ເມືອງຍອດອູ ແຂວງຜົ້ງສາລີ ຈັດຕັ້ງປາຖະກະຖາ 2 ວັນປະຫວັດສາດສຳຄັນ

ເມືອງຍອດອູ ແຂວງຜົ້ງສາລີ ຈັດຕັ້ງປາຖະກະຖາ 2 ວັນປະຫວັດສາດສຳຄັນ

     ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2024 ນີ້ ເມືອງ ຍອດອູ ໄດ້ຈັດພິທີປາຖະກະຖາ 2 ວັນ ປະຫວັດສາດທີ່ສໍາຄັນ ຄື: ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ(20 ກໍລະກົດ 1955-20 ກໍລະກົດ 2024) ແລະ ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 115 ປີ ( 13 ກໍລະກົດ 1909-13 ກໍລະກົດ 2024) ໂດຍເປັນປະທານຂອງ ທ່ານ ມືກ່ຽງ ລາວທາງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ມີບັນດາທ່ານກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫ້ອງການ, ພະນັກງານ-ລັດຖະກອນຕະຫຼອດຮອດສະມາຊິກສະຫະພັນແມ່ຍິງອ້ອມຂ້າງເຂົ້າຮ່ວມທັງໝົດ 104 ຄົນ, ຍິງ 60 ຄົນ.

ໃນພິທີ ທ່ານ ນາງ ນາງຈັນຄຳ ເພັດຊະວົງ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ ໄດ້ຂຶ້ນເລົ່າປະຫວັດຄວາມມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 69 ປີ, ເຊີ່ງທ່ານ ໄດ້ກ່າວວ່າ: ພາຍຫຼັງພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ພັກກໍ່ໄດ້ເອົາໃຈໃສ່ປຸກລະດົມຂົນຂວາຍກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສວ່ນໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກຳລັງແຮງສຳຄັນຂອງພັກ, ຕົກມາຮອດວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງຄົ້ນຄ້ວາວຽກງານແມ່ຍິງ ຊຶ່ງຖືເປັນຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາອົງການຈັດຕັ້ງແມ່ຍິງໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງແຂງແຮງເປັນຕົ້ນແມ່ນໄດ້ເອົາໃຈໃສ່ປະຕິບັດໂຄງການດຳເນີນງານໃນການພັດທະນາ ແລະ ຍົກສູງບົດບາດຂອງເອື້ອຍນ້ອງແມ່ຍິງໃຫ້ສູງຂຶ້ນ.  ໃນປີ 1958 ແມ່ນເປັນປີທຳອິດທີ່ໃນປະຫວັດສາດຂອງຊາດລາວເຮົາທີ່ອົງການຈັດຕັ້ງແມ່ຍິງໄດ້ເຂົ້າຮ່ວມຄົ້ນຄ້ວາ ແລະ ສະເໜີໃຫ້ດັດແປງກົດໝາຍການເລືອກຕັ້ງຄືນໃໝ່ ໂດຍໃຫ້ແມ່ຍິງລາວບັນດາເຜົ່າທີ່ມີອາຍຸນັບແຕ່ 18 ປີຂຶ້ນໄປມີສິດປ່ອນບັດເລືອກຕັ້ງ ແລະ ອາຍຸນັບແຕ່ 21 ປີຂຶ້ນໄປມີສິດສະໝັກຮັບເລືອກຕັ້ງເປັນຜູ້ແທນລາຊະດອນ ນັບແຕ່ມື້ນັ້ນມາແມ່ຍິງລາວບັນດາເຜົ່າຍິ່ງມີບົດບາດສູງເດັ່ນຂຶ້ນໃນສັງຄົມ ກໍ່ຄືໃນເວທີສາກົນ ແລະ ໄດ້ຮັບການພັດທະນາໃນທຸກດ້ານ. ພ້ອມດຽວກັນນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງໜ້າທີ່ຄວາມສໍາຄັນຂອງແມ່ຍິງໃນເມື່ອກ່ອນ ແລະ ປະຈຸບັນ ໂດຍສະເພາະແມ່ນ ການເບິ່ງແຍງ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດ, ສົ່ງເອກະສານຕ່າງໆໃຫ້ພະນັກງານ, ທະຫານທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະໃນເຂດຄວບຄຸມຂອງສັດຕູດ້ວຍຫຼາຍຮູບແບບ, ຫຼາຍວິທີການ, ການລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ-ນັກຮົບຢູ່ແນວໜ້າ, ການປຸກລະດົມຂົນຂວາຍຊາວໝຸ່ມ, ລູກ-ຫຼານອອກແຮງຮັບໃຊ້ປະເທດຊາດ, ການປຸກລະດົມຂະບວນການຂອງແມ່ຍິງປະຕິບັດວຽກແນວຫຼັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາອາຫານ ເພື່ອສົ່ງໄປແນວໜ້າ ແລະ ຄົ້ນຄ້ວາກໍານົດພາລະບົດບາດ, ກົດລະບຽບ ແລະ ໂຄງການດໍາເນີນງານ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງ, ເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມປຸກລະດົມຂົນຂວາຍຂະບວນການແມ່ຍິງລາວບັນດາເຜົ່າເຂົ້າເປັນກໍາລັງແຮງໃຫ້ແກ່ການປະຕິວັດປົດປ່ອຍຊາດ.

ການປາຖະກະຖາໃນຄັ້ງນີ້ແມ່ນເພື່ອທົບທວນຄືນ ປະຫວັດມູນເຊຶ້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າທີ່ໄດ້ອຸທິດຕົນເພື່ອພາລະກິດປະຕິວັດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍ່ຄືພາລະກິດພັດທະນາແມ່ຍິງລາວ ທັງເປັນການຊີ້ໃຫ້ເຫັນເຖິງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ຜົນງານທີ່ພົ້ນເດັ່ນຂອງສະຫະພັນແມ່ຍິງລາວແຕ່ລະໄລຍະ ແລະ ການເສີມຂະຫຍາຍມູນເຊຶ້ອອັນດີງາມຂອງສະຫະພັນແມ່ຍິງລາວໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ເຂົ້າໃຈ, ຮູ້ອະນຸລັກຮັກສາວັດທະນະທໍາອັນດີງາມຂອງຊາດ, ຂອງຜົ່າເປັນຕົ້ນແມ່ນການນຸ່ງຖື, ການແຕ່ງກາຍ, ການພົວພັນໃນຄອບຄົວ-ສັງຄົມ ແລະ ອື່ນໆ. ທັງນີ້ ກໍ່ເພື່ອໂຄສະນາ-ສຶກສາອົບຮົມ ໃຫ້ພະນັກງານຫຼັກແຫຼ່ງ-ພະນັກງານ-ນັກຮົບທົ່ວ ເມືອງຍອດອູ ໃຫ້ມີຄວາມຮັບຮູ້, ມີຄວາມເຂົ້າໃຈ ຈາກນັ້ນທ່ານ ມືກ່ຽງ ລາວທາງ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ກໍ່ໄດ້ເລົ່າປະຫວັດຂອງທ່ານ ສຸພານຸວົງ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet