
ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາ 7 ວັນປະຫວັດສາດຂອງຊາດ-ຂອງພັກ
ໃນວັນທີ 18 ສິງຫາ 2026 ນີ້, ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາ 7 ວັນປະຫວັດສາດຂອງຊາດ-ຂອງພັກ. ໂດຍການເປັນປະທານຂອງ ທ່ານ ສອນສະໜຸກ ສີສຸລາດ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ເຂົ້າຮ່ວມຮັບຟັງມີບັນດາທ່ານ ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງ, ສອງກໍາລັງປະກອບອາວຸດພ້ອມດ້ວຍພະນັກງານຫຼັກແຫຼງຂອງເມືອງເຂົ້າຮ່ວມ.

ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງການປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 (13 ສິງຫາ1950-13 ສິງຫາ 2026), ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026), ວັນຍຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 81 ປີ ແລະ 51 ປີ (23 ສິງຫາ 1945-23 ສິງຫາ 2026 ແລະ 23 ສິງຫາ 1975-23. ສິງຫາ 2026), ວັນສ້າງຕັ້ງອາຊຽນ ຄົບຮອບ 59 ປີ (08 ສິງຫາ 1967 – 18 ສິງຫາ 2026), ວັນສ້າງຕັ້ງສານປະຊາຊົນແຫ່ງ ສປປ ລາວ ຄົບຮອບ 44 ປີ (15 ສິງຫາ 1982 -15 ສິງຫາ 2026), ວັນເກີດ ທ່ານ ຟີແດນ ກາສໂຕຮ ຣຸດສ ຄົບຮອບ 100 ປີ (13 ສິງຫາ 1926-13 ສິງຫາ 2026), ວັນສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026).

ຈຸດປະສົງ ກໍເພື່ອເປັນການໂຄສະນາ ສຶກສາ ອົບຮົມການເມືອງແນວຄິດ ໃຫ້ພະນັກງານການນໍາຂອງເມືອງ, ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ທີ່ເປັນຫຼັກແຫຼ່ງຂອງເມືອງ ເຫັນໄດ້ບົດບາດ ຄວາມໝາຍຄວາມສໍາຄັນ ທັງເປັນການເສີມຂະຫຍາຍ ມູນເຊື້ອພິລະອາດຫານ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ຂອງແນວລາວສ້າງຊາດຍາດມາໄດ້ໃນຕະຫຼອດໄລຍະ 76 ປີ ແລະ ຍົກໃຫ້ເຫັນມູນເຊື້ອ ການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານສື່ມວນຊົນ ແລະພິມຈຳໜ່າຍທີ່ເຮັດໜ້າທີ່ ເປັນກະບອກສຽງໂຄສະນາແນວທາງນະໂຍຂອງພັກ-ລັດ ແລະ ສະໜອງດ້ານຂໍ້ມູນຂ່າວສານ ບັນດາເຫດການສໍາຄັນ ຂອງຊາດ-ຂອງພັກ, ວັນຍຶດອໍານາດທົ່ວປະເທດ ແລະ ຍົກໃຫ້ເຫັນການເຕີບໃຫຍ່ ຂະຫຍາຍຕົວນັບແຕ່ວັນຍຶດອໍານາດຈົນມາເຖິງປະຈຸບັນ ແລະ ການເຕີບໃຫຍ່ຂະຫຍາຍຕົວ ການເຄື່ອນໄຫວ ສິດ-ພາລະບົດບາດຂອງສານປະຊາຊົນ ແລະ ລັດຖະທຳມະນູນແຫ່ງ ສປປລາວ ນັບແຕ່ມື້ສ້າງຕັ້ງຈົນເຖິງ ປັດຈຸບັນ.ການປະຖະກະຖາໃນຄັ້ງນີ້ ເພື່ອເປັນການເສີມຂະຫຍາຍມູນເຊື້ອ ວັນສໍາຄັນດັ່ງກ່າວ ເຂົ້າໃນການຝຶກ ຝົນຫຼໍ່ຫຼອມຕົນເອງ ເພື່ອຮັບໃຊ້ຊາດ ຮັບໃຊ້ປະຊາຊົນ. ທັງໝົດນີ້ ກໍເພື່ອເປັນການສຶກສາອົບຮົມໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ເຫັນ ໄດ້ບົດບາດ ຄວາມໝາຍ ຄວາມສໍາຄັນຂອງຊາດ, ຂອງພັກ ທັງເປັນການຫວນຄືນມູນເຊື້ອອັນດີງາມ, ມູນເຊື້ອຕໍ່ສູ້ອັນ ພິລະອາດຫານ, ທັງເປັນການເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວບັນດາເຜົ່າ ເຮັດໃຫ້ເຂົາເຈົ້າມີນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ, ພ້ອມກັນປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ.
ຂ່າວ: ສອນໄຊ