
ເມືອງຍອດອູ ແຂວງຜົ້ງສາລີ
ປາຖະກະຖາ ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ
ພິທີປາຖະກະຖາໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ກັນຍາ 2026 ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງ ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫ້ອງການ, ກຳລັງ ປກຊ – ປກສ ພ້ອມດ້ວຍພະນັກງານ – ລັດຖະກອນພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ທ່ານ ອາໄຊ ລາວລີ ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງ ປະທານສະຫະພັນນັກຮົບເກົ່າເມືອງ ໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນນັກຮົບເກົ່າເມືອງຍອດອູ ໃນແຕ່ລະໄລຍະຈົນເຖິງປັດຈຸບັນ, ທ່ານ ສົມບຸນ ອິນໃຈ ຮອງເລຂາພັກເມືອງ ປະທານກວດກາພັກ – ລັດໄດ້ໃຫ້ກຽດຂຶ້ນເລົ່າມູນເຊື້ອ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ( 9 ກັນຍາ 2002 – 09 ກັນຍາ 2026) ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານ, ໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຈາກນັ້ນ ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ເລົ່າມູນເຊື້ອຂອງວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ( 2 ກັນຍາ 1945-2 ກັນຍາ 2026), ເຊິ່ງທ່ານກໍ່ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມສຳຄັນຂອງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂດຍແມ່ນກຳນົດວັນທີ 2 ກັນຍາ ຂອງທຸກໆປີເປັນວັນຊາດ ແມ່ນເປັນວັນທີ່ມີຄວາມໝາຍປະຫວັດສາດອັນ ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ເຊິ່ງເປັນຂີດໝາຍແຫ່ງການປະກາດເອກະລາດ ແລະ ການສ້າງຕັ້ງປະເທດຫວຽດນາມໃໝ່. ພ້ອມນີ້ ຍັງໄດ້ຮັບຟັງມູນເຊື້ອ ວັນສາກົນແຫ່ງການຮຽນຮູ້ໜັງສື ຄົບຮອບ 60 ປີ ເຊິ່ງການສະເຫຼີມສະຫຼອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ ໃນປີນີ້ ຈັດຂຶ້ນພາຍໃຕ້ຄໍາ ຂວັນທີ່ວ່າ: “ການຮູ້ໜັງສື ເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” (Literacy for people, the planet and prosperity). ນີ້ແມ່ນຫົວຂໍ້ທີ່ມີຄວາມ ໝາຍເລິກເຊິ່ງ, ເຕືອນສະຕິໃຫ້ພວກເຮົາເຫັນວ່າ ການຮູ້ໜັງສື ບໍ່ພຽງແຕ່ເປັນຂັ້ນໄດການພັດທະນາຕົນເອງເທົ່ານັ້ນ, ແຕ່ຍັງເປັນເສົາຄໍ້າອັນສໍາຄັນໃນການປົກປັກຮັກສາສິ່ງແວດລ້ອມ, ການສ້າງສັນຕິພາບ ແລະ ການສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນຢ່າງຍືນຍົງ.

ການປາຖະກະຖາໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ຄະນະພັກ, ພະນັກງານລັດຖະກອນ ສະມາຊິກສະຫະພັນນັກຮົບເກົ່າທຸກສະຫາຍມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ຮໍ່າຮຽນເອົາບົດຮຽນ, ນໍ້າໃຈຮັກຊາດອັນສູງສົ່ງ, ຄວາມອົງອາດກ້າຫານ, ຄວາມເດັດດ່ຽວໜຽວແໜ້ນຂອງນັກຮົບປະຕິວັດໃນຂະບວນການຕໍ່ສູ້ປົດປ່ອຍຊາດໃນເມືອກ່ອນ ເພື່ອນຳມາໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານນັກຮົບເກົ່າຢູ່ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ.