
ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ
ວັນທີ 8 ກັນຍາ 2026 ນີ້, ເມືອງຂວາ ໄດ້ຈັດພິທີປາຖະກະຖາວັນວັນຊາດ ສສ ວຽດນາມ ຄົບຮອບ 81 ປີ(2 ກັນຍາ 1945-2 ກັນຍາ 2026), ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002 – 9 ກັນຍາ 2026); ແລະ ວັນສາກົນແຫ່ງການຮຽນຮູ້ໜັງສື ຄົບຮອບ 60 ປີ (08 ກັນຍາ 1966-08 ກັນຍາ 2026). ໂດຍການປາຖະກະຖາຂອງທ່ານ ສອນສະໜຸກ ສີສຸລາດ ກໍມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ພະນັກງານອາວຸໂສບຳນານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ລັດວິສາຫະກິດ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບຸນແກ້ວ ເລທິວັນ ກໍາມະການປະຈໍາພັກເມືອງ ຫົວໜ້າຫ້ອງການສຶກສາ ວິທະຍາສາດ ແລະ ກິລາເມືອງ ໄດ້ປາຖະກະຖາ ວັນສາກົນແຫ່ງການຮຽນຮູ້ໜັງສື ຊຶ່ງວັນດັ່ງກ່າວແມ່ນເປັນວັນໜຶ່ງທີ່ມີຄວາມໝາຍ ຄວາມສຳຄັນຢ່າງຍິ່ງຕໍ່ກັບປະຊາຊາດໃນທົ່ວໂລກ ໂດຍສະເພາະແມ່ນຜູ້ດ້ອຍໂອກາດ, ພາດໂອກາດທາງການສຶກສາ ຊຶ່ງຕົ້ນຕໍແມ່ນການບໍ່ຮູ້ໜັງສື ແລະ ການຮຽນບໍ່ຈົບການສຶກສາຂັ້ນພື້ນຖານ, ສະນັ້ນເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ບຸກຄົນເຫຼົ່ານັ້ນໄດ້ຮຽນຮູ້ໜັງສື, ອ່ານອອກ, ຂຽນເປັນ ແລະ ຄິດໄລ່ເລກຂັ້ນພື້ນຖານໄດ້ ສາມາດນໍາເອົາຄວາມຮູ້ໄປໝູນໃຊ້ເຂົ້າໃນການດຳລົງຊີວິດຕົວຈິງເພື່ອຍົກລະດັບ ແລະ ພັດທະນາຄຸນນະພາບຊີວິດໃຫ້ດີຂຶ້ນເທື່ອລະກ້າວ. ລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດເອົາການສຶກສາ ເປັນວຽກງານໃຈກາງໃນການພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມໃຫ້ພົນລະເມືອງລາວ ແລະ ຜູ້ທີ່ອາໄສຢູ່ ສປປ ລາວ ເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ສະເໝີພາບ ແລະ ເທົ່າທຽມກັນລະຫວ່າງຕົວເມືອງ ແລະ ຊົນນະບົດ. ແຕ່ເຖິງຢ່າງໃດກໍຕາມ ສປປ ລາວ ຍັງມີປະຊາກອນທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຜູ້ດ້ອຍໂອກາດຈຳນວນບໍ່ໜ້ອຍທີ່ເຂົ້າເຖິງການສຶກສາໄດ້ຍາກ, ສະພາບການຂາດແຄນຄູສອນ ແລະ ອັດຕາການປະລະຂອງນັກຮຽນໂດຍທົ່ວໄປຍັງສູງ, ຊຶ່ງນີ້ກໍແມ່ນສິ່ງທ້າທາຍອັນໃຫຍ່ຫຼວງຂອງປະເທດພວກເຮົາທີ່ຈະຕ້ອງສຸມໃສ່ວຽກງານການສຶກສາ, ເປັນຕົ້ນແມ່ນເພີ່ມການລົງທຶນ ແລະ ນໍາໃຊ້ຊັບພະຍາກອນທີ່ມີຢູ່ ເຖິງແມ່ນວ່າຈະຢູ່ໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາໄພທຳມະຊາດທີ່ເກີດຂຶ້ນຢູ່ຫຼາຍທ້ອງຖິ່ນ. ຕໍ່ກັບສະພາບການດັ່ງກ່າວນັ້ນ ລັດຖະບານແຫ່ງ ສປປ ລາວ ກໍຄືກະຊວງສຶກສາທິການ ແລະ ກິລາ ຈະສຸມໃສ່ທຸກກຳລັງແຮງ ເພື່ອສ້າງທຸກເງື່ອນໄຂໃຫ້ທຸກຄົນໄດ້ເຂົ້າເຖິງການສຶກສາ, ຂະຫຍາຍການສຶກສາໄປສູ່ເຂດຫ່າງໄກສອກຫຼີກໃຫ້ທົ່ວເຖິງ, ສ້າງທຸກເງື່ອນໄຂໃຫ້ແກ່ຜູ້ຮຽນໃນກຸ່ມເປົ້າໝາຍທີ່ດ້ອຍໂອກາດ, ຜູ້ທຸກຍາກ, ເພດຍິງ, ຊົນເຜົ່າ, ຜູ້ພິການໄດ້ຮັບການສຶກສາທີ່ມີຄຸນນະພາບ, ມີຄວາມສະເໝີພາບ ແລະ ເທົ່າທຽມ.
ຈາກນັ້ນ, ທ່ານ ພົມມີ ອິນມະສອນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ. ກໍ່ໄດ້ທົບທວນຫວນຄືນມູນເຊື້ອການຕໍ່ສູ້ກູ້ຊາດຂອງຫວຽດນາມຕະຫຼອດໄລຍະ 81 ປີ ຜ່ານມາ ເຊິ່ງທ່ານໄດ້ຍົກໃຫ້ເຫັນບັນດາເຫດການທີ່ເກີດຂຶ້ນຕະຫຼອດໄລຍະຂອງການປະຕິວັດຫວຽດນາມໃນການຕໍ່ສູ້ຍາດເອົາອຳນາດການປົກຄອງຈາກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ເຊິ່ງປະຊາຊົນຫວຽດນາມໄດ້ເສຍສະຫຼະເລືອດເນື້ອເພື່ອກອບກູ້ເອົາປະເທດຊາດຈົນໄດ້ຮັບໄຊຊະນະຢ່າງຈົບງາມໃນວັນທີ 2 ກັນຍາ 1945. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອ, ຜົນງານຂອງການຮ່ວມມືແບບພິເສດຫວຽດນາມ-ລາວ ໃນຊຸມປີຜ່ານມາ ແລະ ບາງທິດທາງກ່ຽວກັບການພົວພັນຮ່ວມມື ຫວຽດນາມ-ລາວໃນໄລຍະຕໍ່ໜ້າ.
ໂອກາດນີ້ ທ່ານ ສອນສະໜຸກ ສີສຸລາດ ໄດ້ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ, ຍົກໃຫ້ເຫັນເຖິງມູນເຊື້ອ ການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຕະຫຼອດໄລຍະ 24 ປີຄື: ວັນທີ 9 ກັນຍາ ປີ 2002-9 ກັນຍາ ປີ 2026 ພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ລັດຖະບານ, ຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຂອງຄະນະພັກແຕ່ລະຂັ້ນ, ການສະໜັບສະໜູນອູ້ມຊູຊ່ວຍເຫຼືອຂອງບັນດາກະຊວງ-ອົງການ ແລະ ຊັ້ນຄົນໃນສັງຄົມ ສະຫະພັນນັກຮົບເກົ່າແຫ່ງຊາດລາວໄດ້ຮັບການປັບປຸງ ແລະ ພັດທະນາໃນຫຼາຍດ້ານໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສາມາດເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ ແລະ ຍາດໄດ້ຜົນງານໃນຫຼາຍດ້ານ, ເຮັດໃຫ້ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຮັບການຍ້ອງຍໍຈາກພັກ, ລັດຖະບານ, ປະເທດເພື່ອນມິດ ແລະ ສາກົນຢ່າງສົມກຽດ, ຮັກສາມູນເຊື້ອ 3 ດີ ແລະ 6 ຮັກສາຂອງສະຫະພັນນັກຮົບເກົ່າໄດ້ກຳນົດໄວ້.