ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກ ຄະນະໂຄສະນາອົບຮົມເມືອງບຸນເໜືອ ແຂວງຜົ້ງສາລີ

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ຄະນະໂຄສະນາອົບຮົມເມືອງບຸນເໜືອ ແຂວງຜົ້ງສາລີ

     ໃນຕອນເຊົ້າຂອງວັນທີ 25 ມີຖຸນາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການເມືອງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ Ill ຂອງໜ່ວຍພັກຄະນະໂຄສະນາອົບຮົມເມືອງ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຮ່ວມຂອງສະຫາຍ ນາງ ຈັນສຸກ ແກ້ວວິໄລ ກຳມະການປະຈຳພັກເມືອງ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີສະຫາຍ ນາງ ບົວໄຂ ໃຈວົງ ກຳມະການປະຈຳພັກເມືອງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີອົງການກ່ຽວຂ້ອງ, ມີຄະນະຈັດຕັ້ງເມືອງ, ຄະນະກວດກາເມືອງ, ແຂກເຊີນ ຕະຫຼອດຮອດບັນດາສະຫາຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ 23 ສະຫາຍ, ຍິງ 12 ສະຫາຍ. ໃນນີ້ຜູ້ແທນສົມບຸນ 9 ສະຫາຍ ຍິງ 6 ສະຫາຍ.

     ໃນກອງປະຊຸມຕາງໜ້າຄະນະຈັດຕັ້ງເມືອງໄດ້ຂຶ້ນຜ່ານ ມະຕິຂອງຄະນະປະຈຳພັກເມືອງ ສະບັບເລກທີ 83/ຄພມ, ລົງວັນທີ 21 ມິຖຸນາ 2024 ວ່າດ້ວຍການອະນຸມັດດໍາເນີນກອງປະຊຸມໃຫຍ່ ຄັ້ງທີ Ill ຂອງໜ່ວຍພັກ ຄະນະໂຄສະນາອົບຮົມເມືອງ. ຈາກນັ້ນ ສະຫາຍ ນາງ ບົວໄຂ ໃຈວົງ ກຳມະການປະຈຳພັກເມືອງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ກ່າວເປີດກອງປະຊຸມບາງຕອນວ່າ: ກອງປະຊຸມຄັ້ງນີ້ ຜູ້ແທນຈະໄດ້ຮັບຟັງ, ການສັງເກດ, ຕີລາຄາ, ພິຈາລະນາ ແລະ ຮັບຮອງເອົາເນື້ອໃນບົດລາຍງານການເມືອງ 2ພາກ, ຮ່າງບົດສະຫຼຸບຕິລາຄາການຈັດຕັ້ງປະຕິບັດວຽກງານ 5 ປີ ແຕ່ປີ 2020 -2024 ແລະ ທິດທາງແຜນການ 5 ປີ ແຕ່ປີ2024-2029 ຂອງຄະນະໂຄສະນາອົບຮົມເມືອງ ບຸນເໜືອ.

     ໃນໄລຍະ 5ປີຜ່ານມາ ຄະນະໂຄສະນາອົບຮົມເມືອງ ໄດ້ເປັນເສນາທິການໃຫ້ແກ່ຄະນະປະຈຳພັກເມືອງ, ເປັນໃຈກາງປະສານດ້ານການເມືອງ-ແນວຄິດໃຫ້ແກ່ອົງຄະນະພັກເມືອງ ແລະຄະນະພັກແຕ່ລະຂັ້ນ, ພະນັກງານ-ລັດຖະກອນພາຍໃນຫ້ອງການກໍ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນເອງໄດ້ຮັບການມອບໝາຍຢ່າງມີຄວາມຮັບຜິດຊອບສູງ ເຊິ່ງສະແດງອອກໃນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານດັ່ງນີ້: ທົ່ວເມືອງບຸນເໜືອ ໄດ້ຈັດຕັ້ງເຄື່ອນ ໄຫວວຽກງານຂອງຕົນ ໂດຍໄດ້ຈັດຕັ້ງການປະຖະກະຖາໃນໄລຍະ 5 ປີ ທີ່ຜ່ານມາມີ 104 ຄັ້ງ ມີເອກະສານທີ່ຜ່ານ 125 ເອກະສານ (ປະຕິບັດໄດ້ເລື່ອນແຜນການ 55,22%), ມີຈໍານວນພົນເຂົ້າຮ່ວມ 24.516 ທ່ານ, ຍິງ 15.358 ທ່ານ, ສະມາຊິກພັກ 16.382 ສະຫາຍ, ຍິງ 7.831 ສະຫາຍ (ປະຕິບັດໄດ້ຂຶ້ນແຜນການ 48%). ໄດ້ຈຳໜ່າຍປື້ມອາລຸນໃໝ່ 594 ຫົວ, ປື້ມໂຄສະນາ 564 ຫົວ, ປື້ມສອງແຂວງເຕົ້າໂຮມຜົ້ງສາລີ-ຊຳເໜືອ 702 ຫົວ,ປື້ມເອກະສານຜັນຂະຫຍາຍ ມະຕິ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງ 62 ຫົວ.ລວມການຈໍາໜ່າຍປື້ມພາຍໃນ 5 ປີ ລວມທັງໝົດ 1.922 ຫົວ.ໄດ້ເຜີຍແຜ່ເຊື່ອມຊຶມ 86 ຄັ້ງ ມີເອກະສານທີ່ຜ່ານ 71 ເອກະສານ (ປະຕິບັດໄດ້ລື່ນແຜນ 28,35%). ຈຳນວນຜູ້ເຂົ້າຮ່ວມທັງໝົດ 25.181 ສະຫາຍ, ຍິງ 13.161 ສະຫາຍ, ສະມາຊິກພັກ 11,103 ສະຫາຍ, ຍິງ 4.917 ສະຫາຍ (ປະຕິບັດໄດ້ ລື່ນແຜນ 52%); ໄດ້ເປີດຮຽນສະໜັບສະໜູນ 6 ຄັ້ງ, ມີຜູ້ເຂົ້າຮ່ວມ 246 ສະຫາຍ ຍິງ 88 ສະຫາຍ, ອອກໃບຢັ້ງຢືນ 246 ໃບ.ປັດຈຸບັນມີສະມາຊິກພັກທັງໝົດ 9 ສະຫາຍ, ຍິງ 6 ສະຫາຍ, ມີຄະນະໜ່ວຍພັກ 3 ສະຫາຍ, ຍິງ 2 ສະຫາຍ. ຄະນະໜ່ວຍພັກ, ສະມາຊິກພັກໄດ້ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ, ແບບແຜນວິທີການຊີ້ນໍາ-ນໍາພາຕາມຫຼັກການລວມສູນປະຊາທິປະໄຕຂອງພັກ, ນໍາພາເປັນໝູ່ຄະນະ ແລະ ແບ່ງໜ້າທີ່ຄວາມຮັບຜິດຊອບ ໃຫ້ແຕ່ລະສະຫາຍ ຢ່າງຈະແຈ້ງກ່ອນຈະຕັດສິນບັນຫາຕ່າງໆ ແມ່ນໄດ້ປະຕິບັດຕາມຫຼັກການ ລວມສູນປະຊາທິປະໄຕຂອງພັກ, ຜ່ານມາຄະນະໜ່ວຍພັກໄດ້ ເພີ່ມທະວີການນຳພາຂອງພັກ ກັບການເຊີດຊູຄວາມເປັນເຈົ້າຕົນເອງໃນການຄຸ້ມຄອງຂອງລັດ, ເສີມຂະຫຍາຍບົດບາດເປັນເຈົ້າການຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ນໍາພາຄົ້ນຄວ້າ, ເຊື່ອມຊຶມ, ເຄື່ອນໄຫວຕາມແນວທາງນະໂຍບາຍຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງບຸນເໜືອ ຫັນເຂົ້າສູ່ວຽກງານຕົວຈິງຈາກນັ້ນ,ຜູ້ແທນກອງປະຊຸມຍັງໄດ້ຄົ້ນຄວ້າຢ່າງເລິກເຊິ່ງແລະປະກອບຄຳຄິດ,ຄຳເຫັນຕໍ່ກອງປະຊຸມ ຢ່າງມີຄວາມຮັບຜິດຊອບ ແລະ ພາວະວີໄສ.ຈາກນັ້ນຄະນະໝ່ວຍພັກຊຸດເກົ່າໄດ້ຂຶ້ນຜ່ານບົດສຳຫຼວດການນຳພາລວມແລ້ວລາໜ້າທີ່.ພ້ອມທັງດຳເນີນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່.

     ໃນນີ້ມີຜູ້ສະມັກ 5 ສະຫາຍ,ເລືອກເອົາ 3 ສະຫາຍ ກອງປະຊຸມຄັ້ງປະຖົມມະລືກ ເລືອກເອົາ ສະຫາຍ ນາງ ບົວໄຂ ໃຈວົງ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ບົວວັນ ແສນແຂກ ເປັນຮອງເລຂາໜ່ວຍພັກ, ສະຫາຍ ຄຳສຸກ ສຸລິພູມ ເປັນກຳມະການໜ່ວຍພັກ ທັງເປັນຜູ້ກວດກາພັກ. ກອງປະຊຸມໄດ້ເປັນເອກະສັນກັນຮັບຮອງເອົາບົດປະຊາມະຕິ ຕື່ມອີກ.

     ຕອນທ້າຍໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ຈັນສຸກ ແກ້ວວິໄລ ກຳມະການປະຈຳພັກເມືອງ ຮອງເລຂາພັກເມືອງ ຜູ້ຊີ້ນຳສຽກງານພັກ-ພະນັກງານເມືອງ. ເຊິ່ງກ່ອນອື່ນສະຫາຍ ໄດ້ຕິລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານການຈັດຕັ້ງປະຕິບັດ ຊີ້ນໍາ-ນໍາພາວຽກງານໃນຕະຫຼອດໄລຍະ 5ປີຜ່ານມາຂອງຄະນະພັກຊຸດເກົ່າ.ທີ່ໄດ້ສຸມສະຕິປັນຍາເຂົ້າໃນການຊີ້ນຳ-ນຳພາ ສະມາຊິກພັກ, ເຮັດໃຫ້ໜ່ວຍພັກມີຄວາມສະຫງົບໂດຍພື້ນຖານ, ແລະ ສະຫາຍຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍເລຂາຄະນະພັກຊຸດໃໝ່, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ຂອງຄະນະໜ່ວຍພັກ, ສະມາຊິກພັກ ໃຫ້ຄ່ອງແຄ້ວ ປະຕິບັດຕາມຫຼັກການລວມສູນ ປະຊາທິປະໄຕ ນຳພາເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ເຮັດວຽກມີການຕິດຕາມ,ກວດກາ ໃຫ້ເປັນປົກກະຕິ, ປັບປຸງວຽກງານໂຄສະນາສຶກອົບຮົມ ໃຫ້ແຫຼມຄົມ ວ່ອງໄວທັນການ, ປະກອບສ່ວນສະກັດກັ້ນແກ້ໄຂ ການເສື່ອມຖອຍທາງດ້ານແນວຄິດ, ຄຸນທາດການເມືອງ, ຄຸນສົມບັດ,ສິນທຳປະຕິວັດ, ແບບແຜນການດຳລົງຊິວີດຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນ, ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ຄົ້ນຄ້ວາປະຕິບັດບົດບາດ ເປັນເສນາທິການໃຫ້ຄະນະພັກຂັ້ນຂອງຕົນ ດ້ານວຽກງານໂຄສະນາໃຫ້ເຂັ້ມແຂງ, ຕິດພັນກັບການປັບປຸງກໍ່ສ້າງພັກໃຫ້ປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ປະກົດຜົນເປັນຈີງ.

ພາບ-ຂ່າວ: ນັກຂ່າວຫ້ອງການຖະແຫຼ່ງຂ່າວ-ວັດທະນະທຳເມືອງບຸນເໜືອ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet