ເມືອງຜົ້ງສາລີ ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ຄົບຮອບ 22 ປີ ແລະ ວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 79 ປີ

ເມືອງຜົ້ງສາລີ

ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ຄົບຮອບ 22 ປີ

ແລະ ວັນຊາດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ

     ພິທີປາຖະກະຖາວັນສ້າງຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 22 ປີ ວັນທີ 9 ກັນ ຍາ 2002 – 9 ກັນຍາ 2024 ແລະ ວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 79 ປີ ຄຶວັນທີ 2 ກັນຍາ 1945 – 2 ກັນຍາ 2024 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ກັນຍາ 2024 ນີ້ ຢູ່ສະໂມສອນໃຫ່ຍຂອງເມືອງຜົ້ງສາລີໂດຍການເປັນປະທານ ແລະ ຂຶ້ນປາຖະກະຖາຂອງ ທ່ານ ສຸລິວັນ ແສນສະຕິ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ທ່ານ ນາງ ບູນມີ ແກ້ວຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ເຂົ້າຮ່ວມຮັບຟັງມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກອງບັນຊາການ ປກຊ-ປກສ,ໂຮງໝໍຊຸມຊົນ, ທະນາຄານນະໂຍບາບໜ່ວຍບໍລິການເມືອງຜົ້ງສາລີ, ສູນບໍລິການໄຟຟ້າປະຈໍາເມືອງ, ພະນັກງານລົງຮາກຖານການເມືອງປະຈໍາເມືອງ, ຄະນະປະທານສະຫະພັນນັກຮົບເກົ່າອ້ອມຂ້າງເທດສະບານເມືອງ ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.

        ໃນພິທີ ທ່ານ ສຸລິວັນ ແສນສະຕິ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຍົກໃຫ້ເຫັນການກໍາເນິດເຕີບ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2002 ຕາມມະຕີຕົກລົງຂອງກົມການເມືອງສູນກາງພັກສະບັບເລກທີ 68/ກມສພ, ລົງວັນທີ 9 ກັນຍາ 2002 ຄະນະບໍລີຫານງານສະຫະພັນນັກຮົບເກົ່າແຫ່ງຊາດ ໄດ້ຮັບການບົງຕົວ ສະຫາຍ ພົທ ນະຄອນ ສີສະນຸນ ເປັນປະທານສະຫະພັນນັກຮົບເກົ່າແຫ່ງຊາດ ຈາກນັ້ນກໍ່ໄດ້ສຸມໃສ່ປັບປຸງສ້າງຕັ້ງສະຫະພັນນັກຮົບເກົ່າຂັ້ນແຂວງ ແລະ ເມືອງໃນທົ່ວປະເທດສໍາເລັດໃນປີ 2003 ແລະ ພ້ອມກັນສຶບຕໍ່ປັບປຸງການຈັດຕັ້ງປັບປຸງແບບແຜນວີທີເຮັດວຽກ, ເຊິ່ງຖັນແຖວສະຫະພັນນັກຮົບເກົ່າ ແມ່ນນາຍທະຫານ, ນາຍຕໍາຫຼວດ ແລະ ກໍາລັງປະກອບອາວຸດປະຕິວັດ ທີ່ພັກຜ່ອນບໍານານ, ບໍາເນັດແມ່ນຜູ້ໄດ້ຜ່ານການປະຕິບັດໜ້າທີເປັນນັກຮົບປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຜ່ານການທົດສອບໃນແປວໄຟສົງຄາມໃນການຕໍ່ສູ້ກູ້ຊາດ ແລະ ນໍາເອົາເອກະລາດຄວາມຢູ່ເຢັນເປັນສຸກ ມາໃຫ້ປະຊາຊົນລາວບັນດາເຜົ່າເປັນຜູ້ມີບົດຮຽນໃນການຊີ້ນໍາ-ນໍາພາການກໍ່ສ້າງຮາກຖານການເມືອງຂົນຂວາຍປຸກລະດົມປະຊາຊົນ ແລະ ຊຳນິຊຳນານໃນການປັບປຸງກໍ່ສ້າງກໍາລັງ, ເປັນຜູ້ທີມີຄວາມບໍລິສຸດ ແລະ ຈົງຮັກຕໍ່ພັກຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ ນັ້ນແມ່ນຈຸດພິເສດອັນໂດດເດັ່ນ ຂອງນັກຮົບເກົ່າເຊິງມີຄວາມແຕກຕ່າງກັບຊັ້ນຄົນອື່ນໆໃນສັງຄົມລາວໃນປະຈຸບັນ.

ຈາກນັ້ນ ສະຫາຍ ນາງ ບູນມີ ແກ້ວຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຍົກໃຫ້ເຫັນປະຫວັດ ແລະ ການກໍາເນີດເຕີບໃຫຍ່ຂອງວັນຊາດສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 79 ປີ ແລະ ໄດ້ຮັບຟັງຜົນງານ ແລະ ການເຄື່ວນໄຫວຂອງສະຫະພັນນັກຮົບເກົ່າເມືອງຕື່ມອີກ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet