ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ
ຈັດຕັ້ງພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ
ໃນຕອນບ່າຍຂອງວັນທີ 23 ທັນວາ 2021 ຜ່ານມານີ້ ທາງໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ.
ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ນ. ຈັນມະນີ ນາມວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະ ນາອົບຮົມແຂວງຜົ້ງສາລີ, ມີບັນດາສະຫາຍສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມຈຳນວນ 14 ສະຫາຍ, ຍິງ 7 ສະຫາຍ.
ໃນພິທີມະຫາຊົນຜູ້ກ້າວໜ້າ ໄດ້ຂຶ້ນຜ່ານໃບຄໍາຮ້ອງຂໍເຂົ້າພັກປະຊາຊົນປະຕິວັດລາວ ຈາກນັ້ນກໍໄດ້ຮັບຮອງເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຈຳນວນ 1 ສະຫາຍ ທີ່ໄດ້ຜ່ານການຕິດຕາມຂອງສະມາຊິກພັກສົມບູນ 2 ສະຫາຍ ເຫັນວ່າຜູ້ກ່ຽວໄດ້ປະຕິບັດກົດລະບຽບໄດ້ດີ, ມີຄວາມຮັບຜິດຊອບຕໍ່ວຽກງານວິິຊາສະເພາະທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ. ຈາກນັ້ນ ສະຫາຍ ບຸນສຸລີ ໂລມາ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 5267/ຄພຂ, ລົງວັນທີ 03 ພະຈິກ 2021 ວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກ. ຈາກນັ້ນ ສະຫາຍ ນ. ຈັນມະນີ ນາມວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຮັບຮອງເອົາມະຫາຊົນຜູ້ທີ່ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງໃຫ້ແກ່ ສະຫາຍ ນ. ສົມລອງ ຊີງເຈົ້າ ເພື່ອເປັນການຢັ້ງຢືນຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ.
ໃນພິທີ, ສະຫາຍ ນ. ຈັນມະນີ ນາມວົງກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບ ຮົມແຂວງ ກໍ່ຍັງໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ບັນດາສະຫາຍສະມາຊິກພັກສົມບູນ ແລະ ໂດຍສະເພາະແມ່ນຕໍ່ສະມາຊິກພັກສຳຮອງໃໝ່ ຊຶ່ງກ່ອນອື່ນສະ ຫາຍກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສະມາຊິກພັກໃໝ່ທີ່ໄດ້ຜ່ານການຝຶກຝົນຫຼໍ່ຫຼອມ, ປະຕິບັດວຽກງານທີ່ໄດ້ຮັບມອບໝາຍຈາກຂັ້ນເທິງຕະຫຼອດໄລຍະທີ່ຜ່ານມາ.
ນອກນັ້ນ, ສະຫາຍຍັງໄດ້ໃຫ້ຮູ້ວ່າ ພັກປະຊາຊົນປະຕິວັດລາວ ແມ່ນກອງນຳໜ້າທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງການເມືອງສູງ ສຸດຂອງຊົນຊັ້ນກຳມະກອນ ແລະ ຂອງລະບອບປະຊາທິປະໄຕປະຊາຊົນລາວ, ເປັນຕົວແທນທີ່ຈົ່ງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ແລະ ຂອງຊາດລາວທັງໝົດ. ເພື່ອບັນລຸຈຸດໝາຍ ແລະ ອຸດົມການສັງຄົມນິຍົມ ເຮັດໃຫ້ປະຊາຊົນຮັ່ງ ມີເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສິວິໄລ ຕ້ອງຖືເອົາການກໍ່ສ້າງ ແລະ ປັບປຸງຕົນເອງຕາມ 5 ຫຼັກການ ແລະ 3 ທິດນຳເຂົ້າສູ່ລວງເລິກ ເພີ່ມທະວີວຽກງານປ້ອງກັນພັກ ເດັດດ່ຽວຕ້ານການເຊື່ອມຄຸນທາດການເມືອງຂອງສະມາຊິກພັກ, ການກໍ່ສ້າງພື້ນຖານພັກ ຕ້ອງຖືເອົາຄຸນນະພາບເປັນກົກ, ຮັບເອົາຜູ້ທີ່ດີເດັ່ນມີມາດຖານເງື່ອນໄຂຄົບຖ້ວນເຂົ້າເປັນສະມາຊິກພັກ, ເດັດດ່ຽວເອົາຜູ້ເຊື່ອມຄຸນປ່ຽນທາດອອກຈາກພັກ ສົມ ທົບແໜ້ນລະຫວ່າງການເພີ່ມທະວີການນຳພາຂອງພັກ ກັບການເຊີດຊູຄວາມສັກສິດໃນການບໍລິຫານລັດ, ເສີມຂະ ຫຍາຍຄວາມເປັນເຈົ້າການຂອງສະມາຊິກພັກ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ. ຕໍ່ກັບສະມາຊິກພັກສຳຮອງແລ້ວຕ້ອງໄດ້ຮຽນຮູ້ກ່ຽວກັບມາດຖານ, ເງື່ອນໄຂ, ໜ້າທີ່ສິດຂອງສະມາຊິກພັກທີ່ໄດ້ກຳນົດໄວ້. ສະມາຊິກພັກແມ່ນຜູ້ທີ່ເປັນແບບຢ່າງທີ່ດີໃນການປະຕິບັດແນວທາງມະຕິຄຳສັ່ງ, ກົດລະບຽບພັກ, ເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ, ສະມາຊິກພັກແມ່ນຜູ້ທີ່ດຸໝັ່ນ, ປະຢັດ, ບໍລິສຸດສັດຊື່ຮັບໃຊ້ປະຊາຊົນ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ ແລະ ປົກປັກຮັກສາຄວາມສາມັກຄີເປັນເອກະພາບພາຍໃນພັກ, ມີແບບແຜນການດຳລົງຊີວິດທີ່ຖືກຕ້ອງ ແລະ ປອດໃສ ແລະ ສາມາດກ້າວຂຶ້ນເປັນສະມາຊິກພັກປະຊາຊົນປະຕິວັດລາວສົມບູນໃນອະນາຄົດ.
ໃນຕອນທ້າຍຂອງພິທີ, ສະມາຊິກພັກສຳຮອງໃໝ່ ກໍໄດ້ຂຶ້ນຮັບຄຳເອົາໂອວາດຈາກສະຫາຍເລຂາໜ່ວຍພັກ ພ້ອມທັງໃຫ້ຄຳປະຕິຍານຕໍ່ພັກປະຊາຊົນປະຕິວັດລາວ ແລະ ໜ່ວຍພັກທີ່ຕົນສັງກັດ.
![]() | ມື້ນີ້ | 43 |
![]() | ມື້ວານນີ້ | 168 |
![]() | ອາທິດນີ້ | 345 |
![]() | ເດືອນນີ້ | 3572 |
![]() | ທັງໝົດ | 186989 |