

ບົດທີ 3: ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ,  ເຂັ້ມແຂງ, ໜັກແໜ້ນ.

ບົດທີ 4: ການສ້າງບ້ານພັດທະນາ.

ບົດທີ 5: ການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ.

     ຜ່ານຈາກການຝຶກອົບຮົມຄັ້ງ​ນີ້​ ບັນດາ​ສະຫາຍນັກສຳມະນາກອນ ມີຄວາມຕັ້ງໃຈຟັງການບັນຍາຍເອກະສານ ແລະ ມີທັດສະນະຢັ້ງຢືນວ່າເອກະສານເຫຼົ່ານີ້ສອດຄ່ອງກັບເງື້ອນໄຂການສ້າງບ້ານພັດທະນາ ​ແລະ ຫຼາຍສະຫາຍກໍ່ມີຄວາມສົນໃຈຕັ້ງບັນຫາຂຶ້ນມາເພື່ອສົນທະນາແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ນັກສຳມະນາກອນໄດ້ສະແດງຄວາມພໍໃຈທີ່ທາງຄະນະໂຄສະນາອົບຮົມແຂວງ ໄດ້ສຸມທຶນຮອນໄປເປີດຝຶກອົບຮົມໃຫ້ອົງການປົກຄອງບ້ານ, ເລຂາຄະນະພັກຮາກຖານກຸ່ມບ້ານ ທັງສ້າງໂອກາດແລກປ່ຽນບົດຮຽນນຳກັນອີກດ້ວຍ.

     ພິທີກອງປະຊຸມ​ຝຶກ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ​ ແລະ ການສ້າງບ້ານພັດທະນາໃຫ້​ຄະນະ​ພັກ​, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້​ຄັ້ງ​ນີ້​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 2 ວັນ​ເຕັມ ​ແລະ ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ຕາມ​ຈຸດປະ​ສົງ.

Bài viết ຄະນະໂຄສະນາອົບຮົມແຂວງ ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ຄະນະພັກ, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%9d%e0%ba%b6/feed/ 0
ທ່ານເຈົ້າແຂວງຜົ້ງສາລີ ລົງຊຸກຍູ້ການການລ້ຽງໄກ່ໄຂ່ ແລະ ຢ້ຽມຢາມສະຖານທີ່ເກັບຊື້ເຄືອແດງ ຂອງບໍລິສັດເຫີງຍີການຄ້າ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-%e0%ba%a5/ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-%e0%ba%a5/#respond Tue, 05 Mar 2024 03:50:33 +0000 https://ptpsl.gov.la/?p=4256   ທ່ານເຈົ້າແຂວງຜົ້ງສາລີ ລົງຊຸກຍູ້ການການລ້ຽງໄກ່ໄຂ່ ແລະ ຢ້ຽມຢາມສະຖານທີ່ເກັບຊື້ເຄືອແດງ ຂອງບໍລິສັດເຫີງຍີການຄ້າ      ຕອນບ່າຍຂອງວັນທີ 26 ກຸມພາ 2024 ນີ້, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ໄດ້ລົງຊຸກຍູ້ການການລ້ຽງໄກ່ໄຂ່ ແລະ ຢ້ຽມຢາມສະຖານທີ່ເກັບຊື້ເຄືອແດງຂອງບໍລິສັດເຫີງຍີການຄ້າ – ກະສີກຳຂາເຂົ້າ-ຂາອອກ ຢູ່ເມືອງບຸນໃຕ້ ໂດຍມີທ່ານ ອ່ອນຄຳ ອິນແສງ ເຈົ້າເມືອງໆບຸນໃຕ້ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.      ໂອກາດນີ້, ທ່ານເຈົ້າແຂວງພ້ອມດ້ວຍຄະນະຈາກຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການລ້ຽງໄກ່ໄຂ່ ຂອງຄອບຄົວທ່ານ ຄໍານວນ ທີ່ບ້ານນາຫວາຍ ເມືອງບຸນໃຕ້. ເຈົ້າຂອງ ຟາມໄກ່ ໄດ້ໃຫ້ຮູ້ວ່າ ແນວຄວາມຄິດທີ່ໄດ້ລິ່ເລີ່ມ ມາລ້ຽງໄກ່ໄຂ່ນີ້, ແມ່ນພາຍຫຼັງທີ່ຕົນເອງໄດ້ໄປຢູ່ນໍາພີ່ນ້ອງ ທີ່ເຮັດຟາມໄກ່ ຢູ່ນະຄອນຫຼວງວຽງຈັນໄດ້ 2 ປີ ...

Bài viết ທ່ານເຈົ້າແຂວງຜົ້ງສາລີ ລົງຊຸກຍູ້ການການລ້ຽງໄກ່ໄຂ່ ແລະ ຢ້ຽມຢາມສະຖານທີ່ເກັບຊື້ເຄືອແດງ ຂອງບໍລິສັດເຫີງຍີການຄ້າ đã xuất hiện đầu tiên vào ngày .

]]>
 

ທ່ານເຈົ້າແຂວງຜົ້ງສາລີ

ລົງຊຸກຍູ້ການການລ້ຽງໄກ່ໄຂ່ ແລະ ຢ້ຽມຢາມສະຖານທີ່ເກັບຊື້ເຄືອແດງ ຂອງບໍລິສັດເຫີງຍີການຄ້າ

     ຕອນບ່າຍຂອງວັນທີ 26 ກຸມພາ 2024 ນີ້, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ໄດ້ລົງຊຸກຍູ້ການການລ້ຽງໄກ່ໄຂ່ ແລະ ຢ້ຽມຢາມສະຖານທີ່ເກັບຊື້ເຄືອແດງຂອງບໍລິສັດເຫີງຍີການຄ້າ – ກະສີກຳຂາເຂົ້າ-ຂາອອກ ຢູ່ເມືອງບຸນໃຕ້ ໂດຍມີທ່ານ ອ່ອນຄຳ ອິນແສງ ເຈົ້າເມືອງໆບຸນໃຕ້ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

     ໂອກາດນີ້, ທ່ານເຈົ້າແຂວງພ້ອມດ້ວຍຄະນະຈາກຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການລ້ຽງໄກ່ໄຂ່ ຂອງຄອບຄົວທ່ານ ຄໍານວນ ທີ່ບ້ານນາຫວາຍ ເມືອງບຸນໃຕ້. ເຈົ້າຂອງ ຟາມໄກ່ ໄດ້ໃຫ້ຮູ້ວ່າ ແນວຄວາມຄິດທີ່ໄດ້ລິ່ເລີ່ມ ມາລ້ຽງໄກ່ໄຂ່ນີ້, ແມ່ນພາຍຫຼັງທີ່ຕົນເອງໄດ້ໄປຢູ່ນໍາພີ່ນ້ອງ ທີ່ເຮັດຟາມໄກ່ ຢູ່ນະຄອນຫຼວງວຽງຈັນໄດ້ 2 ປີ ກັບມາຢູ່ບ້ານ ແລະ ໄດ້ເຮັດອາຊີບກະສິກໍາ ປູກຜັກ, ກິດຢາງ ແຕ່ຍັງບໍ່ທັນຕອບສະໜອງໄດ້ ຈຶ່ງຢາກທົດລອງລ້ຽງໄກ່ໄຂ່ໄປນໍາ ໂດຍນໍາໃຊ້ບົດ ຮຽນທີ່ໄດ້ໄປເຮັດຜ່ານມາ, ຈຶ່ງໄດ້ຊື້ໄກ່ມາລ້ຽງໃນຊຸດທໍາອິດ ຈໍານວນ 405 ໂຕ,ການລ້ຽງແມ່ນໃຫ້ອາຫານ ມື້ລະ 1.5 ເປົາ, ສາມາດເກັບໄຂ່ໄດ້ ຢ່າງໜ້ອຍ 330 ໜ່ວຍ/ມື້ (11 ແຕະ/ມື້), ຊຶ່ງໃນໄລຍະການອອກໄຂ່ຂອງໄກ່ ແມ່ນ 1 ປີເຄິ່ງ (18 ເດືອນ) ຈໍານວນໄຂ່ໄກ່ ກໍ່ຈະຫຼຸດລົງຕາມລໍາດັບ. ເຊິ່ງການບົວລະບັດຈະໃຫ້ຢາປ້ອງກັນຢ່າງເປັນປົກກະຕິ ແລະ ຈະຢອດຢາໃສ່ຕາໄກ່ 3 ເດືອນ/ຄັ້ງ; ພາຍຫຼັງສຸດໄຂ່ ແລ້ວກໍ່ໄດ້ຂາຍໄກ່ແມ່ອອກທັງໝົດ. ຜ່ານການລ້ຽງດັ່ງກ່າວເຫັນວ່າມີຄວາມເປັນໄດ້ ເນື່ອງຈາກສາມາດສ້າງລາຍຮັບມາສູ່ຄອບຄົວໄດ້ຈໍານວນໜຶ່ງ ເພາະໄດ້ເຮັດຄຽງຄູ່ໄປກັບການເຮັດອາຊີບອື່ນໄປນໍາ, ອີກດ້ານໜຶ່ງການສະໜອງໄຂ່ໄກ່ ກໍ່ບໍ່ທັນພຽງພໍກັບຄວາມຕ້ອງການ ຂອງຕະຫຼາດ, ຈຶ່ງໄດ້ມາສືບຕໍ່ລ້ຽງເປັນຊຸດທີ່ 2 ໃນປັດຈຸບັນ ມີຈໍານວນທັງໝົດ 1.300 ໂຕ (ລ້ຽງສອງຄອບຄົວ, ຄອບຄົວຂອງຕົນ ແລະ ຄອບຄົວລູກສາວ) ໂດຍສືບຕໍ່ເຮັດອາຊີບອື່ນຄວບຄູ່ໄປນໍາ. ສໍາລັບຂໍ້ຫຍຸ້ງຍາກໃນການລ້ຽງໄກ່ໄຂ່ ນີ້, ຕົ້ນຕໍແມ່ນບັນຫາລາຄາຫົວອາຫານ ທີ່ເພິ່ມຂຶ້ນເນື່ອງຈາກສະພາບເສດຖະ ກິດປັດຈຸບັນ ຈຶ່ງເຮັດໃຫ້ຕົ້ນທຶນສູງຂຶ້ນ ຈາກໃນປີກາຍ ເປົາໜຶ່ງ 260,000 ກີບ ມາເປັນ 330,000 ກີບ, ແຕ່ລາຄາໄຂ່ແມ່ນຍັງປົກກະຕິ. ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ສະເໜີໃຫ້ຂັ້ນເທິງຊ່ວຍໃນດ້ານ ຂອງການສະໜອງຫົວອາຫານໄກ່, ປາ ນີ້ຕື່ມ.

     ຜ່ານການລົງ ຢ້ຽມຢາມຄັ້ງນີ້, ທ່ານເຈົ້າແຂວງຜົ້ງສາລີກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມພະຍາຍາມໃນການຊອກອາຊີບ ຈາກບົດຮຽນທີ່ຕົນເອງໄດ້ມາ ແລະ ສາມາດສ້າງລາຍຮັບເຂົ້າຄອບຄົວ, ທັງເປັນການສົ່ງເສີມການຜະລິດ ຈໍາໜ່າຍພາຍໃນທົດແທນການນໍາເຂົ້າຕາມແນວທາງນະໂຍບາຍ ຂອງຂັ້ນເທິງໄປເທື່ອລະກ້າວ ແລະ ຖ້າເຫັນວ່າອາຊີບດັ່ງກ່າວບໍ່ມີຄວາມສ່ຽງຫຼາຍ,ຕະຫຼາດມີຄວາມຕ້ອງການສູງແມ່ນໃຫ້ຄົ້ນຄວ້າ ແລະ ຖ້າສາມາດເພິ່ມປະລິມານໄດ້ ໂດຍການສົ່ງເສີມໃຫ້ມີການລ້ຽງເປັນກຸ່ມ ເປັນຟາມ, ຕິດພັນກັບການລ້ຽງປາ ເພາະນໍາໃຊ້ສະຖານທີດຽວກັນ ໃຫ້ກວ້າງຂວາງຕື່ມແມ່ນຍິ່ງດີ, ໃນນີ້ຖ້າມີຄວາມຕ້ອງການດ້ານອາຫານ ແລະ ອື່ນໆ ເປັນຈໍານວນຫຼາຍແລ້ວ ພາກລັດກໍ່ຈະໄດ້ພິຈາລະນານະໂຍບາຍຍົກເວັ້ນພາ ສີການນໍາເຂົ້າຫົວອາຫານ ແລະ ປັດໃຈດ້ານອື່ນໆຕື່ມ. ມອບໃຫ້ອົງການປົກຄອງເມືອງ ໂດຍສະເພາະແມ່ນຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໃຫ້ຄວາມໃກ້ສິດ ແລະ ແນະນໍາໃນການໄລ່ລຽງດ້ານເສດຖະກິດລະຫວ່າງຕົ້ນທຶນ, ຜົນກໍາໄລ, ລວມທັງຄວາມສ່ຽງດ້ານຕ່າງໆ ໃນການປ້ອງກັນພະຍາດລະບາດ ທີ່ອາດຈະເກີດຂຶ້ນ, ພ້ອມທັງແນະນໍາດ້ານເຕັກນິກວິຊາການ ແລະ ອໍານວຍຄວາມສະດວກດ້ານຕ່າງໆຕື່ມອີກ.

     ຈາກນັ້ນທ່ານເຈົ້າແຂວງຜົ້ງສາລີພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມສະຖານທີ່ເກັບຊື້ເຄືອແດງຂອງບໍລິສັດເຫີງຍີການຄ້າ – ກະສີກຳຂາເຂົ້າ-ຂາອອກ ຊຶ່ງບໍລິສັດດັ່ງກ່າວໄດ້ມາລົງທຶນເກັບຊື້ເຄືອແດງຢູ່ເມືອງບຸນໃຕ້ແຕ່ປີ 2021 ເຊິ່ງໄດ້ສົ່ງເສີມງົບປະມານໃນການບົວລະບັດຮັກສາສວນໜາກແໜ່ງ, ເກັບຊື້ຜົນຜະລິດຕາມລະດູການ,ເຄື່ອງປ່າຂອງດົງເປັນສິນຄ້າສົ່ງ ອອກ ຢູ່ໃນ 3 ບ້ານ, 190 ຄອບຄົວ, ມີເນື້ອທີ່ 200 ກ່ວາເຮັກຕາ, ໃນໄລຍະທີ່ຜ່ານມາ ທາງບໍລິສັດໄດ້ເກັບຊື້ຕົ້ນຕໍແມ່ນເຄືອດ້າງແດງ, ໝາກປົງເປ້ງ, ເຫງົ້າຕົ້ນຜັກກູດປ່າ ໃນກິໂລລະ 2800 ຫາ 3000 ກີບ ໃນປີຜ່ານມາສາມາດເກັບຊື້ໄດ້ທັງໝົດ 100 ກ່ວາໂຕນ, ສຳລັບການເກັບຊື້ໃນຕໍ່ໜ້າເພື່ອໃຫ້ມີຄວາມຍືນຍົງທາງບໍລິສັດຈະໄດ້ສົ່ງເສີມໃຫ້ປະຊາຊົນປູກ ແລະ ພ້ອມທັງຈັດສັນອາຊີບທຳການຜະລິດແບບໝັ້ນຄົງໃຫ້ປະຊາຊົນມີລາຍຮັບເພີ້ມຂຶ້ນ ຫຼຸດຜ່ອຍຄວາມທຸກຍາກຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.

Bài viết ທ່ານເຈົ້າແຂວງຜົ້ງສາລີ ລົງຊຸກຍູ້ການການລ້ຽງໄກ່ໄຂ່ ແລະ ຢ້ຽມຢາມສະຖານທີ່ເກັບຊື້ເຄືອແດງ ຂອງບໍລິສັດເຫີງຍີການຄ້າ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-%e0%ba%a5/feed/ 0