ເມືອງໃໝ່ ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍແຫ່ງຊາດຄົບຮອບ 70 ປີ
ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວຄົບຮອບ 70 ປີ (13/8/1950-13/8/2020) ເມືອງໃໝ່ ແຂວງຜົ້ງສາລີ ໄດ້ຈັດພິທີ
ປາຖະກະຖາວັນດັ່ງກ່າວຂຶ້ນທີ່ສະໂມສອນຂອງເມືອງ ໂດຍການເປັນກຽດເຂົ້າ ຮ່ວມຂອງທ່ານ ສົມຈິດ ສິດທິວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໃໝ່, ມີບັນດາການນໍາເມືອງ, ກົມກອງ, ພະນັກງານອາດີດການນໍາ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ທ່ານ ນາງ ຄໍາຫຼ້າ ອິນທະວົງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໄດ້ຫວນຄືນມູນເຊື້ອການກໍາເນີດວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ວຽກ ງານສື່ມວນຊົນ ແລະ ການພິມຈໍາໜ່າຍແຫ່ງຊາດ ເປັນເວທີຖະແຫຼງຂ່າວລວມມີສື່ສິ່ງພິມ, ສື່ເອເລັກໂທຣນິກ ແລະ ຜະລິດຕະພັນສື່ມວນຊົນ ເປັນອາວຸດທີ່ແຫຼມຄົມຂອງພັກ-ລັດ, ເປັນວຽກງານໜຶ່ງທີ່ມີພາລະບົດບາດສໍາຄັນ ປະກອບສ່ວນໃນການໃນການໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ຂໍ້ມູນຂ່າວ ສານ, ສາລະຄວາມຮູ້, ສາລະບັນເທີງ ເພື່ອປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັກຄີຂອງມວນຊົນບັນດາເຜົ່າເຂົ້າຮ່ວມ ການປະຕິວັດໃຫ້ທັນເຫດການ, ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ. ຍົກໃຫ້ເຫັນເຖິງການພັດທະນາວຽກງານວິທະຍຸກະຈາຍສຽງແຫ່ງຊາວລາວ, ຂ່າວ ສານປະເທດ, ໂທລະພາບແຫ່ງ ຊາດລາວ, ການຂະຫຍາຍຕາໜ່າງຂ່າວ, ຕິດຕັ້ງລະບົບໂທລະໂຄ່ງລົງສູ່ທ້ອງຖິ່ນຮາກຖານບ້ານ ແລະ ອື່ນໆ. ເພື່ອເຮັດໃຫ້ການນໍາເມືອງ, ກົມກອງ, ພະນັກງານຫຼັກແຫຼ່ງ ແລະ ມວນຊົນທົ່ວເມືອງມີຄວາມຮັບຮູ້, ເຂົ້າ ໃຈເຖິງປະຫວັດຄວາມເປັນມາ, ມູນເຊື້ອການກໍາເນີດເຕີບໃຫຍ່ຂະຫຍາຍຕົວ, ຄວາມໝາຍຄວາມສໍາຄັນຂອງວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍແຫ່ງຊາດລາວ.
ໃນພິທີຍັງໄດ້ຮັບຟັງການເຜີຍແຜ່ເອກະສານວັນສ້າງຕັ້ງອາຊຽນ ຄົບຮອບ 53 ປີ, ວັນຍຶດອໍານາດທົ່ວປະເທດຄົບຮອບ 45 ປີ ແລະ ລັດຖະທໍາມະນູນແຫ່ງຊາດຄົບຮອບ 29 ປີຕື່ມອີກ.