ເມືອງຜົ້ງສາລີ ປາຖະກະຖາ 4 ວັນສຳຄັນປະຈຳເດືອນ ຕຸລາ
ພິທີປາຖະກະຖາເລົ່າມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດຕ່າງໆຄື: ວັນຊາດ ສປ ຈີນ ຄົບຮອບ 71 ປີ (1/10/1949 – 1/10/2020), ວັນຄູແຫ່ງຊາດ 7 ຕຸລາ
ຄົບຮອບ 26 ປີ (7/10/1994 – 7/10/2020), ວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ (12/10/1945 – 12/10/2020), ວັນປະກາດເອກະລາດຄົບຮອບ 75 ປີ (12/10/1949 – 12/10/2020), ລະນືກວັນສາກົນ ແລະ ວັນສັບປະດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ ຄົບຮອບ 33 ປີ (17/10/1987 – 17/10/2020 ແລະ (17-24/2003 – 17-24/10/2020) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ຕຸລາ 2020 ນີ້ຢູ່ສະໂມສອນໃຫ່ຍຫຼັງເກົ່າຂອງແຂວງໂດຍການໃຫ້ກຽດເຂົ້າຮ່ວມ ແລະ ຂຶ້ນປາຖະກະຖາ ຂອງ ທ່ານ ບູນເພັງ ສົມຈະເລີນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນເມືອງ, ທ່ານ ສຸລິວັນ ແສນສະຕິ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ. ເຂົ້າຮ່ວມຮັບຟັງມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກຊ-ປກສ, ທະນະຄານນະໂຍບາຍໜ່ວຍບໍລິການເມືອງຜົ້ງສາລີ ຕະຫຼອດຮອດພະນັກງານ-ລັດຖະກອນອອ້ມຂ້າງເມືອງເຂົ້າຮ່ວມ 198 ຄົນ, ຍິງ 103 ຄົນ; ມີສະມາຊິກພັກ 178 ສະຫາຍ, ຍິງ 95 ສະຫາຍ.
ການຫວນຄືນເລົ່າມູນເຊື້ອວັນສໍາຄັນຂອງພັກຂອງຊາດໃນຄັ້ງນີ້ ກໍ່ເພື່ອແນ່ໃສ່ເຮັດໃຫ້ບັນດາຖັນແຖວພະນັກ ງານ-ລັດຖະກອນອ້ອມຂ້າງເມືອງ ຮັບຮູ້ເຂົ້າໃຈກ່ຽວກັບຄວາມໝາຍສໍາຄັນຂອງວັນສໍາຄັນດັ່ງກ່າວ ເປັນຕົ້ນແມ່ນປະຫວັດຄວາມເປັນມາ ແລະ ການກໍາເນີດເຕີບໃຫ່ຍຂະຫຍາຍຕົວຂອງວັນດັ່ງກ່າວ ແລະ ກໍາແໜ້ນເອົາບາງບົດຮຽນທີກ້ຽວພັນກັບຕົນເອງໄປຜັນຂະຫຍາຍໃນວຽກງານຕົວຈິງໃຫ້ມີຜົນສໍາເລັດ.
![]() | ມື້ນີ້ | 43 |
![]() | ມື້ວານນີ້ | 168 |
![]() | ອາທິດນີ້ | 345 |
![]() | ເດືອນນີ້ | 3572 |
![]() | ທັງໝົດ | 186989 |