ແຂວງຜົ້ງສາລີ
ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022
ພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງປີສາມັກຄີມິດຕະພາບ 2022 ລະຫວ່າງລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ເປັນມູນເຊື້ອທາງດ້ານປະຫວັດສາດຄື: ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື
ຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 45 ປີ ຢູ່ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ສິງຫາ 2022 ນີ້ ທີ່ຫໍວັດທະນະທໍາຂອງແຂວງ ທີ່ເມືອງຜົ້ງສາລີ ໂດຍການເຂົ້າ ຮ່ວມຂອງ ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ, ມີ ສະຫາຍ ບົວທອງ ອຸແສງຄຳ, ຮອງເລຂາພັກແຂວງ, ຫົວໜ້າຄະນະຊີ້ນຳການກະກຽມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຂັ້ນແຂວງມີບັນດາສະຫາຍຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຕະຫຼອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານອາວຸໂສບຳນານ ພ້ອມດ້ວຍສະມາຄົມຊາວຫວຽດນາມປະຈຳແຂວງຜົ້ງສາລີ ເຂົ້າຮ່ວມ.
ກ່ອນເປີດພິທີ ໄດ້ມີການຮັບຊົມບົດສາລະຄະດີ ກ່ຽວກັບການຮ່ວມມື ລະຫວ່າງ ແຂວງຜົ້ງສາລີ ກັບບັນດາແຂວງ ຂອງ ສສ ຫວຽດນາມໃນໄລຍະທີ່ຜ່ານມາ ພ້ອມທັງຮັບຊົມການສະແດງສິລະປະ-ວັນນະຄະດີ ຈາກໜ່ວຍສິລະປະສູນວັດທະນະທຳເດັກ. ຈາກນັ້ນ ພິທິໄດ້ໄຂຂຶ້ນ ຢ່າງເປັນທາງການ ໂດຍ ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ໄດ້ຂຶ້ນກ່າວບົດປາໄສ ທີ່ມີເນື້ອໃນສໍາຄັນທາງປະຫວັດສາດ ຕໍ່ສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ເຊິ່ງມີບາງຕອນສະຫາຍໄດ້ກ່າວວ່າ: ໃນຕະຫອຼດໄລຍະ 60 ປີ ແຫ່ງຄວາມສາມັກຄີແບບພິເສດ ແລະ ການເສີມຂະຫຍາຍຄວາມເປັນເອກະ ລາດແຫ່ງຊາດ, ເປັນເຈົ້າຕົນເອງສອງປະເທດ ລາວ-ຫວຽດນາມ ແລະ 45 ປີ ແຫ່ງການຈັດຕັ້ງປະຕິບັດເນື້ອ ໃນຈິດໃຈສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ແລະ ວັນສ້າງຕັ້ງສາຍພົວ ພັນການທູດ ລາວ - ຫວຽດນາມ ໄດ້ເພີ່ມພູນຄຸນສ້າງ ແລະ ສ້າງເງື່ອນໄຂອັນສະດວກໃຫ້ແກ່ກັນ, ຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ, ທັງນຳໃຊ້ທ່າແຮງອັນບົ່ມຊ້ອນ ຂອງແຕ່ລະປະເທດ. ເພື່ອເປັນການຫວນຄືນມູນເຊື້ອແຫ່ງການກໍາເນີດສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ເພື່ອເປັນການຈາລຶກຄຸນງາມຄວາມດີ ແລະ ຜົນງານ ຂອງທ່ານຜູ້ນໍາທີ່ແສນເຄົາລົບຮັກ ກໍຄືທ່ານ ປະທານ ໂຮ່ຈີ່ມິນ, ທ່ານປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພານຸວົງ ທີ່ເປັນຜູ້ໃຫ້ກໍາເນີດ ແລະ ເປັນແບບຢ່າງ ໃນການຖະນຸຖະໜອມ, ເພີ່ມພູນຄູນສ້າງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນ ແລະ ຂະຫຍາຍຕົວມາຮອດທຸກວັນນີ້.
ຊຶ່ງມູນເຊື້ອດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີທີ່ແໜ້ນແຟ້ນ ທີ່ພ້ອມຄຽງບ່າຄຽງໄຫຼ່ ໃນພາລະກິດປົດປ່ອຍຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ.
ໂດຍຕະຫຼອດໄລຍະ 60 ປີ ແຫ່ງສາຍພົວພັນການທູດ ລາວ-ຫວຽດນາມ ແລະ 45 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ ຍິ່ງນັບມື້ເຕີບໃຫຍ່, ເຂັ້ມແຂງ ແລະ ແທດເໝາະກັບສະ ພາບການຕົວຈິງ ສາມາດຕອບສະໜອງຄວາມມຸ່ງມາດປາຖະໜາ ຂອງປະຊາຊົນທັງສອງຊາດ ເວົ້າລວມ ເວົ້າສະເພາະ ກໍຄືສາຍພົວພັນຮ່ວມມື ລະຫວ່າງ ແຂວງໄຊສົມບູນ ກັບ ແຂວງບັ໋ກຢາງ ແລະ ແຂວງເຊີນລາ ສສ ຫວຽດນາມ ທີ່ໄດ້ຮ່ວມມືກັນ ຊຸກຍູ້ ແລະ ສະໜັບສະໜູນດ້ານເຕັກນິກວິຊາການຕ່າງໆ ໃຫ້ມີຄວາມເຂັ້ມແຂງ ແນໃສ່ພັດທະນາແຂວງ ໃຫ້ມີຄວາມຈະເລີນກ້າວໜ້າ, ປະຊາຊົນມີຄວາມຜາສຸກ, ຮັ່ງມີ, ເສດຖະກິດມີການຂະຫຍາຍຕົວ ໄປພ້ອມໆ ກັບການເສີມສ້າງສາຍຜົວພັນຮ່ວມມືມິດຕະພາບ ໃຫ້ມີຄວາມໝັ້ນຄົງທະນົງແກ່ນຕະຫຼອດໄປ ດັ່ງຄໍາກອນທີ່ວ່າ “ ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ່ ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງຂັ້ນກໍດຸ່ງໄປ ສອງຊາດລາວ-ຫວຽດໄດ້ ຝັງຄວາມຮັກຢູ່ໃນໃຈ ຮົງຮາທັງແມ່ຂອງ ບໍ່ເລິກປູນປານໄດ້ " ແລະ ພາລະກິດປະຕິວັດຂອງສອງຊາດ ຈະເສີມຂະຫຍາຍງອກງາມ, ຫອມຫວນ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ.
![]() | ມື້ນີ້ | 98 |
![]() | ມື້ວານນີ້ | 85 |
![]() | ອາທິດນີ້ | 1833 |
![]() | ເດືອນນີ້ | 7672 |
![]() | ທັງໝົດ | 313152 |