ເມືອງບຸນໃຕ້ ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ວັນ ຊາດສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 79 ປີ

ເມືອງບຸນໃຕ້ ແຂວງຜົ້ງສາລີ

ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ວັນ ຊາດສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 79 ປີ

     ຕອນເຊົ້າຂອງວັນທີ 06 ກັນຍາ 2024 ນີ້ ທາງຄະນະໂຄສະນາອົບຮົມເມືອງບຸນໃຕ້ ໄດ້ສົມທົບກັບຫ້ອງການສະຫະພັນນັກຮົບເກົ່າເມືອງ ຈັດໃຫ້ມີພິທີປາຖະກະຖາສອງວັນ​ປະຫວັດຊາດຄື: ວັນຊາດ ສສ ຫວຽດນາມຄົບຮອບ 79 ປີ ( 02. 9. 1945 – ​02. 9. 2024 ) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດຄົບຮອບ 22 ປີ ( 09. 9. 2002 – 09. 9. 2024 ) ຂຶ້ນຢ່າງເປັນທາງການ ນະ​ທີ່ສະໂມສອນ ເມືອງບຸນ​ໃຕ້, ແຂວງ​ຜົ້ງ​ສາ​ລີ ພາຍໃຕ້ການເປັນປະທານຂອງທ່ານ ສານ ສີວົງສາ ກຳມະການປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຜູ້​ຊີ້​ນຳອົງການຈັດຕັ້ງມະຫາຊົນ, ມີບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ – ຮອງຫົວໜ້າຫ້ອງການ, ປະທານ – ຮອງປະທານອົງການຈັດຕັ້ງມະຫາຊົນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ​ອຳ​ນວຍ​ການ​ໂຮງ​ຮຽ​ນ – ໂຮງ​ໝໍ, ເລ​ຂາ​ພັກ​ນາຍ​ ບ້ານ​ເທດ​ສະ​ບານຕະຫຼອດຮອດພະນັກງານ – ລັດຖະກອນ ອ້ອມຂ້າງເມືອງ ເຂົ້າ​ຮ່ວມ​ຮັບ​ຟັງ​ທັງ​ໝົດ 128 ທ່ານ, ຍິງ 39 ທ່ານ.

     ໂອ​ກາດນີ້ ທ່ານ ສານ ສີວົງສາ ກຳ​ມະ​ການປະຈຳ​ພັກ​ເມືອງ ປະທານແນວລາວສ້າງຊາດເມືອງ ໄດ້​ເລົ່າ​ຄືນ​ວັນ​ສ້າງຕັ້ງສະຫະພັນນັກຮົບເກົ່າ ຊຶ່ງ​ທ່ານ​ໄດ້​ຍົກ​ໃຫ້ເຫັນ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ, ຜົນ​ງານນຳ​ພາ​ລະ​ກິດ​ຕໍ່​ສູ້ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກ​ສາສ້າງ​ສາ​​ພັດ​ທະ​ນາປະ​ເທດ​ຊາດ.

ຈາກນັ້ນ ທ່ານ ອຸ່ນແປງ ທຳມະໂນໄຊ ກຳມະການພັກເມືອງຫົວໜ້າຄະນະໂຄສະນາອົບຮົມເມືອງໄດ້ຂື້ນ  ເລົ່າ​ມູນ​ເຊື້ອ ຂອງ​ການ​​​ຂະຫຍາຍ​ຕົວ​ຂອງວັນຊາດທີ 2 ກັນຍາ ຄົບຮອບ 79 ປີ, ທ່ານໄດ້ຍົກ​ໃຫ້​ເຫັນ​ມູນ​ເຊື້ອ​ອົງ​ອາດ​​ແຫ່ງ​ການ​ຕໍ່​ຕ້ານ​ຮຸກ​ຮານ ຂອງ​ສັດ​ຕູ​ຈາກ​ພາຍນອກ ແລະ ສ້າງ​ສາ​ພັດ​ທະ​ນາ ໂດຍ​ສຶບ​ຖອດ​ມູນ​ເຊື້ອ​ອັນ​ອົງ​ອາດ​ຂອງ​ບັນ​ພະ​ບູ​ລຸດ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ພາຍ​ໃຕ້​ການ​ນຳ​ພາ​ປະ​ຊາ​ຊົນຫວຽດນາມໄດ້​ສາ​ມັກຄິ​ກັນ​ຕໍ່​ສູ້​ຢ່າງ​ພິ​ລະ​ອາດ​ຫານ​ຕ້ານ​ການ​ຮຸກ​ຮານ ​ແລະ  ​ການ​ຄອບ​ຄອງຂອງ​ພວກ​ຈັກ​ກະ​ພັດ​ລ່າ​ເມືອງ​ແບບ​ເກົ່າ ແລະ ໃໝ່ ສາ​ມາດ​ປົດ​ປ່ອຍ​ປະ​ເທດ​ຊາດ ຂື້ນ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ ໃນວັນ​ທີ 02 ກັນຍາ ປີ 1945 ແມ່ນ​ທີ່​ມີ​ຄວາມ​ໜາຍ​ຄວາມ​ສຳ​ຄັນ ສຳ​ລັບ​ທົ່ວ​ພັກ – ​ທົ່ວລັດ, ແລະ ທົ່ວ​ປ່ວງ​ຊົນ​ຫວຽດນາມ, ແມ່ນ​ວັນ​ໄຊ​ສະ​ນະ​ອັນ​ຍິ່ງ​ໃຫ່​ຍ ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ຕໍ່​ສູ້​ເປັນ​ພັນໆປີ​ ຂອງ​ຊາວຫວຽດນາມ, ​ແມ່ນ​ວັນທີ​ປະ​ຊາ​ຊົນ​ຫວຽດນາມ​ໄດ້​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ, ​ໄດ້​ເອ​ກະ​ລາດ​ຢ່າງ​ສົມ​ບຸນ ແລະ ມີ​ອະ​ທີ​ປະ​ໄຕ​ຢ່າງ​ຄົບ​ຖ້ວນອັນ​​ສົມ​ກຽດ ແລະ ມີ​ຖາ​ນະ​ເທົ່າ​ທຽມ​ກັບ​ປະ​ເທດ​ອື່ນໆ ໃນ​ເວ​ທີ​ປະ​ຊາ​ຄົມ​ໂລກ, ວັນ​ທີ 2 ກັນຍາ ແມ່ນ​ແຫ່ງ​ສັນ​ຕິ​ພາບ, ວັນ​ແຫ່ງ​ການ​ກ້າວ​ສູ່​ຍົກ​ສະ​ໄໝ​ໃໝ່​ ແຫ່ງ​ການ​ສ້າງ​ປະ​ເທດຊາດກາຍເປັນປະເທດສາທາລະນະສັງຄົມນິຍົມຫວຽດນາມ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet