ການນຳແຂວງຜົ້ງສາລີ ລົງມອບເຄື່ອງຊ່ວຍເຫຼື່ອຜູ້ປະສົບໄພພິບັດນໍ້າຖ້ວມຢູ່ທີ່ເມືອງຂວາ
ດ້ວຍຄວາມເປັນຫ່ວງເປັນໃຍຂອງການນຳແຂວງທີ່ມີຕໍ່ອົງການປົກຄອງເມືອງ, ອົງການປົກຄອງບ້ານກໍ່ຄືພໍ່ແມ່ປະຊາຊົນ ທີ່ຖືກຜົນກະທົບໄພພິບັດທາງທຳມະຊາດນໍ້າຖ້ວມໃນຄັ້ງວັນທີ 26 ສິງຫາ 2022 ທີ່ຜ່ານມານັ້ນ. ໃນຕອນບ່າຍຂອງວັນທີ 18 ກັນຍາ 2022 ນີ້, ທ່ານ ຄຳຜອຍ ວັນນະສານ ເລຂາພັກແຂວງ ເຈົ້າແຂວງໆຜົ້ງສາລີ, ພ້ອມດ້ວຍບັນດາ
ພະແນກການທີ່ກ່ຽວ ຂ້ອງຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ລົງມອບເຄື່ອງບັນເທົາທຸກໃຫ້ກັບຜູ້ປະສົບໄພນໍ້າຖ້ວມຢູ່ ທີ່ຫ້ອງການບ້ານ ບ້ານຫາດນາງ ເມືອງຂວາ ແຂວງຜົ້ງສາລີ.
ໃນການລົງມອບເຄື່ອງບັນເທົາທຸກໃນຄັ້ງນີ້ ທ່ານ ພອນທະວີ ໄຊມົນຕີ ເລຂາພັກເມືອງ ເຈົ້າເມືອງໆຂວາ ໄດ້ລາຍງານໃຫ້ຊາບວ່າ: ໃນວັນທີ 26 ສິງຫາ 2022 ທີ່ຜ່ານມາໄດ້ມີພາຍຸລະດູຮ້ອນມາອອນ (MA ON) ພັດເຂົ້າບັນດາແຂວງພາກເໜືອຂອງລາວ ໂດຍສະເພາະແມ່ນ ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ເຊິ່ງເຮັດໃຫ້ເກີດມີຝົນຕົກໜັກເປັນບໍລິເວນກ້ວາງໃນນີ້ເມືອງຂວາ ກໍ່ເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວ ເຮັດໃຫ້ມີນໍ້າປ່າໄຫຼຊຸຢ່າງໄວວາ, ກະທັນຫັນ, ຮ້າຍແຮງ ເຊິ່ງເກີດຜົນກະທົບເສຍຫາຍຕໍ່ຊີວິດ, ຊັບສິນ, ພື້ນຖານໂຄງລ່າງ, ເຄື່ອງປູກຂອງຝັງ, ທີ່ຢູ່ອາໄສ, ວັດຖຸສິ່ງຂອງ, ພາຫະນະ, ຮ້ານອາຫານ, ໂຮງຕົ້ມເຫຼົ້າ, ເຄື່ອງອຸປະໂພກ-ບໍລິໂພກ, ຂົວ-ທາງ, ການສື່ສານ, ນໍ້າດື່ມ-ນໍ້າໃຊ້, ລະບົບຕາຄ່າຍໄຟຟ້າ ແລະ ອື່ນໆອີກຈໍານວນຫຼວງຫຼາຍ ໄພພິບັດທາງທໍາມະຊາດທີ່ເກີດຂຶ້ນຄັ້ງນີ້ມີຜົນເສຍຫາຍເຊິ່ງປະເມີນມູນຄ່າໃນເບື້ອງຕົ້ນປະມານ 77 ຕື້ກ່ວາກີບ.
ຊຶ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີສັງກະສີຈໍານວນ 3.000 ປ່ຽງ, ເຂົ້າສານ 2 ໂຕນ, ໝີ່ໄວໆ 100 ແກັດ, ຜ້າຫົ່ມ 30 ຜືນ ແລະ ເຄື່ອງອຸປະໂພກ - ບໍລິໂພກຈຳນວນໜຶ່ງ ລວມມູນຄ່າທັງໝົດ 165 ລ້ານກ່ວາກີບ. ໂອກາດນີ້, ທ່ານ ເຈົ້າແຂວງ ຍັງໄດ້ກ່າວສະແດງຄວາມເປັນຫ່ວງເປັນໃຍ ຕໍ່ຜູ້ປະສົບໄພດັ່ງກ່າວພ້ອມທັງໄດ້ ເນັ້ນໜັກໃຫ້ທຸກພາກສ່ວນສືບຕໍ່ເລັ່ງແກ້ໄຂສຸກເສີນ ໂດຍສະເພາະແມ່ນຊ່ວຍເຫຼື່ອບັນເທົາທຸກ, ດ້ານສະບຽງອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ, ເລັ່ງແກ້ໄບັນຫານໍ້າດື່ມ, ນໍ້າໃຊ້, ສືບຕໍ່ປຸກລະດົມຂົນຂວາຍເພື່ອມາຊ່ວຍບັນເທົາທຸກ ແລະ ແກ້ໄຂຜົນທະທົບທີ່ຈຳເປັນ. ພ້ອມກັນນັ້ນທ່ານຍັງໄດ້ຮຽກ ຮ້ອງມາຍັງອົງການປົກຄອງເມືອງ ສືບຕໍ່ປະສານສົມທົບກັບອົງການປົກຄອງບ້ານ ເພື່ອກຳນົດທິດທາງແກ້ໄຂຜົນກະທົບ, ຢູ່ແຕ່ລະບ້ານ ເປັນຕົ້ນແມ່ນ ຈະປູກຫຍັງ, ຈະລ້ຽງຫຍັງ ທົດແທນຜົນເສຍຫາຍ ເປັນຕົ້ນແມ່ນເຂົ້ານາ, ເຂົ້າໄຮ່, ແລະ ພືດພັນທັນຍາຫານອື່ນໆ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງເພີ່ມທະວີຄວາມສາມັກຄີປອງດອງ ເອື້ອເຟື້ອເພື່ອແຜ່, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະສຸມໃສ່ຊ່ວຍຄອບຄົວ ທີ່ຖືກຜົນກະທົບໜັກກ່ວາໝູ່, ຄອບຄົວຂາດທີ່ຢູ່ອາໄສ, ເຂົ້າກິນ, ເຄື່ອງນຸ່ງຫົ່ມ, ສືບຕໍ່ຕັ້ງຈິດຕັ້ງໃຈໃຫ້ເຂັ້ມແຂງ, ພ້ອມກັນສ້າງສາພັດທະນາຕໍ່ໄປ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ເພື່ອໃຫ້ຊີວິດການເປັນຢູ່ກັບຄື້ນສູ່ສະພາບປົກກະຕິໂດຍໄວ. ຈາກນັ້ນທ່ານກໍ່ໄດ້ລົງໄປສໍາຫຼວດໃນຈຸດເກີດເຫດໃນແຕ່ ລະຈຸດພ້ອມດ້ວຍທີມງານ ແລະ ໃນວັນດຽວກັນນັ້ນທາງອົງການປົກຄອງເມືອງກໍ່ໄດ້ສືບຕໍ່ມອບເຄື່ອງບັນເທົາທຸກໃຫ້ແຕ່ລະບ້ານທີ່ໄດ້ຮັບຜົນກະທົບຈົນເຖິງເປົ້າໝາຍໃນແຕ່ລະຄອບຄົວຢ່າງບັນລຸຜົນສໍາເລັດທີ່ໄດ້ວາງໄວ້.
![]() | ມື້ນີ້ | 313 |
![]() | ມື້ວານນີ້ | 493 |
![]() | ອາທິດນີ້ | 2594 |
![]() | ເດືອນນີ້ | 1618 |
![]() | ທັງໝົດ | 287109 |