ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ການຜະລິດ ໂຮງງານປຸງແຕ່ງຊາ ຍອດຊາສັນພູມົງເຈົາ

ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ການຜະລິດ ໂຮງງານປຸງແຕ່ງຊາ ຍອດຊາສັນພູມົງເຈົາ

     ຕອນບ່າຍຂອງວັນທີ 21 ພຶດສະພາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ໄດ້ລົງຕິດຕາມຊຸກຍູ້ການຜະລິດໂຮງງານປຸງແຕ່ງຊາ ຍອດຊາສັນພູມົງເຈົາ ຢູ່ເມືອງຜົ້ງສາລີ. ໂດຍມີທ່ານ ປ.ອ ວັນໄຊ ແສນຍອດ ເຈົ້າເມືອງໆຜົ້ງສາລີ ພ້ອມດ້ວຍການນຳເມືອງໃຫ້ການ ຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

ທ່ານ ບຸນໄຊ ຫັດສະພອນ ເຈົ້າຂອງໂຮງງານປຸງແຕ່ງຊາ ຍອດຊາສັນພູມົງເຈົາ ໄດ້ລາຍງານໃຫ້ຮູ້ວ່າ: ເມືອງຜົ້ງສາລີກໍ່ເປັນເມືອງໜື່ງທີ່ມີປະຊາຊົນເຮັດອາຊີບໃນການປູກຝັງ, ເປັນຕົ້ນແມ່ນເປັນເມືອງປູກຊາ ເຊິ່ງເປັນອາຊີບຄົງທີ່ ແລະ ໜັ້ນຄົງຂອງປະຊາຊົນ ສະນັ້ນຈຶ່ງມີຄວາມສົນໃຈຈື່ງໄດ້ຕັດສິນໃຈ ອອກຈາກ ພະນັກງານ ລັດ ໃນປີ 2016  ແລະ ໄດ້ມາສ້າງຕັ້ງໂຮງງານປຸງແຕ່ງຊາ ຍອດຊາສັນພູມົງເຈົາຂື້້ນ ໃນປີ 2017 ພາຍໃນຄອບຄົ້ວມີຈຳນວນສະມາຊິກທັງໝົດ 4 ຄົນ.

     ຈຸດເລີ່ມຕົ້ນທໍາອິດ ແມ່ນມີແຜນດໍາເນີນກິດ ຈະການແຕ່ປີ 2017 ເປັນຕົ້ນມາ ແລະ ໄດ້ນຳໃຊ້ຕົ້ນທຶນເປັນການລົງທຶນຂອງຕົນເອງ 100% ໃນຕອນນັ້ນໄດ້ເຮັດ ເປັນລັກສະນະເຕົາຂົ້ວຊາທົ່ວໄປ, ໃນເບື້ອງຕົ້ນ ມີທຶນໜູນວຽນໃນຈໍານວນ 150 ລ້ານກີບ ໃນນີ້ ໄດ້ເອົາເງິນທີ່ມີໄດ້ຊື້ – ຂາຍຊາເປັນປົກກະຕິມາຮອດປີ 2020 ຈື່ງໄດ້ສ້າງໂຮງງານ ປຸງແຕ່ງຊາ ຍອດຊາສັນພູມົງເຈົາ ແລະ ໄດ້ລົງທຶນສົ່ງເສີມປູກ ແລະ ເກັບຊື້ຊາຈຳນວນ 1 ບ້ານຄື: ບ້ານກໍແດງ ມີ 25 ຄອບຄົວ, ຊຶ່ງໄດ້ເກັບຊື້ແຕ່ລາຄາ 7,000 ກີບຈົນຮອດ 23,000 ກີບ ອີງໃສ່ລະດູການຂອງແຕ່ລະໄລຍະ ໃນມື້ໜື່ງສະເລ່ຍສາມາດເກັບຊື້ໄດ້ 650 ກິໂລຕໍ່ມື້ ແລະ ສາມາຜະລິດຊາແຫ້ງໄດ້ 162 ກິໂລຕໍ່ມື້, ເຊິ່ງໄດ້ສົ່ງອອກໃນລາຄາຊາແຫ້ງໂລລະ 50 – 100,000 ກີບຕໍ່ກິໂລ ຕະຫຼາດສົ່ງຫຼັກໆແມ່ນ ສປ ຈີນ, ນອກຈາກນີ້ທາງໂຮງງານຍັງໄດ້ຜະລິດລັກສະນະຫຸ້ມຫໍ່ສໍາເລັດຮູບ ແລະ ສິນຄ້າແບບຫັດຖະກໍາພື້ນເມືອງເປັນສ່ວນຫຼາຍ, ເພື່ອວາງໄປວາງສະແດງຈຳ ໜ່າຍຢູ່ທັງພາຍໃນ ແລະ ຕ່າງປະເທດຕື່ມອີກ. ໃນໜື່ງເດືອນສະເລ່ຍລາຍຮັບ ໄດ້ປະມານ 18 ລ້ານກີບ ຕໍ່ 1 ເດືອນ ຄິດໄລ່ເປັນປີສະເລ່ຍໄດ້ 200 ລ້ານກ່ວາກີບຕໍ່ປີ. ໂອກາດນີ້, ທາງໂຮງງານປຸງແຕ່ງຊາຍອດຊາສັນພູມົງເຈົາໄດ້ສະເໜີມາຍັງພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ຂັ້ນແຂວງຊ່ວຍດ້ານການຝືກອົບຮົມການບຳລຸງຮັກສາຕົ້ນຊາຂອງປະຊາຊົນ, ຊ່ວຍຊອກແຫລ່ງທຶນໃຫ້ກັບ ໂຮງງານ, ຊອກຕະຫຼາດທີ່ໜັ້ນຄົງ ແລະ ຖາວອນ ມີລາຄາທີ່ສົມເຫດສົມຜົນ ເພື່ອແນ່ໃສ່ເຮັດ ໃຫ້ປະຊາຊົນມີວຽກເຮັດງານທຳ ແລະ ມີຊີວິດທີ່ດີຂຶ້ນ.

     ຜ່ານການລົງ ຢ້ຽມຢາມຄັ້ງນີ້, ທ່ານເຈົ້າແຂວງກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ໂຮງງານປຸງ ແຕ່ງຊາ ຍອດຊາສັນພູມົງເຈົາ ທີ່ມີຄວາມຕັກສິນໃຈໃນການດຳເນີນທຸລະກິດທີ່ຕິດພັນກັບປະຊາຊົນ ສາມາດສ້າງລາຍຮັບເຂົ້າຄອບຄົວ, ທັງເປັນການສົ່ງເສີມການຜະລິດ ພາຍໃນເຮັດໃຫ້ປະຊາຊົນ ມີອາຊີບ ສ້າງວຽກເຮັດງານທຳ, ພ້ອມກັນນັ້ນທ່ານ ໄດ້ເນັ້ນໃຫ້ອົງການປົກຄອງເມືອງ ໃຫ້ຄວາມໃກ້ສິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆ, ຕໍ່ສືບຕໍ່ປະຕິບັດຕາມແນວທາງຂອງພັກລັດວາງອອກ, ໂດຍການຮັກສາອາຊີບທີ່ມີຢູ່ແລ້ວ ແລະ ສືບຕໍ່ເພີ້ມອາຊີບທີ່ເຫັນວ່າຍັງມີທ່າແຮງຕື່ມ, ສືບຕໍ່ຊອກຕະຫຼາດທາງສື່ອອນລາຍເພື່ອຈຳໜ່າຍຊາ ໃຫ້ໄດ້ຫຼາຍກ່ວາເກົ່າ.

( ພາບ – ຂ່າວ: ແສງຄຳ ສາລີວັນ )

 

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet