ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຈັດພິທີເຜີຍແຜ່ເຊື່ອມຊຶມວາລະແຫ່ງຊາດ ພ້ອມດ້ວຍ 3 ເອກະສານສຳຄັນ
ໃນວັນທີ 30 ກັນຍາ 2021 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມວາລະແຫ່ງ ຊາດ ພ້ອມດ້ວຍ 3 ເອກະສານສຳຄັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນ. ຈັນມະນີ ນາມວົງ
ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີພະນັກງານສະມາຊິກພັກ, ພະນັກ ງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຈຳນວນ 19 ສະຫາຍ, ຍິງ 10 ສະຫາຍ.
ໃນພິທີ ທ່ານ ບຸນສຸລີ ໂລມາ ກຳມະການໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນສະເໜີ ຄໍາສັ່ງວ່າດ້ວຍເພີ່ມທະວີການນຳພາຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ສະບັບເລກທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021; ທ່ານກໍໄດ້ຍົກໃຫ້ເຫັນເຖິງ ພັກ-ລັດເຮົາໄດ້ມີຄວາມພະຍາຍາມ ແລະ ຍົກສູງຄວາມຮັບຜິດຊອບນຳພາຊີ້ນຳ ຕໍ່ການແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ ຢ່າງເປັນລະບົບຕໍ່ເນື່ອງດ້ວຍການກຳນົດທິດນຳ, ນະໂຍບາຍ, ວາງມາດຕະການຕ່າງໆອອກຢ່າງຄົບຊຸດ ແລະ ຊີ້ນຳການຈັດຕັ້ງປະຕິບັດຕົວຈິງຢ່າງແທດເຖິງ. ຈາກນັ້ນ; ທ່ານ ນ. ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ຂຶ້ນສະເໜີເອກະສານ ຄຳສັ່ງວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມາແຫ່ງລັດ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ເຊິ່ງ ທ່ານໄດ້ຍົກໃຫ້ເຫັນກ່ຽວກັບການຮັບຮອງເອົາທິດທາງແຜນການງົບປະມານແຫ່ງລັດ 5 ປີ ( 2016 – 2025 ) ແລະ ປະຕິບັດຕາມວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ; ເພື່ອສ້າງຄວາມເປັນເອກະພາບລະດັບສູງໃນການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ຢູ່ໃນຄວາມຮັບຜິດຊອບຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ບັນ ດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ. ຈາກນັ້ນ ທ່ານ ນ. ວັນເຮືອງ ສໍດາລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ຂຶ້ນສະເໜີ ຄໍາສັ່ງວ່າດ້ວຍເພີ່ມທະວີນຳພາຊີ້ນຳຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ສະບັບເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021. ທ່ານໄດ້ຍົກໃຫ້ເຫັນເຖິງຢາເສບຕິດ ເປັນບັນຫາໃຫຍ່ລະດັບໂລກທີ່ບັນດາປະເທດຕ່າງກໍໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຮ່ວມມືກັນຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂບັນຫາ. ອົງການສະຫະປະຊາຊາດໄດ້ກຳນົດການກະທຳຜິດກ່ຽວກັບຢາເສບຕິດ ເປັນໜຶ່ງໃນບັນດາອັດຊະຍາກຳສາກົນ. ຢູ່ປະເທດເຮົາ ພວມປະເຊີນໜ້າກັບການຂົ່ມຂູ່ຈາກບັນຫາຢາເສບຕິດ ເຊິ່ງໄດ້ແຜ່ລະບາດໄປທົ່ວທຸກບ່ອນ ນັບທັງຕົວເມືອງ ແລະ ຊົນນະບົດ ເຂດຫ່າງໄກສອກຫຼີກ ໃນລະດັບທີ່ແຕກຕ່າງກັນ; ບັນຫາຢາເສບຕິດ ໄດ້ກາຍເປັນໜຶ່ງໃນບັນດາປະກົດການຫຍໍ້ທໍ້ທາງສັງຄົມ, ການລະບາດ ຂອງຢາເສບຕິດ ໄດ້ເປັນໜໍ່ແໜງ ແລະ ເປັນສາເຫດຕົ້ນຕໍ ຂອງການເກີດຄວາມຮຸນແຮງ ແລະ ສິ່ງຫຍໍ້ທໍ້ຕ່າງໆ ໃນສັງຄົມ, ເປັນໄພອັນຕະລາຍ ແລະ ມີຄວາມສ່ຽງສູງຕໍ່ຄວາມໝັ້ນຄົງ ຂອງລະບອບປະຊາທິປະໄຕປະຊາຊົນ ແລະ ກໍາລັງສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ສຸຂະພາບຂອງປະຊາຊົນ ໂດຍສະເພາະໄດ້ເບື່ອເມົາຊາວໜຸ່ມ, ເຍົາວະຊົນ ທີ່ເປັນກໍາລັງແຮງງານ, ເປັນຜູ້ສືບທອດພາລະກິດ ແລະ ອະນາຄົດຂອງປະເທດຊາດ.
ໃນພິທີຍັງໄດ້ເຜີຍແຜ່ຄຳສັ່ງວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ແລະ ຄຳແນະນຳເພີ່ມທະວີວຽກງານໂຄສະນາອົບຮົມການເມືອງ-ແນວຄິດ ກ່ຽວກັບຈັດຕັ້ງປະຕິບັດມາດຕະການການປ້ອງກັນ, ຄວບ ຄຸມ, ສະກັດກັ້ນ ແລະ ແກ້ໄຂພະຍາດໂຄວິດ-19.
ການຈັດຕັ້ງເຜີຍແຜ່ຜັນຂະຫຍາຍເຊື່ອມຊຶມວາລະແຫ່ງຊາດ ໃນຄັ້ງນີ້ກໍເພື່ອເຮັດໃຫ້ພະນັກງານສະມາຊິກພັກ, ພະນັກ ງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງຮັບຮູ້ ແລະ ເຂົ້າໃຈເຖິງແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງຕາມຈຸດປະສົງເປົ້າໝາຍ.
![]() | ມື້ນີ້ | 48 |
![]() | ມື້ວານນີ້ | 168 |
![]() | ອາທິດນີ້ | 350 |
![]() | ເດືອນນີ້ | 3577 |
![]() | ທັງໝົດ | 186994 |