ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ແຂວງຜົ້ງສາລີ ສະຫຼູບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແຕ່ປີ 2016 – 2020

ແຂວງຜົ້ງສາລີ ສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແຕ່ປີ 2016 - 2020

     ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າຂອງວັນທີ 11 ພະຈິກ 2022 ຢູ່ທີ່ສະໂມສອນຂອງເມືອງບຸນເໜືອ ໂດຍການເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ມີບັນດາທ່ານກໍາມະການ

ປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ບັນດາເຈົ້າເມືອງ, ກົມກອງຕ່າງໆ, ນັກທຸລະກິດ ແລະ ນັກພັດທະນາດີເດັ່ນພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ສົມພາບ ດາລາຈັກ ກຳມະການພັກແຂວງ ຫົວໜ້າພະແນກພາຍໃນແຂວງ ໄດ້ກ່າວສະຫຼູບຕີລາຄາຄື້ນວຽກ ງານແຂ່ງຂັນຮັກຊາດ ແລະ ພັດທະນາ ວ່າ: ເພື່ອເປັນການສະຫຼຸບຕິລາຄາ ການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ໂດຍຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃນທົ່ວແຂວງ ແຕ່ປີ 2016-2020 ໄດ້ມີການແຕ່ງຕັ້ງຄະນະຊີ້ນໍາວຽກງານ ແຂ່ງຂັນຍ້ອງຍໍ, ຮັກຊາດ ແລະ ພັດທະນາ, ເປິດຂະບວນ ການແຂ່ງຂັນ, ປຸກລະດົມ, ຊຸກຍູ້, ຕິດຕາມຂະບວນແຂ່ງຂັນເປັນແຕ່ລະໄລຍະ ແລະ ສາມາດຄັດ ເລືອກໄດ້ຜົນງານການຍ້ອງຍໍ ບຸກຄົນ, ນິຕິບຸກຄົນ, ກົມກອງລວມໜູ່, ບ້ານ, ຄອບຄົວຕົວແບບ, ຜູ້ປະກອບການດີເດັ່ນ, ພະນັກງານ-ລັດຖະກອນ ທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ, ຜັນຂະ ຫຍາຍວຽກງານ 3 ສ້າງ ຕິດພັນກັບການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ. ຜ່ານການສະຫຼູບຕິລາຄາ ແລະ ປະເມີນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສຸ່ລວງເລິກ ສາມາດສັງລວມການຍ້ອງຍໍຜົນງານ 5 ປີ (2016-2020) ໃຫ້ບຸກຄົນ ແລະ ກົມກອງ, ບັນດາພະແນກການ, ອົງການທຽບເທົ່າຂັ້ນແຂວງ ແລະ ບັນດາເມືອງ ລວມທັງໝົດ 38 ພາກສ່ວນ, ສະເໜີຍ້ອງຍໍແຕ່ລະປະເພດລວມທັງໝົດ 7.162 ໃນນີ້, ມີບຸກຄົນດີເດັ່ນ 6.841 ທ່ານ ແລະ ກົມກອງ 321 ກົມກອງ ລະອຽດມີຄື: ຫຼຽນໄຊແຮງງານ ຊັ້ນ I ບຸກຄົນ ຈໍານວນ 66 ທ່ານ ແລະ ກົມກອງ 03 ກົມກອງ; ຫຼຽນໄຊແຮງງານ ຊັ້ນ II ບຸກຄົນ ຈໍານວນ 98 ທ່ານ ແລະ ກົມກອງ 05 ກົມກອງ; ຫຼຽນໄຊແຮງງານ ຊັ້ນ III ບຸກຄົນ ຈໍານວນ 200 ທ່ານ ແລະ ກົມກອງ 03 ກົມກອງ; ຫຼຽນກາແຮງງານບຸກຄົນ ຈໍານວນ 431 ທ່ານ ແລະ ກົມກອງ 03 ກົມກອງ; ໃບຍ້ອງຍໍລັດຖະບານ ບຸກຄົນ ຈໍານວນ 2.028 ທ່ານ ແລະ ກົມກອງ 07 ກົມກອງ; ໃບຍ້ອງຍໍທ່ານເຈົ້າແຂວງ ບຸກຄົນ ຈໍານວນ 4.018 ທ່ານ ແລະ ກົມກອງ 300 ກົມກອງ.

     ໃນພິທີຍັງໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ I, ຊັ້ນ II ແລະ ຊັ້ນ III, ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍຂອງລັດຖະບານ. ໃຫ້ກຽດປະດັບຫຼຽນໄຊແຮງງານ ຊັ້ນ I, ຊັ້ນ II ແລະ ຊັ້ນ III; ປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍຂອງລັດຖະບານ ໂດຍແມ່ນທ່ານ ຄຳຜອຍ ວັນນະສານ ກຳມະການສູນກາພັກ ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ແລະ ຕາງໜ້າກົມກອງ-ລວມໝູ່, ບຸກຄົນດີ່ເດັນ ຂຶ້ນຮັບຕາມລຳດັບ. ພ້ອມກັນນັ້ນຍັງໄດ້ຜ່ານເນື້ອໃນການແຂ່ງ ຂັນຮັກຊາດ ແລະ ພັດທະນາແຕ່ນີ້ ເຖີ່ງປີ 2025 ຕື່ມອີກ.

     ໂອກາດນີ້, ທ່ານເຈົ້າແຂວງຜົ້ງສາລີ ໄດ້ມີຄຳເຫັນໂອ້ລົມຍ້ອງຍໍຊົມເຊີຍຜົນງານ 5 ປີທີ່ຍາດມາໄດ້ ພ້ອມທັງຮຽກຮ້ອງໃຫ້ອົງການຈັດຕັ້ງພັກ-ລັດ ແລະ ເອກະຊົນ ຕ້ອງກໍາແໜ້ນຈູດປະສົງ, ຄາດໝາຍ ແລະ ເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ເລິກເຊິ່ງ ແລະ ຫັນເປັນແຜນການ, ໂຄງການ ແລະ ມອບໝາຍຄວາມຮັບຜິດຊອບ ໂດຍກໍານົດຕົວເລກຄາດໝາຍແຕ່ລະດ້ານ, ແຕ່ລະເນື້ອໃນ ໃຫ້ລະອຽດຈະແຈ້ງ ແລະ ໃຫ້ບັນລຸຕາມ 4 ຄາດໝາຍ: ຕ້ອງຖືເອົາວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນວຽກຍຸດທະສາດ, ສອດຫ້ອຍທັງໃນດ້ານການເມືອງ, ການປົກຄອງ, ການພັດ ທະນາເສດຖະກິດ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ອຳນາດການປົກຄອງແຕ່ລະຂັ້ນ ແລະ ສະພາທ້ອງຖິ່ນ ຕ້ອງໄດ້ເພີ່ມທະວີການນໍາພາ, ຊີ້ນໍາ, ບັນຊາ ແລະ ຕິດຕາມ, ກວດກາ ການຜັນຂະຫຍາຍ ເນື້ອໃນແຂງຂັນຮັກຊາດ ແລະ ພັດທະນາທີ່ວາງໄວ້; ຖືວຽກແຂ່ງຂັນຮັກຊາດ ແລະ ພັດທະນາເປັນທັງທິດທາງລວມ, ແລະ ທັງເປັນເນື້ອໃນວຽກງານຂອງຂົງເຂດ ຫຼື ຂະແໜງການຕົນຢ່າງຈະແຈ້ງ, ເປັນສະຕິ ກໍ່ຄື ເປັນຫຼັກການໃນການເຄື່ອນໄຫວຂອງ ການນຳພາ, ຄຸ້ມຄອງ ຢູ່ແຕ່ລະບ່ອນຕ້ອງຖືເປັນມາດຕາການໜຶ່ງທີ່ສໍາຄັນ ໃນການຕີລາຄາຄວາມຮູ້, ຄວາມສາມາດ ແລະ ຄວາມຮັບຜິດຊອບການເມືອງ ໂດຍຖືເປັນບັນຫາທີ່ຕ້ອງຕິດພັນກັບເນື້ອໃນດໍາເນີນຊີວິດ, ການຕິຊົມຕົນເອງ ແລະ ຕິຊົມກັນຢູ່ພາຍໃນ ຢ່າງເລິກເຊິ່ງເຖິງຖ່ອງ ຈຶ່ງເຮັດໃຫ້ການປັບປຸງລະບົບການເມືອງ, ການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານຮາກຖານການເມືອງ ມີຄວາມໜັກແໜ້ນ, ເຂັ້ມແຂງ; ຈົ່ງສືບຕໍ່ມີສ່ວນຮ່ວມພັດທະນາແຂວງຜົ້ງສາລີ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ປະຊາຊົນມີວຽກເຮັດງານທໍາ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບ ຮ້ອຍ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດນັບມື້ກ້າວໜ້າຢ່າງບໍ່ຢຸດຢັ້ງ.

ຂ່າວໃໝ່

ວິດີໂອ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

313155
ມື້ນີ້ມື້ນີ້101
ມື້ວານນີ້ມື້ວານນີ້85
ອາທິດນີ້ອາທິດນີ້1836
ເດືອນນີ້ເດືອນນີ້7675
ທັງໝົດທັງໝົດ313155

ກິດຈະກຳ