ປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົບແຂວງຜົ້ງສາລີ ຄົນໃໝ່
ໃນຕອນບ່າຍຂອງວັນທີ 30 ພະຈິກ 2021 ນີ້, ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ໄດ້ຈັດໃຫ້ມີພິທີປະ ກາດແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີຜູ້ໃໝ່ຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວທອງ ອຸແສງຄຳ
ຮອງເລຂາພັກແຂວງ,ຜູ້ຊີ້ນຳວຽກງານຂົງເຂດພັກ-ພະນັກງານຂັ້ນແຂວງ ທັງເປັນຫົວໜ້າຄະນະປັບ ປຸງກົງຈັກຂັ້ນແຂວງ, ມີທ່ານນາງ ຈັນມະນີ ນາມວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ພະແນກພາຍໃນແຂວງ, ຕະຫຼອດຮອດພະນັກງານ-ລັດຖະກອນ ພາຍໃນຄະນະໂຄ ສະນາອົບຮົມແຂວງເຂົ້າຮ່ວມ.
ໃນພິທີທ່ານນາງ ວຽງວອນ ແກ້ວວິໄລ ຫົວໜ້າຂະແໜງຄຸ້ມຄອງກໍ່ສ້າງພະນັກງານຄະນະຈັດຕັ້ງແຂວງ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 4878/ຈຂ.ຜລ, ລົງວັນທີ 14 ຕຸລາ 2021 ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕຳແໜ່ງບໍລິຫານໃນນີ້ໄດ້ຕົົກລົງແຕ່ງຕັ້ງທ່ານ ຄຳຜາສຸກ ແກ້ວນາ ອະດີດຫົວໜ້າຫ້ອງການ-ບໍລິຫານ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ີແຂວງເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ບົວທອງ ອຸແສງຄຳ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານຂົງເຂດພັກ-ພະ ນັກງານຂັ້ນແຂວງ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະໂຄສະນາອົບຮົມແຂວງ ທີ່ມີຜົນງານຫຼາຍດ້ານໃນໄລຍະທີ່ຜ່ານມາ, ພ້ອມກັນນັ້ນທ່ານຍັງໄດ້ເໜັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ນີ້ ຈົ່ງສືບຕໍ່ກຳແໜ້ນແນວ ທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ຂອງລັດ, ສິດ ແລະ ໜ້າທີ່ຂອງຕົນເອງ, ພ້ອມທັງຊອກຮູ້ຮໍ່າຮຽນບົດຮຽນປະສົບການຕ່າງໆຈາກຜູ້ອື່ນ, ສືບຕໍ່ບຸກບືນສູ້ຊົນໃນການປະ ຕິບັດໜ້າທີ່ຢ່າງຫ້າວຫັນ, ເປັນແບບຍ່າງໃຫ້ແກ່ ມະຫາຊົນ, ພ້ອມກັນນັ້ນທ່ານຍັງໄດ້ຮຽກຮ້ອງ ມາຍັງຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ສືບຕໍ່ເປັນເສນາທິການໃຫ້ແກ່ຮອງຫົວໜ້າຄົນໃໝ່ໃນການຊີ້ນຳໆພາເພື່ອເຮັດວຽກງານດັ່ງກ່າວໃຫ້ມີຜົນສຳເລັດດີຂື້ນເທື່ອລະກ້າວ.
![]() | ມື້ນີ້ | 55 |
![]() | ມື້ວານນີ້ | 168 |
![]() | ອາທິດນີ້ | 357 |
![]() | ເດືອນນີ້ | 3584 |
![]() | ທັງໝົດ | 187001 |