ເມືອງບຸນໃຕ້ ປາຖະກະຖາ 4 ວັນປະຫວັດສາດສໍາຄັນ ປະຈໍາເດືອນ ສິງຫາ 2024

ເມືອງບຸນໃຕ້ ປາຖະກະຖາ 4 ວັນປະຫວັດສາດສໍາຄັນ ປະຈໍາເດືອນ ສິງຫາ 2024

     ໃນ​ຕອນ​ເຊົ້າ​ຂອງວັນອັງຄານ ວັນ​ທີ 16 ກໍລະກົດ 2024 ນີ້​ຢູ່​ທີ່​ສະ​ໂມ​ສອນ​ຫ້ອງວ່າ​ການ​ເມືອງບຸນ​ໃຕ້ ໄດ້​ຈັດ​ພິ​ທີປາຖະກະຖາ​ ວັນເກີດທ່ານ ປະທານ ສຸ​ພາ​ນຸ​ວົງ  ຄົບຮອບ 115 ປີ, ວັນ​ເຊັນ​ສັນ​ຍາ​ມິດ​ຕະ​ພາບ – ການ​ຮ່ວມມື ແລະ ວັນ​ສ້າງ​ສາຍ​ພົວ​ພັນ​ການ​ທູດ ລາວ – ຫວຽດ​ນາມ ຄົບຮອບ 47 ປີ ແລະ ຄົບ​ຮອບ 62 ປີ;ຂື້ນຢ່າງເປັນທາງການນະທີ່ຫ້ອງປະຊຸມສະໂມສອນໃຫ່ຍ ຂອງເມືອງບຸນໃຕ້ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະ​ທານຂອງ ທ່ານ ສານມ​ະ​ນີ ອິນ​ດາ​ວົງ  ຮອງ​ເລ​ຂາ​ພັກ​ເມືອງ,​ ຜູ້ຊີ້​ນຳ​ວຽກ​ງານ​ພັກ ​- ພະ​ນັກ​ງານ, ມີບັນດາທ່ານຄະນະປະຈຳພັກເມືອງ, ​ກຳ​ມະ​ການ​ປະ​ຈຳ​ພັກ​ເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຄະ​ນະ​ກອງ​ບັນ​ຊາ​ການ ປກ​ຊ – ປກ​ສ ເມືອງ, ອຳ​ນວຍ​ການ​ໂຮງ​ຮຽນ,ໂຮງ​ໝໍ, ລັດ​ວິ​ສາ​ຫະ​ກິດ, ພະ​ນັກ​ງານ – ​ລັດ​ຖະ​ກອນ, ອ້ອ​ຂ້າງ​ເທດ​ສະ​ບານ​ເມືອງ ເຂົ້າ​ຮ່ວມ​ຮັບ​ຟັງ​ທັງ​ໝົດ 100 ຄົນ,ຍິງ 54 ຄົນ, ສະ​ມາ​ຊິກ​ພ​ັກ 79 ສະ​ຫາຍ, ຍິງ 37 ສະ​ຫາຍ.

ທ່ານ ​ອູ່ນ​ແປງ​ ທຳ​ມະ​ໂນ​ໄຊ ກຳ​ມະ​ການ​ພັກ​​ເມືອງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ ໄດ້ຂຶ້ນ​ເລົ່າມູນເຊື້ອ ວັນ​ເຊັນ​ສັນ​ຍາ​ມິດ​ຕະ​ພາບ-ການ ​ຮ່ວມມື ແລະ ວັນ​ສ້າງ​ສາຍ​ພົວ​ພັນ​ການ​ທູດ ລາວ – ຫວຽດ​ນາມ ຄົບຮອບ 47 ປີ ແລະ ຄົບ​ຮອບ 62 ປີ; ນັບ​ແຕ່​ໄລ​ຍະໃຕ້ການນຳພາຂອງພັກກອມກູນິດອິນດູຈີນ, ຕ້ານການຮຸກຮານຂອງລັດທິ່ລ່າເມືອງຂື້ນແບບໃໝ່ເພື່ອການປົດປ່ອຍ ແລະ ການພົວພັນລາວ – ຫຽດນາມ ແມ່ນການພົວພັນສາມາຄີແບບພິເສດ ສຶບຕໍ່ເນື້ອງແຫ່ງຄວາມສາມັກຄີ, ຊ່ວຍເຫຼືອຮ່ວມມືກັນທີ່ມາດົນນານ ​ເຖິງ​ປະ​ຈຸ​ບັນ.

ທ່ານ  ສານມ​ະ​ນີ ອິນ​ດາ​ວົງ  ຮອງ​ເລ​ຂາ​ພັກ​ເມືອງ​ ຜູ້ຊີ້​ນຳ​ວຽກ​ງານ​ພັກ ​- ພະ​ນັກ​ງານ ຂື້ນ​ເລົ່ມູນເຊື້ອ ວັນເກີດທ່ານ ປະທານ ສຸ​ພາ​ນຸ​ວົງ  ຄົບ ຮອບ 115 ປີ, ​ໃນ​ຄັ້ງ​ນີ້ການເຄື່ອນໄຫວປະຕິວັດຂອງທານ ປະທານ ສຸພານຸວົງ, ແຜ່ນດີນລາວຕ້ອງແມ່ນຄົນລາວເປັນເຈົ້າຂອງ ສະນັ້ນທຸກຄົນພວກເຮົາສາມັກຄີກັນໂຮມແຮງກັນຕໍ່ສູ້ກູ້ຊາດອັນຮັກແສນຮັກຂອງພວກເຮົາຄືນມາໃຫ້ໄດ້, ຂະບວນການຕໍ່ຕ້ານລ່າເມືອງຂຶ້ນຟຣັ່ງເພື່ອປົດປ່ອຍຊາດຂອງປະຊາຊົນຍັງຄົງດຳເນີນສືບຕໍ່ໄປຈົນວັນໄຊຊະນະສຸດທ້າຍ, ເພີ່ມພູນຄຸນສ້າງ ແລະ ຮໍ່າຮຽນເອົາແບບຢ່າງຄຸນງາມຄວາມດີຂອງປະທານ ສຸພານຸວົງ ​ມາ​ເຖິງ​ປະ​ຈຸ​ບັນ.

ໃນ​ພິ​ທີ ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ໃນ​ຄັ້ງ​ນີ້ ວັນເກີດທ່ານ ປະທານ ສຸ​ພາ​ນຸ​ວົງ  ຄົບຮອບ 115 ປີ ແລະ ວັນ​ເຊັນ​ສັນ​ຍາ​ມິດ​ຕະ​ພາບ – ການ​ຮ່ວມມື ແລະ ວັນ​ສ້າງ​ສາຍ​ພົວ​ພັນ​ການ​ທູດ ລາວ – ຫວຽດ​ນາມໄດ້​ມີ​ທັດ​ສະ​ນ​ະ​ໂອ້​ລົມ​ຕໍ່​ພິ​ທີ​ປາ​ຖະ​ກະ​ຖາ ດ້ານ​ການ​ເມືອງ – ແນວ​ຄິດ ໃຫ້ພະ​ນັກ​ງານ​​ – ລັດ​ຖະ​ກອນຜົນ​ງານ​ທີ່​ດີ​ພົ້ນ​ເດັ່ນ ຂອງ​ການ​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫ່ວ​ຂອງ​ທ່ານ ປະ​ທານ ສຸ​ພາ​ສຸ​ວົງ ​​ແລະ ຄວາມ​ສາ​ມັກ​ຄີ​ລາວ​ – ຫວຽດນາມ ​ ທີ​​​ມີ​ຄວາມ​ໜາຍ​ຄວາ​ມສຳ​ຄັນ, ເອົາ​ສະ​ພາບ​ຈິງບ່ອນ​ອີງ, ​ເພື່ອ​ເຮັດ​ສຳ​ເລັດ​ຫນ້າ​ທີ​່​ ທີ່​ມີ​ກຽດ​ສະ​ຫງ່າຂອງ​ຊາດ​ລາວ​.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet