ຄະນະໂຄສະນາອົບຮົມແຂວງຜົ້ງສາລີ
ເປີດຮຽນເອກະສານສະໜຸນມະຫາຊົນກ້າວໜ້າຂະຫຍາຍເຂົ້າພັກ ຊຸດທີ III ປະຈຳປີ 2026
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງ ວັນທີ 4 ເດືອນ ກັນຍາ ປີ 2026 ຢູ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານຮຽນສະໜັບສະໜຸນ ຂອງ ສະຫາຍ ບຸນສຸລີ ໂລມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ, ເຂົ້າຮ່ວມໃນພິທີ ມີຄະນະຮັບຜິດຊອບ ແລະ ມີບັນດາ ສະຫາຍ ມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກປະຊາຊົນ ປະຕິວັດລາວ ທີມາຈາກໜ່ວຍພັກ, ໜ່ວຍພັກຮາກຖານ, ຄະນະພັກຮາກຖານ ອ້ອມຂ້າງຂອງແຂວງ ເຂົ້າຮຽນສະໜັບສະໜູນຈຳນວນ 7 ສະຫາຍ, ຍິງ 3 ສະຫາຍ.
ໃນພິທີ ຄະນະຈັດຕັ້ງພິທີ ໄດ້ສະເໜີຈຸດປະສົງ ແລະ ໄດ້ຜ່ານມາຕີຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດເປີດຮຽນສະໜັບສະໜູນໃຫ້ມະຫາ ຊົນກ້າວໜ້າ ເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ສະບັບເລກທີ 413/ຄພຂ,ລົງວັນທີ 10 ສິງຫາ 2026 ຈາກນັ້ນ ສະຫາຍ ບຸນສຸລີ ໂລມາ ຮອງເລຂາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ໄດ້ມີຄຳເຫັນກ່າວເປີດພິທີ ພ້ອມທາງເຜີຍແຜ່ເອກະສານ ເປັນຕົ້ນແມ່ນເນື້ອໃນເອກະສານອົບຮົມມະຫາຊົນຜູ້ທີ່ຈະສະຫຍາຍເຂົ້າພັກ ມີ 20 ຄຳຖາມ-ຄຳຕອບ ແລະ ຂໍ້ຫ້າມຂອງພັກປະຊາຊົນ ປະຕິວັດລາວ ທັງນີ້ກໍ່ເພືອເຮັດໃຫ້ມະຫາຊົນຜູ້ທີ່ຈະຂຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້, ເຂົ້າໃຈ ກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຜົນປະໂຫຍກທີສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ, ບົນພື້ນຖານຄວາມຮັບຮູ້ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີມາດຕະຖານ, ເງື່ອນໄຂຄົບຖວ້ນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ເພື່ອເພີ່ມກຳລັງແຮງສູ້ຮົບໃຫ້ແກ່ພັກນັບມື້ນັບຫຼາຍຂື້ນ ແລະ ມອບໃບຢັ້ງຢືນຮຽນສະໜັບສະໜູນເປົ້າໝາຍຂະຫຍາຍເຂົ້າພັກ ຂື້ນມອບໂດຍ ສະຫາຍ ສະຫາຍ ບຸນສຸລີ ໂລມາ ຮອງເລຂາພັກ, ຮອງຫົວໜ້າຄະນະໂຄສະນາ ອົບ ຮົມແຂວງ ຜົ້ງສາລີ ຂຶ້ນກ່າວຮັບໂດຍບັນດາສະຫາຍເຂົ້າຮຽນສະໜັບສະໜູນເຂົ້າພັກຕາມລໍາດັບ.
ຂ່າວ: ຍີນໄຊ ສີບຸນເຮືອງ