ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມ ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ຈຸດສຸມ 3 ບ້ານ: ບ້ານບຸນຊາງ, ບ້ານຫ້ວຍໂປ່ງ ແລະ ບ້ານຫ້ວຍແລ ກຸ່ມດອນຊາຍ, ເມືອງບຸນເໜືອ ແຂວງຜົ້ງສາລີ

ຄະນະໂຄສະນາອົບຮົມແຂວງ

ເປີດກອງປະຊຸມ ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ຈຸດສຸມ 3 ບ້ານ: ບ້ານບຸນຊາງ, ບ້ານຫ້ວຍໂປ່ງ ແລະ ບ້ານຫ້ວຍແລ ກຸ່ມດອນຊາຍ, ເມືອງບຸນເໜືອ ແຂວງຜົ້ງສາລີ

     ເພື່ອ​ປະ​ຕິ​ບັດ​ ຕາມມະຕິຕົກລົງ ຂອງ​ຂອງຄະນະປະຈຳພັກແຂວງ ສະ​ບັບ​ເລກ​ທີ 3631/ຄພຂ.ຜລ, ລົງ​ວັນ​ທີ 25 ທັນວາ 2022 ວ່າດ້ວຍການມອບຄວາມຮັບຜິດຊອບໃຫ້ບັນດາພະແນກການ, ອົງການ ແລະ ກອງບັນຊາການ ປກຊ-ປກສຂັ້ນແຂວງລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແຕ່ປີ 2021-2025.

      ໃນຕອນເຊົ້າຂອງວັນທີ 30 ສິງຫາ 2024 ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມ ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ຈຸດສຸມ 3 ບ້ານ: ບ້ານບຸນຊາງ, ບ້ານຫ້ວຍໂປ່ງ ແລະ ບ້ານຫ້ວຍແລ ທີ່ຂຶ້ນກັບກຸ່ມດອນຊາຍ, ເມືອງບຸນເໜືອ ແຂວງຜົ້ງສາລີ ຢູ່​ທີ່​ຫ້ອງ​ປະ​ຊຸມ​ຊັ້ນ 3 ຕຶກສຳນັກງານອົງການປົກຄອງແຂວງ ໂດຍການເປັນ​ປະ​ທານ ຂອງ ສະຫາຍ ນ. ຈັນມະນີ ນາມວົງ, ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຄະນະ, ຫົວໜ້າຂະແໜງ,ຮອງຂະແໜງພາຍໃນຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານມາຈາກແຕ່ລະພາກສ່ວນ, ອົງການກ່ຽວ ຂ້ອງຂັ້ນເມືອງ ຂອງເມືອງບຸນເໜືອ ມີຜູ້ເຂົ້າ​ຮ່ວມ​ທັງ​ໜົດ 28 ສະ​ຫາຍ, ຍິງ 11 ສະຫາຍ.

​     ຈຸດປະສົງຂອງການຈັດກອງປະຊຸມ​ຄັ້ງ​ນີ້​ ກໍເພື່ອຮັບຟັງການລາຍງານ ຈາກແຕ່ລະພາກສ່ວນ, ອົງການກ່ຽວຂ້ອງຂັ້ນເມືອງ ຂອງເມືອງບຸນເໜືອ ໃນການຈັດຕັ້ງປະຕິບັດວຽກງານລົງເຮັດວຽກກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ຈຸດສຸມ 3 ບ້ານຄື: ບ້ານບຸນຊາງ, ບ້ານຫ້ວຍໂປ່ງ ແລະ ບ້ານຫ້ວຍແລ ພ້ອມທັງແລກປ່ຽນຖອດຖອນບົດຮຽນ, ປະກອບຄຳເຫັນແລກປ່ຽນເຊິ່ງກັນ ແລະ ກັນ ບັນດາວຽກງານລົງເຮັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢ່າງກົງໄປກົງມາ.

     ໃນຕອນທ້າຍ ສະຫາຍ ນ. ຈັນມະນີ ນາມວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບ ຮົມແຂວງ, ຍັງໄດ້​ໂອ້​ລົມ​ຕໍ່ກອງປະຊຸມ ຊຶ່ງກ່ອນ​ອື່ນ​ທ່ານ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍຕໍ່ຜົນງານຂອງພະນັກງານຂັ້ນແຂວງ ແຕ່ລະພາກສ່ວນ, ອົງການກ່ຽວຂ້ອງຂັ້ນເມືອງ ຂອງເມືອງບຸນເໜືອ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານລົງເຮັດວຽກກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢູ່ຈຸດສຸມ 3 ບ້ານຄື: ບ້ານບຸນຊາງ, ບ້ານຫ້ວຍໂປ່ງ ແລະ ບ້ານຫ້ວຍແລ ເພື່ອດຳເນີນກອງປະຊຸມຄັ້ງນີ້ ​ເຊິ່ງການ​ໂອ້​ລົມ​ຂອງ​ທ່ານ​ໄດ້​ເນັ້ນ​ໜັກການຍົກສູງຕໍ່ການລົງຕິດຕາມຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ໄດ້ຮັບການປັບປຸງ ແລະ ສ້າງຄວາມເຂັ້ມແຂງ ຢູ່ຂັ້ນບ້ານກໍ່ຄືຢູ່ 3 ບ້ານເປົ້າໝາຍ ໃນການຈັດຕັ້ງປະຕິບັດວຽກງານລົງເຮັດວຽກກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ບັນລຸຕາມເປົ້າໝາຍທີ່ວ່າງໄວ້.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet