ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ການນຳຂັ້ນແຂວງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມ

ການນຳຂັ້ນແຂວງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມ

     ດ້ວຍຄວາມເປັນຫ່ວງເປັນໃຍຂອງການນຳພັກ-ລັດ ທີ່ມີຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າ ຜູ້ທີ່ຖືກຜົນກະທົບໄພນ້ຳຖ້ວມ ຄັ້ງວັນທີ 26 ສິງຫາ 2022 ຜ່ານມາ ແລະ ມີຜົນເສຍຫາຍອັນໜັກໜ່ວງຢູ່ 3 ບ້ານໃນເມືອງຂວາ ມີບ້ານຫາດນາງ, ສິນໄຊ, ລາດຊາງ ແລະ ບ້ານອື່ໆ ທີ່ຕັ້ງລຽບຕາມແຄມນ້ຳພາກ, ນ້ຳນ້ອຍ.

     ຊຶ່ງມາໃນວັນທີ 11 ກັນຍາ 2022 ຜ່ານມາ ທ່ານ ບົວທອງ ອູແສງຄຳ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານແນວຄິດພັກ ພະນັກງານຂັ້ນແຂວງ ໃນນາມຕາງໜ້າການນຳພັກ-ລັດຂັ້ນແຂວງ ໄດ້ນຳເອົາເຄື່ອງນຸ່ງຫົ່ມ ແລະ ປື້ມຂຽນຈຳນວນໜຶ່ງ ລວມມູນຄ່າທັງໝົດ 3.700.000 ກີບ ມາມອບໃຫ້ຄະນະຮັບຜິດຊອບໄພພິບັດຂັ້ນເມືອງ ເພື່ອນຳໄປແຈກຢາຍໃຫ້ແກ່ຄອບຄົວທີ່ຖືກຜົນກະທົບດັ່ງກ່າວ.

     ກ່າວຮັບໂດຍທ່ານ ສົມນຶກ ໄຊຍະຈິດ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳສັງຄົມ ທັງເປັນຫົວໜ້າອະນຸກຳມະການໄພພິບັດຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງເມືອງເປັນຜູ້ກ່າວຮັບເພື່ອນຳໄປມອບບັນເທົາທຸກ ໃຫ້ແກ່ບັນດາຄອບຄົວທີ່ຖືກຜົນກະທົບໄພນ້ຳຖ້ວມ ໃນວັນທີ 26 ສິງຫາ 2022 ຜ່ານມາ ພ້ອມນັ້ນທ່ານຍັງໄດ້ໂອ້ລົມໃຫ້ກຳລັງໃຈ ຕໍ່ບັນດາຄອບຄົວທີ່ຖືກຜົນກະທົບ ໃຫ້ອຸ່ນອຽນສູ້ຊົນຜ່ານຜ່າອຸປະສັກຕ່າງໆໃຫ້ຜ່ານຜົ້ນໄປ.

     ໃນໂອກາດດຽວກັນນີ້ທາງສະຫະພັນແມ່ຍິງແຂວງ ແລະ ເມືອງ ກໍ່ໄດ້ນຳເອົາອຸປະກອນຮັບໃຊ້ຈຳເປັນພາຍໃນຄອບຄົວ, ເຄື່ອງບໍລິໂພກ ແລະ ເຄື່ອງນຸ່ງຫົ່ມ ໄປມອບໃຫ້ແກ່ຄອບຄົວດັ່ງກ່າວ ຄິດເປັນມູນຄ່າລວມ 7.953.000 ກີບ. ກ່າວມອບໂດຍສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງເມືອງ ກ່າວຮັບໂດຍ: ຄອບຄົວທີ່ຖືກຜົນກະທົບເປັນຜູ້ກ່າວຮັບ.

ພິທີພົບປະແລກປ່ຽນບົດຮຽນລະຫວ່າງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ກັບຄະນະໂຄສະນາສຶກສາແຂວງດຽນບ່ຽນ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

287120
ມື້ນີ້ມື້ນີ້324
ມື້ວານນີ້ມື້ວານນີ້493
ອາທິດນີ້ອາທິດນີ້2605
ເດືອນນີ້ເດືອນນີ້1629
ທັງໝົດທັງໝົດ287120

ກິດຈະກຳ