ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຈັດຕັ້ງປະເມີນເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2021
ໃນຕອນເຊົ້າຂອງວັນທີ 19 ຕຸລາ 2021 ຜ່ານມານີ້ ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2021 ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຂອງຄະ ນະໂຄສະນາອົບແຂວງ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນ. ຈັນມະນີ ນາມວົງ
ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ, ມີ ທ່ານ ບຸນສຸລີ ໂລມາ ປະທານກຳມະບານຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍສະມາຊິກກຳມະບານພາຍໃນຮາກຖານຂອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ 17 ສະ ຫາຍ, ຍິງ 10 ສະຫາຍ.
ໃນພິທີກໍໄດ້ດຳເນີນການປະເມີນຜົນບຸກຄົນຂອງການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າເພື່ອສຳຫຼວດຕີລາຄາໃຫ້ຄະແນນແກ່ຕົນເອງ ແລະ ຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ. ທາງນີ້ກໍເພື່ອຮັບປະກັນທາງດ້ານຄຸນນະພາບໂດຍຖືກຕ້ອງສອດ ຄ່ອງກັບມາດຖານ 5 ເປັນເຈົ້າໃຫ້ມີປະສິດທິພາບໃນການປະເມີນ ເຊິ່ງການຈັດຕັ້ງປະຕິບັດບັ້ນດຳເນີນການປະເມີນຜົນໃນຄັ້ງນີ້ ສາມາດບັນລຸຜົນສຳເລັດຕາມເປົ້າໝາຍທຸກປະການ, ຄະນະດຽວກັນກອງປະຊຸມຄັ້ງນີ້ ກໍເພື່ອເສີມຂະຫຍາຍກຳລັງແຮງສັງ ລວມຂອງສະມາຊິກກຳມະບານພາຍໃນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໃຫ້ມີສະຕິຕື່ນຕົວເປັນເຈົ້າການໃນການພັດທະ ນາຕົນເອງຢ່າງຮອບດ້ານ ແລະ ຕັ້ງໜ້າເຂົ້າຮ່ວມຈັດຕັ້ງປະຕິບັດແນວທາງຂອງພັກ, ປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມຂອງລັດ ຕິດພັນກັບຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວທີ່ວາງອອກໃນແຕ່ລະໄລຍະໃຫ້ປະ ກົດຜົນເປັນຈິງ.
ໂອກາດດັ່ງກ່າວ ທ່ານ ນ.ຈັນມະນີ ນາມວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນໃຫ້ສະມາຊິກກຳມະບານພາຍໃນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານຜູ່ທີ່ມີຄວາມຮູ້ຄວາມສາມາດໃນທຸກດ້ານ ສືບຕໍ່ຄົ້ນຄວ້າຮໍ່າຮຽນແນວທາງຂອງພັກ, ລະບຽບກົດໝາຍຂອງລັດໃຫ້ສາມາດກຳໄດ້ຢ່າງເລິກເຊິ່ງ ເພື່ອພັດທະນາຕົນເອງໃຫ້ກາຍເປັນສະມາຊິກກຳມະບານທີ່ດີເດັ່ນ ແລະມີຄວາມເຂັ້ມແຂງໃນທຸກດ້ານສິ່ງສຳຄັນແມ່ນປະຕິບັດຕາມມະຕິຄຳສັ່ງຂອງຂັ້ນເທິງ ກໍຄືກົດລະບຽບຂອງສະຫະພັນກຳມະບານລາວວາງອອກຢ່າງເຂັ້ມງວດ.
![]() | ມື້ນີ້ | 43 |
![]() | ມື້ວານນີ້ | 168 |
![]() | ອາທິດນີ້ | 345 |
![]() | ເດືອນນີ້ | 3572 |
![]() | ທັງໝົດ | 186989 |