ເມືອງຂວາ ປາຖະກະຖາ 5 ວັນປະຫວັດສາດສໍາຄັນ ປະຈໍາເດືອນ ສິງຫາ 2024

     ໃນວັນທີ 09 ກໍລະກົດ 2024 ຜ່ານມານີ້ຢູ່ທີ່ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດພິທີ ປາຖະກະຖາເລົ່າມູນເຊື້ອໃນວັນສຳຄັນຂອງພັກ-ຂອງຊາດຂຶ້ນຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານພິທີ ຂອງທ່ານ ພອນທະວີ ໄຊມົນຕີ ກຳມະການພັກແຂວງ  ເລຂາພັກເມືອງ, ເຈົ້າເມືອງ,  ເປັນກຽດເຂົ້າ ຮ່ວມຄັ້ງນີ້ມີບັນດາທ່ານ ຄະນະປະຈໍາພັກເມືອງ,  ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ,  ຫົວໜ້າກອງບັນຊາການ ປກຊ-ປກສ, ພະນັກງານ – ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ,  ພະນັກງານອາວຸໂສບໍານານ,  ລັດວິສາຫະກິດ,  ຫົວໜ້າອໍາໜວຍການໂຮງໝໍ,  ອໍາໜວຍການໂຮງຮຽນ ມສນາຕູ່ນ – ມຕ ຫ້ວຍຍາງ, ມຕ ສົບກ່າຍ, ປະຖົມເທດສະບານ, ປະຖົມຫ້ວຍຍາງ,  ປະຖົມສົບກ່າຍ, ຄະນະບໍລິຫານງານສະຫະພັນແມ່ຍິງ,ສະມາຊິກສະຫະພັນແມ່ຍິງອ້ອມຂ້າງເທດສະບານເມືອງ,ເລຂາຄະນະພັກຮາກຖານກຸ່ມ ແລະ ເລຂາພັກບ້ານ-ນາຍບ້ານພາຍໃນເທດສະບານເມືອງເຂົ້າຮ່ວມມີຈໍານວນ 282 ທ່ານ ຍິງ 157 ທ່ານ.

     ພິທີປາຖະກະຖາຄັ້ງນີ້ໄດ້ນໍາສະເໜີເອກະສານທີ່ມີເນື້ອໃນວັນສຳຄັນຕ່າງໆ ແລະ ມີ 05 ເອກະສານ, ຜູ້ນໍາສະເໜີຜ່ານເອກະສານມີ 05 ທ່ານດັ່ງນີ້: 1/. ທ່ານ  ພອນທະວີ  ໄຊມົນຕີ ກໍາມະການພັກແຂວງ  ເລຂາຄະນະບໍລິຫານງານພັກເມືອງ – ເຈົ້າເມືອງໄດ້ໂຄສະນາ-ປາຖະກະຖາ ເອກະສານວັນເກີດປະທານ  ສຸພານຸວົງ  ຄົບຮອບ  115  ປີ ( 13.07 1909-13.07.2024 ) 2/. ທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ຊີ້ນໍາອົງການຈັດຕັ້ງມະຫາຊົນ, ຮັບຜິດຊອບວຽກງານພັກ-ພະນັກງານ ໄດ້ໂຄສະນາ-ປາຖະກະຖາເອກະສານວັນເຊັນສັນຍາມິດຕະພາບ-ການຮ່ວມມືຄົບຮອບ 47  ປີ ( 18.07.1977-18.07. 2024 ) ແລະ ວັນສ້າງຕັ້ງສາຍ​​​ ​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​ພົວພັນການທູດລາວ – ຫວຽດນາມ  ຄົບຮອບ 62  ປີ ( 05. 09. 1962-05. 09.2024 ), 3/. ທ່ານ ແສງສຸລີ ວົງສະຫວັນ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງໄດ້ໂຄສະນາ-ປາ ຖະກະຖາ ເອກະສານ ວັນເກີດປະທານ ແອຣເນສໂຕ ເຈເກວາຣາ ຄົບຮອບ 96 ປີ  ( 14.06 1928-14.06.2024 ), 4/. ທ່ານ ນາງສີຄໍາ ສູນວິເລີດ ກໍາມະການພັກເມືອງ ປະ ທານສະຫະພັນແມ່ຍິງເມືອງໄດ້ໂຄສະນາ  – ປາຖະກະຖາ ເອກະສານວັນສ້າງຕັ້ງສະຫະພັນແມ່ຍິງລາວ  ຄົບຮອບ  69 ປີ ( 20. 07.1955 -20.07.2024 ) ແລະ  5/. ສະຫາຍ ນາງ ສາວເຫຼັກ ແກ້ວຕັນລາຮອງຫົວໜ້າຫ້ອງການສຶກສາ-ກີລາເມືອງໄດ້ໂຄສະນາ-ປາຖະກະຖາ ເອກະສານວັນສ້າງຕັ້ງກີລາ-ກາຍຍະກໍາແຫ່ງຊາດລາວ ຄົບຮອບ 58 ປີ ( 13.07 1966-13.07.2024).

     ຈາກນັ້ນທ່ານ ພອນທະວີ ໄຊມົນຕີ ກຳມະການພັກແຂວງ ເລຂາພັກເມືອງ- ເຈົ້າເມືອງໃນນາມປະທານພິທີ ກໍ່ຍັງໄດ້ຮຽກຮ້ອງ  ຈົ່ງເພີ່ມທະວີຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດໄວພາຍໃຕ້ການນຳພາຂອງພັກຮັກສາມູນເຊື້ອອັນດີງາມຂອງຊາດຖືເອົາຄວາມສາມັກຄີເປັນອັນໜຶ່ງອັນດຽວກັນ, ປຸກລະດົມກຳລັງແຮງງານປະຊາຊົນບັນດາເຜົ່າເຂົາຮ່ວມທຸກຂະບວນການສ້າງສາພັດທະນາປະເທດຊາດ ສ້າງຄວາເຂັ້ມແຂງດ້ວຍຕົນເອງປະກອບສ່ວນໃນການຮັບປະກັນດ້ານສະຖຽງລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ  ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມພິທີດັ່ງກ່າວໄດ້ດຳເນີນໄປເປັນເວລາ 1 ຕອນ ແລະ ສຳເລັດຢ່າງຈົບງາມ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet