ເມືອງສຳພັນ ແຂວງຜົ້ງສາລີ,ປາຖະກະຖາ 3 ວັນປະຫວັດສາດສໍາຄັນ ປະຈໍາເດືອນ ສິງຫາ 2024

ເມືອງສຳພັນ ແຂວງຜົ້ງສາລີ,ປາຖະກະຖາ ​3 ວັນປະຫວັດສາດສໍາຄັນ ປະຈໍາເດືອນ ສິງຫາ 2024

    ວັນທີ 19 ກໍລະກົດ 2024 ນີ້ ຄະນະໂຄສະນາອົບຮົມເມືອງ ໄດ້ສົມທົບກັບສະຫະພັນແມ່ຍິງເມືອງ ຈັດຕັ້ງການ ປາ ຖະກະຖາ 3 ວັນປະຫວັດສາດຄື, ວັນຄ້າຍວັນເກີດຂອງປະທານສຸພານຸວົງ ຄົບຮອບ 115 ປີ, ວັນສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດ ນາມຄົບຮອບ 47 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ, ໂດຍການເປັນປະທານຂອງທ່ານ ສີແພງ ວາເລັງວ້າ ກຳມະການປະຈຳພັກເມືອງ, ປະທານແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີບັນດາຄະນະພັກ, ຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນເຂົ້າຮ່ວມ.

       ໂອກາດດັ່ງກ່າວທ່ານ ນາງ ວົງເພັດ ພັນປັນຍາ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ທົບທວນຫວນຄືນມູນເຊື້ອຊີວິດ ແລະ ການເຄື່ອນໄຫວ ປະຫວັດຂອງທ່ານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ1909 ທີ່ແຂວງຫຼວງພະບາງ ໃນຄອບຄົວເຊື້ອເຈົ້າ ແລະ ເປັນຜູ້ນໍາທີ່ຈົ່ງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ, ຍາມໃດກໍ່ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະເອື້ອເຟື້ອຮັກແພງມິດສະຫາຍຢ່າງຈິງໃຈ,ຕະຫຼອດຊີວິຂອງທານບໍ່ວ່າຈະຢູ່ໃນຕຳເເໜ່ງໃດ,ຄວາມຮັບຜິດຊອບອັນໃດ,ເພິ່ນກໍ່ໄດ້ອຸທິດໝົດຈິດໝົດໃຈ,ໝົດຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນ ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນມູນເຊື້ອ ການພົວພັນຮ່ວມມືສອງຊາດ ລາວ-ຫວຽດນາມ ນັບແຕ່ມື້ກໍ່ຕັ້ງ ຈົນເຖິງປັດຈຸບັນ, ນອກຈາກນັ້ນ ທ່ານນາງ ສົມວັນ ສູມວິໄລ ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ ໄດ້ຫວນຄືນມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 69 ປີຜ່ານມາ, ເຊິ່ງເອື້ອຍນ້ອງແມ່ຍິງລາວ ໃນເມື່ອກ່ອນໄດ້ປະກອບສ່ວນອຸທິດເຫື່ອແຮງ,ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ຄຽງບ່າຄຽງໄຫຼ່ກັບເພດຊາຍດ້ວຍຄວາມອົງອາດກ້າຫານ, ໃນເບື້ອງຕົ້ນໄດ້ຈັດຕັ້ງໜ່ວຍຍຸວັນນະລີຂຶ້ນ, ຕໍ່ມາກໍມີໜ່ວຍແມ່ຍິງນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນະລີຢູ່ຕາມຕົວເມືອງ ໄດ້ເຄື່ອນໄຫວນັບມື້ກວ້າງຂວາງ, ວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າແມ່ຍິງຂຶ້ນ ເພື່ອນໍາພາແມ່ຍິງໃນຂອບເຂດທົ່ວປະເທດປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ແມ່ຍິງລາວຈໍານວນບໍ່ໜ້ອຍຖືກສັດຕູຈັບກຸມຄຸມຂັງ, ທຸບຕີທໍລະມານ, ຖືກບັງຄັບໃຫ້ໄຂຄວາມລັບ, ແຕ່ແມ່ຍິງລາວ ເດັດຂາດບໍ່ຍອມຈຳນົນ, ບໍ່ຍອມໄຂຄວາມລັບ,ເດັດດ່ຽວຕໍ່ສູ້ຢ່າງພິລະອາດຫານ,ອັນໄດ້ເຮັດເອື້ອຍນ້ອງແມ່ຍິງລາວໄດ້ ຮັບການຍ້ອງຍໍສັນລະເສີນໃນຫຼາຍລະດັບ,ນອກນັ້ນ ຍັງມີແມ່ຍິງຈໍານວນຫຼາຍໄດ້ ຮັບຄັດເລືອກໃຫ້ເປັນແບບຢ່າງທີ່ດີເດັ່ນ ປະກອບສ່ວນເຂົ້າໃນຂົງເຂດວຽກງານຕ່າງໆໃນອົງການຈັດຕັ້ງພັກ-ລັດ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ແມ່ຍິງ ລາວໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet