ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ເມືອງສຳພັນ ປາຖະກະຖາວັນສ້າງຕັ້ງກອງທັບຄົບຮອບ 74 ປີ

ເມືອງສຳພັນ ປາຖະກະຖາວັນສ້າງຕັ້ງກອງທັບຄົບຮອບ 74 ປີ

     ໃນຕອນເຊົ້າຂອງວັນທີ 20 ມັງກອນ 2023 ຢູ່ທີ່ສະໂມສອນຂອງເມືອງສໍາພັນ, ແຂວງຜົ້ງສາລີ, ໄດ້ຈັດຕັ້ງພີທີປະຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023 ) ໂດຍການເປັນປະທານຂອງທ່ານ ນຸດ ໄຊຍະວົງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານ

ພັກ-ພະນັກງານ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ກອງບັນຊາການ ທະຫານ, ກອງບັນຊາການ ຕໍາຫຼວດ, ພະນັກງານລັດຖະກອນ, ລັດວີຊາຫະກິດ ພາຍໃນເມືອງເຂົ້າຮ່ວມທັງໝົດ 174 ຄົນ.

        ທ່ານ ນຸດ ໄຊຍະວົງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ກໍ່ໄດ້ໃຫ້ກຽດປະຖະກະຖາ ເລົ່າຄືນປະຫວັດມູນເຊື້ອ ແຫ່ງການເຕີຍໃຫຍ່ຂະຫຍາຍຕົວ ຂອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023 ) ຜ່ານມາ ຊຶ່ງທ່ານໃຫ້ຮູ້ວ່າ ກອງທັບປະຊາຊົນ ປະຕີວັດລາວ ເຄີຍມີມູນເຊື້ອອັນສະຫງ່າອົງອາດກ້າຫານ ຕໍ່ສູ້ບໍ່ຍ້ອມຈໍານົນ ທົນທານໜ່ຽວແໜ້ນ ຕໍ່ກັບພະລະກິດຕໍ່ສູ້ກູ້ຊາດ ພວກຈັກກະພັດຜູ້ມາຮຸກຮານທັງແບບເກົາ ແລະ ແບບໃໝ່ ເພື່ອຄວາມເປັນເອກະລາດ ອິດສະລະພາບ ແລະ ນໍາເອົາຄວາມສົມບູນຄູນສຸກມາໃຫ້ປະຊາຊົນບັນດາເຜົ່າ, ກອງທັບປະຊາຊົນລາວ ໄດ້ປະຕິບັດໜ້າທີພາຍໃຕ້ ການນໍາພາອັນສະລາດສອງໃສ່ ຂອງພັກປະຊາ ຊົນປະຕີວັດລາວ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຄື່ອນໄຫວປັບປຸງ, ກໍ່ສ້າງພະນັກງານນັກຮົບພາຍໃນກອງທັບ ປະຊາຊົນລາວ ໃຫ້ມີຄວາມເຂັ້ມແຂງ ໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນະພາບຢ່າງບໍ່ຢຸດຢັ້ງ ຍິ່ງສູ້ຮົບ, ກໍ່ຍິ່ງເຕີຍໃຫ່ຍເຂັ້ມແຂງ, ຍິ່ງຕີກໍ່ຍິ່ງໄດ້ຮັບໄຊຊະນະ ຈົນສາມາດປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນໄດ້ຢ່າງສົມບູນ ແລະ ສາຖາປະນາເປັນປະເທດ ສາທາລະນະລັດ ປະທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ ປີ 1975 ຈາກນັ້ນກອງທັບ ປະຊາຊົນລາວ ກໍ່ໄດ້ປະຕິບັດໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄປພ້ອມໆກັບການປັບປຸງກອງທັບໃຫ້ມີຄວາມທັນສະໄໝ. ນອກນັ້ນໃນພິທີດັ່ງກ່າວ ທ່ານ ແອ ຍືນທະນົງ ກໍາມະການພັກເມືອງ ປະທານສະຫະພັນກໍາມະບານເມືອງ ກໍ່ໄດ້ຂຶ້ນຜ່ານບົດມູນເຊື້ອແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະບານລາວ ຄົບຮອບ 67​ ປີ ( 1 ກຸມພາ 1956 - 1 ​ກຸມພາ 2023 ) ພ້ອມທັງຜ່ານບົດມູນເຊື້ອວັນຊາດ ສາທາລະນະລັດ ກູບາ ຄົບຮອບ 64 ປີ ( 1 ມັງກອນ 1959 – 1 ມັງກອນ 2023 ) ຕື່ມອີກ.

       ໃນໂອກາດ ທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ຄໍາປີງ ອິນຕິລາດ ກໍາມະການພັກເມືອງ ຫົວໜ້າຫ້ອງການພາຍໃນເມືອງ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການມອບໃບຍ້ອງຍໍ ສະບັບເລກທີ 416/ມສພ, ລົງວັນທີ 23 ທັນວາ 2022 ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນ ແລະ ອຸປະທໍາຊຸດກິລາຈໍານວນ 25 ຊຸດ, ເປັນ 1,000,000 ກີບ ໃຫ້ແກ່ສະຫະພັນກໍາມະບານ ເມືອງສໍາພັນ, ຊຶ່ງໃຫ້ກຽດມອບໂດຍທ່ານ ສີອໍາພອນ ວໍລະເດດ ກໍາມະການພັກເມືອງ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ພ້ອມດ້ວຍຄອບຄົວ ແລະ ກ່າວຮັບໂດຍ ທ່ານ ແອ ຍືນທະນົງ ກໍາມະການພັກເມືອງ ປະທານສະຫະພັນກໍາມະບານເມືອງ ເພື່ອຊຸກຍູ້ ແລະ ໃຫ້ກໍາລັງໃຈ ເນື່ອງໃນໂອກາດຄົບຮອບວັນສ້າງຕັ້ງກໍາມະບານລາວ 67​ ປີ ທີ່ຈະມາຮອດມາເຖີງໃນມໍ່ໆນີ້.

ຂ່າວໃໝ່

ພິທີພົບປະແລກປ່ຽນບົດຮຽນລະຫວ່າງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ກັບຄະນະໂຄສະນາສຶກສາແຂວງດຽນບ່ຽນ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

256339
ມື້ນີ້ມື້ນີ້238
ມື້ວານນີ້ມື້ວານນີ້358
ອາທິດນີ້ອາທິດນີ້197
ເດືອນນີ້ເດືອນນີ້7638
ທັງໝົດທັງໝົດ256339

ກິດຈະກຳ