ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເປີດຮຽນເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ

ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ

ເປີດຮຽນເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ

ເພື່ອດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ

     ເພື່ອ​ປະ​ຕິ​ບັດ​ ຕາມຄຳແນະນຳ​ຂອງ​ຂອງຄະນະໂຄສະນາອົບຮົມແຂວງ ສະ​ບັບ​ເລກ​ທີ 202/ຄອຂ, ລົງ​ວັນ​ທີ 10 ມິຖຸນາ 2024 ກ່ຽວກັບການນຳໃຊ້ເອກະສານສຶກສາອົບຮົມການເມືອງ-ແນວຄິດ ສຳລັບ ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດຳເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ.

ໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2024 ຜ່ານມານີ້ ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໄດ້ເປີດຮຽນການນຳໃຊ້ເອກະສານສຶກສາອົບຮົມການເມືອງ-ແນວຄິດ ສຳລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດຳເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ​ ນະ​ທີ່​ຫ້ອງ​ປະ​ຊຸມ​ຂອງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ ໂດຍການເປັນ​ປະ​ທານຂອງ ສະຫາຍ ນ. ຈັນມະນີ ນາມວົງ, ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດວ້ຍສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ ມີສະມາຊິກພັກ, ພະນັກງານ-ລັດຖະກອນ ​ເຂົ້າ​ຮ່ວມ​ທັງ​ໜົດ 15 ສະ​ຫາຍ, ຍິງ 9 ສະຫາຍ.

     ​ການ​ເຊື່ອມຊຶມ​ຄັ້ງ​ນີ້​ ກໍເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເປົ້າໝາຍ ທີ່ຈະກະກຽມເຂົ້າຄັດເລືອກເປັນຄະນະພັກໃນແຕ່ລະຂັ້ນທີ່ຈະດຳເນີນກອງປະຊຸມໃຫຍ່ຂອງຂັ້ນຕົນ ໄດ້ມີຄວາມຮັບຮູ້-ເຂົ້າໃຈ ຕໍ່ຄວາມໝາຍຄວາມສຳຄັນຂອງກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ກຳແໜ້ນເຖິງການຍົກສູງບົດບາດການນຳພາຂອງພັກ ເຂົ້າໃນວຽກງານຕ່າງໆ.

     ໃນ​ນີ້ຄະນະຈັດຕັ້ງ ໄດ້ສະເໜີຈຸດປະສົງ ແລະ ເປົ້າໝາຍ ໃນການນຳໃຊ້ເອກະສານສຶກສາອົບຮົມການເມືອງ-ແນວຄິດ 4 ບົດ ສໍາລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດຳເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ ໃຫ້ກຽດຂຶ້ນສະເໜີເອກະສານບົດທີ 1: ຄວາມເຂົ້າໃຈກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍສະຫາຍ ບຸນສຸລີ ໂລມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ;  ບົດທີ 2 ແລະ ບົດທີ 3  ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ໂດຍກຽດຂຶ້ນສະເໜີໂດຍ ສະຫາຍ ນາງ ຈັນມະນີ ນາມວົງ, ກຳມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ບົດທີ 4 ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ, ສະມາຊິກພັກ ໂດຍໃຫ້ກຽດຂື້ນເປີດຮຽນເຊື່ອມຊຶມສະຫາຍ ນາງ ວັນເຮືອງ ສໍດາລາ ກຳມະການຄະນະພັກໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.

     ໃນຕອນທ້າຍ ສະຫາຍ ນ.ຈັນມະນີ ນາມວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຍັງໄດ້​ໂອ້​ລົມ​ຕໍ່ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍ​ໃນຄະນະໂຄສະນາອົບຮົມແຂວງ​ ກ່ອນ​ອື່ນ​ທ່ານ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍຕໍ່ສະມາຊິກພັກ,ພະນັກງານ-ລັດ ຖະກອນ​ ທີ່ໄດ້ເອົາໃຈໃສ່ໃນການເຂົ້າຮ່ວມການເປີດຮຽນການນຳໃຊ້ເອກະສານສຶກສາອົບຮົມການເມືອງ-ແນວຄິດ ສຳລັບສະ ມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດຳເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ. ​ຊຶ່ງການ​ໂອ້​ລົມ​ຂອງ​ທ່ານ ​ໄດ້​ເນັ້ນ​ໜັກການຍົກສູງສະຕິປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ ພ້ອມທັງຍົກສູງບົດບາດ, ຄວາມສາມາດນຳພາຂອງພັກ ແລະ ເຊີດຊູຄວາມສັັກສິດໃນການຄູ້ມຄອງຂອງລັດ ແລະ ຍົກສູງຄວາມຮັບຜິດຊອບ, ປະຕິບັດໜ້າທີ່ດວ້ຍຄວາມບໍລິສຸດ, ທ່ຽງທຳ, ພະວະວິໄສ ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ທີ່ສ້າງຜົນເສຍຫາຍຕໍ່ບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມທິດທາງປະຊາຊົນຮັ່ງມີ-ຜ່າສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

         ການເຊື່ອມຊຶມ​ຄັ້ງ​ນີ້ໄດ້ດຳເນີນໄປເປັນເວລາ 1 ວັນ ແລະ ອັດລົງດ້ວຍຜົນສຳເລັດ​ຢ່າງ​ດີ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet