ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ
ຈັດພິທີຮັບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021
ຕອນບ່າຍຂອງວັນທີ 30 ສິງຫາ 2022 ນີ້ ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງພິທີຮັບໃບຢັ້ງຢຶີນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ III ປະຈຳປີ 2021 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດ
ເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ບົວທອງ ອຸແສງຄຳ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນແຂວງ, ມີສະຫາຍ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍຄະນະໜ່ວຍພັກ, ຜູ້ຕາງໜ້າຈາກຄະນະກວດກາພັກແຂວງ, ຄະນະຈັດຕັ້ງແຂວງ ພ້ອມດ້ວຍສະມາຊິກພັກ ພາຍໃນໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 16 ສະຫາຍ, ຍິງ 9 ສະຫາຍ.
![]() | ມື້ນີ້ | 136 |
![]() | ມື້ວານນີ້ | 299 |
![]() | ອາທິດນີ້ | 2228 |
![]() | ເດືອນນີ້ | 916 |
![]() | ທັງໝົດ | 239598 |