ແຂວງຜົ້ງສາລີ ຫວນຄື້ນມູນເຊື້ອ 3 ວັນສຳຄັນຂອງພັກ, ຂອງຊາດ ແລະ ເພື່ອນມິດສາກົນ
ໃນຕອນເຊົ້າຂອງວັນທີ່ 25 ຕຸລາ 2022 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງຕຶກຫ້ອງວ່າການແຂວງຜົ້ງສາລີ, ທາງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີປາຖະກະຖາເລົ່າມູນເຊື້ອ 3 ວັນສຳຄັນຂອງພັກ, ຂອງຊາດ ແລະ ເພື່ອນມິດສາກົນ ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເຜີຍແຜ່ເອກະສານ
ຂອງທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມຮັບຟັງມີມີບັນດາທ່ານ ຮອງຫົວໜ້າພະແນກການ, ອົງການຈັດຕັ້ງມະຫະຊົນ ແລະ ພະນັກງານຫຼັກແຫລ່ງ, ບັນດາລັດວິສາຫະກິດອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 105 ທ່ານ, ຍີງ 46 ທ່ານ.
ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ເອກະສານ ລະນຶກວັນສາກົນແລະສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກຂອງສປປ ລາວ (17/10/1987 -17/10/2022) ຄົບຮອບ 35 ປີ ແລະ (17-24/10/2003 -17-24/10/2022) ຄົບຮອບ 19 ປີ. ທີ່ສະເໜີໂດຍທ່ານ ບຸນສຸລີ ໂລມາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ເອກະສານວັນປະກາດເອກະລາດຄົບຮອບ ຄົບຮອບ 77 ປີຄື: ແຕ່ວັນທີ່ 12 ຕຸລາ 1945 – 12 ຕຸລາ 2022 ແລະ ເອກະສານວັນສ້າງຕັ້ງສາທາລະນະລັດປະຊາຊົນຈີນ ຄົບຮອບ 73 ປີ (01/10/1949 - 01/10/2022). ທີ່ສະເໜີໂດຍທ່ານ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຊຶ່ງທັງ 2 ທ່ານ ກໍ່ໄດ້ຍົກໃຫ້ເຫັນເຖີ່ງປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນຂອງແຕ່ລະເອກະສານ ຕັ້ງແຕ່ເມື່ອກ່ອນຈົນມາຮອດປະຈຸບັນ.
ຈຸດປະສົງຂອງການປາຖະກະຖາຄັ້ງນີ້່ ກໍ່ເພື່ອແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ໄດ້ຮຽນຮູ້ເຖິງການເຕີບໃຫຍ່ ຂະຫຍາຍຕົວຂອງ 3 ວັນດັ່ງກ່າວ ແລະ ກຳແໜ້ນເອົາບາງບົດຮຽນທີ່ກ່ຽວພັນກັບຕົນເອງ ໄປຈັດຕັ້ງຜັນຂະຫຍາຍໃນວຽກງານຕົວຈິງໃຫ້ມີຜົນສຳເລັດເທື່ອລະກ້າວ.
![]() | ມື້ນີ້ | 139 |
![]() | ມື້ວານນີ້ | 299 |
![]() | ອາທິດນີ້ | 2231 |
![]() | ເດືອນນີ້ | 919 |
![]() | ທັງໝົດ | 239601 |