ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແຂວງຜົ້ງສາລີ

ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ

ເຄື່ອນໄຫວເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແຂວງຜົ້ງສາລີ

     ໃນລະຫວ່າງວັນທີ 6-8 ພະຈິກ 2022 ຜ່ານມານີ້ ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ  ຊຶ່ງນຳໂດຍ ທ່ານ ນ. ໄພວັນ ວັນນະໄຊ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະໂຄ

ສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ແລະ ໄດ່ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ນ. ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ.

     ໃນໂອກາດທີ່ ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ມາເຄື່ອນໄຫວເຮັດວຽກນຳຄະນະໂຄສະນາອົບຮົມແຂວງຜົ້ງສາລີຄັ້ງນີ້ ກໍໄດ້ຮັບຟັງການລາຍງານກ່ຽວກັບສະພາບ ການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງຄະນະໂຄສະນາອົບຮົມແຂວງ ແລະ ເມືອງ; ການປັບປຸງພາລະບົດບາດ ແລະ ການກຳນົດຕຳແໜ່ງງານ ຂອງຄະນະໂຄສະນາອົບຮົມແຂວງ ແລະ ເມືອງ; ສະພາບແນວຄິດ ຂອງພະນັກງານຂັ້ນແຂວງ ແລະ ເມືອງ; ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ; ຂໍ້ສະດວກ - ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ; ຈຸດອ່ອນ-ຂໍ້ຄົງຄ້າງ; ບາງວຽກງານຈຸດສຸມໃນຕໍ່ໜ້າ ແລະ ຍັງມີບາງຂໍ້ສະເໜີເຖິງຄະນະໂຄສະນາອົບຮົມສູນກາງພັກ ນຳອີກ.

     ໃນໂອກາດທ້າຍ ທ່ານ ນ. ໄພວັນ ວັນນະໄຊ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ກໍຍັງມີຄຳເຫັນຊີ້ແຈງ, ແລກປ່ຽນ ແລະ ໃຫ້ທິດທາງໃນການສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຈັດຕັ້ງ-ພະນັກງານ ເປັນຕົ້ນກໍແມ່ນການເອົາໃຈໃສ່ໃນການກໍ່ສ້າງພະນັກງານ ເພື່ອໃຫ້ເປັນຮຸ່ນສືບທອດທີ່ດີ ແລະ ຕໍເນື່ອງໃນຕໍ່ໜ້າ ໃນນັ້ນກໍແມ່ນການກຳນົດແຜນບຳລຸງກໍ່ສ້າງພະນັກງານ. ພາຍຫຼັງສຳເລັດການເຄື່ອນໄຫວເຮັດວຍກກັບຄະນະໂຄສະນາອົບຮົມແຂວງແລ້ວ ທີມງານສູນກາງ ຍັງໄດ້ລົງເຄື່ອນໄຫວເຮັດວຍກກັບ ຄະນະໂຄສະນາອົບຮົມເມືອງ ບຸນເໜືອ ແລະ ເມືອງຜົ້ງສາລີ ອີກດວຍ.

ຂ່າວໃໝ່

ວິດີໂອ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

313122
ມື້ນີ້ມື້ນີ້68
ມື້ວານນີ້ມື້ວານນີ້85
ອາທິດນີ້ອາທິດນີ້1803
ເດືອນນີ້ເດືອນນີ້7642
ທັງໝົດທັງໝົດ313122

ກິດຈະກຳ