Warning: Cannot modify header information - headers already sent by (output started at /home/ptpslgov/public_html/index.php:5) in /home/ptpslgov/public_html/wp-includes/feed-rss2.php on line 8
Lưu trữ ການເຄື່ອນໄຫວຂອງການນຳແຂວງ - https://ptpsl.gov.la Wed, 13 Mar 2024 08:03:21 +0000 en-US hourly 1 https://wordpress.org/?v=6.5.3 https://ptpsl.gov.la/wp-content/uploads/2024/01/cropped-ແນທທ-32x32.jpg Lưu trữ ການເຄື່ອນໄຫວຂອງການນຳແຂວງ - https://ptpsl.gov.la 32 32 ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກິດຈະການຟາມລ້ຽງງົວຂອງບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-4/ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-4/#respond Wed, 13 Mar 2024 07:31:46 +0000 https://ptpsl.gov.la/?p=4317      ຕອນບ່າຍຂອງວັນທີ 5 ມີນາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວ ຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ກິດຈະການຟາມລ້ຽງງົວຂອງບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ ທີ່ເມືອງບຸນເໜືອ. ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.       ທ່ານ ເຫຼັກ ສຸກສັນ ອຳນວຍການ ບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ ໄດ້ລາຍງານໃຫ້ຮູ້ວ່າ: ທາງບໍລິສັດໄດ້ດຳ ເນີນກິດຈະການເລີ່ມແຕ່ປີ 2019 ຊຶ່ງໄດ້ສໍາປະທານເນື້ອທີທັງໝົດ 97,06 ເຮັກຕາ, ມີອາຍຸ 30 ປີ, ມີທຶນທັງໝົດ: 48 ຕື້ກ່ວາກີບ ດ້ວຍການລົງທຶນຂອງເອກກະຊົນ 100%, ຊຶ່ງທາງບໍລິສັດມີເປົ້າໝາຍຜະລິດແມ່ພັນງົວໃຫ້ໄດ້ຈຳນວນຈຳນວນ 500 ແມ່ໃນໄລຍະເວລາ ...

Bài viết ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກິດຈະການຟາມລ້ຽງງົວຂອງບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ đã xuất hiện đầu tiên vào ngày .

]]>

     ຕອນບ່າຍຂອງວັນທີ 5 ມີນາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວ ຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ກິດຈະການຟາມລ້ຽງງົວຂອງບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ ທີ່ເມືອງບຸນເໜືອ. ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

      ທ່ານ ເຫຼັກ ສຸກສັນ ອຳນວຍການ ບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ ໄດ້ລາຍງານໃຫ້ຮູ້ວ່າ: ທາງບໍລິສັດໄດ້ດຳ ເນີນກິດຈະການເລີ່ມແຕ່ປີ 2019 ຊຶ່ງໄດ້ສໍາປະທານເນື້ອທີທັງໝົດ 97,06 ເຮັກຕາ, ມີອາຍຸ 30 ປີ, ມີທຶນທັງໝົດ: 48 ຕື້ກ່ວາກີບ ດ້ວຍການລົງທຶນຂອງເອກກະຊົນ 100%, ຊຶ່ງທາງບໍລິສັດມີເປົ້າໝາຍຜະລິດແມ່ພັນງົວໃຫ້ໄດ້ຈຳນວນຈຳນວນ 500 ແມ່ໃນໄລຍະເວລາ 10 ປີ ແລະ ຜະລິດງົວຂຸນຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດໃຫ້ໄດ້ 3.000-5.000 ໂຕຕໍ່ປີ. ປະຈຸບັນທາງບໍລິສັດໄດ້ທະລຸເສັ້ນທາງອ້ອມຂອບເຂດດິນທີ່ທາງບໍລິສັດສຳປະທານ, ປັບສະຖານທີ່ສຳລັບຕັ້ງຄອກລ້ຽງສັດ, ຫ້ອງການ, ບ່ອນເກັບມ້ຽນຫຍ້າໝັກ-ຫຍ້າແຫ້ງ, ບ່ອນເກັບມ້ຽນອາຫານສັດ ແລະ ພື້ນທີ່ສຳລັບກໍ່ສ້າງອ່າງເກັບນ້ຳ ໃນເນື້ອທີ່ 4 ເຮັກຕາ, ໄຖ່ພື້ນທີ່ສຳລັບປູກຫຍ້າເນື້ອທີ່ 15 ເຮັກຕາ ປູກຫຍ້າລູຊິ, ຫຍ້າຫວານ ແລະ ຫຍ້າເນເປຍ, ໄດ້ສຳເລັດການປູແຮ່ຈາກທາງຫຼວງ 1A ຫາຟາມງົວໄລຍະທາງ 4,5 ກິໂລແມັດ ສາມາດທຽວໄດ້ສອງລະດູ, ໄດ້ສຳເລັດການກໍ່ສ້າງບ້ານພັກພະນັກງານ 1ຫຼັງ, ເຮືອນ ຄົວ ແລະ ຫ້ອງນ້ຳ, ສຳເລັດການກໍ່ສ້າງຄອກງົວ 3 ຫຼັງ ຂະໜາດ 9×20ແມັດ, 7,5×25ແມັດ ແລະ 8×46ແມັດ ສາມາດບັນຈຸງົວ-ຄວາຍໄດ້ 150ໂຕ, ໄດ້ເກັບຊື້ເຟືອງ ແລະ ໃບອ້ອຍເພື່ອກະກຽມແຫຼ່ງອາຫານສຳຫຼັບໄວ້ລ້ຽງງົວໃນຊ່ວງລະດູແລ້ງ, ໄດ້ສົ່ງ ເສີມປະຊາຊົນປູກມັນຕົ້ນແລ້ວເກັບຊື້ຄືນໃນລາຄາຄໍ້າປະກັນທີ່ບ້ານນ້ຳບຸນ ແລະ ບ້ານຂ້ອນ, ປະຈຸບັນມີງົວທັງໝົດ 34ໂຕ ພໍ່ພັນ 2ໂຕ. ລວມມູນຄ່າການລົງທຶນໃນໄລຍະທີ່ຜ່ານມາລວມທັງໝົດ: 3 ຕື້ກ່ວາກີບ.

     

      ໂອກາດນີ້, ທ່ານ ເຈົ້າແຂວງກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ທາງບໍລິສັດ ທີ່ຈັດຕັ້ງປະຕິບັດກິດຈະກຳຟາມລ້ຽງງົວເພື່ອຈຳ ໜ່າຍພາຍໃນ ແລະ ສົ່ງອອກ, ຫຼຸດຜ່ອນການນຳເຂົ້າ ຕາມແນວທາງນະໂຍບາຍຂອງພັກລັດວາງອອກ, ຊຶ່ງມັນໄດ້ປະກອນສ່ວນອັນສຳຄັນໃນການພັດທະນາເສດຖະກິດສັງຄົມຂອງແຂວງ, ເມືອງ ກໍ່ຄືຂອງເຈົ້າຂອງທຸລະກິດໃຫ້ມີລາຍຮັບເປັນປົກກະຕິ, ພ້ອມກັ້ນນັ້ນທ່ານໄດ້ເນັ້ນໃຫ້ ອົງການປົກຄອງເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈົ່ງໃຫ້ຄວາມໃກ້ສິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆໃນການຈັດຕັ້ງປະຕິບັດວຽກງານ,  ຕໍ່ກັບບໍລິສັດໃຫ້ສືບຕໍ່ ຊ່ວຍສົ່ງເສີມປະຊາຊົນເຂດດັ່ງກ່າວມີວຽກເຮັດງານທຳ, ດ້ວຍການສົ່ງເສີມປູກຫ້ຍາ, ປູກມັນຕົ້ນ ເພື່ອໃຫ້ເຂົາເຈົ້າມີອາຊີບທີ່ໜັ້ນຄົງ ແລະ ຖາວອນ, ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວເປັນປົກະຕິ ເພື່ອຫຼຸດຜ່ອນອອກຈາກຄວາມທຸກຍາກເທື່ອລະກ້າວ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Bài viết ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກິດຈະການຟາມລ້ຽງງົວຂອງບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-4/feed/ 0
ທ່ານ ເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-%e0%ba%a5/ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-%e0%ba%a5/#respond Wed, 13 Mar 2024 07:17:42 +0000 https://ptpsl.gov.la/?p=4315 ທ່ານ ເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ      ຕອນບ່າຍຂອງວັນທີ 5 ມີນາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວ ຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ ເມືອງບຸນເໜືອ ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.       ທ່ານ ທິດຄຳເຜົາ ຕ່າງໜ້າກຸ່ມຜະລິດເສັ້ນສະຄູ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານພຽງໄຊ ເປັນບ້ານຊົນເຜົ່າພູນ້ອຍ ມີຈຳນວນ 60 ຄົວເຮືອນ, ໂດຍໄດ້ລິ່ເລີ້ມການສ້າງຕັ້ງເປັນກຸ່ມຜະລິດເສັ້ນຄູ ຕົ້ນເດືອນ 10 ປີ 2020 ມີສະມາຊິກກຸ່ມຈຳນວນ 20 ຄອບ ຄົວ ແລະ ໄດ້ຮັບກາໝາຍສິນຄ້າໂອດອບ ໃນປີ 2022; ...

Bài viết ທ່ານ ເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ đã xuất hiện đầu tiên vào ngày .

]]>

ທ່ານ ເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ

     ຕອນບ່າຍຂອງວັນທີ 5 ມີນາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວ ຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ ເມືອງບຸນເໜືອ ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

      ທ່ານ ທິດຄຳເຜົາ ຕ່າງໜ້າກຸ່ມຜະລິດເສັ້ນສະຄູ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານພຽງໄຊ ເປັນບ້ານຊົນເຜົ່າພູນ້ອຍ ມີຈຳນວນ 60 ຄົວເຮືອນ, ໂດຍໄດ້ລິ່ເລີ້ມການສ້າງຕັ້ງເປັນກຸ່ມຜະລິດເສັ້ນຄູ ຕົ້ນເດືອນ 10 ປີ 2020 ມີສະມາຊິກກຸ່ມຈຳນວນ 20 ຄອບ ຄົວ ແລະ ໄດ້ຮັບກາໝາຍສິນຄ້າໂອດອບ ໃນປີ 2022; ການຜະລິດປຸງແຕ່ງ ວັດຖຸດິບຫົວມັນສະຄູແມ່ນປະຊາຊົນປູກເອງ ແລະ ມາຜະລິດຕາມຂັ້ນຕອນ ແລະ ກຳມະວິທີ ໂດຍໃຊ້ແຮງງານຄົນເປັນຫຼັກ, ການຜະລິດຄັ້ງໜຶ່ງເລີ່ມແຕ່ຂັ້ນຕອນທຳອິດຈົນຮອດເປັນເສັ້ນແຫ້ງ ໃຊ້ເວລາຕໍ່າສຸດ 3 ຊົ່ວໂມງຕໍ່ຄັ້ງ; ຜະລິດຕະພັນເສັ້ນສະຄູມີ 2 ປະເພດ: ປະເພດເສັ້ນ ແລະ ປະເພດແປ້ງ; ການຜະລິດເປັນເສັ້ນສະຄູພາຍຫຼັງຜະລິດຕາກແຫ້ງແລ້ວໄດ້ນຳມາບັນຈຸ, ຫຸ້ມຫໍ່, ໃສ່ຖົງ, ຕິດສະຫຼາກໂລໂກເປັນຂອງກຸ່ມ ແລ້ວອອກຈຳໜ່າຍ; ດ້ານການຕະຫຼາດໄດ້ເຂົ້າຮ່ວມງານວາງສະແດງ, ງານບຸນ ແລະ ງານເທດສະການຕ່າງໆ ເພື່ອໂຄສະນາຜະລິດຕະພັນ ຊຶ່ງໃນແຕ່ລະຄັ້ງ ແມ່ນໄດ້ຮັບຄວາມສົນໃຈຈາກລູກຄ້າ ແລະ ມີຍອດຂາຍເພີ່ມຂຶ້ນໃນແຕ່ລະປີ, ໃນປີ 2023-2024 ມີຈຳນວນ 13 ຄັ້ງໄດ້ນໍາເຂົ້າຜະລິດຕະພັນເສັ້ນສະຄູເຂົ້າຮ່ວມທັງໝົດ 390 ກິໂລ ສ້າງລາຍຮັບໄດ້ 58.500.000 ກີບ ແລະ ໄດ້ຝາກຂາຍຕາມຮ້ານຄ້າ ແລະ ຕະຫຼາດພາຍໃນ, ສ່ວນຫຼາຍແມ່ນລຸກຄ້າສັ່ງຊື້ແລ້ວຈັດສົ່ງ ຫຼື ຝາກໃຫ້; ສາມາດສ້າງລາຍຮັບເຂົ້າສູ່ສະມາ ຊິກກຸ່ມ ກໍ່ຄືບ້ານຫຼາຍຂຶ້ນ ລາຄາຂາຍປັດຈຸບັນລາຄາສົ່ງ 140.000 ກີບ/ກິໂລ; ຂາຍຍ່ອຍ 150.000 ກີບ/ກິໂລ). ພ້ອມກັນນີ້ທັງກຸ່ມຍັງໄດ້ສະເໜີການນຳຊ່ວຍເຄື່ອງຈັກແບບຫັດຖະກຳ ຈຳນວນ 2 ເຄື່ອງ, ເຄື່ອງບົດຫົວມັນສະຄູດີບ ແລະ ເຄື່ອງຕັດເປັນເສັ້ນ.

     ຜ່ານການລົງ ຢ້ຽມຢາມຄັ້ງນີ້, ທ່ານເຈົ້າແຂວງກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ ກຸ່ມການຜະລິດເສັ້ນສະຄູ ທີ່ສາມາດສ້າງລາຍຮັບເຂົ້າຄອບຄົວ, ທັງເປັນການສົ່ງເສີມການຜະລິດ ພາຍໃນ ເຮັດໃຫ້ປະຊາຊົນມີອາຊີບ ສ້າງວຽກເຮັດງານທຳ, ພ້ອມກັນນັ້ນທ່ານ ໄດ້ເນັ້ນໃຫ້ອົງການປົກຄອງເມືອງ ໃຫ້ຄວາມໃກ້ຊິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆ, ຕໍ່ກັບກຸ່ມການຜະລິດໃຫ້ສືບຕໍ່ຮັກສາຄວາມສາມັກຄີ, ສືບຕໍ່ປະຕິບັດຕາມແນວທາງຂອງພັກລັດວາງອອກ, ໂດຍການຮັກສາອາຊີບທີ່ມີຢູ່ແລ້ວ ແລະ ສືບຕໍ່ເພີ້ມອາຊີບທີ່ເຫັນວ່າຍັງມີທ່າແຮງຕື່ມ, ສືບຕໍ່ຊອກຕະຫຼາດທາງສື່ອອນລາຍເພື່ອຈຳໜ່າຍເສັ້ນສະຄູ ໃຫ້ໄດ້ຫຼາຍກ່ວາເກົ່າ ສ່ວນຂໍ້ສະເໜີຂອງທາງກຸ່ມແມ່ນທາງແຂວງ ແລະ ເມືອງ ເຫັນດີຊ່ວຍເຫຼື່ອໃນການຈັດຊື້.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Bài viết ທ່ານ ເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-%e0%ba%a5/feed/ 0
ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-3/ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-3/#respond Wed, 06 Mar 2024 09:41:22 +0000 https://ptpsl.gov.la/?p=4299 ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ      ຕອນບ່າຍຂອງວັນທີ 5 ມີນາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວ ຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ ທີ່ເມືອງບຸນເໜືອ. ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.      ໂອກາດນີ້, ທ່ານ ຄຳຈັນ ສິດທິລາດ ຕາງໜ້າໃຫ້ ບໍລິສັດ ສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈຳກັດຜູ້ດຽວ ໄດ້ລາຍງານວ່າ: ບໍລິສັດ ສຸກຈະເລີນຟາມລ້ຽງໄກ່ໄດ້ສ້າງຕັ້ງຂື້ນໃນທ້າຍປີ 2021 ແລະ ໄດ້ດຳເນີນກິດຈະການໃນຕົ້ນເດືອນກໍລະກົດ ປີ 2022 ໃນໄລຍະຜ່ານມາທາງບໍລິສັດ ກໍ່ໄດ້ມີການ ບຸກເບີກພື້ນທີ່, ກໍ່ສ້າງເສັ້ນທາງເຂົ້າຟາມ, ກໍ່ສ້າງຄອກລ້ຽງໄກ່ແບບເຄີ່ງຖາວອນ-ແບບຖາວອນ ແລະ ...

Bài viết ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ đã xuất hiện đầu tiên vào ngày .

]]>

ທ່ານເຈົ້າແຂວງຜົ້ງສາລີ

ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ

     ຕອນບ່າຍຂອງວັນທີ 5 ມີນາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວ ຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ ທີ່ເມືອງບຸນເໜືອ. ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

     ໂອກາດນີ້, ທ່ານ ຄຳຈັນ ສິດທິລາດ ຕາງໜ້າໃຫ້ ບໍລິສັດ ສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈຳກັດຜູ້ດຽວ ໄດ້ລາຍງານວ່າ: ບໍລິສັດ ສຸກຈະເລີນຟາມລ້ຽງໄກ່ໄດ້ສ້າງຕັ້ງຂື້ນໃນທ້າຍປີ 2021 ແລະ ໄດ້ດຳເນີນກິດຈະການໃນຕົ້ນເດືອນກໍລະກົດ ປີ 2022 ໃນໄລຍະຜ່ານມາທາງບໍລິສັດ ກໍ່ໄດ້ມີການ ບຸກເບີກພື້ນທີ່, ກໍ່ສ້າງເສັ້ນທາງເຂົ້າຟາມ, ກໍ່ສ້າງຄອກລ້ຽງໄກ່ແບບເຄີ່ງຖາວອນ-ແບບຖາວອນ ແລະ ນຳເຂົ້າໄກ່ພັນໄຂ່ຈາກປະເທດໄທ (ເປັນໄກ່ພັນໄຂ່ໄຮບຮີດ) ໃນວັນທີ 24 ກັນຍາ 2022. ປະຈຸບັນທາງບໍລິສັດພວມດຳເນີນກິດຈະການບຸກເບີກພື້ນທີ່ຕັ້ງໂຄກໄກ່ໄຂ່ ແລະ ໄກ່ຊີ້ນສຳເລັດ, ສ້າງໂຄກໄກ່ໄຂ່ແບບເຄີ່ງຖາວອນ ຂະໜາດ 8×25 ແມັດ ຈຳນວນ 1 ຫລັງ ບັນຈຸໄກ່ໄດ້ 500 ໂຕ, ເປັນໂຄກໄກ່ເພື່ອທົດລອງຄວາມເປັນໄປໄດ້ຂອງການໃຫ້ຜົນຜະລີດໄກ່ໄຂ່, ໄດ້ສຳເລັດການກໍ່ສ້າງຕັ້ງໂຄກໄກ່ໄຂ່ແບບຖາວອນ ຂະໜາດ 15×85 ແມັດ ຈຳນວນ 1 ຫລັງ ທີ່ສາມາດບັນຈຸໄກ່ໄດ້ 8 ພັນ – 10 ພັນໂຕ, ສຳເລັດການກໍ່ສ້າງ ແລະ ວາງລະບົບທໍ່ນ້ຳ ເພື່ອນຳໃຊ້ໃນຟາມໄກ່ ມີຄວາມຍາວ 2,800 ແມັດ, ຈັດຊື້ ແລະ ນຳເຂົ້າແນວພັນໄກ່ໄຂ່ ( ໄກ່ແມ່ສາວ 18 ອາທິດ ) ຈຳນວນ 500 ໂຕ ຈາກປະເທດໄທ, ຈັດຊື້ ແລະ ນຳເຂົ້າວັດສະດຸອຸປະ ກອນນຳໃຊ້ຟາມໄກ່, ຫົວອາຫານໄກ່, ຢາປ້ອງກັນຕ່າງໆ ແລະ ມີແຜນ ຈະນຳເຂົ້າໄກ່ພັນໄຂ່ໃນທ້າຍເດືອນ 3 ປີ 2024 ຈຳນວນ 4.000 – 5.000 ໂຕ ).  ຜົນການດຳເນີນກິດຈະການລ້ຽງໄກ່ໄຂ່ໃນຊ່ວງໄລຍະ 13 ເດືອນຜ່ານມາ ( ແຕ່ວັນທີ 24 ກັນຍາ 2022 ຫາ ວັນທີ 16 ສີງຫາ 2023 ) ໂດຍລວມແລ້ວ ການລ້ຽງໄກ່ໄຂ່ຢູ່ແຂວງຜົ້ງສາລີ ເຫັນວ່າມີຄວາມເໝາະສົມ ແລະ ຕ້ອງໄດ້ນຳໃຊ້ທາງເຕັກນີກ-ວິທີການດ້ານຕ່າງໆ. ເຖິ່ງວ່າສະພາບອາກາດໜາວເຢັນ ແຕ່ອັດຕາການຕາຍຂອງໄກ່ແມ່ນໜ້ອຍ ( ປະມານ 3 % ), ການໃຫ້ຜົນຜະລິດໄຂ່ແມ່ນຢູ່ອັດຕາສ່ວນ ປະມານ 88,5 % ສະເລ່ຍ 11,700 ໜ່ວຍຕໍ່ເເດືອນ ( ສະເລ່ຍໃຫ້ໄຂ່ 390 ໜ່ວຍຕໍ່ມື້ ) ສະເລ່ຍລາຍຮັບ 21.000.000 ກີບຕໍ່ເດືອນ ແລະ ລາຍຈ່າຍສະເລ່ຍ 16.000.000 ກີບຕໍ່ເດືອນ. ນອກຈາກນີ້ທາງບໍລິສັດຍັງໄດ້ປູກພຶກພັກຊະນິດຕ່າງໆ ເພື່ອສົ່ງຂາຍພາຍໃນເທດສະບານເມືອງບຸນເໜືອ ຕື່ມອີກ.

     ໂອກາດນີ້, ທ່ານ ເຈົ້າແຂວງກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ທາງບໍລິສັດ ທີ່ຈັດຕັ້ງປະຕິບັດຫຼາຍຈິດຈະກຳ ຊຶ່ງມັນໄດ້ປະກອນສ່ວນອັນສຳຄັນໃນການພັດທະນາເສດຖະກິດສັງຄົມຂອງແຂວງ, ເມືອງ ກໍ່ຄືຂອງຄອບຄົວໃຫ້ມີລາຍຮັບເປັນປົກກະຕິ, ພ້ອມກັ້ນນັ້ນທ່ານໄດ້ເນັ້ນໃຫ້ ອົງການປົກຄອງເມືອງ ໃຫ້ຄວາມໃກ້ສິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆໃນການຈັດຕັ້ງປະຕິບັດ ຕໍ່ກັບບໍລິສັດໃຫ້ໃຫ້ສືບຕໍ່ຮັກສາອາຊີບ, ທຸລະກິດທີ່ມີຢູ່ແລ້ວ ແລະ ສືບຕໍ່ເພີ້ມອາຊີບທີ່ເຫັນວ່າຍັງມີທ່າແຮງຕື່ມເປັນຕົ້ນການລ້ຽງໝູ ແລະ ປາ ເປັນສິ້ນຄ້າ, ຊ່ວຍສົ່ງເສີມປະຊາຊົນເຂດດັ່ງກ່າວມີວຽກເຮັດງານທຳ, ເພື່ອໃຫ້ເຂົາເຈົ້າມີອາຊີບທີ່ໜັ້ນຄົງ ແລະ ຖາວອນ, ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວເປັນປົກະຕິ ເພື່ອຫຼຸດຜ່ອນອອກຈາກຄວາມທຸກຍາກເທື່ອລະກ້າວ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

 

Bài viết ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-3/feed/ 0
ທ່ານເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມພະນັກງງານຫຼັກແຫລ່ງ ແລະ ອາດິດການນຳຢູ່ເມືອງຂວາ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-%e0%ba%9e/ https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-%e0%ba%9e/#respond Wed, 06 Mar 2024 08:35:56 +0000 https://ptpsl.gov.la/?p=4292 ທ່ານເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມພະນັກງງານຫຼັກແຫລ່ງ ແລະ ອາດິດການນຳຢູ່ເມືອງຂວາ ເນື່ອງໃນໂອກາດທີ່ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງຊຸກຍູ້ວຽກງານຮອບດ້ານຂອງເມືອງ ແລະ ແຜນການກະກຽມກອງປະຊຸມໃຫຍ່ຂອງພັກ 3 ຂັ້ນຢູ່ເມືອງຂວາໃນທ້າຍອາທິດທີ່ຜ່ານມານີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ໄດ້ພົບປະໂອ້ລົມການນຳເມືອງ, ພະນັກງານຫຼັກແຫລ່ງ ແລະ ອາດິດການນຳເມືອງ.     ໂອກາດນີ້ ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານພົົ້ນເດັ່ນການນໍາພາຊີ້ນໍາຂອງຄະນະບໍລິຫານງານພັກເມືອງ ໄລຍະ 4 ປີ ແລະ ທິດທາງວຽກງານຈຸດສຸມໃນປີ 2024 ຊຶ່ງຕະຫຼອດໄລຍະການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XV ຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ III (2020-2024) ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງເມືອງ ເປັນຕົ້ນແມ່ນການປູກຟັງ-ລ້ຽງສັດ, ການນໍາໃຊ້, ຄຸ້ມຄອງເຄື່ອງປ່າຂອງດົງແບບຢືນຍົງ, ການບໍລິການ ແລະ ...

Bài viết ທ່ານເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມພະນັກງງານຫຼັກແຫລ່ງ ແລະ ອາດິດການນຳຢູ່ເມືອງຂວາ đã xuất hiện đầu tiên vào ngày .

]]>

ທ່ານເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມພະນັກງງານຫຼັກແຫລ່ງ ແລະ ອາດິດການນຳຢູ່ເມືອງຂວາ

ເນື່ອງໃນໂອກາດທີ່ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງຊຸກຍູ້ວຽກງານຮອບດ້ານຂອງເມືອງ ແລະ ແຜນການກະກຽມກອງປະຊຸມໃຫຍ່ຂອງພັກ 3 ຂັ້ນຢູ່ເມືອງຂວາໃນທ້າຍອາທິດທີ່ຜ່ານມານີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ໄດ້ພົບປະໂອ້ລົມການນຳເມືອງ, ພະນັກງານຫຼັກແຫລ່ງ ແລະ ອາດິດການນຳເມືອງ.

    ໂອກາດນີ້ ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານພົົ້ນເດັ່ນການນໍາພາຊີ້ນໍາຂອງຄະນະບໍລິຫານງານພັກເມືອງ ໄລຍະ 4 ປີ ແລະ ທິດທາງວຽກງານຈຸດສຸມໃນປີ 2024 ຊຶ່ງຕະຫຼອດໄລຍະການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XV ຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ III (2020-2024) ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງເມືອງ ເປັນຕົ້ນແມ່ນການປູກຟັງ-ລ້ຽງສັດ, ການນໍາໃຊ້, ຄຸ້ມຄອງເຄື່ອງປ່າຂອງດົງແບບຢືນຍົງ, ການບໍລິການ ແລະ ອຸດສາຫະກໍາປຸງແຕ່ງ ຕາມແລວເສດຖະກິດ ແລະ ຕາມ 5 ທາງອອກຂອງເມືອງ. 4 ປີຜ່ານມາ ອັດຕາການຂະຫຍາຍຕົວຂອງເສດຖະກິດແມ່ນຢູ່ໃນລະດັບ 6,01 %. ໃນນີ້: ຂະແໜງກະສິກໍາ-ປ່າໄມ້ຂະ ຫຍາຍຕົວ5,99%; ຂະແໜງອຸດສາຫະກໍາ -ຫັດຖະກໍາຂະຫຍາຍຕົວ 6,12% ແລະ ຂະແໜງການບໍລິການຂະຫຍາຍຕົວ 5,23%. ລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 933,21 ຕື້ກີບ, ເທົ່າກັບ 76,23% ຂອງແຜນການ 5 ປີ, ໃນນີ້: ຂະ ແໜງກະສິກໍາ-ປ່າໄມ້ມີມູນຄ່າ 480,65 ຕື້ກີບ, ກວມ 51,51%; ຂະແໜງອຸດສາຫະກໍາ -ຫັດຖະກໍາມີມູນຄ່າ 166,62 ຕື້ກີບ, ກວມ 17,85% ແລະ ຂະແໜງການບໍລິການມີມູນຄ່າ 285,91 ຕື້ກີບ, ກວມ 30,64%. ສະເລ່ຍໃສ່ລາຍຮັບຕໍ່ຫົວຄົນໄດ້ 10,25 ລ້ານກີບ ຫຼື ເທົ່າກັບ 495,76 ໂດລາ ( ໃນອັດຕາແລກປ່ຽນ 20,683 ກີບ ຕໍ່ 1 ໂດລາສະຫະລັດ); ພ້ອມດຽວກັນນັ້ນກໍ່ໄດ້ຈັດຕັ້ງປະຕິບັດຕາມ 9 ແຜນງານ 181 ໂຄງການ ສໍາເລັດ 5 ແຜນງານ, 93 ໂຄງການ ມີມູນຄ່າ 101,12 ຕື້ກີບ ເທົ່າກັບ 51,38% ຂອງແຜນການ 5 ປີ, ການຈັດຕັ້ງປະຕິບັດແຜນງົບປະມານຕະຫຼອດໄລຍະ 4 ປີຜ່ານມາລາຍຮັບລວມປະຕິບັດໄດ້ 17,57 ຕື້ກີບ, ເທົ່າກັບ 79,30% ຂອງແຜນການ 5 ປີ, ດ້ານລາຍຈ່າຍ ປະຕິບັດລາຍຈ່າຍໄດ້ທັງໝົດ 16,05 ຕື້ກີບ ເທົ່າກັບ 72,44% ຂອງແຜນການ 5 ປີ. ອັນພົ້ນເດັ່ນແມ່ນສຸ່ມໃສ່ການສ້າງຖ້ານຂໍ້ມູນຈັດເກັບລາຍຮັບໄດ້ 93 ບ້ານ. ພ້ອມກັນນີ້ບັດຄາດໝາຍຕົວຊີ້ວັດຕ່າງໆຂອງຂົງເຂດສັງຄົມກໍ່ໄດ້ເອົາໃຈໃສ່ປະຕິບັດຢ່າງຕໍ່ເນື່ອງ ແລະ ໄດ້ບັນລຸບາງຄາດໝາຍ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບການສ້າງຕົວເມືອງນ້ອຍໃນຊົນນະບົດກໍ່ໄດ້ສຸມທຸກແຫລ່ງທຶນໃນການຈັດ ຕັ້ງປະຕິ ບັດ, ພື້ນຖານໂຄງລ່າງກໍ່ໄດ້ຮັບການປັບປຸງຍົກລະດັບ ແລະ ເຮັດໃຫ້ຊີວິດຂອງປະຊາຊົນດີຂຶ້ນເປັນກ້າວໆ.

     ໂອກາດດັ່ງກ່າວນີ້ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ກໍ່ໄດ້ມີຄຳເຫັນໂອ້ລົມ ຊຶ່ງ ໄດ້ເນັ້ນໝັກ ແລະ ຮຽກຮ້ອງຕື່ມຫຼາຍບັນຫາເປັນຕົ້ນແມ່ນ: ໃຫ້ຄະນະພັກແຕ່ລະຂັ້ນເອົາໃຈໃສ່ສຶກສາອົບຮົມນໍາພາການເມືອງແນວຄິດ ໃຫ້ທຸກພາກສ່ວນ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງຄະນະພັກ ແລະ ການຄຸ້ມຄອງຂອງແຕ່ລະຂັ້ນ, ເພີ່ມຄວາມເປັນເຈົ້າ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການແກ້ໄຂ 9 ໜໍ່ແໜ່ງທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ແທດເຖິງຕົວຈິງ ແລະ ເຂັ້ມງວດກ່ວາເກົ່າ, ສືບຕໍ່ກະກຽມດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ໃຫ້ຖືກຕ້ອງຕາມກົດລະບຽບຂອງພັກ, ຕາມຄໍາສັ່ງ, ຄໍາແນະນໍາ ຂອງສູນກາງ, ຂອງແຂວງ ແລະ ຮັບປະກັນຄວາມຖືກຕ້ອງ, ມີຄວາມສະຫງົບ ແລະ ສໍາເລັດຕາມກໍານົດເວລາ, ສືບຕໍ່ສຸມໃສ່ພັດທະນາເສດຖະກິດ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມແລວ 1.1, 4, 5, 6, 22 ແລະ 9 ແຜນງານ; ໃນນັ້ນ ສຸມໃສ່ກໍ່ສ້າງໂຄງລ່າງຮັບໃຊ້ແກ່ການພັດທະນາ, ການດໍາລົງຊີວິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ; ສຸມໃສ່ການຈັດສັນຍົກຍ້າຍບ້ານ, ການໂຮມບ້ານ ແລະ ການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ, ສືບຕໍ່ສຸມໃສ່ການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບ ຕິດ ຕາມ 5 ວຽກຕົ້ນຕໍ ຢ່າງແຂງແຮງ ແລະ ແທດເຖິງ, ສືບຕໍ່ຊີ້ນໍາວາງແຜນການປ້ອງກັນ, ສະກັດກັ້ນ ແລະ ເຝົ້າລະວັງພະຍຸພະຍາດ, ໄພພິບັດຕ່າງໆ ອາດເກີດຂຶ້ນຕາມລະດູການ, ສຸມໃສ່ການປະຕິບັດຄາດໝາຍດ້ານສະຫັດສະຫວັດ ເພື່ອການພັດທະ ນາ ແລະ ການພັດທະນາແບບຍືນຍົງ (SDGs) ໃນຂົງເຂດສັງຄົມ ໃຫ້ບັນລຸເພີ່ມຂຶ້ນ, ສຸມໃສ່ການສົ່ງເສີມການຜະລິດສະບຽງອາຫານ-ທັນຍາຫານ ເພື່ອສະໜອງພາຍໃນ ແລະ ທົດແທນການນໍາເຂົ້າ, ສຸມໃສ່ຈັດຕັ້ງປະຕິບັດ ໂຄງການຜະລິດເປັນສິນຄ້າເພື່ອສົ່ງອອກ ທີ່ມີຕະຫຼາດຮອງຮັບ ມາແລ້ວເຊັ່ນ: ຢາງພາລາ, ໝາກແໜ່ງ ແລະ ພືດລະດູການ ຕິດພັນກັບການຈັດສັນອາ ຊີບ, ສ້າງລາຍຮັບ, ລາຍໄດ້ ໃຫ້ແກ່ປະຊາຊົນ ເພື່ອໃຫ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Bài viết ທ່ານເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມພະນັກງງານຫຼັກແຫລ່ງ ແລະ ອາດິດການນຳຢູ່ເມືອງຂວາ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%9c%e0%ba%bb%e0%bb%89%e0%ba%87%e0%ba%aa%e0%ba%b2%e0%ba%a5%e0%ba%b5-%e0%ba%9e/feed/ 0